ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ຂອງທຸ​ລະ​ກິດ "ແລກ​ປ່ຽນ ບັດ​ຂຽວ ກັບ ເງິນ​ສົດ" ຖືກ​ຟ້ອງ​ຮ້ອງ ໃນ​ໂຄງ​ການ​ມູນ​ຄ່າ 110 ລ້ານ​ໂດ​ລາ


ຜູ້​ທີ່​ໄດ້​ຮັບ​ສັນ​ຊາດ​ໃໝ່ ຢືນ​ໃນລະ​ຫວ່າງ​ພິ​ທີ​ໂອນ​ສັນ​ຊາດ​ຂອ​ງ​ອົງ​ການ​ສັນ​ຊາດ ແລະ ຄົນ​ເຂົ້າ​ເມືອງ ສະຫະ​ລັດ ​(USCIS) ນະ​ຄອນ ນິວຢອກ. 10 ເມ​ສາ, 2017.
ຜູ້​ທີ່​ໄດ້​ຮັບ​ສັນ​ຊາດ​ໃໝ່ ຢືນ​ໃນລະ​ຫວ່າງ​ພິ​ທີ​ໂອນ​ສັນ​ຊາດ​ຂອ​ງ​ອົງ​ການ​ສັນ​ຊາດ ແລະ ຄົນ​ເຂົ້າ​ເມືອງ ສະຫະ​ລັດ ​(USCIS) ນະ​ຄອນ ນິວຢອກ. 10 ເມ​ສາ, 2017.

ຜູ້​ຊາຍ​ທີ່​ອາ​ໄສ​ຢູ່​ໃນ​ລັດ ຄາ​ລິ​ຟໍ​ເນຍ ຄົນ​ນຶ່ງ​ໄດ້​ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ສ້າ​ງ​ອາ​ນາ​
ຈັກທຸລະກິດ ດ້ວຍການເອົາລັດເອົາປຽບໂຄງການວີຊາ ທີ່ໄດ້ຮັບການສະໜັບສະໜູນ
ຈາກລັດຖະບານ ສຳລັບຄົນຕ່າງປະເທດທີ່ຮັ່ງມີນັ້ນ ໄດ້ຖືກຈັບກຸມໃນວັນອັງຄານວານ
ນີ້ ໃນຂໍ້ກ່າວຫາ ກ່ຽວກັບ ການສໍ້ໂກງຄົນ ຈີນ ແລະ ນັກລົງທຶນຕ່າງປະເທດຄົນອື່ນໆ
ທີ່ພະຍາຍາມມາອາໄສຢູ່ໃນ ສະຫະລັດ.

ທ້າວ ທອມ​ມັ​ສ ເຮັນ​ເດີ​ສັນ ຖືກ​ກ່າ​ວ​ຫາ​ວ່າ​ສ້າງ​ລາຍ​ໄດ້​ຫຼາ​ຍກວ່າ 110 ລ້ານ​ໂດ​ລາ​
ຈາກນັກລົງທຶນຕ່າງປະເທດຫຼາຍກວ່າ 200 ຄົນ ຜູ້ທີ່ຢາກອາໄສຢູ່ໃນ ສະຫະລັດ ພາຍ
ໃຕ້ໂຄງການວີຊາ EB-5 ດ້ວຍການໂອນເງິນທຶນເຂົ້າໄປໃນໂຄງການການລົງທຶນສ່ວນ
ຕົວຕ່າງໆ, ເຮັດໃຫ້ວຽກງານທຳ ຫຼາຍກວ່າ 2,000 ຕຳແໜ່ງໃນພາກເໜືອຂອງລັດຄາ
ລິຟໍເນຍ ຕົກຢູ່ໃນອັນຕະລາຍ, ອີງຕາມການກ່າວຫາຂອງຄະນະຕຸລາການ ທີ່ໄດ້ເປີດ
ເຜີຍໃນວັນອັງຄານວານນີ້.

ທ້າວ ເຮັນ​ເດີ​ສັນ ອາ​ຍຸ 70 ປີ, ກັບ​ຜູ້​ຮ່ວມ​ກະ​ທຳ​ຜິດ​ສອງ​ຄົນ ທ້າວ ເຄ​ຊິງ ຮູ ແລະ ທ້າວ
ຄູເປີ ລີ ຖືກຕັ້ງຂໍ້ກ່າວຫາສົມຮູ້ຮ່ວມຄິດ ສໍ້ໂກງເງິນນັກລົງທຶນຕ່າງປະເທດ, ຂີ້ຕົວະຕໍ່
ນັກລົງທຶນຕ່າງປະເທດ ກ່ຽວກັບ ການໃຊ້ເງິນທຶນຂອງເຂົາເຈົ້າ ແລະ ລາຍງານຂໍ້ມູນທີ່
ບໍ່ເປັນຈິງ ຕໍ່ອົງການສັນຊາດ ແລະ ຄົນເຂົ້າເມືອງ ສະຫະລັດ, ເຊິ່ງແມ່ນຜູ້ບໍລິຫານຂອງ
ໂຄງການວີຊາ EB-5.

ທ້າວ ເຮັນ​ເດີ​ສັນ ກັບ ທ້າວ ລີ ຖືກ​ຈັບ​ໃນ​ຕອນ​ເຊົ້າ​ຂອງວັນ​ອັງ​ຄານ​ວານນີ້. ​ທ້າວ ຮູ, ຜູ້​
ທີ່ໄດ້ປະຕິບັດການໃນຫ້ອງການປະຈຳນະຄອນ ຊຽງໄຮ ຂອງ ທ້າວ ເຮັນເດີສັນ ແລະ
ທຳການຊັກຊວນບັນດານັກລົງທຶນໃນ ຈີນ ນັ້ນ, ແມ່ນຍັງຈັບບໍ່ທັນໄດ້ເທື່ອ.

ທັງ​ສາມ​ຄົນ​ຈະ​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາຫຼາຍ​ຂໍ້ ກ່ຽວ​ກັບ ການ​ສໍ້​ໂກງດ້ານ​ການ​ເງິນ​ຜ່ານ​ຂໍ້
ມູນເທັກໂນໂລຈີ.

ທະ​ນາຍ​ຄວາມ​ຂອງ​ທ້າວ ເຮັນ​ເດີ​ສັນ ແມ່ນບໍ່​ສາ​ມາດ​ໂທ​ຖາມ​ຄຳ​ເຫັນ​ໄດ້​ໃນ​ທັນ​ທີ. ທ້າວ
ເຮັນເດີສັນ ໄດ້ປະຕິເສດ ກ່ຽວກັບ ການກະທຳຜິດໃດໆກ່ອນໜ້ານີ້.

ການ​ຟ້ອງ​ຮ້ອງ​ໄດ້​ມີ​ຂຶ້ນບໍ່​ເຖິງ​ນຶ່ງ​ປີ ຫຼັງ​ຈາກ​ທ້າວ ເຮັນ​ເດີ​ສັນ ໄດ້​ຕົກ​ລົງ​ທີ່​ຈະ​ຈ່າຍ​ເງິນ
ຫຼາຍກວ່າ ນຶ່ງລ້ານສີ່ແສນໂດລາ ໃນການປັບໃໝເພື່ອລະງັບການຟ້ອງຮ້ອງຂອງອົງ
ການຄະນະກຳມາທິການກຳກັບຮຸ້ນ ແລະ ຕະຫຼາດຮຸ້ນ.

ໂຄງ​ການ​ວີ​ຊາ EB-5 ຖືກ​ສ້າງ​ຂຶ້ນ​ໂດຍ​ລັດ​ຖະ​ສະ​ພາ​ໃນ​ປີ 1990 ເພື່ອ​ສົ່ງ​ເສີມ​ການ​ເຕີບ​
ໂຕດ້ານເສດຖະກິດ ແລະ ການສ້າງວຽກເຮັດງານທຳໃນ ສະຫະລັດ ດ້ວຍການສົ່ງເສີມ
ການລົງທຶນຕ່າງປະເທດ. ພາຍໃຕ້ໂຄງການດັ່ງກ່າວ ຄົນຕ່າງປະເທດອາດໄດ້ຮັບການ
ອະນຸຍາດໃຫ້ອາໄສຢູ່ຖາວອນ ດ້ວຍການລົງທຶນຕ່ຳສຸດ 500,000 ໂດລາ ຫາ ນຶ່ງລ້ານ
ໂດລາໃນທຸລະກິດ ສະຫະລັດ ທີ່ສ້າງວຽກເຮັດງານທຳຢ່າງໜ້ອຍ 10 ຕຳແໜ່ງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG