ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນທີ່ມີນໍ້າໜັກ ຂ້ອນຂ້າງຫລາຍ ມີຄວາມສ່ຽງຕໍ່າ ຕໍ່ການເສຍຊີວິດໄວ (ວີດິໂອກ່ຽວຂ້ອງ)


ການຮັກສາສຸຂະພາບ ໃຫ້ມີນໍ້າໜັກປົກກະຕິດີ
ການຮັກສາສຸຂະພາບ ໃຫ້ມີນໍ້າໜັກປົກກະຕິດີ
ຄົນທີ່ມີນໍ້າໜັກຂ້ອນຂ້າງຫລາຍກວ່າເກນປົກກະຕິ ຫລືຂ້ອນ
ຂ້າງມີຮ່າງກາຍໄປທາງ ອ້ວນພີແດ່ ແມ່ນມີຄວາມສ່ຽງຕໍ່ການ
ເສຍຊີວິດໄວຕໍ່າກວ່າ ຜູ້ທີ່ມີນໍ້າໜັກທໍາມະດາ ອີງຕາມການ
ວິໄຈໃໝ່ຂອງການສຶກສາສາກົນ ເກືອບ 100 ບັ້ນ. ຜູ້ສື່ຂ່າວ
ວີໂອເອນາງ Jessica Berman ມີລາຍລະອຽດເລື້ອງນີ້
ມາສະເໜີທ່ານໃນອັນດັບຕໍ່ໄປ:

ການສຶກສາຄົ້ນຄວ້າ ຊຶ່ງສ່ວນໃຫຍ່ໄດ້ດໍາເນີນໄປໃນໄລຍະນຶ່ງ
ທົດສະວັດມານີ້ ລວມເອົາຜູ້ໃຫຍ່ປະມານ 3 ລ້ານຄົນຈາກທົ່ວ
ໂລກ. ການວິໄຈຮວມກັນ ຂອງການສຶກສາຄົ້ນຄວ້າ ເຫລົ່ານີ້
ໂດຍພວກນັກຄົ້ນຄວ້າ ທີ່ສູນກາງສະຖະຕິດ້ານສຸຂະພາບ
ແຫ່ງຊາດ ທີ່ລັດ Maryland ຊຶ່ງເປັນສ່ວນນຶ່ງຂອງສູນກາງ ຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ໄດ້ເປີດເຜີຍ
ວ່າ ຄົນທີ່ຂ້ອນຂ້າງມີນໍ້າໜັກຫຼາຍເກີນໄປແດ່ຈັກໜ້ອຍ ຫລືຂ້ອນຂ້າງໄປທາງອ້ວນພີແດ່
ນັ້ນ ມັກຈະເສຍຊີວິດຍ້ອນສາເຫດຕ່າງໆ 6% ໜ້ອຍກວ່າ ຜູ້ທີ່ມີນໍ້າໜັກໃນເກນທໍາມະດາ.

ແຕ່ພວກນັກຄົ້ນຄວ້າພົບວ່າ ພວກທີ່ອ້ວນພີເກີນໄປ ຢ່າງຮ້າຍແຮງແທ້ໆ ກໍຍັງມີຄວາມ ສ່ຽງຕໍ່ການເສຍຊີວິດໃນອັດຕາ 30% ສູງກວ່າຄົນທີ່ມີ ນໍ້າໜັກເຮັດໃຫ້ຮ່າງກາຍສົມບູນດີ.

ການວິໄຈດັ່ງກ່າວ ແມ່ນກ່ຽວພັນກັບການສຶກສາຄົ້ນຄວ້າ ທີ່ດໍາເນີນໄປໃນສະຫະລັດ, ກາ ນາດາ, ຈີນ, ໄຕ້ຫວັນ, ເບຣຊິນ, ອິນເດຍ, ແລະເມັກຊິໂກ.

ຜູ້ນໍາພາການຂຽນບົດສຶກສາຄົ້ນຄວ້າ ທ່ານນາງ Katherine Fleegal ເວົ້າວ່າ ທ່ານນາງ ມີຄວາມປະຫລາດໃຈ ທີ່ເຫັນວ່າພວກມີນໍ້າໜັກຫລາຍເກີນປົກກະຕິບໍ່ມີຄວາມສ່ຽງຕໍ່ການ ເສຍຊີວິດສູງກວ່າ:

ອົງການອະນາໄມໂລກວ່າ ພາຍໃນປີ 2015 ຈະມີຜູ້ໃຫຍ່ຫລາຍກ່ວາສອງລ້ານຄົນ ມີຮ່າງກາຍຕຸ້ຍພີ ເກີນໄປ
ອົງການອະນາໄມໂລກວ່າ ພາຍໃນປີ 2015 ຈະມີຜູ້ໃຫຍ່ຫລາຍກ່ວາສອງລ້ານຄົນ ມີຮ່າງກາຍຕຸ້ຍພີ ເກີນໄປ

ທ່ານນາງ Katherine Flegal ໃຫ້ຄໍາເຫັນວ່າ: “ເພາະວ່າ
ຈິງແລ້ວ ພວກເຮົາໄດ້ ອ່ານບົດຄົ້ນຄວ້າຜ່ານມາກ່ຽວກັບ
ເລື້ອງນີ້ຫລາຍ ແລະຮູ້ສຶກວ່າ ອັດຕາການຕາຍ ສໍາລັບຄົນ
ທີ່ນໍ້າໜັກເກີນຢ່າງໜ້ອຍ ກໍຈະບໍ່ສູງກວ່າຜູ້ທີ່ມີນໍ້າໜັກໃນ
ເກນປົກກະຕິ. ຂ້ອຍຄິດວ່າ ຂ້ອຍເອງຂ້ອນຂ້າງແປກໃຈ
ໜ້ອຍນຶ່ງ ທີ່ເຫັນວ່າ ອັດຕາຄວາມສ່ຽງຕໍ່ການເສຍຊີວິດ
ຂອງພວກຄົນດັ່ງກ່າວ ແມ່ນຕໍ່າກວ່າແທ້ໆ. ແລະ ຂ້ອຍ
ກໍແປກໃຈ ຄືກັນວ່າ ອັດຕາທີ່ຕໍ່າກວ່າຂອງພວກທີ່ອ້ວນພີ
ເກີນໄປ ເບິ່ງຄືວ່າ ບໍ່ແຕກຕ່າງກັນ ຫຍັງຫລາຍກັບພວກ ທີ່ມີນໍ້າໜັກໃນເກນທໍາມະດາ.”


ແຕ່ວ່າ ທ່ານນາງ Flegal ເນັ້ນໜັກວ່າ ຄວາມແຕກຕ່າງກັນ ໃນອັດຕາການຕາຍປະກົດ ວ່າມີໜ້ອຍດຽວ ລະຫວ່າງ ຜູ້ມີນໍ້າໜັກໃນເກນທໍາມະດາ, ພວກມີນໍ້າໜັກຫລາຍ ເກີນໄປ ແລະພວກມີນໍ້າໜັກທີ່ຂ້ອນຂ້າງຫລາຍເກີນກວ່າປົກກະຕິໜ້ອຍນຶ່ງ.

ການຄົ້ນພົບໂດຍທ່ານນາງ Flegal ແລະເພື່ອນຮ່ວມງານຂອງທ່ານນາງ ໄດ້ພາໃຫ້ເກີດມີ
ຄໍາຖາມໃໝ່ຂຶ້ນມາ ກ່ຽວກັບຄວາມໜ້າເຊື່ອຖືໄດ້ຂອງການທີ່ເອີ້ນວ່າ “ດັດຊະນີມວນສານ ຂອງຮ່າງກາຍ” ຫລື BMI ຊຶ່ງເປັນການວັດແທກໄຂມັນຂອງຮ່າງກາຍຕາມອັດຕາສ່ວນ ຂອງ
ຄວາມສູງ ທຽບໃສ່ກັບນໍ້າໜັກ ທີ່ໄດ້ຮັບການສົ່ງເສີມໃນຊຸມປີມໍ່ໆມານີ້ ໂດຍພວກນັກຊ່ຽວ ຊານດ້ານສາທາລະນະສຸກໃຫ້ເປັນເຄື່ອງວັດແທກຄວາມສ່ຽງດ້ານສຸຂະພາບ.

ທ່ານ Steve Heymsfield, ຫົວໜ້າອໍານວຍການດ້ານບໍລິຫານຂອງສູນກາງຄົ້ນຄວ້າ ດ້ານຊີວະການແພດ ຢູ່ເມືອງ Baton Rouge ໃນລັດ Louisiana ເວົ້າວ່າ ຜູ້ທີ່ມີຮ່າງ ກາຍແຂງແຮງອາດຈະມີສຸຂະພາບສົມບູນດີຢ່າງທ່ອງແທ້ ແຕ່ວ່າອາດຈະນໍ້າໜັກເກີນໄປ ໜ້ອຍນຶ່ງ ຍ້ອນມີກ້າມເນື້ອຫລາຍເກີນໄປ.

ທ່ານ Steve Heymsfield ອະທິບາຍວ່າ “ມັນເປັນເລື້ອງທໍາມະດາຫລາຍ ຢູ່ໃນ ກອງທັບ, ຍົກຕົວຢ່າງ, ທີ່ເຮົາຈະເຫັນວ່າ ພວກຊາຍໜຸ່ມ ແລະຍິງສາວທີ່ມີ ຮ່າງກາຍແຂງ ແຮງດີນັ້ນ, ດັດຊະນີ BMI ຂອງພວກເຂົາເຈົ້າອາດຈະສູງກວ່າ ປົກກະຕິໜ້ອຍນຶ່ງ. ແລະ ເພາະສະນັ້ນ ພວກທະຫານຮູ້ວ່າແນວນັ້ນແລ້ວ ແລະພວກເຂົາເຈົ້າ ກໍກວດເບິ່ງມັນ ໂດຍທຽບໃສ່ກັບການວັດແທກລະດັບໄຂ ມັນໃນຮ່າງກາຍ ເພື່ອເບິ່ງວ່າສິ່ງເຫລົ່ານີ້ ເກີນຄໍາແນະນໍາດ້ານ BMI ຫລືບໍ່?”

ແຕ່ວ່າທ່ານ Steve Heymsfield ກໍເຕືອນໃຫ້ລະວັງໄວ້ວ່າ ຜູ້ຄົນບໍ່ຄວນດ່ວນສະຫລຸບ ໂລດວ່າ ການມີນໍ້າໜັກຂຶ້ນຫລາຍກິໂລ ຖືວ່າຈະບໍ່ມີບັນຫາຫຍັງ ເພາະວ່າການມີນໍ້າໜັກ ທີ່ຢູ່ໃນເກນທີ່ມີຮ່າງກາຍສົມບູນດີ ຈະເຮັດໃຫ້ຄວາມສ່ຽງໃນການເປັນໂຣກຫົວໃຈ ແລະ ໂຣກເບົາຫວານຕໍ່າກວ່າ ການມີນໍ້າໜັກຫລາຍເກີນໄປ.

ບົດຄວາມທີ່ຂຽນໂດຍ ທ່ານນາງ Katherine Flegal ຈາກສູນກາງຄວບຄຸມ ແລະ ປ້ອງ ກັນພະຍາດຂອງສະຫະລັດ ແລະເພື່ອນຮ່ວມງານຂອງທ່ານນາງ ແລະບົດບັນນາທິການ ທີ່ຂຽນຕາມຫລັງ ໂດຍທ່ານ Steve Heymsfield ແມ່ນພິມເຜີຍແຜ່ຢູ່ໃນວາ ລະສານ ຂອງສະມາຄົມການແພດອາເມຣິກັນ ຫລື Journal of the American Medical Association.

ວີດິໂອກ່ຽວຂ້ອງກັບເລື້ອງນໍ້າໜັກຫລາຍ:


XS
SM
MD
LG