ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ລາວ ດຳເນີນມາດຕະການ ກັກກັນບໍລິເວນ ປະຊາຊົນກວ່າ 90,000 ຄົນ ເພື່ອສະກັດກັ້ນ ການລະບາດຂອງ COVID-19


ກຳມະກອນລາວ ເດີນທາງກັບຈາກປະເທດ ໄທ ໃນລະຫວ່າງການລະບາດຂອງ ໂຄວິດ 19.
ກຳມະກອນລາວ ເດີນທາງກັບຈາກປະເທດ ໄທ ໃນລະຫວ່າງການລະບາດຂອງ ໂຄວິດ 19.

ທາງການ ລາວ ດຳເນີນມາດຕະການກັກກັນບໍລິເວນປະຊາຊົນກວ່າ 90,000 ຄົນເພື່ອສະກັດກັ້ນການລະບາດຂອງເຊື້ອໄວຣັສ COVID-19 ໂດຍສ່ວນຫຼາຍກໍຄືແຮງງານທີ່ເດີນທາງກັບມາຈາກ ໄທ.


ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກຖະແຫຼງວ່າ ນັບຈາກທ້າຍເດືອນມີນາ 2020 ເປັນຕົ້ນມາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອໄວຣັສ COVID-19 ຂອງລັດຖະບານ ລາວ ໄດ້ດຳເນີນມາດຕະການກັກກັນບໍລິ ເວນປະຊາຊົນ ລາວ ຈຳນວນທັງໝົດ 113,404 ຄົນ. ໃນນີ້ແບ່ງເປັນ 68,534 ຄົນທີ່ຢູ່ໃນສະຖານກັກກັນຂອງລັດຖະບານທີ່ມີຢູ່ທັງໝົດ 2,142 ແຫ່ງໃນທົ່ວປະເທດ ສ່ວນອີກ 44,870 ຄົນນັ້ນໄດ້ອະນຸຍາດໃຫ້ກັກຕົວຢູ່ທີ່ບ້ານພັກອາໄສຂອງແຕ່ລະຄົນ ພາຍໃຕ້ການດູແລຢ່າງໃກ້ຊິດຂອງບັນດາພະນັກງານສາທາລະນະສຸກ ທີ່ໄດ້ຮັບການມອບໝາຍຈາກຄະນະສະເພາະກິດ ໃນແຕ່ລະທ້ອງຖິ່ນນັ້ນ.

ໂດຍໃນໄລຍະຜ່ານມາປາກົດວ່າ ມີປະຊາຊົນ ລາວ ທີ່ຖືກກັກກັນບໍລິເວນຄົບກຳນົດ 14 ວັນແລ້ວ 22,716 ຄົນ ແລະ ບໍ່ມີຜູ້ຕິດເຊື້ອໄວຣັສ COVID-19 ແຕ່ຢ່າງໃດ ເຮັດໃຫ້ຍັງເຫຼືອ 90,668 ຄົນທີ່ຕ້ອງກັກກັນບໍລິເວນຕໍ່ໄປຈົນກວ່າຈະຄົບກຳນົດ 14 ວັນດັ່ງກ່າວ ທີ່ສ່ວນໃຫຍ່ກໍຄືບັນດາແຮງງານ ລາວ ທີ່ເດີນທາງກັບມາຈາກປະເທດເພື່ອນບ້ານ ດັ່ງທີ່ທ່ານ ພູທອນ ໃຫ້ການຢືນຢັນວ່າ

“ໃນຂອບເຂດທົ່ວປະເທດນີ້ ພວກເຮົາມີສະຖານທີ່ຈຳກັດບໍລິເວນທັງໝົດນີ້ 2,142 ແຫ່ງ ຊຶ່ງວ່າຢູ່ແຂວງຢູ່ເມືອງທັງໝົດນັ້ນ ແລະ ຈຳນວນຜູ້ຕິດຕາມຢູ່ສູນຈຳກັດບໍລິເວນນີ້ມີ 68,534 ຄົນ,​ ຈຳກັດບໍລິເວນຢູ່ເຮືອນຂອງຕົນເອງ 44,870 ຄົນ ຊຶ່ງວ່າແພດໝໍ ໄດ້ຕິດຕາມອາການບັນດາຜູ້ຈຳກັດບໍລິເວນດັ່ງກ່າວນີ້ ດັ່ງນັ້ນຖືວ່າແມ່ນກຸ່ມແຮງງານ ລາວ ທີ່ມາຈາກປະເທດໃກ້ຄຽງນັ້ນ ກໍຖືວ່າເຂົາເຈົ້າຍັງສຸຂະພາບແຂງແຮງດີ ແລະ ກະຍັງສືບຕໍ່ເຝົ້າລະວັງຕິດຕາມໄປຕື່ມ.”

ແຕ່ຢ່າງໃດກໍຕາມ ທ່ານ ພູທອນ ກໍຍອມຮັບວ່າໃນຈຳນວນຜູ້ຕິດເຊື້ອ COVID-19 ທັງ 19 ຄົນໃນ ລາວ ນັ້ນເປັນການກວດຈາກກໍລະນີສົງໄສພຽງ 1,288​ ກໍລະນີເທົ່ານັ້ນໃນຊ່ວງເດືອນມັງກອນ-ວັນທີ 15 ເມສາ 2020 ແລະ ເຖິງແມ່ນວ່າຈະເປັນການຕິດເຊື້ອໃນລະດັບຕໍ່າກໍຕາມ ແຕ່ກໍຖືເປັນສະພາບການທີ່ມີຄວາມສ່ຽງທີ່ຍັງຈະມີຄົນ ລາວ ຕິດເຊື້ອໄວຣັສ COVID-19 ເພີ່ມຂຶ້ນໄດ້ອີກ ໂດຍສະເພາະແຮງງານ ລາວ 90,000 ກວ່າຄົນທີ່ຖືກກັກກັນບໍລິເວນຢູ່ໃນ ລາວ ໃນປັດຈຸບັນນີ້ ເນື່ອງຈາກວ່າເປັນກຸ່ມແຮງງານທີ່ເດີນທາງກັບມາຈາກ ໄທ ທີ່ມີບັນຫາການລະບາດຂອງເຊື້ອໄວຣັສ COVID-19 ນັ້ນເອງ.

ດັ່ງນັ້ນເພື່ອປ້ອງກັນບັນຫາດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຈຶ່ງອອກຄຳສັ່ງທີ່ມີຜົນບັງຄັບໃນຊ່ວງວັນທີ 1-19 ເມສາ 2020 ໂດຍຫ້າມປະຊາຊົນອອກຈາກເຮືອນ ຫ້າມເດີນທາງຂ້າມແຂວງ ຫ້າມຈັດງານທີ່ມີຜູ້ເຂົ້າຮ່ວມເກີນ 10 ຄົນ ຫ້າມກັກຕຸນ ແລະ ຂຶ້ນລາຄາສິນຄ້າ, ຫ້າມສະເໜີຂ່າວປອມ ໃຫ້ພະນັກງານລັດເຮັດວຽກຢູ່ເຮືອນ, ປິດສະຖານບັນເທີງ, ຕະຫຼາດກາງຄືນ, ໂຮງງານ ແລະ ການກໍ່ສ້າງຂະໜາດໃຫຍ່, ປິດດ່ານຊາຍແດນທັງໝົດ ຍົກເວັ້ນກໍລະນີຈຳເປັນເຊັ່ນໃຫ້ເປີດທະນາຄານ, ຕະຫຼາດຫຸ້ນ, ໂຮງໝໍ, ຮ້ານຂາຍຢາ, ໜ່ວຍກູ້ໄພ, ການຂົນສົ່ງສິນຄ້າ, ບໍລິ ການສາທາລະນະຕ່າງໆ ແລະ ໃນວັນທີ 15 ເມສາ 2020​ ທ່ານ ທອງລຸນ ຍັງໄດ້ສັ່ງໃຫ້ຂະຫຍາຍການຈັດຕັ້ງປະຕິບັດມາດຕະການດັ່ງກ່າວຕໍ່ໄປຈົນເຖິງວັນທີ 3 ພຶດສະພາ 2020​ ອີກດ້ວຍ.

ສ່ວນໃນການຮັບມືກັບບັນຫາການລະບາດຂອງເຊື້ອ COVID-19 ຄະນະສະເພາະກິດເພື່ອປ້ອງ ກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງ COVID-19 ກໍໄດ້ກຳນົດໃຫ້ໂຮງໝໍມິດຕະພາບທີ່ນະຄອນຫຼວງວຽງຈັນ ເປັນສູນກາງໃນການຮັກສາຜູ້ຕິດເຊື້ອ COVID-19 ໂດຍນຳໃຊ້ອາຄານຫຼັງໃໝ່ຮອງຮັບຜູ້ທີ່ຕິດເຊື້ອ COVID-19 ເພາະມີບຸຄະລາກອນ ແລະ ເຄື່ອງມືທາງການແພດທີ່ທັນສະໄໝທີ່ສຸດໃນ ລາວ.

ແຕ່ຢ່າງໃດກໍຕາມ ສູນຮັກສາຜູ້ຕິດເຊື້ອ COVID-19 ດັ່ງກ່າວກໍສາມາດຮອງຮັບຄົນປ່ວຍໄດ້ທັງ ໝົດເກືອບ 300 ຄົນ, ສະນັ້ນຄະນະສະເພາະກິດຈຶ່ງໄດ້ຕຽມໂຮງໝໍອີກ 3 ແຫ່ງໄວ້ຮອງຮັບໃນກໍລະ ນີມີຄົນປ່ວຍເກີນຄວາມສາມາດຂອງໂຮງໝໍມິດຕະພາບ ປະກອບດ້ວຍໂຮງໝໍ 103, ໂຮງໝໍເສດຖາທິລາດ ແລະ ໂຮງໝໍມະໂຫສົດ ສ່ວນຢູ່ຕ່າງແຂວງກໍໄດ້ກຳນົດໃຫ້ໂຮງໝໍແຂວງ ແລະ ເມືອງ ຕ້ອງຈັດຕຽມສະຖານທີ່ໄວ້ຮອງຮັບຜູ້ປ່ວຍ COVID-19 ເປັນການສະເພາະເຊັ່ນກັນ.

XS
SM
MD
LG