ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

200 ກວ່າບ້ານ ໃນແຂວງຄໍາມ່ວນ ຖືກນໍ້າຖ້ວມ ທີ່ເກີດຈາກພາຍຸນົກເຕັນ


ຜົນເສຍຫາຍຈາກໄພນໍ້າຖ້ວມທີ່ເຊບັ້ງໄຟ ຊຶ່ງເກີດຈາກລົມພາຍຸເຂດຮ້ອນ ນົກເຕັນ ທີ່ພັດເຂົ້າມາລາວ ໃນຕົ້ນເດືອນສິງຫາ 2011.
ຜົນເສຍຫາຍຈາກໄພນໍ້າຖ້ວມທີ່ເຊບັ້ງໄຟ ຊຶ່ງເກີດຈາກລົມພາຍຸເຂດຮ້ອນ ນົກເຕັນ ທີ່ພັດເຂົ້າມາລາວ ໃນຕົ້ນເດືອນສິງຫາ 2011.

ປະຊາຊົນໃນເຂດ 200 ກວ່າບ້ານໃນແຂວງຄໍາມ່ວນ ໄດ້ຮັບຜົນກະທົບຢ່າງໜັກຈາກໄພ ນໍ້າຖ້ວມທີ່ເກີດຈາກພາຍຸໂຊນຮ້ອນນົກເຕັນ ໃນຂະນະທີ່ເຂື່ອນນໍ້າເທີນ 2 ກໍຈໍາເປັນຕ້ອງ ຢຸດການຜະລິດກະແສໄຟຟ້າ.

ທາງການແຂວງຄໍາມ່ວນລາຍງານວ່າ ພາຍຸໂຊນຮ້ອນນົກເຕັນທີ່ພັດເຂົ້າໃນເຂດພາກກາງ
ຂອງລາວ ນັບຈາກທ້າຍເດືອນກໍລະກົດຈົນເຖິງຕົ້ນເດືອນສິງຫານີ້ ໄດ້ເຮັດໃຫ້ປະຊາຊົນ
ໃນເຂດ 200 ກວ່າບ້ານໃນແຂວງຄໍາມ່ວນຕ້ອງປະເຊີນກັບໄພນໍ້າຖ້ວມຢ່າງໜັກໜ່ວງໃນ
ເວລານີ້, ໂດຍສະເພາະແມ່ນເຂດເມືອງມະຫາໄຊ ກັບເມືອງເຊບັ້ງໄຟນັ້ນ ຖືເປັນເຂດ ທີ່ ປະຊາຊົນໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງນີ້ໜັກທີ່ສຸດ.

ທັງນີ້ ຈາກການວັດແທກລະດັບນໍ້າໃນແມ່ນໍ້າເຊບັ້ງໄຟພົບວ່າ ຢູ່ທີ່ເມືອງມະຫາໄຊນັ້ນລະ
ດັບນໍ້າໄດ້ສູງຂຶ້ນ ເຖິງ 17.29 ແມັດ ໃນຂະນະທີ່ລະດັບນໍ້າທີ່ຖືວ່າອັນຕະລາຍນັ້ນ ຢູ່ທີ່
ລະດັບສະເລ່ຍ 15.5 ແມັດ. ສ່ວນທີ່ເມືອງເຊບັ້ງໄຟນັ້ນ ລະດັບນໍ້າກໍສູງເຖິງ 21.29
ແມັດ ໃນຂະນະທີ່ລະດັບນໍ້າທີ່ຖືວ່າອັນຕະລາຍ ຢູ່ທີ່ລະດັບສະເລ່ຍ 18.5 ແມັດ.

ເຂື່ອນໄຟຟ້ານໍ້າເທີນ 2 ທີ່ຈໍາຕ້ອງຢຸດການຜະລິດຍ້ອນນໍ້າຖ້ວມ ໃນຂົງເຂດໃກ້ເຂື່ອນນັ້ນ
ເຂື່ອນໄຟຟ້ານໍ້າເທີນ 2 ທີ່ຈໍາຕ້ອງຢຸດການຜະລິດຍ້ອນນໍ້າຖ້ວມ ໃນຂົງເຂດໃກ້ເຂື່ອນນັ້ນ

ຍິ່ງໄປກວ່ານັ້ນ ເມື່ອປະກອບ
ກັບລະດັບນໍ້າໃນແມ່ນໍ້າຂອງ
ຢູ່ທີ່ເມືອງທ່າແຂກກໍສູງເຖິງ
13.16 ແມັດ ທີ່ຖືວ່າ ສູງກວ່າ
ລະດັບອັນຕະລາຍແລ້ວນັ້ນ
ນອກຈາກຈະເຮັດໃຫ້ນໍ້າເຊ
ບັ້ງໄຟບໍ່ສາມາດໄຫຼລົງນໍ້າ
ຂອງໄດ້ແລ້ວ ກໍຍັງສົ່ງຜົນກະ
ທົບຕໍ່ເນື່ອງເຮັດໃຫ້ເຂື່ອນ
ນໍ້າເທີນ 2 ຈໍາເປັນຕ້ອງຢຸດ
ເຊົາການຜະລິດກະແສໄຟຟ້າ
ເປັນການຊົ່ວຄາວອີກດ້ວຍ
ເນື່ອງຈາກວ່າ ບໍ່ສາມາດທີ່
ຈະປ່ອຍນໍ້າລົງສູ່ເຂດລຸ່ມຂອງເຂື່ອນໄດ້ນັ້ນເອງ.

ນອກຈາກນີ້ ການທີ່ລະດັບນໍ້າຍັງຖ້ວມສູງເປັນບໍລິເວນກ້ວາງ ທັງໃນເຂດເມືອງມະຫາໄຊ
ແລະເມືອງເຊບັ້ງໄຟ ໂດຍທີ່ຍັງບໍ່ຮູ້ວ່າລະດັບນໍ້າຈະລົດລົງເປັນປົກກະຕິເມື່ອໃດອີກດ້ວຍນັ້ນ ກໍຍັງເຮັດໃຫ້ປະຊາຊົນນັບສິບພັນຄົນ ຕ້ອງການຄວາມຊ່ວຍເຫຼືອໃນດ້ານເຄື່ອງອຸປະໂພກ,
ບໍລິໂພກ ແລະຢາຮັກສາໂຣກຢ່າງຮີບດ່ວນອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂອງແຂວງຄໍາມ່ວນໄດ້ ສະແດງການຮຽກຮ້ອງວ່າ:

ຮຽກຮ້ອງໃຫ້ການຈັດຕັ້ງທຸກພາກສ່ວນເບິ່ງແຍງ, ຕົ້ນຕໍກໍແມ່ນອົງການບັນດາ
ບໍລິສັດເອກະຊົນຕ່າງໆ ຂໍຄວາມຮ່ວມມືຊ່ວຍເຫຼືອບັນດາບ້ານທີ່ຖືກຜົນກະທົບ
ເພາະວ່າ ຜົນກະທົບຄັ້ງນີ້
ເປັນຜົນກະທົບທີ່ຮ້າຍແຮງສົມຄວນຫັນແລ້ວ ເພາະວ່າ
ເຂົ
າຫັນເນາະ ອັນນີ້ມັນກະເສຍຫາຍ ຈົນເອົາຄືນບໍ່ໄດ້ຫັນແລ້ວ ຖືວ່າົ້າຫັນເສຍ
ຫາຍຈົນໃຊ້ການບໍ່ໄດ້ແລ້ວ ຈຶ່ງຮຽກຮ້ອງມາຍັງບັນດາພາກສ່ວນບໍລິສັດ ອົງການ
ຕ່າງໆ ຂໍຄວາມຮ່ວມມືເຂົ້າໃນການຊ່ວຍເຫຼືອດັ່ງກ່າວນີ້ແລ້ວ
.

ທາງສາຍນຶ່ງທີ່ແຂວງຄໍາມ່ວນຖືກນໍ້າຖ້ວມຍ້ອນລົມ ພະຍຸຮ້ອນນົກເຕັນໃນລະຫວ່າງອາທິດທີ 2 ຂອງ ເດືອນສິງຫາ, 2011
ທາງສາຍນຶ່ງທີ່ແຂວງຄໍາມ່ວນຖືກນໍ້າຖ້ວມຍ້ອນລົມ ພະຍຸຮ້ອນນົກເຕັນໃນລະຫວ່າງອາທິດທີ 2 ຂອງ ເດືອນສິງຫາ, 2011

ທ່ານລິເບີ ສີບົວປາວ ຜູ້ອໍານວຍການສະຖາ
ບັນວິໃຈເສດຖະກິດແຫ່ງຊາດລາວ ຖະ
ແຫລງໃຫ້ຄວາມຄິດເຫັນວ່າ ການທີ່ລາວ
ໄດ້ປະສົບບັນຫາໄພນໍ້າຖ້ວມຄັ້ງໃຫຍ່ຢູ່ໃນ
ຫຼາຍໆ ພື້ນທີ່ນັບແຕ່ທ້າຍເດືອນມິຖຸນາ
ເບັນຕົ້ນມາ ຈົນເຖິງປັດຈຸບັນນີ້ ບໍ່ພຽງ
ແຕ່ຈະເຮັດໃຫ້ເກີດຄວາມເສຍຫາຍຢ່າງ
ຫລວາງຫຼາຍຕໍ່ຊັບສິນຂອງລັດຖະບານ
ແລະເອກກະຊົນເທົ່ານັ້ນ ຫາກແຕ່ຄວາມ
ເສຍຫາຍດັ່ງກ່າວ ກໍຍັງຈະສົ່ງຜົນກະທົບ
ຕໍ່ເນື່ອງ ເຮັດໃຫ້ປະຊາຊົນລາວຕ້ອງປະ
ເຊີນກັບສະພາວະເງິນເຟີ້ທີ່ຈະປັບຕົວສູງຂຶ້ນອີກດ້ວຍ.

ອີງຕາມລາຍງານຂອງສໍານັກງານສະຖິຕິແຫ່ງຊາດລາວ ກໍໄດ້ລະບຸວ່າ ໃນຊ່ວງເດືອນພຶດ
ສະພາທີ່ຜ່ານມາ ສະພາວະເງິນເຟີ້ໃນລາວໄດ້ປັບຕົວສູງຂຶ້ນເຖິງ 9.7% ຊຶ່ງກໍເປັນຜົນຈາກ
ການທີ່ໄດ້ມີການປັບລາຄາສິນຄ້າອຸປະໂພກຂຶ້ນໃນອັດຕາສະເລ່ຍເຖິງ14.7% ແລະໃນຂະ
ນະດຽວກັນ ກໍມີການປັບຂຶ້ນອັັດຕາຄ່າລົດໂດຍສານປະຈໍາທາງໃນອັດຕາສະເລ່ຍ 10.91%
ໃນທົ່ວປະເທດ.

ເພາະສະນັ້ນ ເມື່ອຖືກສົມທົບດ້ວຍໄພນໍ້າຖ້ວມຄັ້ງໃຫຍ່ໃນຄັ້ງຫລ້າສຸດທີ່ໄດ້ກໍ່ໃຫ້ເກີດຜົນເສຍ
ຫາຍ ຢ່າງຫລວງຫລາຍໃນເວລານີ້ ກໍຍ່ອມທີ່ຈະເຮັດໃຫ້ເກີດເປັນບັນຫາເງິນເຟີ້ຕິດຕາມມາ
ແລະຜູ້ທີ່ຈະຕ້ອງປະເຊີນກັບບັນຫາດັ່ງກ່າວນີ້ຢ່າງຫລີກລ່ຽງບໍ່ໄດ້ ກໍຄືປະຊາຊົນລາວໃນທົ່ວ
ປະເທດນັ້ນເອງ.

XS
SM
MD
LG