ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

15 ຄົນເສຍຊີວິດ ແລະຊັບສິນເສຍຫາຍ ຫລາຍກວ່າ 600 ຕື້ກີບ ຍ້ອນນໍ້າຖ້ວມ ໃນສີ່ແຂວງຂອງລາວ


ເສັ້ນທາງຖືກຕັດຂາດຍ້ອນການທໍາລາຍຂອງນໍ້າຖ້ວມ ທີ່ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ຊຶ່ງເກີດຂຶ້ນ
ໃນທ້າຍເດືອນມິຖຸນາ ແລະຕົ້ນເດືອນກໍລະກົດ, 2011
ເສັ້ນທາງຖືກຕັດຂາດຍ້ອນການທໍາລາຍຂອງນໍ້າຖ້ວມ ທີ່ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ຊຶ່ງເກີດຂຶ້ນ ໃນທ້າຍເດືອນມິຖຸນາ ແລະຕົ້ນເດືອນກໍລະກົດ, 2011

ໄພນໍ້າຖ້ວມຄັ້ງໃຫຍ່ເຮັດໃຫ້ປະຊາຊົນລາວໃນ 4 ແຂວງເສຍຊີວິດໄປ 15 ຄົນ ສ່ວນຊັບສິນ ຂອງປະຊາຊົນ ແລະໂຄງລ່າງພື້ນຖານຕ່າງໆ ກໍເສຍຫາຍໄປຄິດເປັນມູນຄ່າລວມເກີນກວ່າ 600 ຕື້ກີບ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະສະຫວັດດີການສັງຄົມຂອງລາວ ໄດ້ໃຫ້ການ
ຢືນຢັນວ່າ ໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຂຶ້ນຢູ່ໃນເຂດແຂວງວຽງຈັນ, ບໍລິຄໍາໄຊ, ຊຽງຂວາງ
ແລະໄຊຍະບູລີ, ນັບແຕ່ທ້າຍເດືອນມີຖຸນາເປັນຕົ້ນມານັ້ນ ໄດ້ເປັນຜົນເຮັດໃຫ້ປະຊາຊົນ
ລາວເສຍຊີວິດໄປ 15 ຄົນ ແລະໃນຂະນະດຽວກັນຊັບສິນຂອງປະຊາຊົນ ແລະໂຄງລ່າງ
ພື້ນຖານຕ່າງໆເຊັ່ນ ຖະໜົນຫົນທາງ, ຄອງຊົນລະປະທານ,​ ເສົາໄຟຟ້າ, ເສົາໂທລະສັບ, ສຳນັກງານຂອງລັດຖະບານ ແລະເຮືອນຂອງປະຊາຊົນນັ້ນຕ້ອງເສຍຫາຍໄປ ຄິດເປັນມູນ ຄ່າລວມກັນຫຼາຍກ່ວາ 600 ຕື້ກີບ.

ໄພນໍ້າຖ້ວມຄັ້ງໃຫຍ່ໃນແຂວງຊຽງຂວາງ ໃນຕົ້ນເດືອນ ກໍລະກົດ 2011 ໄດ້ທໍາລາຍຄອງຊົນລະປະທານແລະ ເສັ້ນທາງຫລາຍແຫ່ງ
ໄພນໍ້າຖ້ວມຄັ້ງໃຫຍ່ໃນແຂວງຊຽງຂວາງ ໃນຕົ້ນເດືອນ ກໍລະກົດ 2011 ໄດ້ທໍາລາຍຄອງຊົນລະປະທານແລະ ເສັ້ນທາງຫລາຍແຫ່ງ

ເຂດທີ່ໄດ້ຮັບຜົນເສຍຫາຍຫຼາຍທີ່ສຸດນັ້ນ
ກໍຄືແຂວງຊຽງຂວາງ, ຊຶ່ງໄພນໍ້າຖ້ວມຄັ້ງ
ໃຫຍ່ທີ່ເກີດຈາກປະລິມານນໍ້າຝົນທີ່ຕົກລົງ
ມາຢ່າງຫຼວງຫຼາຍ ແລະກາຍເປັນນໍ້າປ່າໄຫຼ
ລົງຈາກພື້ນທີ່ສູງເຂົ້າຖ້ວມເຮືອນຊານ ແລະ
ພື້ນທີ່ການກະເສດຂອງປະຊາຊົນຢ່າງກວ້າງ
ຂວາງ ແລະໄດ້ທໍາລາຍໂຄງຫລ່າງພື້ນຖານ
ຕ່າງໆໄປຢ່າງຫຼວງຫຼາຍນັ້ນ ກໍ່ໃຫ້ເກີດ
ຄວາມເສຍຫາຍໄປແລ້ວ 400 ຕື້ກີບ ແລະ
ມີຄົນເສຍຊີວິດໄປ 8 ຄົນໃນເຂດເມືອງທ່າ
ໂທມ, ເມືອງໝອກ,​ ເມືອງຄຳ, ເມືອງຄູນ, ເມືອງແປກ,​ ເມືອງໜອງແຮດ ແລະເມືອງ ຜາໄຊ.

ນອກຈາກນີ້ ກໍມີປະຊາຊົນນັບແສນຄົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງນີ້ ເນື່ອງຈາກ
ຖະໜົນຖືກຕັດຂາດ, ລະບົບສາຍສົ່ງກະແສໄຟຟ້າ ແລະການສື່ສານກໍຖືກຕັດຂາດ,​ ສ່ວນ
ສະບຽງອາຫານ ແລະເຂົ້າກິນກໍຖືກນໍ້າພັດພາໄປສ່ວນໃຫຍ່ ຈຶ່ງເຮັດໃຫ້ປະຊາຊົນຕ້ອງປະ
ເຊີນກັບທັງຄວາມອຶດຫິວ ແລະໂຣກໄພທີ່ມາກັບໄພນໍ້າຖ້ວມອີກດ້ວຍ.

ຂົວແຫ່ງນຶ່ງໃນແຂວງວຽງຈັນຖືກທໍາລາຍໃຫ້ຫັກພັງຍ້ອນນໍ້າຖ້ວມ ເຊິ່ງ​ເກີດ​ຂຶ້ນ​ລະ­ຫວ່າງ​ວັນ​ທີ 24 ມິ­ຖຸ­ນາ-3 ກໍ­ລະ­ກົດ 2011
ຂົວແຫ່ງນຶ່ງໃນແຂວງວຽງຈັນຖືກທໍາລາຍໃຫ້ຫັກພັງຍ້ອນນໍ້າຖ້ວມ ເຊິ່ງ​ເກີດ​ຂຶ້ນ​ລະ­ຫວ່າງ​ວັນ​ທີ 24 ມິ­ຖຸ­ນາ-3 ກໍ­ລະ­ກົດ 2011

ສ່ວນຢູ່ໃນແຂວງໄຊຍະບູລີ ນັ້ນ
ກໍປະກົດວ່າມີປະຊາຊົນ 2 ຄົນ
ທີ່ເສຍຊີວິດໃນຂະນະທີ່ການຟື້ນ
ຟູຊີວິດການເປັນຢູ່ຂອງປະຊາຊົນ
ຫຼາຍກ່ວາ 12,000 ຄົນໃນ 58
ໝູ່ບ້ານ ລວມໄປເຖິງການສ້ອມ
ແປງໂຄງຫລ່າງພື້ນຖານຕ່າງໆ
ທີ່ເສຍຫາຍນັ້ນກໍຕ້ອງໃຊ້ງົບປະ
ມານຫຼາຍກ່ວາ 112 ຕື້ກີບ,​ເຊິ່ງ
ກໍເຊັ່ນດຽວກັນກັບແຂວງວຽງຈັນ
ທີ່ມີຜູ້ເສຍຊີວິດໄປ 5 ຄົນໃນ
ເຂດເມືອງໄຊສົມບູນ ແລະເມືອງ
ຮົ່ມນັ້ນ ກໍຈະຕ້ອງໃຊ້ງົບປະມານຫຼາຍກ່ວາ 78 ຕື້ກີບ ເພື່ອຟື້ນຟູຊີວິດການເປັນຢູ່ຂອງປະ
ຊາຊົນ ແລະເພື່ອການສ້ອມແປງໂຄງລ່າງພື້ນຖານຕ່າງໆ.

ນອກຈາກນີ້ ກໍຍັງຈະຕ້ອງໃຊ້ງົບປະມານອີກຫຼາຍກ່ວາ 37 ຕື້ກີບ ເພື່ອຟື້ນຟູຊີວິດການ
ເປັນຢູ່ຂອງປະຊາຊົນ 23,000 ກ່ວາຄົນໃນເຂດເມືອງບໍລິຄັນ, ແຂວງບໍລິຄໍາໄຊ ທີ່ໄດ້
ຮັບຜົນກະທົບຈາກໄພນໍ້າຖ້ວມດັ່ງກ່າວ.

ຂົວແຫ່ງນຶ່ງທີ່ແຂວງບໍລິຄໍາໄຊ ຖືກຕັດຂາດຍ້ອນນໍ້າຖ້ວມ ເມື່ອຕົ້ນເດືອນກໍລະກົດ, 2011
ຂົວແຫ່ງນຶ່ງທີ່ແຂວງບໍລິຄໍາໄຊ ຖືກຕັດຂາດຍ້ອນນໍ້າຖ້ວມ ເມື່ອຕົ້ນເດືອນກໍລະກົດ, 2011

ທັງໝົດນີ້ ຖືເປັນຄວາມຕ້ອງການສະເພາະໜ້າທີ່ປະຊາຊົນ
ໃນເຂດປະສົບໄພຕ້ອງການຈະໄດ້ຮັບການຊ່ວຍເຫຼືອຢ່າງ
ຮີບດ່ວນ, ສ່ວນໃນໄລຍະຕໍ່ຈາກນັ້ນກໍມີຄວາມຈຳເປັນ
ຢ່າງຍິ່ງທີ່ຈະຕ້ອງມີການບູລະນະຟື້ນຟູໂຄງຫລ່າງພື້ນຖານ
ຕ່າງໆ ໃຫ້ກັບຄືນມາໃຊ້ການໄດ້ຢ່າງປົກກະຕິ ດັ່ງທີ່ເຈົ້າ
ໜ້າທີ່ຂັ້ນສູງໃນກະຊວງແຮງງານ ໄດ້ໃຫ້ການຊີ້ແຈງວ່າ:

ໂດຍສະເພາະແມ່ນເຂດຊົນນະບົດຫ່າງໄກເຊັ່ນວ່າ
ຖະໜົນຫົນທາງກະຖືວ່າເຂົາເຈົ້າ ກະສະເໜີວ່າຢາກໄດ້ ເສັ້ນທາງທີ່ວ່າເຮັດແນວ
ໃດ ໃຫ້ສາມາດໄປຮອດໄປເຖິງເຂົາເຈົ້າ,​ ອັນທີ່ສອງກະແມ່ນເລື່ອງໄຟຟ້າ ຫຼືວ່າ
ອັນອື່ນໆ ກະມີຫຼາຍອັນ ໂດຍສະເພາະແມ່ນໂຮງຮຽນບໍ ທີ່ເຮັດໃຫ້ລູກຫຼານຂອງ
ພວກເຂົາເຈົ້າບໍ່ໄດ້ຮຽນ ຫຼືວ່າ ບັນຫາສຸກສາລາ ແລະບັນຫາຖົງຢາປະຈໍາບ້ານ
. ”

ນອກຈາກນັ້ນ ອີກກໍລະນີໜຶ່ງທີ່ທາງການລາວຈະຕ້ອງໃຫ້ການຊ່ວຍເຫຼືອຢ່າງຮີບດ່ວນທີ່ສຸດ
ໃນໄລຍະສະເພາະໜ້ານີ້ ກໍຄືການໃຫ້ການຊ່ວຍເຫຼືອຊາວກະສິກອນລາວ ໃຫ້ໄດ້ຢ່າງທົ່ວ
ເຖິງ ໂດຍບໍ່ວ່າຈະເປັນການຊ່ວຍເຫຼືອແນວພັນເຂົ້າສໍາລັບປູກທົດແທນໃນທີ່ນາທີ່ເສຍຫາຍ
ໄປຄືນໃໝ່ ແລະການສ້ອມແປງ​ຄອງຊົນລະປະທານກໍຕາມ. ຖ້າບໍ່ສະນັ້ນແລ້ວ ກໍຍ່ອມຈະ
ເຮັດໃຫ້ຜົນຜະລິດເຂົ້າໃນລາວຫຼຸດລົງຢ່າງແນ່ນອນ, ຊຶ່ງກໍຈະສົ່ງຜົນກະທົບເຮັດໃຫ້ເກີດ
ບັນຫາຂາດແຄນເຂົ້າກິນໃນປີໜ້າ ຢ່າງຫຼີກລ່ຽງບໍ່ໄດ້ນັ້ນເອງ.

XS
SM
MD
LG