ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຄາດໝາຍວ່າ ໄພນໍ້າຖ້ວມຈະເຮັດໃຫ້ ອັດຕາເງິນເຟີ້ ປັບຕົວສູງຂຶ້ນ


ຜົນເສຍຫາຍຈາກການທໍາລາຍຂອງນໍ້າຖ້ວມ ທີ່ເຊບັ້ງໄຟ ແຂວງຄໍາມ່ວນ
ຜົນເສຍຫາຍຈາກການທໍາລາຍຂອງນໍ້າຖ້ວມ ທີ່ເຊບັ້ງໄຟ ແຂວງຄໍາມ່ວນ

ນັກເສດຖະສາດລາວຄາດໝາຍວ່າ ໄພນໍ້າຖ້ວມຄັ້ງໃຫຍ່ ຈະເຮັດໃຫ້ອັດຕາເງິນເຟີ້ໃນ ລາວປັບຕົວສູງຂຶ້ນ ຊຶ່ງຈະສົ່ງຜົນກະທົບຕໍ່ການຄອງຊີບຂອງປະຊາຊົນລາວຢ່າງກວ້າງ ຂວາງໃນທົ່ວປະເທດ.

ທ່ານລິເບີ ສີບົວປາວ ຜູ້ອໍານວຍການສະຖາບັນວິໃຈເສດຖະກິດແຫ່ງຊາດລາວ ຖະແຫລງ
ໃຫ້ຄວາມຄິດເຫັນວ່າ ການທີ່ລາວໄດ້ປະສົບບັນຫາໄພນໍ້າຖ້ວມຄັ້ງໃຫຍ່ຢູ່ໃນຫຼາຍໆພື້ນທີ່
ນັບແຕ່ທ້າຍເດືອນມິຖຸນາເບັນຕົ້ນມາຈົນເຖິງປັດຈຸບັນນີ້ ບໍ່ພຽງແຕ່ຈະເຮັດໃຫ້ເກີດຄວາມ
ເສຍຫາຍຢ່າງຫລວາງຫຼາຍຕໍ່ຊັບສິນຂອງລັດຖະບານແລະເອກກະຊົນເທົ່ານັ້ນ ຫາກແຕ່
ຄວາມເສຍຫາຍດັ່ງກ່າວ ກໍຍັງຈະສົ່ງຜົນກະທົບຕໍ່ເນື່ອງ ເຮັດໃຫ້ປະຊາຊົນລາວຕ້ອງປະ
ເຊີນກັບສະພາວະເງິນເຟີ້ທີ່ຈະປັບຕົວສູງຂຶ້ນອີກດ້ວຍ.

ທັງນີ້ກໍ່ເນື່ອງຈາກວ່າ ໄພນໍ້າຖ້ວມຄັ້ງໃຫ່ຍທີ່ເກີດຂຶ້ນໃນເຂດແຂວງຊຽງຂວາງ ໄຊຍະບູລີ
ວຽງຈັນ ຫົວພັນ ບໍລິຄໍາໄຊ ແລະຄໍາມ່ວນນັ້ນ ນອກຈາກຈະເຮັດໃຫ້ຜະລິດຜົນການກະ
ເສດຕ້ອງເສຍຫາຍໄປຢ່າງຫລວງຫຼາຍແລ້ວ ການທີ່ລະບົບໂຄງລ່າງພື້ນຖານເຊ່ນ ຄອງ
ຊົນລະປະທານ ລະບົບສາຍສົ່ງກະແສໄຟຟ້າ ແລະລະບົບການສື່ສານຕ່າງໆ ໄດ້ຖືກກະ ແສນໍ້າພັດທໍາລາຍໄປຢ່າງກວ້າງຂວາງນັ້ນ ກໍຍັງນັບເປັນປັດໃຈສໍາຄັນ ທີ່ຈະເຮັດໃຫ້ຕົ້ນ
ທຶນການຂົນສົ່ງສິນຄ້າແພງຂຶ້ນ ແລະເມື່ອສິນຄ້າມີລາຄາແພງຂຶ້ນ ກໍຄືສາເຫດສໍາຄັນທີ່
ເຮັດໃຫ້ເກີດເປັນບັນຫາເງິນເຟື້ນັ້ນເອງ.

ການຂາຍຊີ້ນຢູ່ຕະຫລາດ
ການຂາຍຊີ້ນຢູ່ຕະຫລາດ

ລາຍງານຂອງສໍານັກງານແຫ່ງຊາດລາວ ກໍໄດ້ລະບຸວ່າ
ໃນຊ່ວງເດືອນພຶດສະພາທີ່ຜ່ານມາ ສະພາວະເງິນເຟີ້ໃນ
ລາວໄດ້ປັບຕົວສູງຂຶ້ນເຖິງ 9.7% ຊຶ່ງກໍເປັນຜົນຈາກການ
ທີ່ໄດ້ມີການປັບລາຄາສິນຄ້າອຸປະໂພກຂຶ້ນໃນອັດຕາສະ
ເລ່ຍເຖິງ14.7% ແລະໃນຂະນະດຽວກັນ ກໍມີການປັບຂຶ້ນ
ອັັດຕາຄ່າລົດໂດຍສານປະຈໍາທາງໃນອັດຕາສະເລ່ຍ 10.91% ໃນທົ່ວປະເທດ.

ເພາະສະນັ້ນ ເມື່ອຖືກສົມທົບດ້ວຍໄພນໍ້າຖ້ວມຄັ້ງໃຫຍ່ໃນຄັ້ງຫລ້າສຸດທີ່ໄດ້ກໍ່ໃຫ້ເກີດຜົນເສຍ
ຫາຍ ຢ່າງຫລວງຫລາຍໃນເວລານີ້ ກໍຍ່ອມທີ່ຈະເຮັດໃຫ້ເກີດເປັນບັນຫາເງິນເຟີ້ຕິດຕາມມາ
ແລະຜູ້ທີ່ຈະຕ້ອງປະເຊີນກັບບັນຫາດັ່ງກ່າວນີ້ຢ່າງຫລີກລ່ຽງບໍ່ໄດ້ ກໍຄືປະຊາຊົນລາວ ໃນທົ່ວ
ປະເທດນັ້ນເອງ.

ເງິນກີບຂອງລາວ
ເງິນກີບຂອງລາວ

ແຕ່ຢ່າງໃດກໍຕາມ ສໍາລັບທາງການລາວແລ້ວ ກໍຄາດຫວັງ
ວ່າ ຈະສາມາດຜ່ານຜ່າບັນຫາເງິນເຟີ້ໃນຄັ້ງນີ້ໄປໄດ້ ຄືກັບ
ຫລາຍໆຄັ້ງທີ່ຜ່ານມາ ດັ່ງທີ່ທ່ານສົມສະຫວາດ ເລັ່ງສະ
ຫວັດ ຮອງນາຍຍົກລັດຖະມົນຕີ ຜູ້ປະຈໍາການຄະນະລັດ
ຖະບານລາວ ໄດ້ຖະແຫລງຊີ້ແຈງພ້ອມທັງຍັງໄດ້ຮຽກຮ້ອງ
ໃຫ້ມີການປະກອບສ່ວນຈາກທຸກພາກສ່ວນໃນທົ່ວປະເທດ
ລາວວ່າ:

ຖ້າວ່າພວກເຮົາຍົກສູງຄວາມຮັບຜິດຊອບ ພວກເຮົາກໍຈະສາມາດຜ່ານຜ່າຄວາມຫຍຸ້ງ
ຍາກ ແລະສິ່ງທ້າທາຍຕ່າງໆ. ກົງກັນຂ້າມ ຖ້າພວກເຮົາຍັງເຮັດພໍໃຜພໍມັນ ບໍ່ເຊີດຊູນໍ້າ
ໃຈຮັບຜິດຊອບສູງ ບໍ່ປະສານສົມທົບກັນ ແມ່ນແນ່ນອນ ມັນຈະສົ່ງຜົນກະທົບທີ່ຮ້າຍແຮງ
ຕໍ່ຊີວິດແລະການເປັນຢູ່ຂອງປະຊາຊົນ ກໍຄືຕໍ່ສະຖຽນພາບ​ຂອງເສດຖະກິດແຫ່ງຊາດ
.”

ທາງດ້ານກະຊວງແຮງງານ ແລະສະຫວັດດີການສັງຄົມ ກໍໄດ້ລາຍງານຜົນການສໍາຫລວດ
ວ່າ ໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຂຶ້ນຢູ່ໃນເຂດແຂວງວຽງຈັນ ບໍລິຄໍາໄຊ ຊຽງຂວາງ ຫົວພັນ,
ຄໍາມ່ວນ ແລະໄຊຍະບຸລີ ໄດ້ເປັນຜົນເຮັດໃຫ້ປະຊາຊົນລາວເສຍຊີວິດໄປແລ້ວເຖິງ 17 ຄົນ. ສ່ວນຊັບສິນຂອງປະຊາຊົນແລະໂຄງລ່າງພື້ນຖານຕ່າງໆ ເຊ່ນຖະໜົນຄອງຊົນລະປະທານ
ເສົາໄຟຟ້າ ໂທລະສັບ ອາຄານສໍານັກງານຂອງລັດຖະບານ ແລະເຮືອນຊານຂອງປະຊາຊົນ
ນັ້ນ ກໍເສຍຫາຍໄປຄິດເປັນມູນຄ່າລວມເກືອບ 700 ຕື້ກີບ.

ໄພນໍ້າຖ້ວມທີ່ແຂວງໄຊຍະບູລີ
ໄພນໍ້າຖ້ວມທີ່ແຂວງໄຊຍະບູລີ

ເຂດທີ່ໄດ້ຮັບຜົນເສຍຫາຍທີ່ສຸດນັ້ນ ກໍຄືແຂວງຊຽງຂວາງ
ຊຶ່ງມີປະຊາຊົນນັບແສນຄົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າ
ຖ້ວມຄັ້ງນີ້ ຕິດຕາມດ້ວຍແຂວງໄຊຍະບູລີ ແຂວງວຽງຈັນ
ແຂວງບໍລິໄຊ ຄໍາມ່ວນ ແລະແຂວງຫົວພັນຕາມລໍາດັບ.

ນອກຈາກນັ້ນ ອີກກໍລະນີນຶ່ງ ທີ່ທາງການລາວຈະຕ້ອງໃຫ້
ການເຫລືອຢ່າງຮີບດ່ວນທີ່ສຸດ ໃນໄລຍະສະເພາະໜ້ານີ້ ກໍ
ຄືການໃຫ້ການຊ່ວຍເຫລືອກະສິກອນລາວ ໃນດ້ານແນວພັນເຂົ້າ ເພື່ອປູກທົດແທນໃນເນື້ອທີ່
ນາທີ່ເສຍຫາຍໄປ ແລະການສ້ອມແປງຄອງຊົນປະທານ ຫາກບໍ່ສະນັ້ນແລ້ວ ກໍຍ່ອມຈະເຮັດ
ໃຫ້ຜົນຜະລິດເຂົ້າຂອງລາວໃນປີນີ້ ຕ້ອງລົດລົງຈາກປີກາຍຢ່າງແນ່ນອນ.

XS
SM
MD
LG