ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວ່າ ໄພທໍາມະຊາດ ສົ່ງຜົນກະທົບ ຕໍ່ຄວາມໝັ້ນຄົງ ດ້ານສະບຽງອາຫານແລະ ການລົບລ້າງຄວາມທຸກຍາກ


ການຊ່ວຍເຫລືອຂອງບໍລິສັດເອກະຊົນແກ່ຜູ້ໄດ້ຮັບເຄາະຮ້າຍ ທີ່ແຂວງຄໍາມ່ວນ
ການຊ່ວຍເຫລືອຂອງບໍລິສັດເອກະຊົນແກ່ຜູ້ໄດ້ຮັບເຄາະຮ້າຍ ທີ່ແຂວງຄໍາມ່ວນ

ເຈົ້າໜ້າທີ່ຂັ້ນສູງຂອງລາວຍອມຮັບວ່າ ໄພທໍາມະຊາດທີ່ເພີ່ມຂຶ້ນໄດ້ສົ່ງຜົນກະທົບຕໍ່ແຜນ ການເສີມສ້າງຄວາມ ໝັ້ນຄົງດ້ານສະບຽງອາຫານ ແລະ ການລົບລ້າງຄວາມທຸກຍາກ ໃນລາວຢ່າງຫລີກລ່ຽງບໍ່ໄດ້.

ທ່ານ ສຸຊາດ ໄຊຍະກຸມານ ຮອງຫົວໜ້າຫ້ອງການກະຊວງກະສິກໍາ-ປ່າໄມ້ ຖະແຫຼງ
ຍອມຮັບວ່າ ການທີ່ລາວຕ້ອງປະເຊີນກັບໄພທໍາມະຊາດທຸກໆປີໂດຍສະເພາະແມ່ນໄພ
ແຫ້ງແລ້ງ ແລະໄພນໍ້າຖ້ວມ ທີ່ມີລະດັບຄວາມຮຸນແຮງຫຼາຍຂຶ້ນເລື້ອຍໆນັ້ນ ຖືເປັນປັດ
ໃຈທີ່ສໍາຄັນ ທີ່ສົ່ງຜົນກະທົບຕໍ່ແຜນການເສີມສ້າງຄວາມໝັ້ນຄົງດ້ານສະບຽງອາຫານ
ຂອງລາວຢ່າງຍິ່ງກັບທັງຈະສົ່ງຜົນກະທົບຕໍ່ເນື່ອງເຖິງແຜນການລົບລ້າງຄວາມທຸກຍາກ
ຂອງປະຊາຊົນລາວບັນດາເຜົ່າຢ່າງຫລີກລ່ຽງບໍ່ໄດ້ອີກດ້ວຍ.

ປາມີລາຄາແພງຂຶ້ນນັບມື້ ໃນທ້ອງຕະຫລາດລາວ
ປາມີລາຄາແພງຂຶ້ນນັບມື້ ໃນທ້ອງຕະຫລາດລາວ

ທັງນີ້ກໍ່ເນື່ອງຈາກວ່າໄພແຫ້ງແລ້ງ ແລະ
ໄພນໍ້າຖ້ວມນັ້ນ ນອກຈາກຈະສົ່ງຜົນກະ
ທົບເຮັດໃຫ້ການຜະລິດໃນພາກກະສິກໍາ
ຂອງລາວບໍ່ເປັນໄປຕາມເປົ້າໝາຍແຜນ
ການທີ່ວາງໄວ້ແລ້ວ ກໍຍັງເຮັດໃຫ້ເຮັດ
ຊາວກະສິກໍາທີ່ປະສົບໄພແຫ້ງແລ້ງແລະ
ໄພນໍ້າຖ້ວມດັ່ງກ່າວ ຕ້ອງທຸກຍາກຫຼາຍ
ຂຶ້ນກັບທັງຍັງຈະຕ້ອງແບກຮັບພາລະໜີ້
ສິນຫຼາຍຂຶ້ນນັບມື້ດ້ວຍ ນັ້ນເອງ.

ກໍລະນີທີ່ຊັດເຈນໃນເວລານີ້ ກໍຄືການທີ່ປາກົດວ່າ ມີປະຊາຊົນນັບແສນຄົນ ທີ່ແຂວງຄໍາ
ມ່ວນ, ສະຫວັນນະເຂດ, ແລະຈໍາປາສັກ ທີ່ໄດ້ຮັບຜົນກະທົບຢ່າງໜັກຈາກໄພນໍ້າຖ້ວມທີ່
ມາກັບພາຍຸນົກເຕັນ ເນື່ອງຈາກພຶ້ນທີ່ກະສິກໍາແລະທີ່ນາລວມກັນກ້ວາງກວ່າ 5 ໝື່ນເຮັກ
ຕາຖືກນໍ້າຖ້ວມ. ສ່ວນເຮືອນຊານຂອງປະຊາຊົນ, ອາຄານສໍານັກງານຕ່າງໆຂອງລັດຖະ
ບານ ແລະລະບົບພຶ້ນຖານໂຄງລ່າງຕ່າງໆ ຮວມເຖິງຄອງຊົນລະປະທານດ້ວຍນັ້ນກໍເສຍ
ຫາຍໄປຢ່າງຫຼວງຫຼາຍ.

ເຊິ່ງດ້ວຍຄວາມເສຍຫາຍຢ່າງຫຼວງຫຼາຍດັ່ງກ່າວນີ້ ຈຶ່ງບໍ່ພຽງແຕ່ຈະເຮັດໃຫ້ລັດຖະບານລາວ
ຈໍາເປັນທີ່ຈະຕ້ອງໃຊ້ຈ່າຍງົບປະມານອີກຢ່າງຫຼວງຫຼາຍເພື່ອຟື້ນຟູສະພາບຊີວິດການເປັນ
ຢູ່ຂອງຜູ້ປະສົບໄພນັບແສນຄົນໃຫ້ກັບຄືນສູ່ສະພາວະປົກກະຕິໃຫ້ໄວທີ່ສຸດອີກດ້ວຍ, ເຊິ່ງກໍ
ຖືວ່າເປັນບັນຫາທີ່ບໍ່ງ່າຍເລີຍດັ່ງທີ່ ທ່ານ ຄໍາມອນ ພົມພິທັກ ຫົວໜ້າພະແນກກະສິກໍາ-ປ່າ
ໄມ້ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໄດ້ຊີ້ແຈງເຖິງຄວາມຫຍຸ້ງຍາກກວ່າ:

ບ້ານເຮືອນທີ່ຖືກນໍ້າຖ້ວມໃນເຂດແຂວງຄໍາມ່ວນ ເມື່ອຕົ້ນເດືອນສິງຫາທີ່ຜ່ານມາ
ບ້ານເຮືອນທີ່ຖືກນໍ້າຖ້ວມໃນເຂດແຂວງຄໍາມ່ວນ ເມື່ອຕົ້ນເດືອນສິງຫາທີ່ຜ່ານມາ

“ຄັນຫາກວ່າຊິເຮັດນາຕ່າວນີ້ມັນກະມີ
ຄວາມສ່ຽງໜຶ່ງນັ້ນຖ້າວ່າເຮົາຕົກກ້າ
ແລ້ວປັກດໍາ ແລ້ວຈຸດໜຶ່ງກະ
ຢ້ານ
ນໍ້າຖ້ວມອີກ ເພາະວ່າເດືອນເກົ້າ,
ເດືອນສິບນີ້
ມັນເຄີຍຖ້ວມແຕ່ລະ
ປີມັນເ
ຄີຍຖ້ວມເນາະ ຈຸດນີ້ເນາະ
ຄວາມສ່ຽງນີ້
ໃນເມື່ອເຮົາປັກດໍາ
ແລ້ວ ຖ້າວ່າຟ້າຝົນບໍ່ອໍານວຍ
ເນາະເຂົ້າກໍາລັງສິພໍກ່ຽວ ຫຼືກໍາ
ລັງສິອອກຮວງນີ້ແລ້ວ
ຖືກນໍ້າ
ແຫ້ງກະຖືວ່າຈະບໍ່ມີອັນຮອງຮັບເນາະ ໂດຍສະເພາະແມ່ນນໍ້າຊົນລະປະທານ
.

ທາງດ້ານກະຊວງແຮງງານ ແລະສະຫວັດດີການສັງຄົມຂອງລາວ ໄດ້ລາຍງານວ່າ ໄພ ນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຂຶ້ນຢູ່ໃນເຂດແຂວງວຽງຈັນ, ບໍລິຄໍາໄຊ, ຊຽງຂວາງ ແລະໄຊຍະ
ບູລີ ເມື່ອທ້າຍເດືອນມີຖຸນານັ້ນ ໄດ້ເປັນຜົນເຮັດໃຫ້ປະຊາຊົນລາວເສຍຊີວິດໄປ 17 ຄົນ ສ່ວນຊັບສິນຂອງປະຊາຊົນ ແລະໂຄງລ່າງພື້ນຖານຕ່າງໆເຊັ່ນ ຖະໜົນຫົນທາງ, ຄອງ
ຊົນລະປະທານ,​ ເສົາໄຟຟ້າ, ເສົາໂທລະສັບ, ສຳນັກງານຂອງລັດຖະບານ ແລະເຮືອນ
ຂອງປະຊາຊົນນັ້ນຕ້ອງເສຍຫາຍໄປ ຄິດເປັນມູນຄ່າລວມກັນຫຼາຍກ່ວາ 700 ຕື້ກີບ.

ເຂດທີ່ໄດ້ຮັບຜົນເສຍຫາຍຫຼາຍທີ່ສຸດນັ້ນ ກໍຄືແຂວງຊຽງຂວາງ, ຊຶ່ງມີປະຊາຊົນນັບແສນ ຄົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງນີ້ ຕິດຕາມດ້ວຍແຂວງໄຊຍະບູລີ ແຂວງວຽງ
ຈັນແຂວງບໍລິໄຊ ຄໍາມ່ວນ ແລະແຂວງຫົວພັນຕາມລໍາດັບ.

ແຕ່ຢ່າງໃດກໍຕາມ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາ
ການຄະນະລັດຖະບານລາວ ກໍໄດ້ຖະແຫລງເຖິງເປົ້າໝາຍຂອງລັດຖະບານລາວຈາກ
ປັດຈຸບັນໄປຈົນເຖິງປີ 2015 ນັ້ນກໍຄື ການຮັບປະກັນການຜະລິດສະບຽງອາຫານໃຫ້ ພຽງພໍກັບການບໍລິໂພກພາຍໃນປະເທດ ແລະສາມາດເພີ້ມການສົ່ງອອກສິນຄ້າ ຊຶ່ງກໍຄື ການເພີ້ມຜົນຜະລິດເຂົ້າໃຫ້ບັນລຸ 4.2 ລ້ານໂຕນຕໍ່ປີ ກັບທັງຍັງສູ້ຊົນຜະລິດຊີ້ນໃຫ້ໄດ້
221,500 ໂຕນຕໍ່ປີ ແລະສັດນໍ້າໃຫ້ໄດ້ 157,200 ໂຕນຕໍ່ປີ ແລະຍັງສູ້ຊົນຜະລິດເຂົ້າ
ເພື່ອສົ່ງອອກໃຫ້ໄດ້ເຖິງ 1 ລ້ານໂຕນ ຕໍ່ປີ ພາຍໃນປີ 2015 ດັ່ງກ່າວອີກດ້ວຍ.

XS
SM
MD
LG