ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຊົນລາວ 1​ ລ້ານ ຄອບຄົວ ໃນທົ່ວປະເທດ ມີໄຟຟ້າໃຊ້


ສະຖານີກະຈາຍໄຟຟ້າ ຕັ້ງຢູ່ເຂດຊົນນະບົດແຫ່ງໜຶ່ງໃນ ສປປ ລາວ.
ສະຖານີກະຈາຍໄຟຟ້າ ຕັ້ງຢູ່ເຂດຊົນນະບົດແຫ່ງໜຶ່ງໃນ ສປປ ລາວ.

ປະຊາຊົນ ລາວ ຫຼາຍກວ່າ 1 ລ້ານຄອບຄົວ ຫຼື 90 ເປີເຊັນຂອງ ຄອບຄົວທັງໝົດ ໃນທົ່ວປະເທດໄດ້ຊົມໃຊ້ໄຟຟ້າຢ່າງຖາວອນແລ້ວ ຈຶ່ງຍັງເຫຼືອອີກ 120,000 ກວ່າຄອບຄົວທີ່ຍັງບໍ່ໄດ້ຊົມໃຊ້ໄຟຟ້າ.

ທ່ານ ສີສະຫວາດ ທິຣະລົງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າ ລາວ ຖະແຫຼງວ່າ ການຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້າໃນປະຈຸບັນໄດ້ໄປເຖິງ ປະຊາຊົນ ລາວ ແລ້ວ 1,010,100 ຄອບຄົວ ຄິດເປັນ 90 ເປີເຊັນຂອງຈຳນວນ ຄອບຄົວທັງ ໝົດໃນທົ່ວປະເທດ ລາວ ຈຶ່ງເຮັດໃຫ້ຍັງເຫຼືອອີກ 122,800 ກວ່າ ຄອບຄົວທີ່ຈະຕ້ອງດຳເນີນການຂະຫຍາຍຕາ ໜ່າງສາຍສົ່ງກະແສໄຟຟ້າໄປໃຫ້ ເຖິງທັງໝົດພາຍໃນປີ 2020 ຕໍ່ໄປ.

ທ່ານ ສີສະຫວາດ ໄດ້ສະແດງຄວາມໝັ້ນໃຈວ່າຈະສາມາດຂະຫຍາຍຕາໜ່າງ ສົ່ງກະແສໄຟ ຟ້າໄປໃຫ້ປະຊາຊົນ ລາວ ໄດ້ຊົມໃຊ້ຢ່າງທົ່ວເຖິງທັງ 100 ເປີເຊັນ ເຕັມພາຍໃນປີ 2020 ໄດ້ ຢ່າງແນ່ນອນເນື່ອງຈາກວ່າທາງການ ລາວ ທັງໃນ ລະດັບສູນກາງ ແລະ ລະດັບທ້ອງຖິ່ນໄດ້ ລົງນາມໃນບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບບັນດາບໍລິສັດເອກະຊົນ ລາວ ແລະ ຕ່າງ ຊາດກ່ຽວກັບ ການພັດທະນາແຫຼ່ງພະລັງງານໄຟຟ້າໄປແລ້ວຈຳນວນທັງໝົດ 357 ໂຄງການ ໃນທົ່ວປະເທດໂດຍມີກຳລັງຕິດຕັ້ງລວມເຖິງ 26,147 ເມກາວັດ ແລະ ຄິດເປັນ ກຳລັງການ ຜະລິດກະແສໄຟ້ຟ້າລວມກັນໄດ້ເຖິງ 115,118 ລ້ານກິໂລວັດຕໍ່ ຊົ່ວໂມງຕໍ່ປີ.

ໂດຍການລົງນາມໃນ MOU ດັ່ງກ່າວນີ້ທາງການ ລາວ ໄດ້ວາງເປົ້າໝາຍໄວ້ວ່າ ຈົນເຖິງທ້າຍ ປີ 2019 ຈະມີເຂື່ອນໄຟຟ້າສ້າງແລ້ວສຳເລັດເພີ່ມຂຶ້ນອີກ 45 ໂຄງການຊຶ່ງຈະເຮັດໃຫ້ ລາວ ມີເຂື່ອນທີ່ຜະລິດໄຟຟ້າເຖິງ 80 ໂຄງການໂດຍ ມີກຳລັງຕິດຕັ້ງລວມ 10,000 ເມກາວັດ ແລະ ຄິດເປັນກຳລັງການຜະລິດ ກະແສໄຟຟ້າໄດ້ເກືອບ 50,000 ລ້ານກິໂລວັດຕໍ່ຊົ່ວໂມງໃນປີ 2019 ຊຶ່ງຖືເປັນ ບາດກ້າວສຳຄັນຂອງການພັດທະນາ ລາວ ໃຫ້ເປັນຜູ້ສົ່ງອອກພະລັງງານ ໄຟຟ້າ ລາຍໃຫຍ່ ຫຼື ເປັນໝໍ້ໄຟຂອງເອເຊຍ ໃນໄລຍະຕໍ່ໄປ.

ທາງດ້ານທ່ານ ດາວວົງ ພອນແກ້ວ ຫົວໜ້າກົມນະໂຍບາຍ ແລະ ແຜນການ ພະລັງງານກະ ຊວງພະລັງງານ ແລະ ບໍ່ແຮ່ ຢືນຢັນວ່າລັດຖະມົນຕີພະລັງງານ ຈາກ ລາວ, ໄທ, ມາເລເຊຍ ແລະ ສິງກະໂປ ມີກຳນົດທີ່ຈະຮ່ວມກັນລົງນາມໃນ MOU ວ່າດ້ວຍການເຊື່ອມຕໍ່ລະບົບສາຍ ສົ່ງກະແສໄຟຟ້າລະຫວ່າງກັນໃນມໍ່ໆນີ້ ຊຶ່ງກ່ອນໜ້ານີ້ທາງການຂອງທັງ 4 ປະເທດກໍໄດ້ຈັດ ທຳຂໍ້ຕົກລົງຮ່ວມກັນສຳເລັດ ແລ້ວ ໂດຍປະກອບມີເນື້ອໃນສຳຄັນ 4 ດ້ານດ້ວຍກັນກໍຄືດ້ານ ເທັກນິກດ້ານ ພາສີອາກອນ, ດ້ານລະບຽບກົດໝາຍ ແລະ ດ້ານການບໍລິຫານທີ່ຈະຖືເປັນຫຼັກ ການປະຕິບັດຕໍ່ໄປ ທັ້ງຍັງຈະຖືເປັນຕົ້ນແບບຂອງການປະຕິບັດແຜນການ ຮ່ວມມືດ້ານພະ ລັງງານຂອງ ອາຊຽນ ຫຼຶ ASEAN Power Grid ອີກດ້ວຍ.

ກ່ອນໜ້ານີ້ ກອງປະຊຸມຄະນະກຳມະທິການຮ່ວມ ວ່າດ້ວຍການຮ່ວມມື ລາວ ແລະ ໄທ ຄັ້ງທີ 19 ຢູ່ນະຄອນຫຼວງວຽງຈັນ ເມື່ອທ້າຍເດືອນມັງກອນ 2015 ທີ່ມີລັດຖະມົນຕີວ່າການຕ່າງປະ ເທດທັງສອງຝ່າຍເປັນປະທານຮ່ວມກັນນັ້ນ ທາງການ ໄທ ກໍໄດ້ໃຫ້ການຢືນຢັນວ່າຈະຍັງຄົງ ຮັບຊື້ພະລັງງານໄຟຟ້າຕາມ ສັນຍາທີ່ໄດ້ຕົກລົງໄວ້ກັບ ລາວ ໃນປະລິມານລວມ 7,000 ເມກາ ວັດ ເປັນເວລາ 25 ປີນັບຈາກປີ 2016 ເປັນຕົ້ນໄປ.

ໃນປະຈຸບັນນີ້ມີເຂື່ອນທີ່ຜະລິດກະແສໄຟຟ້າໃນ ລາວ ແລ້ວນຳນວນ 35 ໂຄງການສ່ວນທີ່ກຳ ລັງຢູ່ໃນລະຫວ່າງດຳເນີນການກໍ່ສ້າງນັ້ນມີຢູ່ 45 ໂຄງການ ແລະ ອີກ 300 ກວ່າໂຄງການຢູ່ ໃນຂັ້ນຕອນຂອງການສຶກສາສຳຫຼວດອອກແບບ ຫຼື ສະແຫວງຫາເງິນທຶນທີ່ຈະນຳໃຊ້ໃນການ ກໍ່ສ້າງຕໍ່ໄປ.

ທັງນີ້ໂດຍຈາກການສຶກສາໃນໄລຍະທີ່ຜ່ານມາ ພົບວ່າການກໍ່ສ້າງເຂື່ອນໃນ ລາວ ຢ່າງເຕັມ ກຳລັງນັ້ນຈະເຮັດໃຫ້ສາມາດຜະລິດພະລັງງານໄຟຟ້າໄດ້ລວມກັນລະຫວ່າງ 28,000 ເຖິງ 30,000 ເມກາວັດທັງກໍຍັງຈະສົ່ງຜົນດີຕໍ່ການພັດທະນາເພື່ອລົງລ້າງບັນຫາຄວາມທຸກຍາກ ຂອງປະຊາຊົນ ລາວ ບັນດາເຜົ່າທີ່ຢູ່ໃນເຂດຊົນນະບົດອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ໃຫ້ການຊີ້ແຈງວ່າ

“ການພັດທະນາໄຟຟ້າຢູ່ ສປປ ລາວ ສ່ວນໃຫຍ່ແມ່ນໄຟຟ້ານ້ຳຕົກຊຶ່ງຈັດເປັນ ພະລັງງານ ໃນກຸ່ມແຫຼ່ງພະລັງງານທີ່ສະອາດ ແລະ ມີຜົນກະທົບນ້ອຍຕໍ່ສິ່ງ ແວດລ້ອມທຳມະຊາດ ແລະ ສັງຄົມ ພ້ອມກັນນັ້ນຍັງໄດ້ປະກອບສ່ວນອັນໃຫຍ່ ຫຼວງຕໍ່ການພັດທະນາທ້ອງຖິ່ນຊົນນະ ບົດໄປໃນຕົວ ເປັນການປະກອບສ່ວນ ສ້າງລາຍຮັບແຫ່ງຊາດຈາກການຂາຍໄຟຟ້າໃນແຕ່ ລະປີໄດ້ຫຼາຍພໍສົມຄວນ ແລະ ເປັນການຊ່ວຍໃຫ້ຂະແໜງອື່ນໆໄດ້ຮັບການພັດທະນາອີກ ດ້ວຍ."

ທັງນີ້ໂດຍກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ວາງແຜນການຈະຜະລິດພະລັງງານໄຟຟ້າໃຫ້ ເພີ່ມຂຶ້ນຈາກ 3,300 ເມກາວັດໃນປະຈຸບັນເປັນບໍ່ນ້ອຍກວ່າ 12,500 ເມກາວັດພາຍໃນປີ 2020 ຕໍ່ໄປ.

XS
SM
MD
LG