ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ. ​ໂມ​ຊຳ​ບິກ ວ່າ ມີຫຼາຍກວ່າ 1,000 ຄົນ ​ເສຍ​ຊີ​ວິດ ຫຼັງຈາກ​​ໄຊໂຄ​ລນ ພັດ​ເຂົ້າ​ປະ​ທະ​ຂົງ​ເຂດ


ພວ​ກ​ຜູ້​ຊາຍ​ພາ​ກັນ​ຫາມ​ສົບ ໄປ​ຕາມ​ແຄມ​ແມ່​ນ້ຳ Ngangu ​ເມືອງ Chimanimani, ແຂວງ Manicaland,​ ທາງພາກ​ຕາ​ເວັນ​ອອກ​ຂອງ ຊິມ​ບັບ​ເວ, ຫຼັງ​ຈາກ​ທີ່​​​ໄຊໂຄ​ລນ ອີ​ແ​ດ ພັດ​ເຂົ້າ​ຖະ​ຫຼົ່ມ.
ພວ​ກ​ຜູ້​ຊາຍ​ພາ​ກັນ​ຫາມ​ສົບ ໄປ​ຕາມ​ແຄມ​ແມ່​ນ້ຳ Ngangu ​ເມືອງ Chimanimani, ແຂວງ Manicaland,​ ທາງພາກ​ຕາ​ເວັນ​ອອກ​ຂອງ ຊິມ​ບັບ​ເວ, ຫຼັງ​ຈາກ​ທີ່​​​ໄຊໂຄ​ລນ ອີ​ແ​ດ ພັດ​ເຂົ້າ​ຖະ​ຫຼົ່ມ.

ມີຫລາຍກວ່າ 1,000 ຄົນ ທີ່​ເຊື່ອ​ກັນ​ວ່າ ໄດ້​ເສຍ​ຊີ​ວິດ ໃນປະ​ເທດໂມ​ຊຳ​ບິກ ຫຼັງຈາກ​ທີ່ພາ​ຍຸໄຊໂຄ​ລນ ໄດ້​ພັດເຂົ້າ​ປະ​ທະ​ປະ​ເທດດັ່ງ​ກ່າວ ໃນ​ພາກ​ໃຕ້​ຂອງ​ທະ​ວີບອາຟ​ຣິ​ກາ ​ເມື່ອ​ສັບ​ປະ​ດາ​ແລ້ວ​ນີ້ ຊຶ່ງ​ປະ​ທາ​ນາ​ທິ​ບໍ​ດີ ​ຂອງ​ປະ​ເທດ​ດັ່ງ​ກ່າວ ໄດ້​ຖະ​ແຫຼງ​ໃນ​ວັນ​ຈັນ​ວານ​ນີ້.

​ພາ​ຍຸໄຊໂຄ​ລນ ອີ​ແ​ດ ໄດ້​ພັດ​ເຂົ້າ​ປະ​ທະເມືອງເບ​ຣາ ​ຊຶ່ງ​ເປັນ​ເມືອງ​ທ່າ​ ມະ​ຫາ​ສະ​ໝຸດ​ອິນ​ເດຍ ໃນເຂດ​ແຄມ​ຝັ່ງ​ທະ​ເລ​ທາງ​ພາກ​ກາງ​ຂອງ​ໂມ​ຊຳ​ບິກ, ​ໃນວັນ​ທີ 14 ມີ​ນາຜ່ານ​ມາ​ນີ້ ຊຶ່ງ​ມີ​ລົມ​ແຮງ​ເກືອບ​ 200 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ. ຫຼັງ​ຈາກ​ນັ້ນ ​ກໍ​ໄດ້ພັດ​ເຂົ້າ​ຖະ​ຫຼົ່ມ ຂົງ​ເຂດ​ຊິມ​ມາ​ນີ​ມາ​ນີ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຊິມ​ບັບ​ເວ ແລະປະ​ເທດ​ມາ​ລາ​ວີ. ພາ​ຍຸ​ດັ່ງ​ກ່າວ​ ໄດ້ນຳ​ເອົາ​ລົມ​ແຮງ​ແລະ​ເຮັດ​ໃຫ້​ຝົນ​ຕົກ​ໜັກ ຊຶ່ງ​ພາ​ໃຫ້​ເກີດ​ນ້ຳ​ຖ້ວມ​ຢ່າງ​ກະ​ທັນ​ຫັນ ທີ່​ພັດ​ເອົາ​ຖະ​ໜົນ​ຫົນ​ທາງ​ແລະ​ບ້ານ​ເຮືອນ​ໄປ​ນຳ​.

“ໃນ​ຂະ​ນະ​ນີ້, ພວກ​ເຮົາ​ໄດ້​ລົງ​ທະ​ບຽນ​ ຢ່າງ​ເປັນ​ທາງ​ການ​ໄວ້​ວ່າ ມີ 84 ຄົນ​ເສຍ​ຊີ​ວິດ​ແລ້ວ, ແຕ່​ວ່າຕອນ​ທີ່​ພວກ​ເຮົາ​ບິນກວດ​ກາ ​ຂ້າມ​ຜ່ານ​ຂົງ​ເຂດ…ໃນ​ເຊົ້າ​ມື້​ນີ້ ເພື່ອ​ໃຫ້​ເຂົ້າ​ໃຈ​ເຖິງ​ສະ​ຖາ​ນະ​ການ ທຸກ​ສິ່ງ​ຢ່າ​ງໄດ້ຊີ້​ໃຫ້​ເຫັນ​ວ່າ ພວກ​ເຮົາ​ສາ​ມາດ​ບັນ​ທຶກ​ໄດ້​ວ່າ ມີຜູ້​ເສຍ​ຊີ​ວິດ ຫລາຍກວ່າ 1,000 ຄົນ,” ​ນັ້ນ​ຄື​ຄຳເວົ້າ​ຂອງ ​ປະ​ທາ​ນາ​ທິ​ບໍ​ດີ​ໂມ​ຊຳ​ບິກ ທ່ານ Filipe Nyusi ທີ່​ໄດ້ຖະ​ແຫຼງ​ທາງ​ວິ​ທະ​ຍຸກະ​ຈາຍສຽງແຫ່ງ​ຊາດ ຂອງໂມ​ຊຳ​ບິກ.

“ນີ້​ແມ່ນ​ ຄວາມ​ຫາຍະນະ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ແທ້​ຈິງ…ມີຜູ້​ຄົນຫລາຍກວ່າ 100,000 ຄົນ ຕົກ​ຢູ່​ໃນ​ອັນ​ຕະ​ລາຍ,” ຊຶ່ງ​ທ່ານ​ໄດ້​ກ່າວ​ເພີ້ມຕື່ມ.

ໄຊໂຄ​ລນ​ຫົວ​ນີ້ ​ໄດ້ນຳ​ເອົາ​ລົມ​ແຮງ​ແລະຝົນ​ຕົກ​ໜັກມາ​ສູ່​ຂົງ​ເຂດ ເຮັດ​ໃຫ້​ເກີດ​ນ້ຳ​ຖ້ວມ​ຢ່າງກະ​ທັນ​ຫັນ ​ພັດ​ເອົາເຮືອນຊານ​ແລະຖະ​ໜົນ​ຫົນ​ທາງ. ຍັງ​ຜົນ​ໃຫ້​ມີ 215 ​ຄົນ​ເສຍ​ຊີ​ວິດໃນ​ສາມ​ປະ​ເທດ, ອີງ​ຕາມ​ຄຳ​ເວົ້າ​ຂອງເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ໄວ້.

ທ່ານ​ເຈ​ມີ ເລີ​ເຊີກ​ຣ໌ (Jamie LeSueur) ຜູ້​ຊຶ່ງ​ໄດ້ນຳ​ພາຄະ​ນະສະ​ຫະ​ພັນກາ​ແດງ​ສາ​ກົນ ແລະວົງ​ເດືອນ​ແດງ ຫຼື (IFRC)​ ເຂົ້າ​ໄປ​ຍັງ​ເຂດເບ​ຣາ ໄດ້​ກ່າວ​ ວ່າ ການ​ທຳ​ລາຍແມ່ນວ່າ “​ຢູ່​ໃນສະ​ພາບ​ທີ່ຮ້າຍ​ແຮງແລະ​ໜ້າ​ຢ້ານ​ກົວ​ທີ່​ສຸດ.”

90 ເປີ​ເຊັນ​ຂອງເມືອງ ​ທີ່​ມີ​ປະ​ຊາ​ຊົນປະ​ມານ 530 ພັນ ຄົນ ແລະ​ເຂດ​ອ້ອມ​ແອ້ມ “ແມ່ນ​ໄດ້​ຮັບ​ຄວາມເສຍ​ຫາຍ ຫຼື​ບໍ່ ກໍ​ຖືກ​ທຳ​ລາຍ​ໝົດ,” ​ນັ້ນ​ແມ່ນຖ້ອຍ​ຄຳ​ຂອງ​ຢູ່ໃນ​ລາຍ​ງານ​ສະ​ບັບ​ນຶ່ງ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG