ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການ NATO ທ. ສໂຕລເທັນເບີກ ຜູ້ທີ່ໃກ້ຈະພົ້ນຈາກຕຳແໜ່ງ ຢ້ຽມ​ຢາມທຳນຽບຂາວ ໃນວັນຈັນມື້ນີ້


ແຟ້ມພາບ - ເລຂາທິການໃຫຍ່ ອົງການ NATO ເຈັນສ໌ ສໂຕລເທັນເບີກ ກ່າວຖະແຫລງໃນລະຫວ່າງກອງປະຊຸມສື່ມວນຊົນ ພາຍຫຼັງຈາກທີ່ພົບປະກັບບັນດາລັດຖະມົນຕີ ການຕ່າງປະເທດ ໃນນະຄອນຫຼວງ ອັອສໂລ ຂອງນໍເວ, ວັນທີ 1 ມິຖຸນາ 2023.
ແຟ້ມພາບ - ເລຂາທິການໃຫຍ່ ອົງການ NATO ເຈັນສ໌ ສໂຕລເທັນເບີກ ກ່າວຖະແຫລງໃນລະຫວ່າງກອງປະຊຸມສື່ມວນຊົນ ພາຍຫຼັງຈາກທີ່ພົບປະກັບບັນດາລັດຖະມົນຕີ ການຕ່າງປະເທດ ໃນນະຄອນຫຼວງ ອັອສໂລ ຂອງນໍເວ, ວັນທີ 1 ມິຖຸນາ 2023.

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ມີກຳນົດຈະພົບປະກັບ ເລຂາທິການໃຫຍ່ອົງການເນໂຕ້ ຜູ້ທີ່ກຳລັງຈະພົ້ນຈາກຕຳແໜ່ງ ທ່ານເຈັນສ໌ ສໂຕລເທັນເບີກ ຢູ່ທີ່ທຳນຽບຂາວ ໃນວັນຈັນມື້ນີ້ ຂະນະທີ່ການເຄື່ອນໄຫວເພື່ອຮັບປະກັນຜູ້ສືບທອດຕຳແໜ່ງຂອງທ່ານສໂຕລເທັນເບີກ ພວມເຂັ້ມ​ຂຸ້ນຂຶ້ນ.

ໃນຂະນະດຽວກັນ ທຳນຽບຂາວ ກ່າວວ່າ ວາລະທີ່ເປັນທາງການ ສຳລັບການພົບປະກັນນັ້ນ ກໍແມ່ນເພື່ອປຶກສາຫາລື ກ່ຽວກັບກອງປະຊຸມສຸດຍອດ ຂອງກຸ່ມພັນທະມິດ ທີ່ໃກ້ຈະມາເຖິງນີ້ ໃນເດືອນກໍລະກົດ ຢູ່ທີ່ນະຄອນຫຼວງວິລນຽສ ຂອງລີທົວເນຍ ຊຶ່ງເລື້ອງຂອງຜູ້ທີ່ຈະເຂົ້າມາດຳລົງຕຳແໜ່ງຂອງອົງການເນໂຕ້ ໃນລະຫວ່າງຊ່ວງໄລຍະທີ່ຫຍຸ້ງຍາກໃນຮອບ 74 ປີ ຂອງປະຫວັດສາດອົງການເນໂຕ້ນັ້ນ ຈະບໍ່ມີຄວາມສົງໄສເລີຍວ່າ ຈະເປັນເລື້ອງນຳໜ້າແລະເປັນສູນກາງ ຂະນະທີ່ກຸ່ມພັນທະມິດນີ້ ປະເຊີນກັບສົງຄາມຂອງຣັດເຊຍໃນຢູເຄຣນ ທີ່ກຳລັງມີຢູ່ຕໍ່ເນື່ອງ.

ທ່ານສໂຕລເທັນເບີກ ອະດີດນາຍົກລັດຖະມົນຕີຂອງນໍເວ ເປັນຫົວໜ້າອົງການເນໂຕ້ມາຍາວນານທີ່ສຸດ ໃນຍຸກສະໄໝນຶ່ງ ແລະໄດ້ສືບຕໍ່ດຳລົງຕຳແໜ່ງສາມຄັ້ງ ນັບຕັ້ງແຕ່ເຂົ້າຮັບຕຳແໜ່ງໃນປີ 2014. ໃນເດືອນກຸມພາ ປີນີ້ ໂຄສົກຂອງທ່ານ ໄດ້ກ່າວວ່າ ທ່ານຈະລາອອກຈາກຕຳແໜ່ງ ເມື່ອສະໄໝຕຳແໜ່ງໃນປັດຈຸ ບັນຂອງທ່ານ ສິ້ນສຸດລົງໃນເດືອນຕຸລາ.

ທ່ານສໂຕລເທັນເບີກ ໄດ້ຖືກຍອມຮັບຢ່າງກວ້າງຂວາງສຳລັບການຄຸ້ມຄອງໃນຄວາມສຳພັນຂ້າມມະຫາສະໝຸດແອນແລນຕິກ ທີ່ບໍ່ຄ່ອຍດີ ລະຫວ່າງອະດີດປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ກັບບັນດາປະເທດພັນທະມິດຂອງຢູໂຣບ ກ່ຽວກັບເລື້ອງການໃຊ້ຈ່າຍ ໃນດ້ານປ້ອງກັນປະເທດ, ການຖອນກອງກຳລັງຂອງອົງການເນໂຕ້ ອອກຈາກອັຟການິສຖານ ໃນເດືອນສິງຫາ 2021 ແລະ ການກຳກັບເບິ່ງແຍງໃນການຕອບໂຕ້ຂອງກຸ່ມພັນທະມິດ ຕໍ່ການບຸກລຸກຢູເຄຣນຂອງມົສກູ. ຄວາມປະສົງຂອງທ່ານ ກ່ຽວກັບຜູ້ສືບທອດຕຳແໜ່ງແມ່ນມີນ້ຳໜັກຫຼາຍ ແລະທ່ານໄບເດັນ ຄາດວ່າ ຈະປຶກສາຫາລືກັບທ່ານໃນເລື້ອງນີ້.

U.S. President Joe Biden is set to meet outgoing NATO Secretary-General Jens Stoltenberg at the White House Monday as jockeying to secure Stoltenberg's successor intensifies.

While the White House says the official agenda for the meeting is to discuss the alliance's upcoming July summit in Vilnius, Lithuania, the issue of who will be next at NATO's helm during this difficult period in its 74-year history will no doubt be front and center, as the alliance faces Russia's ongoing war in Ukraine.

Stoltenberg, a former Norwegian prime minister, is the longest-running NATO chief in a generation and has had his tenure extended three times since taking the job in 2014. In February, his spokesperson said he will leave office when his current term ends in October.

Stoltenberg is widely credited for managing rocky transatlantic relations between former U.S. President Donald Trump and European allies over defense spending, the withdrawal of NATO forces from Afghanistan in August 2021, and overseeing the alliance's response to Moscow's invasion of Ukraine. His preference about his successor carries weight and Biden is expected to consult with him.

XS
SM
MD
LG