ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໄບເດັນ ຊີ້ແຈງກ່ຽວກັບການສຸມໃສ່ຟື້ນໄຟປ່າຢູ່ທາງທິດຕາເວັນຕົກ ໃນຈໍານວນເງິນ 3.5 ລ້ານລ້ານໂດລາ


ປະທານາທິບໍດີໂຈ ໄບເດັນ ເວົ້າກ່ຽວກັບໄຟປ່າທີ່ເກີດຂຶ້ນເມື່ອໄວໆນີ້ ທີ່ສະໜາມບິນຊາຄຣາເມັນໂຕ ມາເທີ, ໃນເມືອງມາເທີມ ລັດແຄຣິຟໍເນຍ. ວັນທີ 13 ກັນຍາ, ປີ 2021.
ປະທານາທິບໍດີໂຈ ໄບເດັນ ເວົ້າກ່ຽວກັບໄຟປ່າທີ່ເກີດຂຶ້ນເມື່ອໄວໆນີ້ ທີ່ສະໜາມບິນຊາຄຣາເມັນໂຕ ມາເທີ, ໃນເມືອງມາເທີມ ລັດແຄຣິຟໍເນຍ. ວັນທີ 13 ກັນຍາ, ປີ 2021.

Out West, Biden Points to Wildfires to Push for $3.5T Rebuild, No. 3

ໂດຍໄປພາກຕາເວັນຕົກນັ້ນ ທ່ານ ໄບເດັນຊີ້ໃສ່ໄຟໄໝ້ປ່າ ເພື່ອຜັກດັນ ໃຫ້ຮັບຮອງເອົາແຜນກໍ່ສ້າງຄືນໃໝ່ມູນຄ່າ 3 ພັນ 500 ຕື້ໂດລາ

ປະທານາທິບໍດີໂຈໄບເດັນ ໃນວັນຈັນວານນີ້ ໄດ້ເດີນທາງໄປພາກຕາເວັນຕົກຂອງປະເທດເປັນເທື່ອທຳອິດ ນັບຕັ້ງແຕ່ທ່ານເຂົ້າຮັບຕຳແໜ່ງມາ ເພື່ອໃຊ້ການສະກັດກັ້ນໄຟໄໝ້ປ່າ ທີ່ແຜ່ລາມໄປທົ່ວພາກພື້ນ ເປັນເຫດຜົນໂຕ້ຖຽງປ້ອງກັນເອົາແຜນການກໍ່ສ້າງຄືນໃໝ່ ທີ່ມີມູນຄ່າ 3 ພັນ 500 ຕື້ໂດລາ, ໂດຍເອີ້ນໄຟ
ໄໝ້ຕະຫຼອດປີ ແລະສະພາບອາກາດທີ່ຮຸນແຮງອື່ນໆວ່າ ເປັນຄວາມຈິງຂອງການປ່ຽນແປງຂອງດິນຟ້າອາກາດທີ່ປະເທດຊາດບໍ່ສາມາດທີ່ຈະເມີນເສີຍອີກຕໍ່ໄປໄດ້ແລ້ວ, ອີງຕາມອົງການຂ່າວ AP.

"ແມ່ນແຕ່ເພື່ອນຂອງຂ້າພະເຈົ້າທີ່ບໍ່ຄ່ອຍເຊື່ອໃນເລື້ອງນີ້ປານໃດ ໃນທັນທີທັນ ໃດກໍມີການຮຽກເອີ້ນຂອງພະເຈົ້າ," ນັ້ນຄືຄໍາເວົ້າຂອງທ່ານໄບເດັນທີ່ກ່າວເຖິງຜູ້ທີ່ໄດ້ພະຍາຍາມຫຼຸດຜ່ອນຄວາມສ່ຽງທີ່ເກີດຈາກການປ່ຽນແປງດິນຟ້າອາກາດ. "ພວກເຂົາເຈົ້າໄດ້ເຫັນພຣະຜູ້ເປັນເຈົ້າແລ້ວ."

ໃນການຢຸດແວ່ຢູ່ໃນລັດໄອດາໂຮ ແລະລັດຄາລິຟໍເນຍນັ້ນ, ທ່ານໄບເດັນໄດ້ສະ ແຫວງຫາການສະໜັບສະໜູນ ຕໍ່ແຜນການສ້າງສາຄືນໃໝ່ທີ່ຍິ່ງໃຫຍ່ຂອງທ່ານ ໂດຍກ່າວວ່າທຸກໂດລາທີ່ໃຊ້ເຂົ້າໃນການສ້າງ "ຄວາມທົນທານ" ຈະຊ່ວຍປະຢັດເງິນທີ່ຕ້ອງໃຊ້ຈ່າຍໃນອະນາຄົດໄດ້ 6 ໂດລາ. ແລະທ່ານກ່າວວ່າ ການສ້າງສາຄືນໃໝ່ ແມ່ນຕ້ອງນອກເໜືອໄປຈາກການເຮັດພຽງແຕ່ເພື່ອຟື້ນຟູລະບົບທີ່ເສຍຫາຍໄປເທົ່ານັ້ນ ແລະຈະຕ້ອງເປັນການຮັບປະກັນວ່າ ປະຊາຄົມສາມາດຕ້ານ ທານກັບສະພາບອາກາດທີ່ຮ້າຍແຮງໄດ້, ເຊິ່ງຈະບໍ່ເກີດຂຶ້ນໂດຍອີງໃສ່ອຸດົມການຂອງພັກຝ່າຍດຽວ.
ທ່ານກ່າວຢູ່ໃນນະຄອນບອຍຊີ, ລັດໄອດາໂຮວ່າ "ມັນບໍ່ແມ່ນເປັນເລື້ອງຂອງພັກເດໂມແຄຣັດເລີຍ. ມັນບໍ່ແມ່ນເປັນເລື້ອງຂອງພັກຣີພັບບລິກັນ. ມັນເປັນເລື່ອງຂອງສະພາບອາກາດ," "ມັນເປັນຄວາມຈິງ. ມັນຮ້າຍແຮງຫລາຍ ແລະພວກເຮົາສາມາດເຮັດສິ່ງນີ້ໄດ້."

ການໄປທາງຕາເວັນຕົກເປັນເວລາສອງມື້ຂອງທ່ານປະທານາທິບໍດີແມ່ນເກີດຂຶ້ນຢູ່ໄລຍະຫົວລ້ຽວຫົວຕໍ່ທີ່ສໍາຄັນທີ່ສຸດ ສໍາລັບສິ່ງຄໍ້າຈຸນທີ່ເປັນສູນກາງຂອງນະໂຍ ບາຍທາງນິຕິບັນຍັດຂອງທ່ານ. ບັນດາສະມາຊິກສະພາ ຢູ່ທີ່ຫໍລັດຖະສະພາກຳ ລັງເຮັດວຽກ ເພື່ອຮວບຮວມເອົາລາຍລະອຽດຂອງແຜນການພື້ນຖານໂຄງລ່າງ-ບວກ ເພື່ອຄິດໄລ່ວ່າ ຈະຈ່າຍເງິນສຳລັບແຜນການນີ້ ໄດ້ແນວໃດ, ຊຶ່ງເປັນ ຄວາມເປັນຫ່ວງບໍ່ພຽງແຕ່ສຳລັບພວກສັງກັດພັກຣີພັບບລິກັນເທົ່ານັ້ນ. ສະມາ ຊິກສະພາສູງຈາກພັກເດໂມແຄຣັດຄົນສຳຄັນຄົນນຶ່ງກ່າວໃນວັນອາທິດຜ່ານມາວ່າ ທ່ານຈະບໍ່ລົງຄະແນນສຽງຮັບເອົາຊຸດແຜນການທີ່ໃຫຍ່ຂະໜາດດັ່ງກ່າວ.

ຢູ່ລັດຄາລິຟໍເນຍນັ້ນ, ທ່ານໄບເດັນໄດ້ໄປທັດສະນະທາງອາກາດເພື່ອເບິ່ງຄວາມເສຍຫາຍ ຈາກໄຟປ່າຄາລດໍ (Caldor) ພາຍຫຼັງໄດ້ຮັບລາຍງານຫຍໍ້ຈາກເຈົ້າ
ໜ້າທີ່ ຢູ່ຫ້ອງການບໍລິການສຸກເສີນຂອງລັດດັ່ງກ່າວ. ຜູ້ປົກຄອງລັດ, ທ່ານແກ-ວິນ ນີວຊໍາ (Gavin Newsom) ທີ່ປະເຊີນໜ້າກັບການລົງຄະແນນສຽງຮຽກຄືນໃນວັນອັງຄານມື້ນີ້ ໄດ້ເຂົ້າຮ່ວມຟັງລາຍງານໂດຍຫຍໍ້ ກັບໄບເດັນ.

ໃນຂະນະທີ່ທ່ານໄດ້ເອົາຂໍ້ຄວາມຂອງທ່ານໄບເດັນໄປຜັນຂະຫຍາຍຢູ່ນັ້ນ ທ່ານ ນີວ ຊໍາກ່າວວ່າ ສູນກາງສຸກເສີນໄດ້ກາຍເປັນຫ້ອງການຂອງທ່ານເພາະວ່າລະດູການໄຟໄໝ້ “ແມ່ນມີສືບຕໍ່ໄປເລື້ອຍໆ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG