ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານ​ສູງ​ສຸດ​ຂອງ​ໄທ ​ຈະດຳ​ເນີນ​ການ​​ຟ້ອງຮ້ອງ ​ທາງ​ອາຍາ ຕໍ່​ອະດີດນາຍົກ ຍິ່ງລັກ


ບັນດາທະຫານ ກຳລັງກວດສອບພັນເຂົ້າ ໃນສາງແຫ່ງນຶ່ງ ຢູ່ ແຂວງ Ayutthaya ທາງພາກເໜືອ ຂອງບາງກອກ ປະເທດໄທ ເມື່ອວັນທີ 3 ກໍລະກົດ 2014.
ບັນດາທະຫານ ກຳລັງກວດສອບພັນເຂົ້າ ໃນສາງແຫ່ງນຶ່ງ ຢູ່ ແຂວງ Ayutthaya ທາງພາກເໜືອ ຂອງບາງກອກ ປະເທດໄທ ເມື່ອວັນທີ 3 ກໍລະກົດ 2014.

ສານ​ສູງ​ສຸດ​ຂອງ​ໄທ ​ໄດ້​ຕັດສິນ​ວ່າ ຈະດຳ​ເນີນ​ການຟ້ອງຮ້ອງ​ທາງ​
ອາຍາ ຕໍ່​ອະດີດ ນາຍົກລັດຖະມົນຕີ ທ່ານ​ນາງ ຍິ່ງລັກ ຊີ​ນນະ​ວັດ
ກ່ຽວ​ກັບ​ການ​ພົວພັນ​ ໃນ​ໂຄງການ​ຈຳນຳ​ເຂົ້າ ທີ່​ບໍລິຫານ​ງານ​ຢ່າງ​
ຜິດພາດ ຊຶ່ງ​ເຮັດ​ໃຫ້​ປະ​ເທດ​ເສຍ​ຫາຍ ຫຼາຍຕື້​ດອນ​ລາ.

ຄະນະ​ຜູ້​ພິພາກສາ ​ໄດ້​ລົງຄວາມເຫັນໃນ​ວັນ​ພະຫັດ​ມື້​ນີ້ວ່າ ຄະດີນີ້
ຕົກຢູ່ພາຍ​ໃຕ້ອຳນາດການ​ຕັດສິນ​ຂອງ​ສານ. ການ​ພິຈາລະນາ​
ຄະດີຄັ້ງທຳ​ອິດ ຈະມີ​ຂຶ້ນ​ໃນ​ວັນ​ທີ 19 ພຶດສະພາ ອີງ​ຕາມ​ຄຳ​ຖະ
​ແຫລ​ງຂອງ​ສານ. ຖ້າ​ພົບ​ວ່າ​ຜິດ ທ່ານ​ນາງ ຍິ່ງລັກ ອາດ​ຖືກ​ຈຳ​ຄຸກ
​ດົນເຖິງ 10 ປີ.

ບັນດາໄອ​ຍາ​ການ ​ໄດ້​ຟ້ອງທ່ານ​ນາງ ຍິ່ງລັກ ​ໃນ​ເດືອນ​ກຸມພາ​ຜ່ານ​ມາ​ໃນ​ຖານ​ລະ​ເລີຍ​
ຕໍ່ໜ້າ​ທີ່​ສຳ​ຫລັບ​ການດູ​ແລ​ໂຄງການ​ດັ່ງກ່າວ ຊຶ່ງ​ໄດ້​ຈ່າຍ​ເງິນ​ຄ່າ​ເຂົ້າ​ຂອງ​ພວກກະ​ເສດ​
ຕະກອນ ​ໃນ​ລາຄາ​ເກີນກວ່າ​ທ້ອງ​ຕະຫລາດ. ບັນດາ​ຝ່າຍຄ້ານ​ຂອງ​ທ່ານ​ນາງ ​ກ່າວ​ວ່າ ​
ໂຄງການ​ດັ່ງກ່າວ​ນັ້ນ ​ແມ່ນ​ເປັນ​ການ​ກະທຳເພື່ອ​ເອົາ​ອົກ​ເອົາ​ໃຈ​ພວກ​ກະ​ເສດ​ຕະກອນ
​ເພື່ອ​ຈະ​ໄດ້​ຮັບການ​ສະໜັບສະໜູນ​ທາງ​ການ​ເມືອງ.

ທ່ານ​ນາງ ຍິ່ງລັກ ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່​ງໂດຍ​ຄຳ​ສັ່ງ​ຂອງ​ສານ ​ເມື່ອເດື່ອ​ນ
ພຶດສະພາ 2014 ພຽງບໍ່​ເທົ່າ​ໃດ​ມື້ ກ່ອນທີ່​ທະຫານ​ຈະ​ຢຶດ​ເອົາອຳນາດ. ສະພາ​ທີ່​ຖືກ​ແຕ່ງ
ຕັ້ງຂຶ້ນ​ໂດຍ​ທະຫານ ​ກໍໄດ້​ທຳການຟ້ອງ​ຮ້ອງທ່ານ​ນາງ ກ່ຽວກັບການກະທຳຢ້ອນຫຼັງ ແລະ ​
ໄດ້​ຫ້າມ​ທ່ານ​ນາງ​ບໍ່ໃຫ້​ຫຼິ້ນການ​ເມືອງ​ເປັນ​ເວລາ 5 ປີ.

ອະດີດ​ນາຍົກລັດຖະມົນຍິ່ງລັກ ກ່າວອ້າງ​ວ່າ ການດຳເນີນ​ຄະດີຕໍ່ທ່ານ​ນາງ ​ແມ່ນມີຈຸດປະສົງ ທາງການເມືອງ​ ແລະຢືນ​ຢັດ​ວ່າ ​ໂຄງການ​ຈຳນຳ​ເຂົ້ານັ້ນ ​ໄດ້ເກີດ​ຜົນດີ ​ຕໍ່ກະ​ເສດ​ຕະກອນ​ໄທ.

Thailand Politics
please wait
Embed

No media source currently available

0:00 0:01:12 0:00

Thailand's Supreme Court has decided to pursue criminal charges against former Prime Minister Yingluck Shinawatra over her involvement in a mismanaged rice subsidy program that cost the country billions of dollars.

A panel of judges on Thursday ruled the case does fall within the court's jurisdiction. The first hearing will be held on May 19, according to a court statement. If found guilty, Ms. Yingluck could be jailed for up to a decade.

Prosecutors in February charged Ms. Yingluck with dereliction of duty for overseeing the program, which paid farmers above market prices for their rice. Her opponents say the program was an attempt to win the farmers' political support.

Ms. Yingluck was ousted by a court order in May 2014, just days before the military seized power. Thailand's military-appointed legislaturehas since retroactively impeached her and banned her from politics for five years.

The ex-prime minister claims the case against her is politically motivated and insists the rice subsidy program benefited Thai farmers.

XS
SM
MD
LG