ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ການ​ປະ​ຕິ​ບັດ​ງານ ເພື່ອ​ຍ້າຍ​ນ້ຳ​ມັນ ​ອອກ​ຈາກ​ກຳ​ປັ່ນ​ທີ່​ເປ່​ເພ ຈະ​ເລີ້ມ​ຂຶ້ນ​ແລ້ວ ອົງ​ການ​ ສ​ປ​ຊ ກ່າວ

ກຳ​ປັ່ນ FSO Safer ທີ່​ເປ່​ເພ ເຂົ້າ​ຂີ້​ໝ້ຽງ ແລະ​ຈອ​ດ​ຢູ່ນອກ​ແຄມ​ຝັ່ງ​ເມືອງ​ Ras Issa ປະ​ເທດ​ເຢ​ເມນ ກ່ອນ​ເລີ້ມ​ການ​ປະ​ຕິ​ບັດ​ງານ​ຍ້າຍ​ນ້ຳ​ມັນ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະ​ປະ​ຊາ​ຊາດ ​ເພື່ອ​ບໍ່​ໃຫ້​ນ້ຳ​ມັນ​ຮົ່ວ​ອອກ​ສູ່​ທະ​ເລ​ແດງ ເມື່ອ​ວັນ​ທີ 30 ພຶດ​ສະ​ພາ 2023.

ການ​ປະ​ຕິ​ບັດ​ງານ​ເພື່ອກອບ​ກູ້​ນ້ຳ​ມັນ 1.1 ລ້ານ​ຖັງ ຈາກ​ກຳ​ປັ່ນ​ບັນທຸກ​ນ້ຳມັນ​ທີ່ເປ່​ເພ ຖືກຈອດຖິ້ມໄວ້ຢູ່ນອກ​ແຄມ​ຝັ່ງ​ທະ​ເລ​ຂອງ​ເຢ​ເມນ ຈະ​ເລີ້ມ​ຂຶ້ນ​ໃນ​ໄວໆ​ນີ້ ຫຼັງ​ຈາກ​ກຳ​ປັ່ນ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ເທັກ​ນິກ ​ເດີນ​ທາງ​ໄປ​ຮອດບໍ​ລິ​ເວນ​ດັ່ງ​ກ່າວ ໃນ​ວັນ​ອັງ​ຄານ​ ອີງ​ຕາມ​ຄຳ​ເວົ້າ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ປະ​ຊາ​ຊາດ ​ໄດ້​ເຕືອນ ​ມາ​ຫຼາຍ​ປີ​ແລ້ວ​ວ່າ ເຂດ​ແຄມ​ຝັ່ງ​ທະ​ເລ​ແດງແລະ​ປະ​ເທດ​ເຢ​ເມນ ຕົກ​ຢູ່​ໃນ​ຄວາມ​ສ່ຽງ ໃນ​ຂະ​ນະ​ທີ່​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ Safer ອາດເຮັດ​ໃຫ້​ມີ​ນ້ຳ​ມັນຮົ່ວ​ໄຫຼອອກ​ມາ ຫຼາຍ​ເຖິງ​ສີ່​ເທົ່າ ຂອງ​ໄພ​ພິ​ບັດ​ນ້ຳ​ມັນ​ຮົ່ວ​ຈາກ​ກຳ​ປັ່ນ Exxon Valdez ຢູ່ນອກ​ຝັ່ງ​ລັດ​ອາ​ລາ​ສ​ກ້າ ​ໃນ​ປີ 1989.

ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ ​ເອັນ​ດີ​ເວີ (Ndeavor) ພ້ອມ​ດ້ວຍ​ທີມ​ງານເທັກ​ນິກ ຈາກ Boskalis/SMIT ໄດ້​ໄປ​ຮອດ​ບ່ອນ​ທີ່​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ Safer ຈອດຢູ່ນອກ​ແຄມ​ຝັ່ງ​ເມືອງ​ຣາ​ສ ​ໄອ​ຊາ (Ras Isa) ຂອງ​ເຢ​ເມນ ຜູ້​ປະ​ສານ​ງານ ​ດ້ານ​ມະ​ນຸດ​ສະ​ທຳ ຂອງ​ສະ​ຫະ​ປະ​ຊາ​ຊາດ​ໃນ​ເຢ​ເມນ ທ່ານ​ເດ​ວິດ ແກ​ຣັ​ສ​ລີ ກ່າວ​ຜ່ານ​ທາງ​ທວີດ​ເຕີ້ ຈາກ​ກຳ​ປັ່ນ​ເອັນ​ດີ​ເວີ.

ກຳ​ປັ່ນ​ທີ່​ຮັບ​ຜິດ​ຊອບ​ ໃນ​ການ​ຍ້າຍ​ນ້ຳ​ມັນ​ຈາກ​ກຳ​ປັ່ນ​ທີ່​ເປ່​ເພ FSO Safer ຖ່າຍ​ຮູບ​ຢູ່ນອກ​ຝັ່ງ​ເມືອງ Ras Issa ໃນ​ປະ​ເທດ​ເຢ​ເມນ ກ່ອນ​ເລີ້ມ​ການ​ປະ​ຕິ​ບັດ​ງານ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື​່ອ​ບໍ່​ໃຫ້​ເກີດ​ນ້ຳ​ມັນ​ຮົ່ວ​ໄຫຼ​ອອກ​ມາ​ສູ່​ທະ​ເລ​ແດງ ເມື່ອ​ວັນ​ທີ 30 ພຶດ​ສະ​ພາ 2023.

ສົງ​ຄາມ​ໃນ​ເຢ​ເມນ ​ໄດ້​ພາ​ໃຫ້​ໂຈະ ​ການ​ປະ​ຕິ​ບັດ​ງານ​ ເພື່ອບຳ​ລຸງ​ຮັກ​ສາກຳ​ປັ່ນ Safer ໃນ​ປີ 2015. ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຕືອນ​ວ່າ ໂຄງ​ຮ່າງ​ຂອງ​ກຳ​ປັ່ນ Safer ໄດ້​ຊຸດ​ໂຊມ​ລົງ​ຫຼາຍ​ ແລະ​ກຳ​ລັງ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ທີ່​ຈະ​ເກີ​ດ​ການ​ລະ​ເບີດ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ທຳ​ການ​ຊອກ​ຫາ​ເງິນ​ທຶນ ແມ່ນ​ກະ​ທັງເລີ້ມປຸ​ກ​ລ​ະ​ດົມ ​ຫາ​ເງິນກ້ອນເລັກ​ກ້ອນ​ນ້ອຍທາງ​ອິນ​ເຕີ​ແນັດ ໃຫ້​ໄດ້ 129 ລ້ານ​ໂດ​ລາ​ທີ່ຕ້ອງ​ການ ​ເພື່ອ​ຖ່າຍ​ນ້ຳ​ມັນ​ຈາກ​ກຳ​ປັ່ນ Safer ໄປ​ໃສ່​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ລຳ​ໃໝ່ ຊື່ນໍ​ຕິ​ກາ (Nautica) ທີ່​ໄດ້​ອອກ​ເດີນ​ທາງ​ມາ​ແຕ່​ຈີນ​ເມື່ອ​ຕົ້ນ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG