ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເຮັດທຸລະກິດ ກ່ຽວກັບຮ້ານອາຫານ ທີ່ປັບປຸງມາຈາກເຮືອບັກ


ພາບທີ່ໄດ້ຮັບຈາກເຟສບຸກຂອງຜູ້ປະກອບການແພສະມາຍ, ສະແດງໃຫ້ເຫັນດ້ານນອກຂອງຮ້ານທີ່ຢູ່ເທິງບົກ.
ພາບທີ່ໄດ້ຮັບຈາກເຟສບຸກຂອງຜູ້ປະກອບການແພສະມາຍ, ສະແດງໃຫ້ເຫັນດ້ານນອກຂອງຮ້ານທີ່ຢູ່ເທິງບົກ.

ເຮືອບັກ ຫຼືເຮືອແພ, ສາມາດພັດທະນາໃຫ້ກາຍມາເປັນສະຖານທີ່ສໍາລັບຂາຍອາຫານ ເຊິ່ງລູກຄ້າສ່ວນຫຼາຍກໍມັກ ເພາະແຕກຕ່າງຈາກຮ້ານອາຫານທົ່ວໄປ ທີ່ລູກຄ້າເຄີຍນັ່ງຮັບປະທານ, ທິບສຸດາ ມີລາຍລະອຽດ ກ່ຽວກັບການເຮັດທຸລະກິດດັ່ງກ່າວນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຮືອບັກ, ພວກເຮົາສາມາດພັດທະນາໃຫ້ກາຍມາເປັນຮ້ານອາຫານ ທີ່ເຮັດໃຫ້ລູກຄ້າໄດ້ສໍາພັດໃກ້ຊິດ ກັບສາຍນໍ້າ ດ້ວຍການນັ່ງກິນອາຫານ ຢູ່ໃນຮ້ານ ທີ່ລ່ອງໄປ-ມາໃນແມ່ນໍ້າໄດ້, ແຕ່ເຮົາຕ້ອງໄດ້ປັບປຸງຫຼາຍໆພາກສ່ວນຂອງເຮືອບັກ ໃຫ້ໄດ້ມາດຕະຖານຂອງຮ້ານອາຫານ ພ້ອມທັງເຮັດໃຫ້ ເຮືອບັກດັ່ງກ່າວ ສົ່ງຜົນເສຍຕໍ່ສະພາບແວດລ້ອມໜ້ອຍທີ່ສຸດ.

ທ່ານວິທະຍາ (ຕ້ອມ), ນັກທຸລະກິດລາວຜູ້ປະກອບກິດຈະການຮ້ານອາຫານເຮືອບັກທີ່ມີຊື່ວ່າ ແພສະມາຍ ຕັ້ງຢູ່ເມືອງທ່າແຂກ ແຂວງຄໍາມ່ວນເລົ່າສູ່ຟັງວ່າ: ທໍາອິດ, ເພິ່ນໄດ້ພົວພັນເອກະສານໃນການເປີດຮ້ານ ໂດຍເລີ້ມຕົ້ນຈາກຫ້ອງການບ້ານ, ເມືອງ, ແລ້ວຈຶ່ງຂຶ້ນໄປຫາແຂວງ ໂດຍຂັ້ນຕອນສຸດທ້າຍແມ່ນໄດ້ເຂົ້າໄປພົວພັນ ຢູ່ໃນພະແນກແຜນການ ໂຍທາ ແລະ ການທ່ອງທ່ຽວຂອງແຂວງ.

ພາບທີ່ໄດ້ຮັບຈາກເຟສບຸກ ຂອງຜູ້ປະກອບການແພສະມາຍ, ສະແດງໃຫ້ເຫັນພາບບັນຍາກາດຮ້ານອາຫານດ້ານນອກ.
ພາບທີ່ໄດ້ຮັບຈາກເຟສບຸກ ຂອງຜູ້ປະກອບການແພສະມາຍ, ສະແດງໃຫ້ເຫັນພາບບັນຍາກາດຮ້ານອາຫານດ້ານນອກ.

“ເບື້ອງຕົ້ນ ອ້າຍກໍມີແຕ່ເຮືອແພ ສ້າງຂຶ້ນມາກ່ອນຊິມາໄດ້ຮ້ານທາງເທິງ ດິນທາງເທິງ, ເຮົາເຊົ່າມາທໍາອິດ ແລະກໍມາຈອດແພກ່ອນ ແລະຫຼັງຈາກນັ້ນກໍເຊົ່າ, ສ່ວນເລື້ອງແພນຫ້ນ ເອກະສານທຸກຢ່າງປະກອບຈາກພື້ນຖານບ້ານຫາແຂວງ ເອກະສານຂໍອະນຸຍາດປຸກສ້າງ ແລ້ວກໍມີແບບແຜນຂໍສະເໜີທາງຂັ້ນເມືອງ ຂັ້ນແຂວງທຸກຢ່າງເລີຍ.”

ຫຼັງຈາກເອກະສານທຸກໆຢ່າງຄົບຖ້ວນ, ເພິ່ນກໍເລີ້ມຕົ້ນປັບປຸງບັກດັ່ງກ່າວໃຫ້ເປັນຮ້ານອາຫານ, ເຊິ່ງຮ້ານຂອງເພິ່ນ ບໍ່ໄດ້ລົງທຶນໃນການກໍ່ສ້າງຫຼາຍ ເນື່ອງຈາກມີບັກຢູ່ແລ້ວ ເພິ່ນພຽງແຕ່ລົງທຶນສ່ວນນຶ່ງເຂົ້າໃນການປັບປຸງເທົ່ານັ້ນ ແລະຮ້ານຂອງເພິ່ນ ກໍສາມາດບັນຈຸໄດ້ 140 ຄົນ.

ສໍາລັບຄ່າທະບຽນ ແລະອາກອນຕ່າງໆ ທ່ານສຸລິຍາບອກວ່າ ເພິ່ນເສຍຄ່າທໍານຽມຢູ່ລະຫວ່າງ 100 ໂດລາຕໍ່ປີ.

“ປີນຶ່ງສົມມຸດ ກໍຕາມລະບຽບການຫັ້ນລະ ຂອງຮ້ານອາຫານ ເພິ່ນກໍໃສ່ໃນນາມຮ້ານອາຫານຫັ້ນລະເນາະ ເພິ່ນກໍບໍ່ໄດ້ແຍກເປັນແພ, ສອງອັນທາງເທິງທາງລຸ່ມເພິ່ນກໍໃສ່ວ່າອັນດຽວເນາະ ສົມມຸດວ່າປີນຶ່ງເທົ່າໃດ ປີນຶ່ງ 5 ແສນ, 7 ແສນ, ລ້ານນຶ່ງ, ລ້ານ 5 ແບບນີ້ຫັ້ນນະ.”

ພາບທີ່ໄດ້ຮັບຈາກເຟສບຸກຂອງຜູ້ປະກອບການແພສະມາຍ, ເປີດເຜີຍໃຫ້ເຫັນພາບບັນຍາກາດດ້ານໃນຂອງຮ້ານ.
ພາບທີ່ໄດ້ຮັບຈາກເຟສບຸກຂອງຜູ້ປະກອບການແພສະມາຍ, ເປີດເຜີຍໃຫ້ເຫັນພາບບັນຍາກາດດ້ານໃນຂອງຮ້ານ.

ເພິ່ນກ່າວວ່າ ຫຼັງຈາກເປີດຮ້ານອາຫານເຮືອບັກມາໄດ້ໄລຍະນຶ່ງ ເມື່ອການຕອບຮັບດີຂຶ້ນ ເພິ່ນກໍຂະຫຍາຍພື້ນທີ່ ແລະເລືອກຊື້ດິນຢູ່ແຄມແມ່ນໍ້າຂອງ, ຈາກນັ້ນ ເພິ່ນຈຶ່ງປຸກສ້າງອາຄານຊົງລາວຂຶ້ນມາຕື່ມ ຢູ່ເທິງບົກ ໂດຍລູກຄ້າ ສາມາດເລືອກຮັບປະທານອາຫານຢູ່ຮ້ານເທິງບົກ ແລະຢູ່ເຮືອບັກໄດ້, ສໍາລັບຂະໜາດຂອງຮ້ານຢູ່ເທິງບົກ ສາມາດບັນຈຸລູກຄ້າໄດ້ 120 ຄົນເຊັ່ນກັນ.

ທ່ານວິທະຍາບອກວ່າ ເນື່ອງຈາກຮ້ານຂອງເພິ່ນມີທີ່ດິນທີ່ຕັ້ງຢູ່ແຄມແມ່ນໍ້າຂອງ ແລະເຮືອບັກທີ່ເປັນຮ້ານອາຫານກໍຈອດຢູ່ທ່າແຄມຮ້ານ, ສະນັ້ນທາງແຂວງຈຶ່ງອອກໃບຮັບຮອງໃຫ້ເພິ່ນສາມາດດໍາເນີນການໄປໄດ້ຕະຫຼອດໄລຍະເວລາ ຈົນກວ່າເພິ່ນຈະຍຸຕິກິດຈະການຂອງເພິ່ນເອງ.

ໃນແຕ່ລະມື້ ຈະມີລູກຄ້າມາໃຊ້ບໍລິການຫຼາຍ-ໜ້ອຍ ແຕກຕ່າງກັນ, ເຊິ່ງເຮັດໃຫ້ມີລາຍໄດ້ສະເລ່ຍ ໃນແຕ່ລະມື້ຫຼາຍຮ້ອຍໂດລາ.

ທ່ານວິທະຍາ (ຕ້ອມ), ຜູ້ປະກອບການ ຮ້ານອາຫານ ແພສະມາຍ.
ທ່ານວິທະຍາ (ຕ້ອມ), ຜູ້ປະກອບການ ຮ້ານອາຫານ ແພສະມາຍ.

ສະເພາະພະນັກງານຢູ່ໃນຮ້ານ ກໍມີຢູ່ 20 ຄົນ, ແຕ່ເນື່ອງຈາກວ່າ ຮ້ານຫາກໍກັບມາເປີດຄືນອີກ ຫຼັງຈາກຂໍ້ຈໍາກັດຂອງພະຍາດໂຄວິດ-19 ຈໍານວນຂອງພະນັກງານກໍຍັງບໍ່ແນ່ນອນເທື່ອ.

ນອກນັ້ນ, ຮ້ານອາຫານດັ່ງກ່າວນີ້ຍັງຖືກຈັດວາງໃຫ້ເປັນລັກສະນະແບບເຮືອນເກົ່າ ແລະເປັນລັກສະນະແບບພິພິທະພັນຂອງເກົ່າ ຈຶ່ງເຮັດໃຫ້ໜ່ວຍງານທາງລັດຖະການຫຼາຍບ່ອນ ມັກໃຊ້ເປັນສະຖານທີ່ຮັບແຂກບ້ານ ແຂກເມືອງ ແລະແຂກຕ່າງປະເທດ, ໂດຍພວກເພິ່ນສາມາດສັ່ງຈອງລ່ວງໜ້າໄດ້ຢ່າງໜ້ອຍ 2 ມື້ສໍາລັບການກະກຽມ ໂດຍສະເພາະອາຫານທີ່ທາງລູກຄ້າສັ່ງ ນອກເໜືອໄປຈາກເມນູທີ່ມີໃຫ້.

ທ່ານວິທະຍາຍາບອກວ່າ, ປັດຈຸບັນ ທຸລະກິດຂອງເພິ່ນດໍາເນີນໄປໄດ້ດີ ແລະມີຜົນຕອບແທນທີ່ສູງ.

XS
SM
MD
LG