ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຮັດທຸລະກິດ ກ່ຽວກັບຮ້ານກາເຟ ແລະອາຫານຫວ່າງ


ປະເພດອາຫານທີ່ຂາຍຢູ່ຮ້ານ.
ປະເພດອາຫານທີ່ຂາຍຢູ່ຮ້ານ.

ການເຮັດທຸລະກິດກ່ຽວກັບຮ້ານກາເຟ ແລະປະເພດອາຫານຫວ່າງ ກິນກັບເຄື່ອງດື່ມ ເປັນທີ່ນິຍົມສໍາລັບລູກຄ້າຫຼາຍໆຄົນ, ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຮ້ານ ກາເຟ ແລະປະເພດອາຫານຫວ່າງ ພ້ອມກັບເຄື່ອງດື່ມປະເພດອື່ນໆ ກໍເປັນອີກທຸລະກິດນຶ່ງທີ່ລູກຄ້າຫຼາຍໆຄົນມັກໄປນັ່ງດື່ມກິນ ແລະລົມກັນ, ດັ່ງນັ້ນ ຫາກຜູ້ໃດສົນໃຈປະທີ່ຈະກອບກ່ຽວກັບທຸລະກິດດ້ານນີ້ ແມ່ນບໍ່ມີຫຍັງຫຼາຍ ພຽງແຕ່ມີໃຈຮັກໃນການກະກຽມອາຫານ ຫຼື ກາເຟ ພ້ອມທັງປະເພດເຄື່ອງດື່ມອື່ນໆບໍລິການໃຫ້ແກ່ລູກຄ້າ.

ຂັ້ນຕອນທໍາອິດແມ່ນສໍາຄັນຫຼາຍ, ສະຖານທີ່ ແລະສະພາບແວດລ້ອມກໍເປັນສິ່ງທີ່ຈະຕັດສິນ ກ່ຽວກັບທຸລະກິດຂອງທຸກໆຄົນໄດ້.

ສໍາລັບຮ້ານ The Grazer Co & Coffee, ເຊິ່ງເປັນຮ້ານທີ່ລົງທຶນຮ່ວມກັນລະຫວ່າງ ມີມີ່ ແລະ ນິດທ໌ດ້າ ເປີດຢູ່ໃກ້ກັບມະຫາວິທະຍາໄລ ເອີເບີນ ໃນລັດອາລາບາມາ, ມີມີ່ ໄດ້ເລົ່າສູ່ຟັງວ່າ ເນື່ອງຈາກນາງສົນໃຈ ແລະມັກໃນການປະກອບທຸລະກິດດ້ານນີ້ ພ້ອມກັນນັ້ນ ນາງເອງກໍເປັນຄົນທີ່ມັກດື່ມກາເຟ ບວກກັບມັກໃນການຈັດແຕ່ງອາຫານກ່ອນບໍລິການໃຫ້ລູກຄ້າ ເລີຍຕັດສິນໃຈ ເປີດຮ້ານ, ເຊິ່ງກໍມີຂັ້ນຕອນເລີ້ມຕົ້ນໃນການເປີດຮ້ານດັ່ງນີ້:

“ພວກທ່ານຈະຕ້ອງມີໃບທະບຽນປະກອບທຸລະກິດສໍາລັບຂອງລັດຖະບານກາງ ແລະທ້ອງຖິ່ນ ແລະເນື່ອງຈາກວ່າ ການປະກອບທຸລະກິດຂອງພວກເຮົາມີຂອງກິນນໍາ ພວກເຮົາຈະຕ້ອງໄປຂໍໃບອະນຸຍາດໃນການປະກອບອາຫານ ເພື່ອໃຫ້ໝັ້ນໃຈວ່າ ທຸກໆຢ່າງຈະບໍ່ມີບັນຫາຫຍັງກັບເມືອງໃນພາຍຫຼັງ ເພາະພວກເຂົາເຈົ້າຕ້ອງໝັ້ນໃຈວ່າ ເຈົ້າມີໜັງສືອະນຸມັດໃນການປະກອບອາຫານ ເຊິ່ງແນ່ນອນວ່າ ເຈົ້າປະກອບອາຫານຖືກຕ້ອງຕາມລະບຽບ. ແນ່ນອນ ສິ່ງທີ່ເຈົ້າຈໍາເປັນຕ້ອງມີ ກໍແມ່ນເລກທີ່ຂອງ EIN ຈາກລັດຖະບານກາງ, ປະເພດເອກະສານ LLC ຂອງບໍລິສັດ ແລ້ວກໍໄປຕາມຂັ້ນຕອນຂອງເມືອງ ເພື່ອຂໍການອະນຸມັດອອກໃບອະນຸຍາດສໍາລັບອາຫານຕໍ່ໄປ.”

MeMe, ຜູ້ປະກອບການຮ້ານກາເຟ.
MeMe, ຜູ້ປະກອບການຮ້ານກາເຟ.

ສາເຫດທີ່ເລືອກເອົາສະຖານທີ່ໃກ້ໆກັບມະຫາວິທະຍາໄລ ເນື່ອງຈາກວ່າ ເປັນບ່ອນທີ່ຄົນສັນຈອນ, ນັກສຶກສາ ແລະພະນັກງານກໍສົນໃຈເຂົ້າມາຮັບປະທານ ພ້ອມທັງນັ່ງພັກຜ່ອນ ແລະດື່ມກາເຟ.

ຄ່າລົງທຶນໃນການເປີດຮ້ານ ກໍ່ມີຫຼາຍຢ່າງແລະເງື່ອນໄຂທີ່ແຕກຕ່າງກັນ, ສໍາລັບຮ້ານຂອງມີມີ່ ໄດ້ລົງທຶນໄປໃນຈໍານວນ 25,000 ໂດລາ, ຮ້ານຂອງນາງເອງກໍບໍ່ໃຫຍ່ຫຼາຍ ໂດຍບັນຈຸຈໍານວນຄົນໄດ້ທັງໝົດ 20 ຄົນ. ສະນັ້ນ ພະນັກງານຈຶ່ງບໍ່ຕ້ອງການຫຼາຍ, ມີພຽງນາງເອງ ພ້ອມດ້ວຍຄູ່ຮ່ວມທຸລະກິດຂອງນາງແລະ ພະນັກງານຊ່ວຍບາງຄົນເທົ່ານັ້ນ.

ສໍາລັບຮ້ານຂອງ ມີມີ່, ລາວບອກວ່າ ເນື່ອງຈາກຮ້ານຂອງນາງເປັນຮ້ານນ້ອຍ ແລະບໍ່ໄດ້ໃຊ້ຕົ້ນທຶນຫຼາຍ, ນາງຈຶ່ງບໍ່ໄດ້ຢືມທຶນມາແຕ່ທາງອື່ນ. ຫາກຜູ້ໃດຕ້ອງການທີ່ຈະລົງທຶນ ແລະດໍາເນີນທຸລະກິດດ້ານນີ້ ກໍສາມາດຢືມທຶນ ເພື່ອມາລົງທຶນເຂົ້າໃນທຸລະກິດໄດ້, ແຕ່ກໍຕ້ອງເຂົ້າໃຈໃຫ້ລະອຽດກ່ອນເລີ້ມຕົ້ນ ເຊິ່ງຈະດໍາເນີນໄປຕາມຂັ້ນຕອນດັ່ງນີ້:

“ຖ້າພວກເຈົ້າຫາກຕ້ອງການດໍາເນີນງານໃນສິ່ງທີ່ຫຼາຍກວ່າ ຈົ່ງອອກໄປນອກແລ້ວຂຽນຂໍ້ສະເໜີ ນໍາເອົາມັນໄປໃຫ້ຄົນອື່ນໆເຫັນດ້ວຍຕົນເອງ ເຊິ່ງເປັນລັກສະນະຄືການນໍາສະເໜີ ບາງທີ່ພວກເຂົາເຫຼົ່ານັ້ນອາດຈະຕ້ອງການລົງທຶນ, ເຊິ່ງມັນອາດຈະມີທັງຜູ້ຂາຍ ແລະຜູ້ລົງທຶນ ແລະເຈົ້າກໍອາດຈະຢືມເງິນນໍາເຂົາກ່ອນ ຫຼັງຈາກນັ້ນເຈົ້າໄດ້ເງິນມາຈຶ່ງເອົາມາຄືນໃຫ້ພວກເຂົາເຈົ້າ.”

ປະເພດອາຫານ ແລະເຄື່ອງດື່ມກໍສໍາຄັນ, ຖ້າເຮົາມີທາງເລືອກທີ່ຫຼາກຫຼາຍ ອາ ຫານທີ່ມີຣົດຊາດດີ ການແຕ່ງຈານທີ່ງາມ ແລະອາຫານທີ່ມີລາຄາສົມເຫດສົມຜົນ ກໍເປັນທີ່ດຶງດູດໃຈຂອງລູກຄ້າໄດ້ ໂດຍສະເພາະໃນຍາມທີ່ມີສະພາວະເສດຖະກິດດັ່ງກ່າວ.

ນິດດາ (Nitda) ແລະ ເມເມ (MeMe), ຖ່າຍຮູບຮ່ວມກັນໃນມື້ເປີດຮ້ານ.
ນິດດາ (Nitda) ແລະ ເມເມ (MeMe), ຖ່າຍຮູບຮ່ວມກັນໃນມື້ເປີດຮ້ານ.

ເວົ້າລວມແລ້ວ ການເຮັດທຸລະກິດດ້ານນີ້ ກໍມີຈຸດດີທີ່ເຈົ້າຂອງທຸລະກິດເອງໄດ້ເຮັດທຸລະກິດຕາມສິ່ງທີ່ຕົນເອງຮັກ, ບໍ່ໄດ້ລົງທຶນຫຼາຍ ແລະບໍ່ຈໍາເປັນຕ້ອງມີຮ້ານໃຫຍ່. ມີມີ່ ກ່າວວ່າ ກ່ອນຊິເປີດທຸລະກິດໃດນຶ່ງ ສິ່ງສໍາຄັນທີ່ສຸດແມ່ນການສຶກສາຄົ້ນຄວ້າຢ່າງລະອຽດ ກ່ຽວກັບແຕ່ລະຂັ້ນຕອນຂອງວຽກ ແລະຕ້ອງຮັກໃນການເຮັດທຸລະກິດດ້ານນີ້ແທ້ໆ ຈຶ່ງຈະດໍາເນີນທຸລະກິດໄປໄດ້ຍາວນານ ແລະບໍ່ເສຍເວລາເພື່ອເລີ້ມຕົ້ນໃນສິ່ງໃໝ່.

XS
SM
MD
LG