ນຶ່ງປີຜ່ານມານີ້ ບັນດານັກການທູດຈາກອີຣ່ານແລະກຸ່ມ 6 ປະເທດມະຫາອຳນາດໂລກ ໄດ້ອອກມາຈາກການປະຊຸມ ທີ່ໂຮງແຮງຫຼູຫຼາແຫ່ງນຶ່ງ ໃນນະຄອນວຽນນາປະເທດອອສເຕຣຍ ພ້ອມດ້ວຍອັນທີ່ພວກເຂົາເຈົ້າໄດ້ພະຍາຍາມ ມາເປັນເວລາເກືອບ 2 ປີ ນັ້ນກໍຄືຂໍ້ຕົກລົງໃນ ຂອບເຂດທີ່ກວ້າງຂວາງ ເພື່ອຈຳກັດໂຄງການນິວເຄລຍຂອງອີຣ່ານ ໃນການແລກປ່ຽນເພື່ອໃຫ້ຍົກເລີກການລົງໂທດຢ່າງໜັກທາງດ້ານເສດຖະກິດຕໍ່ເຕຫະຣ່ານ.
ທຸກມື້ນີ້ ຂໍ້ຕົກລົງດັ່ງກ່າວແມ່ນມີຜົນບັງຄັບໃຊ້ ດ້ວຍຜົນຢ່າງຈະແຈ້ງ ກ່ຽວກັບອົງປະກອບທີ່ແຕ່ວ່າ ກໍຍັງມີຄວາມສົງໄສຢູ່ຕໍ່ມາຂອງທັງສອງຝ່າຍທີ່ວ່າ ອີກຝ່າຍນຶ່ງ ອາດຈະເອົາລັດເອົາປຽບ ແລະບໍ່ປະຕິບັດຕາມພັນທະຂອງຕົນ.
“ພວກເຮົາຈຳເປັນທີ່ຈະສືບຕໍ່ເຮັດວຽກ ແລະພວກເຮົາກໍຍັງຈະສືບຕໍ່ທີ່ຈະປະສານງານ ແລະພວກເຮົາມີທູດພິເສດ ຜູ້ຊຶ່ງມີຄວາມພະຍາຍາມໃນແຕ່ລະມື້ ແມ່ນຈະນຳພາຄະນະເພື່ອໃຫ້ ການຄ້ຳປະກັນວ່າ ຂໍ້ຕົກລົງນີ້ຈະໄດ້ຮັບປະຕິບັດໃຫ້ຕະຫຼອດຮອດຝັ່ງ ຊຶ່ງພວກເຮົາສາມາດທີ່ຈະແກ້ໄຂບັນຫາໃດໆກໍໄດ້” ນັ້ນຄືຄຳເວົ້າຂອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໃນວັນພະຫັດວານນີ້.
ການເຈລະຈາໄດ້ເລີ້ມຂຶ້ນຍ້ອນຄວາມຢ້ານກົວຂອງບັນດາປະເທດຕາເວັນຕົກ ທີ່ຢ້ອນກັບໄປຍັງປີ 2002 ທີ່ວ່າ ອີຣ່ານແມ່ນໄດ້ພັດທະນາໂຄງການອາວຸດນິວເຄລຍ ຊຶ່ງລັດຖະບານອີຣ່ານ ໄດ້ປະຕິເສດຢູ່ເລື້ອຍມານັ້ນ. ການລົງໂທດຂອງອົງການສະຫະປະຊາຊາດ ແລະ ການລົງໂທດອື່ນໆຂອງທາງສະຫະລັດ ແລະສະຫະພາບຢູໂຣບ ແມ່ນເພື່ອກົດດັນໃຫ້ອີຣ່ານ ປະລະໂຄງການອາວຸດນິວເຄລຍ. ອີຣ່ານ ສືບຕໍ່ກິດຈະກຳນິວເຄລຍຂອງຕົນ ຊຶ່ງສ່ວນໃຫຍ່ເພັ່ງເລັງໃສ່ ການກັ່ນທາດຢູເຣນຽມ ໃນຂະນະທີ່ການລົງໂທດນັ້ນ ແມ່ນໄດ້ສ້າງຄວາມເສຍຫາຍຢ່າງໜັກໃຫ້ແກ່ເສດຖະກິດຂອງອີຣ່ານ.
ການເຈລະຈາທີ່ວ່ານີ້ ໄດ້ປະສົບກັບຄວາມກ້າວໜ້າ ໃນທ້າຍປີ 2013 ເວລາອີຣ່ານ ແລະກຸ່ມດັ່ງກ່າວ ທີ່ຮວມມີ ສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດເຊຍ ແລະເຢຍຣະມັນ ໄດ້ບັນລຸການຕົກລົງຊົ່ວຄາວ ຊຶ່ງໄດ້ຈຳກັດ ກິດຈະກຳບາງຢ່າງໃນດ້ານນິວເຄລຍຂອງອີຣ່ານ ແລະຜ່ອນຜັນການລົງໂທດຈຳນວນນຶ່ງໃຫ້ແກ່ເຕຫະຣ່ານ.