ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໜຶ່ງປີຜ່ານໄປ ນາຍພົນ ປຣະຢຸດ ຈັນໂອຊາ ຍັງກຳອຳນາດ ຢູ່ໃນປະເທດໄທ


On Thai Coup Anniversary, No End in Sight for Military Rule
please wait

No media source currently available

0:00 0:02:46 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ວັນ​ສຸກ​ມື້​ນີ້ ​ເປັນ​ວັນ​ຂີດ​ໝາຍຄົບຮອບ 1 ປີ ນັບຕັ້ງ​ແຕ່​ຫົວໜ້າ​
ກອງທັບ​ໄທ ຍຶດ​ເອົາອຳນາດ ອັນ​ເປັນ​ຄັ້ງ​ຫຼ້າ​ສຸດໃນ​ການ​ກໍ່​ລັດ
ຖະປະຫານ​ຕິດ​ຕໍ່​ກັນ​ມາ​ຫຼາຍ​ບັ້ນຂອງພວກ​ທະຫານ ​ເພື່ອ​ໂຄ່ນ
​ລົ້ມລັດຖະບານທີ່​ປະຊາຊົນ​ເລືອກ​ຕັ້ງ​ຂຶ້ນ​ມາ​ນັ້ນ. ດັ່ງ​ທີ່​ Steve
Herman ນັກ​ຂ່າວ​ວີ​ໂອ​ເອ ລາຍງານ​ມາ​ຈາກ​ບາງກອກ​ນັ້ນ
ປາກົດ​ວ່າ ພວກ​ນາຍ​ພົນທະຫານ ​ທີ່​ຄອບ​ງຳ​ລັດຖະບານ​ໄທ​
ຢູ່​ນັ້ນ ບໍ່​ມີ​ທ່າ​ທີ​ຟ້າວ​ຟັ່ງ ທີ່​ຈະ​ມອບ​ອຳນາດ​ຄືນ​ໃຫ້​ຝ່າຍ​ພົນລະ
​ເຮືອນ​ແຕ່​ຢ່າງ​ໃດ. ດາລາມີ​ລາຍ​ລະອຽດມາສະ​ເໜີທ່ານ.

​ໃນ​ຮອບໜຶ່ງປີທີ່ຜ່ານມາ​ນີ້ ນາຍ​ພົນ​ເອກ ​ປຣະຢຸດ ຈັນ​ໂອຊາ ແມ່ນເປັນຜູ້​ທີ່ຄວບ​ຄຸມອຳ
ນາດປົກຄອງຢູ່​ໃນ​ປະ​ເທດ​ໄທ. ຫລັງ​ຈາກໄດ້​ກໍ່​ລັດຖະປະຫານ​ຂຶ້ນ​ໂດຍ​ປາດ​ສະ​ຈາກ​ການ
ນອງ​ເລືອດ​ ​ໃນ​ວັນ​ທີ 22 ພຶດສະພາ ​ປີ 2014 ​ນັ້ນ ທ່ານໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ນາຍົກລັດ
ຖະມົນຕີ ​ໂດຍ​ສະພາ​ນິຕິບັນຍັດ​ທີ່ຄອບ​ງຳ​ ໂດຍຜູ້​ແທນທີ່​ທາງ​ກອງທັບເລືອກ​ເອົາ. ທ່ານ
ໄດ້​ປະກາດ​ຍົກ​ເລີກ ການ​ໃຊ້​ກົດ​ໄອ​ຍະ​ການ​ເສິກ ຫວ່າງ​ໄວໆມາ​ນີ້. ​ແຕ່ກໍມີກົດໝາຍ​ອື່ນໆ
ທີ່ຍັງ​ຈຳກັດ​ຮັດ​ແຄບ​ເສລີ​ພາບ ຂອງ​ພົນລະ​ເມືອງ​ຢູ່.

ພົນ​ຕີ ​ວີຣາຊົນ ສຸຄົນປະຕິພັກ ​ໂຄສົກ​ອຳນາດ​ປົກຄອງ​ທະຫານ ຍອມຮັບ​ວ່າ ບໍ່​ໄດ້​ມີ​ການ
ປ່ຽນ​ແປງ​ຫຍັງ​ຫຼາຍ ​ແຕ່​ວ່າ...

ນາຍ​ພົນ​ວີຣະຊົນ ກ່າວ​ວ່າ ​ເວົ້າ​ສຸດໆ​ແລ້ວ ​ກໍ​ແມ່ນ​ວ່າ ພວກ​ກົດໝາຍ​ຕ່າງໆ ຍັງມອບ
ອຳນາດ​ຢ່າງ​ກວ້າງຂວາງ​ ​ໃຫ້​ນາຍ​ພົນ​ປຣະຢຸດ​ຢູ່ ແມ່ນ​ບໍ່? ​ແຕ່​ຖ້າ​ພວກ​ເຮົາ​ເບິ່ງ
ສະຖານະ​ການ​ທາງ​ພາກ​ພື້ນ​ດິນ​ແລ້ວ ຂ້າພະ​ເຈົ້າຄຶດ​ວ່າ ປະຊາຊົນ​ໄທ​ສ່ວນ​ຫຼາຍ
ເຂົ້າ​ໃຈດີ​ວ່າ ວິທີ​ການ​ທີ່​ນາຍົກລັດຖະມົນຕີ
ປຣະຢຸດ ຈັນ​ໂອຊາ ​ໃຊ້​ອຳນາດ​ຂອງ
ທ່ານ
ນັ້ນ ​ແມ່ນ​ເປັນ​ໄປ​ໃນ​ທາງ​ທີ່​ເສີມ​ສ້າງ​ຫຼາຍ.”

ບາງກອກ ​ເວລາ​ນີ້ ​ແມ່ນ​ຢູ່ໃນ​ສະພາບ​ງຽບ​ສະຫງົບ ບໍ່​ມີ​ລົດ​ຖັງ ບໍ່​ມີ​ທະຫານ​ລາດ​ຕະ​ເວນ
ຢູ່ຕາມ​ຖະໜົນ​ຫົນທາງ ດັ່ງ​ທີ່​ໄດ້​ເຫັນ​ກັນ ຫຼັງ​ຈາກ​ການ​ກໍ່​ລັດຖະປະຫານ​ ຊຶ່ງ​ໄດ້​ມີ​ຂຶ້ນ​ຫຼັງ
ຈາກ​ສະພາບ​ການ​ປັ່ນ​ປ່ວນ​ທາງດ້ານ​ການ​ເມືອງ ທີ່​ແກ່ຍາວເປັນ​ເວລາ​ຫລາຍ​ເດືອນ ຊຶ່ງ
ບາງ​ຄັ້ງ ກໍ​ເກີດ​ຄວາມ​ຮຸນ​ແຮງນັ້ນ.

​ແຕ່​ພວກທີ່​ຄັດຄ້ານ​ລັດຖະບານ​ທະຫານກ່າວ​ວ່າ ນັ້ນ​ມັນເປັນ​ພາບລວງຕາ.

ນາຍົກລັດຖະມົນຕີໄທ ພົນເອກ ປຣະຢຸດ ຈັນໂອຊາ ຟັງຄຳຖາມຈາກນັກຂ່າວຄົນໜຶ່ງ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ທີ່ທຳນຽບລັດຖະບານ,ໃນບາງກອກ, ວັນທີ 31 ມີນາ 2015.
ນາຍົກລັດຖະມົນຕີໄທ ພົນເອກ ປຣະຢຸດ ຈັນໂອຊາ ຟັງຄຳຖາມຈາກນັກຂ່າວຄົນໜຶ່ງ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ທີ່ທຳນຽບລັດຖະບານ,ໃນບາງກອກ, ວັນທີ 31 ມີນາ 2015.

ທ່ານ Sean Boonpracong ອະດີດ​ທີ່​ປຶກສາ​ດ້ານ​ຄວາມ
​ໝັ້ນຄົງ​ແຫ່ງ​ຊາດ ກ່າວ​ວ່າ ພວກປະຊາຊົນ​ທີ່​ທຸກ​ຍາກ​ໃນ
​ເຂດ​ຊົນນະບົດ ທີ່​ໄດ້ນຳ​ເອົາພັກ​ການ​ເມືອງ​ຕ່າງໆ ທີ່ໄດ້​ຮັບ
​ການ​ສະໜັບສະໜຸນຈາກ​ອະດີດນາ ຍົກລັດຖະມົນຕີ ທັກສິນ
ຊິນນະ​ວັດ ​ຂຶ້ນ​ມາ​ຄອງ​ອຳນາດ ​ໃນ​ທຸກໆ​ການ​ເລືອກ​ຕັ້ງ​ ນັບ
​ແຕ່ປີ 2001 ​ເປັນ​ຕົ້ນ​ມານັ້ນ ​ແມ່ນຈະ​ບໍ່​ຍອມ​ປ່ອຍ​ໃຫ້ຄວາມ
​ປະສົງທາງ​ການ​ເມືອງ​ຂອງ​ພວກ​ເຂົາ​ເຈົ້າ ຖືກຕັດອອກ​ໄປ​.

ທ່ານ Sean Boonpracong ກ່າວ​ວ່າ “​ຜ່ານ​ມາ ​ແມ່ນໄດ້​ມີ
ຄວາມ​ຮູ້​ສຶກ​ຕື່ນ​ໂຕ​ທາງດ້ານ​ການ​ເມືອງ​ ຢູ່ໃນ​ພາກ​ເໜືອ​ແລະ​
ພາກ​ຕາ​ເວັນອອກ
ສຽງ​ເໜືອ. ​ເຂົາ​ເຈົ້າ​ຢາກ​ມີ​ສ່ວນຮ່ວມ​ ​ແຕ່
​ພວກ​
ຊົນ​ຊັ້ນ​ສູງ ຊັ້ນ​ຫົວ​ກະທິ ບໍ່​ເອົາ​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ນຳ.
ຂ້າພະ​ເຈົ້າ​ມອງ​ເຫັນ​ບັນຫາ ​ໃນ​ຂັ້ນ​ຕໍ່​ໄປ.

ມີ​ພາກສ່ວນ​ທີ່​ສຳຄັນ​ຫລາຍ​ອັນ​ນຶ່ງ ທີ່ປາກົດ​ວ່າ ​ພວກ​ນາຍ​ພົນທະຫານ​ແລະ​ຕຳຫຼວດ ​ບໍ່​ສາ
ມາດຄວບ​ຄຸມ​ໃຫ້​ເປັນ​ໄປ​ຕາມ​ທີ່​ຕ້ອງການ​ໄດ້ ​ເຖິງ​ແມ່ນໄດ້ມີການ​ອອກ​ຄຳ​ສັ່ງຕ່າງໆ​ທີ່ເຂັ້ມ
ງວດ ຫຼື​ການ​ຂົ່ມຂູ່​ທີ່​ຈະຄຸມ​ຂັງ ກໍ​ຕາມ ​ແລະ​ສິ່ງ​ນັ້ນ ກໍ​ຄືເສດຖະກິດ. ສະຖິຕິສະ​ແດງໃຫ້​ເຫັນ
​ວ່າ ​ເສດຖະກິດ​ກຳລັງ​ຕົກ​ຕ່ຳລົງ ​ຍ້ອນ​ການ​ກໍ່​ລັດຖະປະຫານ​ນັ້ນ.

ທ່ານ Sean Boonpracong ກ່າວ​ວ່າ ຖ້າ​ພວກ​ທະຫານ​ສາມາດ​ບໍລິຫານ​ເສດຖະກິດ
ໄດ້
​ດີ​ ຄື​ກັນ​ກັບ​ພວກ​ລັດຖະບານ​ພົນລະ​ເຮືອນຂອງໄທແລ້ວ ປະຊາຊົນ​ໄທກໍ​ອາດສາ
ມາດ​ຮັບ​ເອົາ​ການ​ປົກຄອງ​ຂອງ​ທະຫານ​ໄທ​ໄດ້. ​ແຕ່​ມາ​ຮອດ​ປັດຈຸບັນ​ນີ້ ແນວ​ໂນ້ມ
ຍັງ
​ບໍ່​ຢູ່​ໃນ​ທາງ​ບວກ​ເທື່ອ
​ສຳລັບ​ພວກ​ທະຫານ ຖ້າ​ເວົ້າ​ເຖິງ​ເລື້ອງການ​ບໍລິການ​ປະ​ເທດ​.

ທາງນາຍພົນ​ຕີ ວີຣະຊົນ ສຸ​ຄົນປະຕິພັກ ​ໂຄສົກ​ລັດຖະບານ​ທະຫານ ມີ​ຄຳ​ຕອບ​ດັ່ງນີ້:

ພົນ​ຕີ ວີຣະຊົນ ກ່າວ​ວ່າ ມັນ​ບໍ່​ແມ່ນ​ເປັນ​ຍ້ອນ​ວ່າ​ ພວກ​ເຮົາ​ບໍ່​ມີ​ຄວາມ​ສາມາດ​ໃນ
​ການ​ຮັບ​ມື​ກັບ​
​ບັນຫາ​ເສດຖະກິດ. ມັນ​ເປັນ​ຍ້ອນ ​ການ​ຊັກ​ຊ້າ​ລົງຂອງ​ເສດຖະກິດ
​ໂລກ ​ຄື​ກັນ.
​ແຕ່​ພວກ​ເຮົາ​ກໍມີ​ຄວາມ​ໝັ້ນ​ໃຈ​ວ່າ ​ເສດຖະກິດ​ຂອງ​ປະ​ເທດ​ເຮົາຈະ​
ເລີ້ມ​ດີ​ຂຶ້ນ.”

​ເວລາ​ນີ້ ​ໄທ​ກຳລັງພິຈະ​ລະນາ​ ຮ່າງລັດຖະທຳ​ມະນູນສະບັບ​ໃໝ່ ທີ່ລະບຸ​ວ່າ ​ພວກຄົນ​ທີ່​ຈະ​ປົກຄອງ​ປະ​ເທດ​ໄທ​ນັ້ນ ຈະ​ຕ້ອງ​ເປັນ​ຄົນ​ທີ່​ມີ “ສິນລະ​ທຳດີ” ​ເທົ່າ​ນັ້ນ. ບັນດາ​ຜູ້ວິຈານກ່າວ
ວ່າ ​ໃນ​ບັ້ນ​ສຸດ​ທ້າຍ​ແລ້ວ ພວກ​ນາຍ​ພົນ ​ແລະ​ພວກ​ສະມາຊິກທີ່​ຖືກ​ຄັດ​ເລືອກ​ເອົາ ຂອງ​ຊົນ
ຊັ້ນ​ຫົວ​ກະທິທີ່​ປົກຄອງ​ປະ​ເທດ​ນັ້ນ ​ກໍແມ່ນ​ຈະ​ເປັນ​ຜູ້​ຕັດສິນເອງ​ວ່າ ຜູ້​ໃດ​ຈະຜ່ານ​ການ​ທົດ
ສອບ​ດ້ານ​ສີນ​ລະ​ທຳອັນ​ນັ້ນ ຊຶ່ງ​ຈະ​ເປັນ​ການ​ປ່ອຍ​ໃຫ້​ພວກເຂົາ​ເຈົ້າໄດ້ກຳ​ອຳນາດສືບຕໍ່ໄປ
​ເວລາ​ໃດທີ່​ຝ່າຍທະຫານ​ຜ່ອນ ຄາຍ​ການ​ກຳອຳນາດ​ຂອງຕົນ​ລົງ.

Thailand Coup Anniversary
HEAD: As Thailand Marks One Year Since Coup No End in Sight for Military Rule
DATE: 05/19/2015

Friday marks one year since Thailand's army chief took control -- the latest in a long series of military coups to remove elected governments. As VOA Correspondent Steve Herman reports from Bangkok it appears the generals running Thailand's government are in no hurry to return power to the civilians.

For the past year this man has been in charge General Prayuth Chan-ocha. Since carrying out the May 22, 2014 bloodless coup he has been appointed prime minister by a hand-picked legislature. He recently lifted martial law. But other laws still severely restrict civil liberties.

Junta spokesman, Army Major General Weerachon Sukhondhapatipak, acknowledges nothing has changed much.

((MAJ. GEN. WEERACHON SUKHONDHAPATIPAK, THAI JUNTA SPOKESMAN (male in English) ))
"The bottom line is the acts or laws still give the sweeping power to General Prayuth, right? But if you look into the situation on the ground I think most of the Thai people understand that the way my prime minister prime minister Prayuth Chan-ocha, uses power is in a very constructive way."

Bangkok is calm -- there are no tanks, no soldiers patrolling as was seen after the coup which followed a prolonged period of sometimes violent political turmoil.

But this is a deceptive scene, according to junta opponents.

The rural poor -- who propelled into power, in every election since 2001, parties backed by former prime minister Thaksin Shinawatra -- will not tolerate being disenfranchised, says former national security advisor Sean Boonpracong.

((SEAN BOONPRACONG, FMR. NAT'L SECURITY ADVISOR (male in English) ))
"There has been a political awakening in the North and Northeast. They want in, but the elites do not include them. I see trouble down the road.

There is one critical element the military and police generals cannot seem to keep in line despite harsh decrees or the threat of detention: the economy. Data show it is stumbling, knocked off balance by the coup.

((SEAN BOONPRACONG, FMR. NAT'L SECURITY ADVISOR (male in English) ))
"If the military could manage the economic transition as good as Thai civilian governments then the Thai people could accept the military ruling. But, so far, the trend hasn't been positive for the military when it comes to running the country.

((MAJ. GEN. WEERACHON SUKHONDHAPATIPAK, JUNTA SPOKESMAN (male in English) ))
"It's not because we are incompetent in dealing with the economy. It's because of the slowing down of the global economy, as well. But we are confident that our economy will start to pick up."

A draft constitution decrees only those with "good morals" govern Thailand. Its critics say the generals and their handpicked members of the elite will end up deciding who passes that morality test, allowing them to continue to hold power once the junta relaxes its grip.

((STEVE HERMAN, VOA NEWS, BANGKOK))


XS
SM
MD
LG