ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ເປັນປະເທດນຶ່ງໃນໂລກ ທີ່ສາມາດຜະລິດໄຟຟ້າແສງຕາເວັນ ໃນປະລິມານສູງໄດ້ ແລະມີໂຄງການໃຫຍ່ ອີກອັນນຶ່ງ


ແຟ້​ມ - ຄົນ​ງານ​ຈີນ ພວມ​ເຮັດ​ວຽກ ໃນ​ເດືອນ​ທັນ​ວາ​ປີ 2017 ກ່ຽວ​ກັບ​ແຜ່ນ​ຮັບ​ແສງ​ຕາ​ເວັນ​ລອຍ​ນ້ຳ ທ​ີ່ Huainan ອະ​ດີດ​ບໍ່​ຖ່ານ​ຫີນ​ໃນ​ແຂວງອັນ​ຫຸຍ ຂອງ​ຈີນ ທີ່​ອາດ​ມີ​ລັກ​ສະ​ນະ​ຄ້າຍ​ຄື​ກັບ​ໂຮງ​ໄຟ​ຟ້າ​ພະ​ລັງ​ແສງ​ຕາ​ເວັນ​​ລອຍ​ນ້ຳຂອງ​ລາວ.
ແຟ້​ມ - ຄົນ​ງານ​ຈີນ ພວມ​ເຮັດ​ວຽກ ໃນ​ເດືອນ​ທັນ​ວາ​ປີ 2017 ກ່ຽວ​ກັບ​ແຜ່ນ​ຮັບ​ແສງ​ຕາ​ເວັນ​ລອຍ​ນ້ຳ ທ​ີ່ Huainan ອະ​ດີດ​ບໍ່​ຖ່ານ​ຫີນ​ໃນ​ແຂວງອັນ​ຫຸຍ ຂອງ​ຈີນ ທີ່​ອາດ​ມີ​ລັກ​ສະ​ນະ​ຄ້າຍ​ຄື​ກັບ​ໂຮງ​ໄຟ​ຟ້າ​ພະ​ລັງ​ແສງ​ຕາ​ເວັນ​​ລອຍ​ນ້ຳຂອງ​ລາວ.

ລາວເປັນປະເທດນຶ່ງໃນໂລກ ທີ່ສາມາດຜະລິດໄຟຟ້າແສງຕາເວັນໃນປະລິມານສູງໄດ້ແລ້ວ ແລະກໍຍັງມີໂຄງການພະລັງງານແສງຕາເວັນແບບປະສົມທີ່ໃຫຍ່ອີກອັນນຶ່ງກໍາລັງຢູ່ໃນແຜນທີ່ຈະເລີ້ມພັດທະນາໃນປີນີ້ ເພື່ອຈະໄດ້ຜະລິດໄຟຟ້າທົດແທນ ບວກໃສ່ກັບໄຟຟ້າພະລັງນໍ້າ ເພື່ອສົ່ງອອກໃນສອງປີຂ້າງໜ້າ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ລະ​ອຽດ​ຂອງ​ເລື້ອງນີ້ ຈາກນັກຂ່າວຂອງເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລາວ ໄດ້ເລີ້ມຜະລິດໄຟຟ້າແສງຕາເວັນທີ່ລອຍຢູ່ກາງນໍ້າແຫ່ງທໍາອິດແລ້ວ ຊຶ່ງໂຄງການນີ້ ແມ່ນຢູ່ອ່າງນໍ້າເຂື່ອນນໍ້າງື່ມ 1 ໃນເຂດເມືອງລ່ອງຊານ, ແຂວງໄຊສົມບູນ, ຫ່າງຈາກນະຄອນຫລວງວຽງຈັນໄປທາງທິດເໜືອປະມານ 90 ກິ ໂລແມັດ. ອີງຕາມການບອກເລົ່າ ຂອງທ່ານໝໍລາວຜູ້ນຶ່ງຢູ່ໃນທ້ອງຖິ່ນ ໂດຍວ່າ ໂຄງການນີ້ ໄດ້ເລີ້ມຜະລິດປະມານຕົ້ນປີກາຍນີ້ ຊຶ່ງທ່ານເລົ່າສູ່ຟັງວ່າ:

“ຢູ່ເຂື່ອນນໍ້າງື່ມໜີ້ເດ ຢູ່ບ່ອນເມືອງອ້າຍຢູ່ ເມືອງລ່ອງຊານນະ ໄປເຮົາເຫັນເປັນແຝງເດ່. ອັນນັ້ນ ແມ່ນໄຟຟ້າເດ ໄຟຟ້າເຂົາຊື້ເຂົ້າ ເຂົາຊ່ວຍໂຊລາເຊລ ຊື້ໄຟ ຟ້ານີ້ ບ່ອນອ້າຍຢູ່ ເຂດເມືອງລ່ອງຊານ ກາຍທ່າບົກມາ 45 ຫລັກ ກະແມ່ນລ່ອງຊານ ກາຍມາກະແມ່ນເມືອງອະນຸວົງ ວ່າປີທີ່ແລ້ວນີ້ ລະຫວ່າງຊ່ວງໂຄວິດມັນເກີດນີ້ນະ ລົງມາເຂດ 2 ມາເຫັນຢູ່ນີ້ ແລ້ວອ້າຍຖາມເຂົາວ່າແສງໂຊລເຊລ ແມ່ນເຮັດຂາຍທາງໄດ ແມ່ນຂາຍໃຫ້ໄຟຟ້າຫັ້ນນະ ເວົ້າວ່າ ເຂົາຂາຍໃຫ້ພວກໄຟຟ້ານີ້ແຫລະ”.

ໂດຍກວາມເອົາເນື້ອທີ່ທັງໝົດ 1,500 ເຮັກຕາ, ໂຄງການໄຟຟ້າພະລັງງານແສງຕາເວັນລອຍນໍ້າທີ່ວ່ານີ້ ແບ່ງອອກເປັນໄລຍະການພັດທະນາຕ່າງໆ ຕາມຄວາມຕ້ອງການຂອງຕະຫລາດ. ຕາມ​ແຜນ​ການ​ພັດທະນາ​ແລ້ວ, ​ໂຮງ​ໄຟຟ້າ​ແສງ​ຕາ​ເວັນ​ທີ່​ມີ​ກຳລັງ 300 ເມ​ກາ​ວັດຈະ​ເລີ່​ມດຳ​ເນີນ​ງານ​ແຕ່​ທ້າຍ​ປີ 2020 ​ໄປ​ຮອດ​ປີ 2023 ດ້ວຍ​ກຳລັງ​ການ​ຜະລິດ​ໄຟຟ້າ​ປະຈຳ​ປີ 37,852,86 GWh. ແຕ່ປີ 2023 ຫາ 2026 ຈະເພີ່ມກຳລັງການຜະລິດເປັນ 900 ເມກາວັດແລະ ຈະສ້າງຕາໜ່າງສາຍສົ່ງຈາກພື້ນທີ່ໂຄງການໄປສະຖານີໄຟຟ້າຍ່ອຍ ແສງສະຫວ່າງ ຢູ່ບ້ານແສງສະຫວ່າງ ເມືອງທຸລະຄົມ ແຂວງວຽງຈັນ.ອີງຕາມມູນນິທິ ນິເວດວິທະຍາຫວຽດນາມ ຫລື Viet Ecology Foundation ຊຶ່ງເປັນອົງການບໍ່ຂຶ້ນກັບລັດຖະບານສາກົນ ທີ່ຕັ້ງຢູ່ໃນສະຫະລັດ, ໂຄງການທີ່ວ່ານີ້ ເປັນໂຄງການພະລັງງານແສງຕາເວັນລອຍນໍ້າຂະໜາດໃຫຍ່ສຸດຂອງໂລກ ຊຶ່ງສາມາດຜະລິດໄຟຟ້າໄດ້ 1200 ເມກາວັດ (MW). ໂຄງການນີ້ເປັນການພັດທະນາຮ່ວມກັນ ລະຫວ່າງບໍລິສັດ Hangzhou Safefound Technology ຂອງຈີນ ທີ່ເປັນຜູ້ຜະລິດແຜງໂຊລາເຊລ ທີ່ຖືຮຸ້ນ 80 ເປີເຊັນ ເປັນໄລຍະ 25 ປີ ແລະລັດຖະບານລາວທີ່ຖືຮຸ້ນ 20 ເປີເຊັນ.

ໂຄງການນີ້ ໄດ້ປະກອບສ່ວນຊ່ວຍເຮັດໃຫ້ປະຊາຊົນທີ່ຢູ່ເຂດຫ່າງໄກຈາກຕົວເມືອງ ເຊັ່ນແຂວງໄຊສົມບູນ ສາມາດປະຢັດຄ່າໄຟຟ້າໄດ້ອີກດ້ວຍ ດັ່ງທີ່ປະຊາຊົນທ່ານນຶ່ງໃນທ້ອງຖິ່ນນັ້ນ ບອກເລົ່າສູ່ຟັງວ່າ:

“ເຮັດສະປຣີງເກີທົ່ວຄັງ ທົ່ວສວນເຮົານີ້ນະ ຄັນເຮົາບໍ່ແກ້ບັນຫາໂຕນີ້ ເປັນໄປບໍ່ໄດ້ເດັດຂາດ ປະມານນີ້ ໃຊ້ 2-3 ແຝງໜ້ອຍນຶ່ງ ໃຊ້ມາກະຖືວ່າເປັນປີທີສອງແລ້ວໜີ້ ກະເສຍເງິນແຕ່ເຈັດແສນ ຫລືລ້ານປາຍ (ກີບ) ນີ້ຫລະ ແຕ່ປິທີ່ແລ້ວມາຮອດຕອນນີ້ ກະຍັງບໍ່ໄດ້ເສຍຫຍັງອີກຕື່ມ”

ນອກຈາກນັ້ນແລ້ວ ລາວຍັງມີໂຄງ​ການ​ພະ​ລັງ​ງານ​ແສງ​ຕາ​ເວັນ​ແບບ​ປະ​ສົມ ຊຶ່ງເປັນໂຄງການພະລັງງານແສງຕາເວັນລອຍນໍ້າອີກແບບນຶ່ງ ແຕ່ຜະລິດປະສົມໃສ່ ກັບພະລັງງານຈາກນໍ້າ ທີ່ຈະສ້າງຢູ່ອ່າງເກັບນ້ຳໃນອ່າງນໍ້າເທີນຂອງໂຄງການ ເຂື່ອນໄຟຟ້ານ້ຳເທີນ 2 ທີ່ແຂວງຄຳມ່ວນ. ນີ້ເປັນໂຄງການຮຸ້ນສ່ວນກັນ ລະ ຫວ່າງ ບໍລິສັດລັດວິສາຫະກິດ Lao Holding State Enterpise (LHSE) ຂອງລັດຖະບານລາວ ແລະ ລັດວິສາຫະກິດໄຟຟ້າຝຣັ່ງເສດ (EDF) ໄດ້ລົງນາມໃນສັນຍາພັດທະນາໂຄງການ (PDA). ໂຄງການພະລັງງານແສງອາທິດ ແບບປະສົມ ທີ່ນໍາພາໂດຍ EDF ແລະ ຮ່ວມພັດທະນາກັບ LHSE ແລະບໍລິ ສັດຜະລິດໄຟຟ້າຈໍາກັດມະຫາຊົນ ຫລື EGCO ຂອງໄທ ມີແຜນຈະເລີ້ມກໍ່ສ້າງ ໃນປີ 2022 ແລະຈະເລີ່ມດໍາເນີນງານ ໃນປີ 2024. ເມື່ອຖາມເຖິງຄວາມຄືບ ໜ້າຂອງໂຄງການນີ້ ພະນັກງານຂັ້ນສູງໃນບໍລິສັດຜະລິດໄຟຟ້ານໍ້າເທີນ 2 ເລົ່າສູ່ຟັງວ່າ:

“ຄືເຫັນໃນຂ່າວບໍ່ຮູ້ເນາະທີ່ຈິງແຕ່ປີກາຍເນາະ ຈະສຶບຕໍ່ແນວໃດໃນປີນີ້ເນາະ ຍັງບໍ່ທັນເຫັນເພິ່ນແຈ້ງອອກມາເທື່ອ ໃນປີນີ້ເນາະ ຈຸດປະສົງຫລັກແທ້ໆກະສົ່ງໄປໄທຫັ້ນລະ ໃຫ້ມັນສາມາດຮັກສາລະດັບນໍ້າເພື່ອໃຫ້ຮັກສາພະລັງໄຟຟ້າສອງຮ້ອຍຫົກສິບພັນເມກາວັດ ສອງຮ້ອຍຫົກສິບພັນ, ເອົາໄປໄທເນາະ ຕາມເພິ່ນຂຽນປະມານນັ້ນ ຍັງບໍ່ທັນລົງມືໃດ ຕາມເຂົາເຈົ້າລົງສໍາຫລວດ ຍັງບໍ່ໄດ້ລົງມືເປັນຕົນເປັນໂຕໃດ.”

ໂດຍເອີ້ນວ່າ ນໍ້າເທີນ 2-Solar ຫຼື NT2-Solar, ໂຄງການດັ່ງກ່າວຈະກາຍ ເປັນໂຄງການພະລັງງານແສງຕາເວັນແບບປະສົມທີ່ໃຫຍ່ທີ່ສຸດໃນໂລກ, ດ້ວຍກຳລັງຕິດຕັ້ງ 240 MW. ມັນກວາມເອົາເນື້ອທີ່ 3.2 ກິໂລແມັດມົນ​ທົນ (ໜ້ອຍກວ່າ 1% ຂອງເນື້ອທີ່ອ່າງເກັບນ້ຳໃນລະດັບທີ່ເຕັມ)​, ອີງຕາມເວັບໄຊທ໌ ຂອງບໍລິສັດຜະລິດໄຟຟ້ານໍ້າເທີນ 2.

ເປົ້າໝາຍດ້ານພະລັງງານ 2 ໃນ 6 ຂໍ້ຂອງລັດຖະບານລາວ ກໍຄື: ເພີ່ມ​ອັດຕາ​ສ່ວນ​ໄຟຟ້າ​ ໃຫ້ກວາມເອົາ​ 98 ເປີເຊັນ ຂອງພົນລະເມືອງລາວ ​ໃນ​ປີ 2025 ​ແລະ ​ເຮັດ​ໃຫ້ພະ​ລັງ​ງານ​ສາ​ມາດ​ເຂົ້າ​ເຖິງ​ສໍາ​ລັບພົນລະເມືອງລາວທຸກ​ຄົນ ເຖິງແມ່ນວ່າຢູ່ໃນເຂດຫ່າງໄກສອກຫຼີກ, ອີງຕາມການນໍາສະເໜີ ຂອງກະຊວງພະ ລັງງານແລະບໍ່ແຮ່ຂອງລາວ ໃນກອງປະຊຸມຂໍ້ມູນດ້ານພະລັງງານທົດແທນທີ່ຈັດຂຶ້ນຢູ່ບາງກອກ ໃນປີ 2016 ແລະກ່າວຢູ່ໃນເວັບໄຊທ໌ຂອງອົງການພະລັງງານທົດແທນສາກົນ ຫລື IRENA. ສະນັ້ນ ໂຄງການພະລັງງານແສງຕາເວັນຂະໜາດໃຫຍ່ສອງແຫ່ງດັ່ງກ່າວ ຖ້າໄດ້ຖືກພັດທະນາຕາມແຜນການຢ່າງເຕັມສ່ວນແລ້ວ ກໍຈະຊ່ວຍໃຫ້ລາວ ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ ບໍ່ຫລາຍກໍໜ້ອຍ.

XS
SM
MD
LG