ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

1 ຄົນ ເສຍ​ຊີ​ວິດ ແລະ 5 ຄົນ​ ບາດ​ເຈັບ ໃນ​ການ​ໂຈມ​ຕີ ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ


ນັກ​ສອນ​ສາ​ສະ​ໜາ ທີ່​ເປັນ​ສະ​ມາ​ຊິກ ຂອງ​ກຳ​ລັງ ທະ​ຫານ​ບ້ານ​ຈາກ​ຄ້າຍ​ເບ​ຊິ​ສ ເຂົ້າ​ຮ່ວມ​ພິ​ທີ​ສວນ​ສະ​ໜາມ ​ຂອງ​ທະ​ຫານ ​ຢູ່​ຕໍ່​ໜ້າ​ສະ​ຖານ​ທູດ​ສະ​ຫະ​ລັດ ທີ່​ນະ​ຄອນ​ເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 25 ພະ​ຈິກ 2011.
ນັກ​ສອນ​ສາ​ສະ​ໜາ ທີ່​ເປັນ​ສະ​ມາ​ຊິກ ຂອງ​ກຳ​ລັງ ທະ​ຫານ​ບ້ານ​ຈາກ​ຄ້າຍ​ເບ​ຊິ​ສ ເຂົ້າ​ຮ່ວມ​ພິ​ທີ​ສວນ​ສະ​ໜາມ ​ຂອງ​ທະ​ຫານ ​ຢູ່​ຕໍ່​ໜ້າ​ສະ​ຖານ​ທູດ​ສະ​ຫະ​ລັດ ທີ່​ນະ​ຄອນ​ເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 25 ພະ​ຈິກ 2011.

ມື​ປືນ ​ໄດ້​ສັງ​ຫານ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ ຂອງ​ອີ​ຣ່ານ​ ນຶ່ງ​ຄົນ ແລະ​ອີກຫ້າ​ຄົນ​ບາດ​ເຈັບ ທີ່​ຄ້າຍເບ​ຊິ​ຈ (Basij) ຊຶ່ງ​ຕັ້ງ​ຢູ່​ໃນ​ເມືອງ ນິກ​ຊາເຮີ (Nikshahr) ໃນພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ປະ​ເທດ ໃນ​ວັນ​ເສົາ​ມື້ນີ້ ອີງ​ຕາມ​ລາຍ​ງານ​ຂອງສື່ມວນ​ຊົນ​ອີ​ຣ່ານ.

ລາຍ​ງານ​ຂ່າວ​ຂອງ​ທາງ​ການ​ອີ​ຣ່ານ​ແຈ້ງວ່າ ການ​ໂຈມ​ຕີ​ດັ່ງ​ກ່າວນີ້ ແມ່ນ​ເປັນການ​ໂຈມ​ຕີ “ກໍ່​ການ​ຮ້າຍ.”

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ແມ່ນ​ໃຜ​ຫຼື​ກຸ່ມ​ໃດ​ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ການ​ໂຈມ​ຕີ​ ທີ່​ເກີດ​ຂຶ້ນ​ຢູ່​ໃນ​ຂົງ​ເຂດ​ທີ່​ວຸ້ນ​ວາຍ​ຂອງ​ປະ​ເທດ​ດັ່ງ​ກ່າວ ບ່ອນ​ທີ່​ພວກຄ້າ​ຢາ​ເສບ​ຕິດ ແລະ​ພ​ວກ​ຫົວ​ຮຸນ​ແຮງ ທີ່​ນັບ​ຖື​ສາ​ສະ​ໜາ​ອິ​ສ​ລາມ ນິ​ກາຍ​ຊຸນ​ນີ່ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ໃນ​ການ​ໂຈມ​ຕີ​ຫຼາຍໆ​ຄັ້ງ​ທີ່​ຜ່ານ​ມາ.

Gunmen killed one of Iran's elite Revolutionary Guards and wounded five other people Saturday at the Basij paramilitary base in the southeastern town of Nikshahr, Iran's media reported.

State media described the incident as a "terrorist" attack.

It was not immediately clear who was responsible for the attack in the restive Iranian region, where both drug smuggles and Sunni militants have claimed past incidents.

XS
SM
MD
LG