ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພາຍຸເຮີຣີເຄນເລນ ໄດ້ລົດລະດັບ ລົງມາເປັນ ພາຍຸເຂດຮ້ອນ ຈະມຸ້ງໜ້າ ໄປທາງທິດ ຕາເວັນຕົກ


ຄື້ນຟອງທະເລ ຂະໜາດໃຫຍ່ຊັດເຂົ້າຝັ່ງ ຂ້າມຫົວພວກຄົນ ທີ່ພາກັນຢືນເບິ່ງ ໃນເມືອງໂຄນາ ລັດຮາວາຍ ຂອງ ສະຫະລັດ, ວັນທີ 23 ສິງຫາ 2018 ໃນພາບຖ່າຍຈາກວີດີໂອ ທີ່ນຳລົງຜ່ານສື່ສັງຄົມ. (Ryan Leinback)
ຄື້ນຟອງທະເລ ຂະໜາດໃຫຍ່ຊັດເຂົ້າຝັ່ງ ຂ້າມຫົວພວກຄົນ ທີ່ພາກັນຢືນເບິ່ງ ໃນເມືອງໂຄນາ ລັດຮາວາຍ ຂອງ ສະຫະລັດ, ວັນທີ 23 ສິງຫາ 2018 ໃນພາບຖ່າຍຈາກວີດີໂອ ທີ່ນຳລົງຜ່ານສື່ສັງຄົມ. (Ryan Leinback)

ພາຍຸເຮີຣີເຄນເລນ ໄດ້ລົດລະດັບລົງເປັນພາຍຸເຂດຮ້ອນ ໃນແລງວັນສຸກວານນີ້ ຫາກ
ແຕ່ວ່າ ກົມບໍລິການອາກາດແຫ່ງຊາດ ໄດ້ເຕືອນວ່າ ພາຍຸຫົວນີ້ ຍັງຄົງຈະເຮັດໃຫ້ມີຝົນ
ຕົກໜັກ ແລະລົມແຮງຢູ່.

ຄາດກັນວ່າ ພາຍຸຫົວດັ່ງກ່າວ ທີ່ມີລົມແຮງເຖິງ 110 ກິໂລແມັດຕໍ່ຊົ່ວໂມງ ຈະມຸ່ງໜ້າໄປ
ທາງທິດຕາເວັນຕົກຂອງເກາະຮາວາຍ ໃນວັນເສົາມື້ນີ້ ແຕ່ບັນດານັກອຸຕຸນິຍົມວິທະຍາ
ໄດ້ເຕືອນວ່າ ຈະມີຝົນຕົກໜັກ ແລະລົມແຮງ ເຊິ່ງຍັງຈະເປັນໄພອັນຕະລາຍ ຕໍ່ພົນລະ
ເມືອງລັດຮາວາຍ ຢູ່.

ຜູ້ປົກຄອງລັດ ທ່ານ ເດວິດ ອີເກ ໄດ້ກ່າວຕໍ່ ບັນດານັກຂ່າວ ໃນວັນສຸກວານນີ້ ວ່າ
“ພວກເຮົາຄາດວ່າ ຈະມີຝົນຕົກຫຼາຍ ຈາກພາຍຸເລນ ໃນຫຼາຍໆຊົ່ວໂມງຈະມາເຖິງນີ້.”

ສ່ວນຂອບເຂດນອກສຸດ ຂອງພາຍຸເຮີຣີເຄນເລນ ນັ້ນ ໄດ້ພາໃຫ້ມີຝົນຕົກລົງໃສ່ພື້ນທີ່
ຫຼາຍເຖິງ 1 ແມັດ ພາຍໃນ 48 ຊົ່ວໂມງ ໂດຍສ່ວນໃຫຍ່ແລ້ວ ແມ່ນຢູ່ໃນລັດຮາວາຍ
ໃນວັນສຸກວານນີ້. ບັນດາເຈົ້າໜ້າທີ່ໄດ້ລາຍງານມາວ່າ ເກີດນ້ຳຖ້ວມ ແລະ ດິນເຈື່ອນ
ຢູ່ທີ່ເກາະໃຫຍ່ ຫຼື Big Island.

ເຈົ້າຄອງນະຄອນຫຼວງ ໂຮໂນລູລູ ທ່ານເຄີກ ຄອລວີລ (Kirk Caldwell) ໄດ້ ກ່າວວ່າ
ທ່ານຮູ້ສຶກດີໃຈທີ່ໄດ້ຍິນວ່າ ພາຍຸອ່ອນກຳລັງລົງ ແຕ່ກໍໄດ້ຮຽກຮ້ອງໃຫ້ປະຊາຊົນ ຈົ່ງ
ໃຫ້ເຝົ້າລະມັດລະວັງ.

ປະຊາຊົນປະມານ 2,000 ຄົນ ໄດ້ພາກັນໄປອາໄສຢູ່ ສະຖານທີ່ພັກຊົ່ວຄາວຕ່າງໆ
ສ່ວນຫຼາຍ ແມ່ນຈະຢູ່ໃນເກາະໂອອາຮູ ອີງຕາມການກ່າວໃນວັນສຸກວານນີ້ ໂດຍ
ບັນດາເຈົ້າໜ້າທີ່ ອົງການຄຸ້ມຄອງເຫດສຸກເສີນຂອງລັດຖະບານກາງ.

ຂວັນໄຟໄໝ້ປ່າ ພຸ່ງຂຶ້ນສູ່ທ້ອງຟ້າ ໃນຂະນະທີ່ໄຟລາມຂະຫຍາຍອອກໄປໃນເມືອງ ຄາອານາປາລີ ຂອງເກາະ ມາວອີ ລັດຮາວາຍ, ວັນທີ 24 ສິງຫາ2018.
ຂວັນໄຟໄໝ້ປ່າ ພຸ່ງຂຶ້ນສູ່ທ້ອງຟ້າ ໃນຂະນະທີ່ໄຟລາມຂະຫຍາຍອອກໄປໃນເມືອງ ຄາອານາປາລີ ຂອງເກາະ ມາວອີ ລັດຮາວາຍ, ວັນທີ 24 ສິງຫາ2018.

ສ່ວນຢູ່ທີ່ເກາະມາວອີ ແລະ ເກາະໂອອາຮູ ເກີດໄຟໄໝ້ປ່າຢູ່ໃນຫຼາຍພື້ນທີ່ ທີ່ບໍ່ໄດ້ຮັບ
ຜົນກະທົບຈາກນ້ຳຝົນ.

ບໍ່ມີລາຍງານຂອງການໄດ້ຮັບບາດເຈັບໃດໆເທື່ອ ແຕ່ເຫດການດິນເຈື່ອນ ແລະນ້ຳຖ້ວມ
ກະທັນຫັນຢູ່ຫຼາຍແຫ່ງ ໄດ້ເຮັດໃຫ້ຖະໜົນບາງສາຍຕ້ອງຖືກປິດ.

ສະໜາມບິນໃຫຍ່ຕ່າງໆຂອງລັດຮາວາຍ ຍັງຄົງເປີດໃຫ້ການບໍລິການຢູ່ ໃນຂະນະທີ່
ສາຍການບິນບາງສາຍ ກໍໄດ້ຍົກເລີກຖ້ຽວບິນຂອງຕົນໄປແລ້ວ ໃນວັນສຸກວານນີ້.

ຜູ້ປົກຄອງລັດຮາວາຍ ທ່ານ ອີເກ ໄດ້ເຕືອນບັນດາຜູ້ເດີນທາງວ່າ ໃນວັນເສົາ ແລະ ວັນ
ອາທິດນີ້ ໃຫ້ຄາດວ່າ ຈະມີສະພາບການຕິດຄັດ ໃນຂະນະທີ່ບັນດາສາຍການບິນຕ່າງໆ
ຮັບມືກັບຖ້ຽວບິນທີ່ຕົກຄ້າງນັ້ນ.

ເຂດປາຊີຟິກຕອນກາງ ແມ່ນຈະພາຍຸເຮີຣີເຄນໜ້ອຍກວ່າ ຂົງເຂດອື່ນໆ ໂດຍຈະມີພຽງ
ປະມານ 4 ຫຼື 5 ຫົວຕໍ່ປີ. ສ່ວນລັດຮາວາຍ ບໍ່ຄ່ອຍໄດ້ຮັບຜົນກະທົບປານໃດ.

Hurricane Lane was downgraded to a tropical storm late Friday, although the National Weather Service warned the storm still packed torrential rains and high winds.

The storm, with winds of 110 kpm, was expected to veer west of the Hawaiian Islands by Saturday, but meteorologists warned the heavy rains and high winds still posed a danger to residents.

"We do anticipate lots of rain from Lane in the coming hours," Governor David Ige told reporters Friday.

The outer reaches of Hurricane Lane had dropped as much as 1 meter of water in 48 hours, mostly on Hawaii, by Friday. Officials reported flooding and landslides on the Big Island.

Honolulu Mayor Kirk Caldwell said he was happy to hear the storm weakened, but urged residents to stay vigilant.

About 2,000 people were in shelters, mostly on Oahu, Federal Emergency Management Agency officials said Friday.

On Maui and Oahu, brush fires broke out in areas that were not affected by the rains.

There have been no reports of injuries yet, but landslides and flash floods have caused some road closures.

Hawaii's major airports have remained open, while some airlines canceled flights on Friday.

Governor Ige warned travelers on Saturday and Sunday to expect congestion as air carriers deal with a backlog.

The central Pacific gets fewer hurricanes than other regions, with about only four or five named storms a year. Hawaii rarely gets hit.

XS
SM
MD
LG