ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນຄັ້ງນຶ່ງ ລົດເຕີຣີ ໄດ້ຖືກຫາມ ແຕ່ມາບັດນີ້ ໄດ້ສ້າງລາຍຮັບ ອັນໃຫຍ່ຫຼວງ ໃຫ້ລັດຕ່າງໆ


ລູກຄ້າຄົນນຶ່ງ ໄດ້ຮັບບັດ Powerball ໃນເມືອງ Omaha ຂອງລັດ Nebraska, ວັນທີ 23 ສິງຫາ 2017.
ລູກຄ້າຄົນນຶ່ງ ໄດ້ຮັບບັດ Powerball ໃນເມືອງ Omaha ຂອງລັດ Nebraska, ວັນທີ 23 ສິງຫາ 2017.

ຜູ້ຊື້ ລົດເຕີຣີ Powerball ຄົນໜຶ່ງ ຢູ່ໃນລັດ Massachusetts ຂອງສະຫະລັດ ໄດ້ຖືກ
ລາງວັນ ມູນຄ່າ 759 ລ້ານໂດລາ ໃນຄ່ຳຄືນວັນພຸດວານນີ້ ອັນເປັນລາງວັນທີ່ໃຫຍ່ທີ່ສຸດ
ອັນດັບສອງ ໃນປະຫວັດສາດເກມລົດເຕີຣີດັ່ງກ່າວ ແລະ ຈຳນວນເງິນນີ້ ໄດ້ດຶງດູດເອົາ
ຊາວອາເມຣິກັນ ຫຼາຍລ້ານຄົນ ອອກມາຊື້ບັດລົດເຕີຣີ ໃນຄວາມຫວັງ ທີ່ພວກເຂົາເຈົ້າ
ຈະຖືກເລກໂຊກດີ.

ໂອກາດທີ່ຈະຖືກລາງວັນສູງນີ້ ແມ່ນ 1 ໃນຈຳນວນ 292 ລ້ານໂອກາດ. ເມື່ອປີກ່າຍນີ້
ມີ 3 ຄົນຖືຶກຫວຍ Powerball ລາງວັນທີ່ເປັນປະຫວັດການ ມູນຄ່າ 1 ຕື້ 6 ຮ້ອຍລ້ານ
ໂດລາ ຊຶ່ງໄດ້ຖືກແບ່ງເປັນສາມສ່ວນ.

ແຕ່ລົດເຕີຣີຕ່າງໆ ທີ່ຖືກຕ້ອງຕາມກົດໝາຍ ຂ້ອນຂ້າງເປັນປາກົດການທີ່ໃໝ່ ຢູ່ໃນ
ສະຫະລັດ.

ໃນເມື່ອກ່ອນ ພວກຕັ້ງຖິ່ນຖານໃໝ່ ໃນອາເມຣິກາ ໄດ້ດຳເນີນການຂາຍລົດເຕີຣີ ແລະ
ທ່ານ Roger Dunstan ຜູ້ທີ່ຂຽນປຶ້ມຊື່ວ່າ ປະຫວັດຂອງການພະນັນ ຢູ່ໃນສະຫະລັດ
ຫຼື History of Gambling in the United States ໄດ້ກ່າວວ່າ ພວກຕັ້ງຖິ່ນຖານໃໝ່ ຢູ່ໃນເມືອງ Jamestown ໄດ້ດຳເນີນການຂາຍລົດເຕີຣີ ເພື່ອຫາທຶນຮອນສ້າງອະນານິຄົມ.

ແຕ່ອະນານິຄົມ Massachusetts Bay ໄດ້ຖືກກໍ່ຕັ້ງຂຶ້ນມາໂດຍ ຊາວ Puritan ທີ່ມາ
ຈາກປະເທດອັງກິດ ເຊິ່ງເຄັ່ງຄັດທາງດ້ານສາສະໜາ ຈຶ່ງໄດ້ຫ້າມການຂາຍລົດເຕີຣີ ແລະ
ການພະນັນແບບອື່ນໆ ແມ່ນກະທັງຢູ່ໃນເຮືອນ.

ໃນທີ່ສຸດ ສິ່ງລໍ້ລວງຂອງການໄດ້ເງິນຢ່າງງ່າຍດາຍນັ້ນ ແມ່ນຫຼາຍເກີນໄປ ແລະ ຜົນ
ສຸດທ້າຍ ແຕ່ລະອານານິຄົມດັ້ງເດີມ ທັງ 13 ອານານິຄົມ ກໍໄດ້ຂາຍລົດເຕີຣີ ເພື່ອຫາ
ທຶນຮອນສ້າງຕັ້ງບ້ານເມືອງ.

ເງິນລາຍໄດ້ ຈາກການຂາຍລົດເຕີຣີ ໄດ້ຖືກນຳໃຊ້ເປັນທຶນຮອນ ສຳລັບ ພວກໂຮງຮຽນ
ແລະ ພື້ນຖານໂຄງລ່າງຕ່າງໆ ເຊິ່ງເປັນຄ້າຍຄືກັນກັບ ອັນທີ່ເປັນລາຍໄດ້ທີ່ຖືກນຳໃຊ້
ໃນປັດຈຸບັນນີ້.

Lottery History
please wait
Embed

No media source currently available

0:00 0:00:22 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG