ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນກ່າວວ່າ ສາຍພັນໃໝ່ຂອງພະຍາດໂຄວິດ-19 ທີ່ພາໃຫ້ມີການຕິດເຊື້ອສູງ ທີ່ມີຊື່ວ່າ ໂອໄມຄຣອນ (omicron) ນັ້ນ ເປັນສາເຫດທີ່ພາໃຫ້ມີ "ຄວາມເປັນຫ່ວງ, ບໍ່ແມ່ນສາເຫດທີ່ພາໃຫ້ແຕກຕື່ນ" ແລະກ່າວປົກປ້ອງການຕັດສິນໃຈຂອງທ່ານທີ່ຖືກວິພາກວິຈານຫຼາຍໃນເລື້ອງ ການຈໍາກັດການເດີນທາງຂອງຄົນ ຈາກພາກໃຕ້ຂອງທະວີບອາ ຟຣິກາ, ບ່ອນທີ່ມີລາຍງານວ່າໄດ້ພົບສາຍພັນດັ່ງກ່າວເປັນຄັ້ງທໍາອິດນັ້ນເຂົ້າມາປະເທດ. Anita Powell ນັກຂ່າວຂອງວີໂອເອມີລາຍງານເລື້ອງນີ້ ມາຈາກທຳ ນຽບຂາວ ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ສັດຕູແມ່ນມີຊື່ໃຫມ່, ແລະມັນແມ່ນສາຍພັນ ໂອໄມຄຣອນ (omicron). ໄວຣັສ ໂຄໂຣນາໃໝ່ທີ່ແຜ່ເຊື້ອໄດ້ສູງອັນນີ້ໄດ້ຖືກລະບຸເປັນຄັ້ງທຳອິດໂດຍນັກວິທະຍາ ສາດຂອງປະເທດອາຟຣິກາໃຕ້ ແລະຕັ້ງຊື່ມັນຕາມຕົວອັກສອນທີ 15 ຂອງຕົວ ອັກສອນກຣີສ.
ປະທານາທິບໍດີໂຈໄບເດັນກ່າວດັ່ງນີ້:
“ເຊື້ອໄວຣັສສາຍພັນນີ້ ເປັນສາເຫດທີ່ພາໃຫ້ມີຄວາມເປັນຫ່ວງ, ບໍ່ແມ່ນສາເຫດ ທີ່ພາໃຫ້ແຕກຕື່ນ. ພວກເຮົາມີວັກຊີນທີ່ດີທີ່ສຸດໃນໂລກ, ຢາທີ່ດີທີ່ສຸດ, ນັກວິທະ ຍາສາດທີ່ດີທີ່ສຸດ, ແລະພວກເຮົາກໍາລັງຮຽນຮູ້ກ່ຽວກັບມັນຫຼາຍຂຶ້ນທຸກມື້, ແລະ ພວກເຮົາຈະຕໍ່ສູ້ກັບສາຍພັນນີ້ ດ້ວຍການກະທໍາທີ່ມີວິທະຍາສາດ ແລະມີຄວາມຮູ້ ແລະດ້ວຍຄວາມໄວ, ບໍ່ແມ່ນດ້ວຍຄວາມຮູ້ສຶກວຸ້ນວາຍ ແລະສັບສົນ."
ຫຼັງຈາກການປະກາດວ່າ ມີສາຍພັນໃໝ່ອັນນີ້ບໍ່ດົນພໍເທົ່າໃດ ທ່ານໄບເດັນກໍໄດ້ວາງຂໍ້ຈຳກັດການເດີນທາງຂອງຄົນມາຈາກຫຼາຍປະເທດໃນພາກໃຕ້ຂອງທະວີບອາຟຣິກາ. ສິ່ງນັ້ນໄດ້ພາໃຫ້ເກີດຄວາມໂກດເຄືອງ ໃນທັນທີທັນ ໃດຈາກປະທາ ນາທິບໍດີຂອງປະເທດອາຟຣິກາໃຕ້, ທ່ານໄຊຣິລ ຣາມາໂຟຊາ (Cyril Ramaphosa).
ທ່ານໄຊຣິລ ຣາມາໂຟຊາ (Cyril Ramaphosa) ກ່າວວ່າ:
"ຂໍ້ຈໍາກັດເຫຼົ່ານີ້ແມ່ນການຈຳແນກທີ່ບໍ່ມີເຫດຜົນ ແລະບໍ່ຍຸຕິທໍາຫຍັງເລີຍຕໍ່ປະ ເທດຂອງພວກເຮົາ ແລະຕໍ່ບັນດາປະເທດພີ່ນ້ອງໃນຂົງເຂດອາຟຣິກາໃຕ້ຂອງພວກເຮົາ. ການຫ້າມເດີນທາງ ບໍ່ໄດ້ຖືກແຈ້ງ ໃຫ້ເຮັດໂດຍທາງວິທະຍາສາດ, ແລະມັນກໍຍັງບໍ່ມີປະສິດທິຜົນອີກ ໃນການປ້ອງກັນການແຜ່ຜາຍຂອງສາຍພັນ ໃໝ່ນີ້."
ແຕ່ທ່ານໄບເດັນກໍໄດ້ໃຫ້ຂໍ້ໂຕ້ແຍ້ງວ່າ ທ່ານໃຊ້ຂໍ້ຈຳກັດກໍເພື່ອທ່ວງເວລາໄວ້ ເພື່ອໃຫ້ຊາວອາເມຣິກັນໄປຮັບຢາວັກຊີນ ແລະໃຊ້ມາດຕະການປ້ອງກັນອື່ນໆ ຫຼາຍຂຶ້ນ.
ປະທານາທິບໍດີໄບເດັນກ່າວດັ່ງນີ້:
"ໃນມື້ທີ່ອົງການອະນາໄມໂລກໄດ້ລະບຸວ່າມີສາຍພັນໃໝ່, ຂ້າພະເຈົ້າໄດ້ປະຕິ ບັດການໃນທັນທີ ເພື່ອຈໍາກັດການເດີນທາງຈາກປະເທດໃນພາກໃຕ້ຂອງ ອາ ຟຣິກາ. ແຕ່ເຖິງແມ່ນພວກເຮົາ (ຮູ້) ແລ້ວວ່າ ຂໍ້ຈໍາກັດໃນການເດີນທາງ ສາ ມາດເຮັດໃຫ້ຄວາມໄວໃນການແຜ່ຜາຍຂອງສາຍພັນໂອໄມຄຣອນ (omicron) ຊັກຊ້າລົງໄດ້ ແຕ່ຈະບໍ່ສາມາດປ້ອງກັນມັນໄດ້. ແຕ່ວ່ານີ້ຄືສິ່ງທີ່ ມັນເຮັດໄດ້. ມັນເຮັດໃຫ້ພວກເຮົາມີເວລາ. ມັນໃຫ້ເວລາແກ່ພວກເຮົາໃນການເອົາບາດກ້າວເພີ້ມເຕີມ."
ດຣ.ໄທສັນ ແບລ (Taison Bell), ຜູ້ຊ່ວຍສາດສະດາຈານດ້ານແພດສາດ ຂອງມະຫາວິທະຍາໄລລັດເວີຈີເນຍກ່າວວ່າ ມີຫລາຍສິ່ງຫຼາຍຢ່າງທີ່ນັກວິທະ ຍາສາດບໍ່ຮູ້ ກ່ຽວກັບສາຍພັນໃໝ່ນີ້ - ສໍາລັບດ້ານນຶ່ງ ກໍຄືວ່າມັນຈະເປັນອັນ ຕະລາຍຫລາຍກວ່າເກົ່າຫລືບໍ່. ໂດຍທີ່ບໍ່ຮູ້ກ່ຽວກັບເລື້ອງນີ້, ທ່ານເວົ້າວ່າ, ມັນ ເປັນການຍາກທີ່ຈະຮູ້ໄດ້ວ່າ ວິທີການປະຕິບັດແນວໃດ ຈະເປັນວິທີທີ່ດີທີ່ສຸດ.
ດຣ. ແບລ ຈາກມະຫາວິທະຍາໄລລັດເວີຈີເນຍກ່າວຜ່ານທາງ ZOOM ວ່າ:
“ທັງສອງຝ່າຍຢູ່ໃນການໂຕ້ແຍ້ງນີ້ ລ້ວນແຕ່ມີເຫດຜົນຂອງໃຜລາວ. ຂ້າພະເຈົ້າ ຄິດວ່າ ຖ້າທ່ານເບິ່ງບ່ອນທີ່ມີເຊື້ອໄວຣັສທີ່ຖືກແຍກອອກໃຫ້ຢູ່ຕ່າງຫາກໃນປັດຈຸ ບັນນີ້, ສາຍພັນໂອໄມຄຣອນ (omicron) ແມ່ນມີຢູ່ໃນຫຼາຍປະເທດ, ດຽວນີ້ ຫຼາຍປະເທດໃນຢູໂຣບ, ແລະໃນນັ້ນລວມທັງຜູ້ທີ່ບໍ່ມີສາຍພົວພັນໂດຍກົງກັບ ພາກໃຕ້ຂອງອາຟຣິກາ ຫຼື ປະເທດອາຟຣິກາໃຕ້ເລີຍ. ແລະສະນັ້ນແຫລະ ຂ້າພະເຈົ້າຄິດວ່າເບິ່ງໃນແງ່ມຸມນີ້ ກໍຄືວ່າມັນມີການຈໍາແນກ - ທ່ານຮູ້ບໍ່, ມັນກໍມີການຈຳແນກແທ້. ບັນດາປະເທດທີ່ຢູ່ໃນບັນຊີລາຍຊື່ທີ່ຖືກຫ້າມນັ້ນ ບໍ່ໄດ້ມີຊື່ ທັບກັນກັບທຸກປະເທດທີ່ມີກໍລະນີຂອງສາຍພັນນີ້ທີ່ຖືກແຍກໃຫ້ຢູ່ໂດດດ່ຽວຕ່າງຫາກ. ແລະສະນັ້ນ, ໃນທາງກົງກັນ ຂ້າມ, ຂ້າພະເຈົ້າກໍຄິດວ່າ ຄະນະລັດຖະບານຂອງທ່ານໄບເດັນ, ດຣ. ແອນໂທນີ ຟາວຈິ (Anthony Fauci) ແລະ ຄົນອື່ນໆ ພວກເພິ່ນກຳລັງພະຍາຍາມຈະຄວບຄຸມການແຜ່ລະບາດ ແລະ ທ່ວງ ເວລາໃຫ້ໄດ້ຫຼາຍຂຶ້ນ."
ປະທານາທິບໍດີໄບເດັນ ຮຽກຮ້ອງໃຫ້ຊາວອາເມຣິກັນທີ່ບໍ່ໄດ້ຮັບການສັກຢາ ປ້ອງກັນພະຍາດນີ້, ແລະໃຫ້ພວກທີ່ໄດ້ຮັບການສັກຢາແລ້ວ ກໍໃຫ້ໄປຮັບການສັກຢາເພີ້ມທີ່ເອີ້ນວ່າ booster, ຖ້າມີສິດເໝາະສົມໄດ້ຮັບການສັກຢານີ້. ນັ້ນແມ່ນຄໍາແນະນໍາທາງວິທະຍາສາດທີ່ດີ, ອີງຕາມຄຳເວົ້າຂອງ ດຣ. ແບລ- ແລະການເຮັດແນວນັ້ນ ບໍ່ພຽງແຕ່ເປັນການດີ ສຳລັບຊາວອາເມຣິກັນເທົ່ານັ້ນ.
ດຣ. ແບລກ່າວຜ່ານທາງ ZOOM ວ່າ:
"ອັນນີ້ກໍ່ຄວນຈະເປັນການເຕືອນໃຫ້ຮູ້ເມື່ອແທ້ໆວ່າ ພວກເຮົາຕ້ອງໄດ້ເຮັດໃຫ້ ຫຼາຍເທົ່າທີ່ຈະຫລາຍໄດ້ ເພື່ອໃຫ້ປະຊາຊົນທົ່ວໂລກໄດ້ຮັບການສັກຢາກັນພະ ຍາດ, ເພາະວ່າໃນທີ່ສຸດ, ຖ້າມີຫຼາຍສາຍພັນ ທີ່ສາມາດຈະເລີນເຕີບໂຕໄດ້ ຍ້ອນວ່າໄວຣັສກຳລັງແຜ່ລາມຢູ່ໃນລະດັບສູງ, ທ່ານຮູ້ບໍ- ພວກເຮົາຕ້ອງໄດ້ແກ້ໄຂມັນໂດຍຜ່ານການສັກຢາປ້ອງກັນທີ່ມີປະສິດທິພາບ ແລະເອົາມັນອອກໄປ."
ຂະນະທີ່ສາຍພັນໃໝ່ຕ່າງໆ ຍັງສືບຕໍ່ປາກົດຕົວຂຶ້ນມາຢູ່ນີ້ ບັນດາທ່ານໝໍຍັງສືບ ຕໍ່ກັບຄືນມາຫາຂໍ້ຄວາມອັນດຽວ ສໍາລັບທຸກຄົນ - ທັງແກ່ ແລະຫນຸ່ມ, ຊາວອາ ເມຣິກັນທັງຫລາຍ ແລະຄົນອື່ນໆ: ໃຫ້ໃສ່ຫນ້າກາກ, ຮັກສາໄລຍະຫ່າງ ແລະ ໄປຮັບການສັກຢາວັກຊີນ.
ເບິ່ງວີດິໂອກ່ຽວກັບການສັກວັກຊີນກັນໂຄວິດ-19
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
U.S. President Joe Biden says a highly transmissible COVID-19 variant, dubbed omicron, is a cause for “concern, not panic” and defended his much-criticized decision to restrict travel from the southern African region, where it was first reported. VOA's Anita Powell reports from the White House.
The enemy has a new name, and it is omicron. The highly transmissible new coronavirus variant was first identified by South African scientists and named for the 15th letter of the Greek alphabet.
President Joe Biden:
“This variant is a cause for concern, not a cause for panic. We have the best vaccine in the world, the best medicines, the best scientists, and we're learning more every single day, and we’ll fight this variant with scientific and knowledgeable actions and speed, not chaos and confusion.”
Shortly after the new variant was announced, Biden imposed travel restrictions on several southern African nations. That drew the immediate ire of South African President Cyril Ramaphosa.
Cyril Ramaphosa, South African President:
"These restrictions are completely unjustified and unfairly discriminate against our country and our southern African sister countries. The prohibition of travel is not informed by science, nor will it be effective in preventing the spread of this variant."
But Biden argues that he’s using the restrictions to buy time for more Americans to get vaccinated and take other preventive measures.
President Joe Biden:
“The very day the World Health Organization identified the new variant, I took immediate steps to restrict travel from countries in southern Africa. But while we (know) that travel restrictions can slow the speed of omicron, it cannot prevent it. But here's what it does. It gives us time. It gives us time to take more actions.”
Dr. Taison Bell, an assistant professor of medicine at the University of Virginia, said there’s a lot that scientists don’t know about this new variant — for one, whether it’s more dangerous. Without knowing that, he said, it’s hard to know what the best course of action is.
Dr. Taison Bell, University of Virginia via ZOOM :
“Both sides of this argument have good points. I think that if you look at where the virus has been isolated now, the omicron variant, it's in many more countries, now several countries in Europe, and that includes people who do not have direct ties to southern Africa or South Africa. And so I think the point that this seems discriminatory – you know, it does. The countries that are on the restricted list do not overlap with all the countries that now have isolated cases. And so, on the other end, I think that Biden administration, Dr. (Anthony) Fauci and others, they're trying to contain the spread and buy more time.”
President Biden urged unvaccinated Americans to get vaccinated, and for the vaccinated to get booster shots if eligible. That’s sound scientific advice, Dr. Bell said — and not just for Americans.
Dr. Taison Bell, University of Virginia via ZOOM:
“This really should be a wake-up call that we need to do as much as we can to get the global population vaccinated, because ultimately, if more variants are able to thrive because virus is circulating at high levels, you know — we have to fix that through effective vaccination and getting it out.”
As variants continue to pop up, doctors keep coming back to the same messages for everyone — old, young, American and otherwise: Mask, distance and vaccinate.