ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ດຳ​ເນີ​ນ​ຄະ​ດີ​ ຟ້ອງຮ້ອງ​ທາງ​ອາ​ຍາ ເລີ້ມ​ຂຶ້ນ ໃນ​ລັດ​ໂອກ​ລາ​ໂຮ​ມາ ຕໍ່​ບໍ​ລິ​ສັດ​ຜະ​ລິດ​ຢາ ຈອນ​ສັນແລະ​ຈອນ​ສັນ


ທ່ານ​ແບ​ຣດເບັກ​ເວີ​ຣ​ຕ໌ ​ ​ຊຶ່ງ​ເປັນທະ​ນາຍ​ຄວາມ​ລັດ​ໂອ​ກ​ລາ​ໂຮ​ມາ
ເປີດ​ການ​ໂຕ້​ຖຽງ​ຢູ່​ໃນ​ສານ​ເມືອງນໍຣ​ແມນ ລັດ​ໂອກ​ລາ​ໂຮ​ມາ ວັນ​ທີ 28 ພຶດ​ສະ​ພາ 2019.
ທ່ານ​ແບ​ຣດເບັກ​ເວີ​ຣ​ຕ໌ ​ ​ຊຶ່ງ​ເປັນທະ​ນາຍ​ຄວາມ​ລັດ​ໂອ​ກ​ລາ​ໂຮ​ມາ ເປີດ​ການ​ໂຕ້​ຖຽງ​ຢູ່​ໃນ​ສານ​ເມືອງນໍຣ​ແມນ ລັດ​ໂອກ​ລາ​ໂຮ​ມາ ວັນ​ທີ 28 ພຶດ​ສະ​ພາ 2019.

​ການ​ຍື່ນ​ຟ້ອງ​ທາງ​ອາ​ຍາ ​ໂດຍລັດ​ໂອກ​ລາ​ໂ​ຮມ​າ​ ຕໍ່​ບໍ​ລິ​ສັດ​ຜະ​ລິດ​ຢາຈອນ​ສັນ ແລະ​
ຈອນ​ສັນ ໄດ້ຖືກດຳ​ເນີນ​ຄະ​ດີ​ໃນ​ວັນ​ອັງ​ຄານ​ວານ​ນີ້ ກ່ຽວ​ກັບ​ກ​ານ​ກ່າວ​ຫາໃນບົດ​ບາດ​
ຂອງບໍ​ລິ​ສັດ ຕໍ່ການ​ແຜ່ລະ​ບາດຂອງ​ຢາ​ opioid ​ຢູ່​ໃນ​ສະ​ຫະ​ລັດ.

ການ​ດຳ​ເນີນ​ຄະ​ດີ​ເທື່ອ​ທຳ​ອິດໃນ​ເລື້ອງ​ດັ່ງ​ກ່າວ ທີ່ເຮັດ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ຜະ​ລິດ​ຢາ​ຮັບ
​ຜິດ​ຊອບ​ຕໍ່​ວິ​ກິດ​ການ​ທີ່​ເປັນ​ໄພ​ແກ່​ປະ​ເທດ ອ​າດ​ຈະ​ເປັນ​ຜົນ​ກະ​ທົບ​ຢ່າງ​ໃຫຍ່​ຕໍ່​ລັດ​
ອື່ນໆ ທີ່​ກຳ​ລັງ​ຊອກ​ຫາ​ການ​ຊົດ​ເຊີຍ​ຕໍ່​ຄວາມເສຍ​ຫາຍ​ທີ່​ຄ້າຍ​ຄື​ກັນ​ນີ້.

ຢູ່​ໃນ​ການ​ກ່າວ​ເປີດ ການ​ດຳ​ເນີນ​ຄະ​ດີນັ້ນ ທະ​ນາຍ​ຄວາມ​ລັດ​ໂອກ​ລາ​ໂຮ​ມາ ທ່ານ​
ໄມ​ຄ໌ ຮັນ​ເຕີ​ ໄດ້​ຮ້ອງ​ການແຜ່​ລະ​ບາດ​ການອອກ​ໜັງ​ສື​ຊື້​ຢາ opiod ​ວ່າ “ເປັນ​ວິ​ກິດ​ການ
​ດ້ານສຸ​ຂະ​ພາບ ​ທີ່​ຄົນ​ເຮັດຂຶ້ນ​ມາ​ ຢູ່​ໃນ​ປະ​ຫວັດ​ສາດ​ຂອງ​ລັດ​ແລະ​ປະ​ເທດພວກ​ເຮົາ.”

ທ່ານ​ຮັນ​ເຕີ​ ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ອຸ​ປະ​ນິ​ໄສ ​ຂອງບໍ​ລິ​ສັດ​ຈອນ​ສັນແລະ​ຈອນ​ສັນ ວ່າ
ເປັນ​ການ​ຊັກ​ຊວນ​ໂດຍ​ຄວ​າມ​ໂລບ​ມາກ ແລະ​ໄດ້​ພົວ​ພັນ​ຢູ່ໃນ “ການ​ ເຍາະ​ເຍີ້ຍ ໂຄ​ສະ
​ນາ​ລ້າງ​ສະ​ໝອງ ຫຼອກ​ລວງ​ຫຼາຍ​ລ້ານ​ໂດ​ລ​າ.”

ບັນ​ດາ​ຜູ້​ຜະ​ລິດ​ຢາ ​ທີ່​ມີ​ຊື່​ຢູ່​ໃນ​ການ​ຟ້ອງ​ຮ້ອງ​ ໄດ້​ປະ​ຕິ​ເສດ​ຕໍ່ການກ່າວ​ອ້າງ ທີ່ ຍື່ນໂດຍ
​ລັດທີ່​ຕັ້ງ​ຢູ່ໃນ​ເຂດ​ທົ່ງ​ກວ້າງ​ໃຫ​ຍ່​ຂອງ​ສະ​ຫະ​ລັດ. ສອງ​ໃນ​ຈຳ​ນວນ​ບັນ​ດາ​ບໍ​ລິ​ສັດ​ເຫຼົ່າ​
ນັ້ນ​ໄດ້​ຍິນ​ຍອມ​ເຮັດ​ການ​ຕົກ​ລົງ​ກັບ​ລັດກ່ອນທີ່ການ​ດຳ​ເນີນ​ຄະ​ດີ​ໄດ້​ເລີ້ມ​ຂື້ນ.

ຢູ່​ໃນ​ການ​ກ່າວ​ເປີດ​ນັ້ນ ທ່ານ​ແລຣີ ໂອ​ຕ​ຕ​າ​ເວ ທະ​ນາຍ​ຄວາມ​ປ້ອງ​ກັນ​ບໍ​ລິ​ສັດ​ຈອນ​
ສັນ ແລະ​ຈອນ​ສັນ ໄດ້​ກ່າວ​ຕໍ່​ສານ​ວ່າ ບໍ​ລິ​ສັດ​ຜະ​ລິດ​ຢາ​ແຈນ​ສ໌​ເ​ສັນ ທີ່​ຢູ່​ພາຍ​ໃຕ້​ບໍ​ລິ​
ສັດ​ຈ​ອນ​ສັນ ແລະ​ຈອນ​ສັນ ​ໄດ້​ໂຄ​ສະ​ນາ​ຢາ​ຂອງ​ຕົນຕາມກົດ​ລະ​ບຽບ​ຂອງ​ຫ້ອງການ​
ອາ​ຫານ ແລະ​ຢາ ທີ່​ເຫັນ​ພ້ອມ​ວ່າ ຢາ​ opioids “ບໍ່​ຄ່ອຍ​ທີ່​ຈະ ເຮັດ​ໃຫ້​ຄົນ​ຕິດ.”

ລັດ​ໂອກ​ລາ​ໂຮ​ມາ ກ່າວ​ຫາ ບໍ​ລິ​ສັດ​ຈອນ​ສັນແລະ​ຈອນ​ສັນ ຜະ​ລິດ​ຢາ​ແກ້​ປວດ​ເກີນ
​ສ່ວນ ແລະ​ຕ້ອງ​ຮັບ​ຜິດ​ຊອບ ​ຕໍ່​ການເຮັດຢາ​ຂຶ້ນ​ມາ ທີ່​ພາ​ໃຫ້ “ຄວາມ​ບໍ່​ຢູ່​ດີເປັນ​ສຸກ
ຂອງສາ​ທາ​ລະ​ນະ.”

ທ່ານ​ແລຣີ ໂອ​ຕ​ຕ​າ​ເວ ທະ​ນາຍ​ຄວາມ​ປ້ອງ​ກັນ​ບໍ​ລິ​ສັດ​ຈອນ​ສັນ ແລະ​ຈອນ​ສັນ ກຳ​ລັງ​ນັ່ງຟັງ​ລະ​ຫວ່າງ​ການ​ເປີດ​ໂຕ້​ຖຽງ​ຄະ​ດີ ວັນ​ທີ 28 ພຶດ​ສະ​ພາ 2019 ທີ່​ເມືອງນໍ​ແມ​ຣ ລັດ​ໂອກ​ລາ​ໂຮ​ມາ.
ທ່ານ​ແລຣີ ໂອ​ຕ​ຕ​າ​ເວ ທະ​ນາຍ​ຄວາມ​ປ້ອງ​ກັນ​ບໍ​ລິ​ສັດ​ຈອນ​ສັນ ແລະ​ຈອນ​ສັນ ກຳ​ລັງ​ນັ່ງຟັງ​ລະ​ຫວ່າງ​ການ​ເປີດ​ໂຕ້​ຖຽງ​ຄະ​ດີ ວັນ​ທີ 28 ພຶດ​ສະ​ພາ 2019 ທີ່​ເມືອງນໍ​ແມ​ຣ ລັດ​ໂອກ​ລາ​ໂຮ​ມາ.

“ຖ້າ​ຫາ​ກ​ທ່ານ​ມີຫຼາຍ​ເກີນ​ກຳ​ນົດ ຄົນ​ຈະ​ພາ​ກັນ​ຕາຍ” ນັ້ນ​ຄື​ຄຳ​ເວົ້າ​ ຂອງທ່ານ​ແບ​ຣດ
ເບັກ​ເວີ​ຣ​ຕ໌ ​ ​ຊຶ່ງ​ເປັນທະ​ນາຍ​ຄວາມ​ສ່ວ​ນ​ໂຕ​ ທີ່​ຈ້າງ​ໂດຍ​ລັດ​ໂອ​ກ​ລາ​ໂຮ​ມາ. ໃນ​ການ​
ອະ​ທິ​ບາຍ​ຈຳ​ນວນ​ໂຕ​ເລກ​ຢູ່​ເບື້ອງ​ຫຼັງ​ວິ​ກິດ​ການ ທ່ານ​ໄດ້​ກ່າວ ​ຕໍ່​ສານ​ວ່າ ມີຢາ opioid
135 ເມັດ ໄວ້​ໃຫ້​ ພວກ​ຜູ້ໃຫຍ່ທຸກໆ​ຄົນ ​ຢູ່​ໃນ​ເມືອງ​ຄ​ລິ​ບ​ແ​ລນ ຊຶ່ງ​ມີ​ປະ​ຊາ​ຊົນ​ຢູ່​ປະ​
ມານ 280,000 ຄົນ. ເມືອງ​ຄ​ລີບ​ແລນຍັງ​ເປັນ​ບ່ອນ​ທີ່ການ​ດຳ​ເນີນຄະ​ດີ​ພວມ​ມີ​ຂຶ້ນ​ຢູ່​
ໃນ​ຂະ​ນະ​ນີ້.

ຜູ້​ພິ​ພາ​ກ​ສາ​ປະ​ຈຳເຂດ​ ທ່ານ​ທາດ ບາກ​ແມນ ຈະ​ເປັນ​ຜູ້ຕັດສິນ​ຄະ​ດີ ແທນທີ່​ຈະ​ແມ່ນ​
ຄະ​ນະ​ຕຸ​ລາ​ການ.

ອ່ານ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG