ພິທີສົ່ງສະການຢ່າງເປັນທາງການ ຖືກຈັດຂຶ້ນເປັນເວລາ 6 ມື້ ເພື່ອເປັນຂີດໝາຍເຖິງຊີວິດ ແລະ ມູນເຊື້ອຂອງປະທານາທິບໍດີຄົນທີ 39 ຂອງສະຫະລັດ ທ່ານ ຈິມມີ ຄາຣ໌ເຕີ, ກໍາລັງຖືກຈັດຂຶ້ນຢູ່ໃນລັດຈໍເຈຍ, ບ້ານເກີດຂອງທ່ານ.
ປັດຈຸບັນ, ດວງຕາເວັນສ່ອງແສງຂຶ້ນຢູ່ທີ່ເມືອງ ເພລນສ໌, ລັດຈໍເຈຍ ເຊິ່ງແຕກຕ່າງຈາກທີ່ເຄີຍເປັນມາສໍາລັບເຈົ້າຂອງຮ້ານຄ້າ ທ່ານ ຟີລິບ ເຄີແລນ (Philip Kurland), ໃນຂະນະທີ່ລາວ ແລະຄົນອື່ນໆຢູ່ໃນຊຸມຊົນຂົງເຂດຊົນນະບົດທີ່ປະກອບມີປະຊາກອນປະມານ 700 ຄົນ ພາກັນໄວ້ອາໄລເຖິງການເສຍຊີວິດຂອງພົນລະເມືອງທີ່ມີຊື່ສຽງທີ່ສຸດ, ນັ້ນກໍແມ່ນ ທ່ານ ຈິມມີ ຄາຣ໌ເຕີ.
ທ່ານ ຟີລິບ ເຄີແລນ, ຈາກສູນການຄ້າຂອງເມືອງເພລນສ໌ ກ່າວວ່າ:
“ພວກເຮົາເຄີຍຫວັງວ່າ ພວກເຮົາຈະພາກັນວາງແຜນຈັດງານວັນເກີດຄົບຮອບ 101 ປີໃຫ້ທ່ານ, ແຕ່ຄວາມເປັນຈິງແລ້ວແມ່ນ ທ່ານຈະໄປຢູ່ກັບ ທ່ານນາງ ໂຣຊາຣີນ, ທ່ານຈະຢູ່ໃນສະຖານທີ່ຫ່າງໄກທີ່ດີກວ່ານີ້, ແລະທ່ານກໍໄດ້ເຮັດຫຼາຍສິ່ງສໍາເລັດເທົ່າທີ່ທ່ານສາມາດເຮັດໄດ້ແລ້ວ ເພື່ອຊຸມຊົນ ແລະໂລກ ນະຈຸດນີ້.”
ໃນຂະນະທີ່ທ່ານຮູ້ຈັກໂດຍຊື່ທີ່ເປັນລະຫັດ ວ່າ “ດິຄັອນ” ສໍາລັບບັນດາເຈົ້າໜ້າທີ່ສືບລັບຜູ້ທີ່ປົກປ້ອງທ່ານ ມາເປັນເວລາເກືອບ 5 ທົດສະວັດໃນຫຼາຍກວ່າ 140 ປະເທດຜ່ານມາ, ທ່ານ ຈິມມີ ຄາຣ໌ເຕີ ເປັນຫຼາຍກວ່າອະດີດປະທານາທິບໍດີ ແລະມີມະນຸດສະທໍາຕໍ່ຜູ້ທີ່ຢູ່ຄຽງຂ້າງທ່ານ ໃນສະຖານທີ່ທີ່ທ່ານຮ້ອງວ່າ ເຮືອນ ມາໄດ້ນຶ່ງສັດຕະວັດ.
ໃນຂະນະທີ່ລົດມ້າບັນທຸກຫີບສົບຂອງທ່ານຄາຣ໌ເຕີ ແລະຂະບວນລົດແຮ່ ແລ່ນຜ່ານໂຕເມືອງໃນຊ່ວງຕົ້ນຂອງກິດຈະກຳຕາງໆດ້ານງານຊາປານາກິດສົບ ເປັນເວລາ 6 ມື້, ທ່ານ ເຄີແລນ ໄດ້ສະທ້ອນໃຫ້ເຫັນເຖິງຜົນກະທົບຂອງທ່ານ ຄາຣ໌ເຕີ ຕໍ່ສ່ວນໂຕຂອງທ່ານເອງ.
ທ່ານ ຟີລິບ ເຄີແລນ, ຈາກສູນການຄ້າຂອງເມືອງເພລນສ໌ ກ່າວວ່າ:
“ນັ້ນແມ່ນວິລະຊົນຂອງຂ້າພະເຈົ້າ.”
ທ່ານນາງ ຈີລ ສຕັກຄີ (Jill Stuckey), ຈາກອຸທະຍານປະຫວັດສາດແຫ່ງຊາດ ຈິມມີ ຄາຣ໌ເຕີ ກ່າວວ່າ:
“ມັນຄືຈຸດເລີ້ມຕົ້ນ ແລະຈຸດສິ້ນສຸດ.”
ທ່ານນາງ ຈີລ ສຕັກຄີ ເປັນເພື່ອນຂອງຄອບຄົວ ຄາຣ໌ເຕີ, ແລະເປັນຜູ້ກໍາກັບເບິ່ງແຍງອຸທະຍານປະຫວັດສາດແຫ່ງຊາດ ຈິມມີ ຄາຣ໌ເຕີ ທີ່ລວມທັງຟາມໃນໄວເດັກຂອງ ທ່ານ ຄາຣ໌ເຕີ ຊ່ວງຍຸກສະໄໝພາວະເສດຖະກິດຖົດຖອຍ ຢູ່ນອກເມືອງເພລນສ໌, ເຊິ່ງເປັນບ່ອນທີ່ຂະບວນລົດສົ່ງສະການໄດ້ຢຸດພັກຊົ່ວຄາວໃນລະຫວ່າງເດີນທາງຜ່ານລັດຈໍເຈຍ.
ທ່ານນາງ ຈີລ ສຕັກຄີ, ຈາກອຸທະຍານປະຫວັດສາດແຫ່ງຊາດ ຈິມມີ ຄາຣ໌ເຕີ ກ່າວວ່າ:
“ປະທານາທິບໍດີຜູ້ນຶ່ງ ເລີ້ມວາງແຜນກ່ຽວກັບງານສົບຂອງພວກເຂົາເຈົ້າ ໃນມື້ຫຼັງຈາກພວກເຂົາໄດ້ຮັບການເລືອກ, ສະນັ້ນ ນີ້ຈຶ່ງໄດ້ຖືກວາງແຜນມາເປັນເວລາຫຼາຍທົດສະວັດແລ້ວ.”
ທ່ານນາງ ສຕັກຄີ ແລະຄົນອື່ນໆ ກຳລັງປະຕິບັດແຜນການຢ່າງຊື່ສັດ ໃນຂະນະທີ່ໂລງສົບຂອງ ທ່ານ ຄາຣ໌ເຕີ ເຊິ່ງຖືກປົກຄຸມດ້ວຍທຸງ ເຄື່ອນຜ່ານລັດຈໍເຈຍ ໄປ.
ທ່ານນາງ ຄິມ ຟູລເລີ (Kim Fuller), ຫຼານສາວຂອງ ທ່ານ ຈີມມີ ຄາຣ໌ເຕີ ກ່າວວ່າ:
“ຂ້ອຍຍັງບໍ່ທັນມີຄວາມເສົ້າໂສກເສຍໃຈເລີຍ, ຂ້ອຍຄົງຈະໂສກເສົ້າເສຍໃຈຫຼາຍ ເມື່ອທຸກຢ່າງສິ້ນສຸດລົງ.”
ທ່ານນາງ ຄິມ ຟູລເລີ ແມ່ນຫຼານສາວຂອງ ທ່ານ ຈິມມີ ຄາຣ໌ເຕີ, ລູກສາວຂອງອ້າຍເພິ່ນ ຜູ້ທີ່ຮູ້ຈັກກັນດີ ໃນຊື່ ບີລລີ ຄາຣ໌ເຕີ (Billy Carter). ທ່ານນາງຍັງເປັນເພື່ອນບ້ານຂອງ ທ່ານ ຈິມມີ ຄາຣ໌ເຕີ ຢູ່ເມືອງ ເພລນສ໌ ແລະສືບທອດມູນເຊື້ອຂອງທ່ານ ຢູ່ທີ່ໂບດ Maranatha Baptist ບ່ອນທີ່ ທ່ານ ຄາຣ໌ເຕີ ໄດ້ສິດສອນບົດຮຽນໃນໂຮງຮຽນວັນອາທິດ ນັບຕັ້ງແຕ່ທ່ານອອກຈາກທໍານຽບຂາວ ໃນປີ 1981.
ເຖິງແມ່ນທ່ານນາງຍອມຮັບວ່າ ກິດຈະກໍາຕ່າງໆຂອງງານສົບຈະເຮັດໃຫ້ທ່ານນາງມີວຽກຫຼາຍກໍຕາມ, ແຕ່ກໍເປັນຊ່ວງເວລາແຫ່ງການທົບທວນທີ່ຍາກລຳບາກຫຼາຍ.
ທ່ານນາງ ຄິມ ຟູລເລີ (Kim Fuller), ຫຼານສາວຂອງ ທ່ານ ຈີມມີ ຄາຣ໌ເຕີ ກ່າວວ່າ:
“ມີບາງຢ່າງໄດ້ຖ້ວມລົ້ນເຂົ້າຫາຂ້ອຍ… ພວກເຮົາເຮັດດັ່ງນີ້ຍ້ອນວ່າ ເພິ່ນເສຍແລ້ວ… ເພິ່ນໄປແລ້ວ… ແລະຂ້ອຍຕ້ອງກ້າວອອກໄປ. ດັ່ງນັ້ນ, ມັນຈຶ່ງມີຊ່ວງເວລານຶ່ງ ເມື່ອມັນມາຕໍາໃສ່ຂ້ອຍ ເຊິ່ງລົ້ນເຫຼືອເກີນໄປ.”
ໃນຂະນະທີ່ສະມາຊິກທະຫານສະຫະລັດຢືນກົງຢູ່ໜ້າໂລງສົບຂອງ ທ່ານ ຄາຣ໌ເຕີ ທີ່ປົກດ້ວຍທຸງຊາດ ຢູ່ທີ່ສູນ ຄາຣ໌ເຕີ ໃນນະຄອນແອັດແລນຕ້າ, ຜູ້ທີ່ມາຢ້ຽມຊົມຫຼາຍພັນຄົນ ຄືກັບຊາວນະຄອນແອັດແລນຕ້າ ທ້າວ ວອລເຕີ ແຣມຊີ (Walter Ramsey) ມີໂອກາດສຸດທ້າຍທີ່ຈະຕິດຕໍ່ກັບປະທານາທິບໍດີພຽງຄົນດຽວຂອງລັດຈໍເຈຍ.
ທ້າວ ວອລເຕີ ຣາມຊີ (Walter Ramsey), ປະຊາຊົນຊາວແອັດແລນຕ້າ ກ່່າວວ່າ:
“ຂ້ອຍຍັງບໍ່ທັນໄດ້ເກີດໃນຊ່ວງທີ່ເພິ່ນເປັນປະທານາທິບໍດີ, ແຕ່ນີ້ ຊ່ວຍເຈົ້າ ໃຫ້ຮູ້ສຶກຄືວ່າ ເຈົ້າຮູ້ຈັກທ່ານຈິມມີ ຢ່າງແທ້ຈິງ.”
ເຄນ ຟາຣາບໍ, ນັກຂ່າວ VOA ກ່າວວ່າ:
“ປະຊາຊົນ ຈະຍັງຄົງສືບຕໍ່ສະແດງຄວາມເຄົາລົບນັບຖືຕໍ່ປະທານາທິບໍດີ ຈິມມີ ຄາຣ໌ເຕີ ທີ່ພັກຜ່ອນຢ່າງສະຫງົບສຸກຢູ່ທີ່ສູນ ຄາຣ໌ເຕີ ຈົນຮອດວັນອັງຄານ, ເຊິ່ງເປັນເວລາທີ່ ທ່ານ ຄາຣ໌ເຕີ ຈະຖືກເຄື່ອນຍ້າຍໄປຍັງຫໍລັດຖະສະພາແຫ່ງຊາດ ສໍາລັບພິທີຕ່າງໆຢ່າງເປັນທາງການຢູ່ທີ່ນັ້ນ ກ່ອນທີ່ທ່ານຈະຖືກສົ່ງກັບຄືນໄປຍັງລັດ ຈໍເຈຍ ໃນວັນພະຫັດທີ 9 ກໍລະກົດ, ເມື່ອການຈັດພິທີຢ່າງເປັນທາງການຈະຖືກຈັດຂຶ້ນຢູ່ເມືອງເພລນສ໌, ລັດຈໍເຈຍ, ບ້ອນທີ່ຍັງຈະເປັນສະຖານທີ່ພັກຜ່ອນສຸດທ້າຍຂອງທ່ານ.
ອ່ານບົດລາຍງານນີ້ເປັນພາສາອັງກິດ
Six days of official funeral ceremonies marking the life and legacy of the 39th U.S. President Jimmy Carter are underway in his home state of Georgia, where VOA’s Kane Farabaugh has more.
The sun rises over Plains, Georgia differently these days for shop owner Philip Kurland, as he and others in this rural community of about 700 people mourn the passing of its most famous resident, Jimmy Carter.
Philip Kurland, Plains Trading Post.
“We were hoping we were going to be planning his 101st birthday, but the realization is that he will be with Rosalynn, he’ll be in a far better place, and he’s really done as much as he can for the community and the world at this point.”
While he was known by the codename “Deacon” to the Secret Service officers who protected him for nearly five decades through more than 140 different countries, Jimmy Carter is more than a former president and humanitarian to those who lived alongside him in the place he called home for a century.
As Carter’s hearse and motorcade made its way through the town at the beginning of
six days of funeral activities, Kurland reflected on Carter’s personal impact on him.
Phillip Kurland, Plains Trading Post.
“There goes my hero.”
Jill Stuckey, Jimmy Carter National Historical Park.
“It’s the beginning and the end.”
Jill Stuckey is a Carter family friend, and superintendent of the Jimmy Carter National Historical Park which includes his Depression-era boyhood farm outside Plains, where the funeral motorcade paused on its journey through Georgia.
Jilly Stuckey, Jimmy Carter National Historical Park.
“A president starts planning their funeral the day after they are elected, so this has been planned for decades.”
A plan Stuckey and others are faithfully fulfilling as Carter’s flag draped coffin made its way through Georgia.
Kim Fuller, Jimmy Carter’s Neice.
“I haven’t grieved yet. I’ll probably grieve when it’s all over.”
Kim Fuller is Jimmy Carter’s niece – the daughter of his well-known brother Billy Carter. She’s also his neighbor in Plains and carries on his legacy at Maranatha Baptist Church where Carter taught Sunday School lessons since leaving the White House in 1981.
While she admits the funeral activities are keeping her busy, there are difficult moments of reflection.
Kim Fuller, Jimmy Carter’s Neice.
“Something kind of just flooded over me… we’re doing this because he’s dead… he’s gone… and I had to go outside. So, there are moments when it hits me just overwhelmingly.”
As members of the U.S. military stand at attention at Carter’s flag-draped coffin at the Carter Center in Atlanta, thousands of visitors like Atlanta resident Walter Ramsey have one final opportunity to connect with Georgia’s only president.
Walter Ramsey, Atlanta Resident.
“I wasn’t alive for his presidency, but this really helps you feel like you know Jimmy.”
Kane Farabaugh, VOA News.
“People will continue to pay their respects to President Carter in repose here at the Carter Center until Tuesday, that’s when he’ll be transported to the National Capitol region for official ceremonies there before he returns to Georgia on Thursday July 9th when official ceremonies take place in Plains, Georgia, which will also be his final resting place.
ຟໍຣັມສະແດງຄວາມຄິດເຫັນ