ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໖ ພຶດສະພາ ໒໐໒໔

ການ​ບຸກ​ໂຈມ​ຕີ ໃກ້​ຊາຍ​ແດນ​ຈີນ ຖືກ​ເບິ່ງ​ກັນ​ວ່າ ເປັນ​'ບາດ​ລ້ຽວ​​ສຳ​ຄັນ' ໃນ​ການ​ຕໍ່​ຕ້າ​ນ​ລັດ​ຖະ​ບານ ​ຢູ່​ມຽນ​ມາ


ແຟ້​ມ - ສະ​ມາ​ຊິກກອງ​ທັບພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ​ມຽນ​ມາ ຖ່າຍ​ຮູບ​ພ້ອມ​ກັບ​ອາ​ວຸດ​ທີ່​ກ່າວ​ວ່າ ຖືກ​ຢຶດ​ໄດ້​ຈາກ​ຄ້າຍ​ທະ​ຫານ​ມຽນ​ມາ ທີ່​ເມືອງ​ຈິນ​ສ​ເວ​ຮໍ ເມື່ອ​ວັນ​ທີ 28 ຕຸ​ລາ 2023.
ແຟ້​ມ - ສະ​ມາ​ຊິກກອງ​ທັບພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ​ມຽນ​ມາ ຖ່າຍ​ຮູບ​ພ້ອມ​ກັບ​ອາ​ວຸດ​ທີ່​ກ່າວ​ວ່າ ຖືກ​ຢຶດ​ໄດ້​ຈາກ​ຄ້າຍ​ທະ​ຫານ​ມຽນ​ມາ ທີ່​ເມືອງ​ຈິນ​ສ​ເວ​ຮໍ ເມື່ອ​ວັນ​ທີ 28 ຕຸ​ລາ 2023.

ມັນເປັນການຍອມຮັບໂດຍກົງຈາກອຳນາດການປົກຄອງທະຫານມຽນມາທີ່ວ່າ ເກືອບສາມປີມາແລ້ວທີ່ສົງຄາມກາງເມືອງໃນທົ່ວປະເທດໄດ້ລະເບີດຂຶ້ນ ຍ້ອນການໂຄ່ນລົ້ມລັດຖະບານທີ່ຖືກເລືອກຢ່າງເປັນປະຊາທິປະໄຕຂອງປະເທດໃນເດືອນກຸມພາປີ 2021.

ແຟ້ມ - ສະ​ມາ​ຊິກ​ຂອງ​ກອງ​ທັບພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ​ມຽນ​ມາ ​ຖື​ທຸງຖ່າຍ​ຮູບ​ເທິງລົດ​ຫຸ້ມ​ເກາະ​ທີ່​ຢຶດ​ໄດ້ຂອງ​ທະ​ຫານ​ມຽນ​ມາ ເມື່ອວ​ັນ​ທີ 28 ຕຸ​ລາ 2023.
ແຟ້ມ - ສະ​ມາ​ຊິກ​ຂອງ​ກອງ​ທັບພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ​ມຽນ​ມາ ​ຖື​ທຸງຖ່າຍ​ຮູບ​ເທິງລົດ​ຫຸ້ມ​ເກາະ​ທີ່​ຢຶດ​ໄດ້ຂອງ​ທະ​ຫານ​ມຽນ​ມາ ເມື່ອວ​ັນ​ທີ 28 ຕຸ​ລາ 2023.

ໃນວັນທີ 1 ພະຈິກຜ່ານມານີ້ ຊໍມິນຕຸນ ໂຄສົກຂອງລັດຖະບານທະຫານ ໄດ້ຍອມຮັບວ່າ ພວກກະບົດໄດ້ເຂົ້າຄວບຄຸມເມືອງຈີນສເວຮໍ (Chinshwehaw) ຢ່າງສົມບູນແລ້ວ ຊຶ່ງເມືອງດັ່ງກ່າວເປັນເມືອງສຳຄັນທີ່ຕັ້ງຢູ່ໃນເຂດຊາຍແດນ ຕິດກັບ ຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງປະເທດ ນັ້ນກໍຄື ຈີນ. ຢູ່ໃນຖະແຫຼງການ ທ່ານຊໍມິນຕຸນກ່າວວ່າ ເວລານີ້ ບໍ່ມີເຈົ້າໜ້າທີ່ ຕຳຫຼວດ ແລະທະຫານຂອງອຳນາດການປົກຄອງເຫຼືອຢູ່ທີ່ນັ້ນເລີຍ.

ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ​ຂອງ​ເມືອງ​ຈິນ​ສ​ເວ​ຮໍ ໃກ້​ຊາຍ​ແດນ​ມຽນ​ມາ​ກັບ​ຈີນ ເທິງ​ທາງ​ຫຼວງ​ເລກ​ທີ 34.
ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ​ຂອງ​ເມືອງ​ຈິນ​ສ​ເວ​ຮໍ ໃກ້​ຊາຍ​ແດນ​ມຽນ​ມາ​ກັບ​ຈີນ ເທິງ​ທາງ​ຫຼວງ​ເລກ​ທີ 34.

ເມືອງຈີນສເວຮໍ ໄດ້ແຕກ ໃນການບຸກໂຈມຕີຄັ້ງໃໝ່ ເມື່ອວັນທີ 27 ຕຸລາຜ່ານມາ ໂດຍກອງກຳລັງ ພາຍໃຕ້ການນຳພາຂອງຊົນກຸ່ມນ້ອຍ 3 ຈຸ ໃນເຂດພາກເໜືອຂອງລັດສານ ທີ່ຕັ້ງຢູ່ທາງກ້ຳຕາເວັນອອກຂອງມຽນມາ. ອີງຕາມຖະແຫຼງການຂອງກຸ່ມດັ່ງກ່າວ ແລະລາຍງານຂ່າວຢູ່ໃນທ້ອງຖິ່ນ ພວກເຂົາໄດ້ຕີຄ້າຍທະຫານຫຼາຍສິບແຫ່ງຢູ່ໃນເຂດດັ່ງກ່າວແຕກ ພ້ອມທັງສາມາດຢຶດຫົນທາງທັງເຂົ້າແລະອອກເມືອງ ແລະບັງຄັບໃຫ້ພວກທະຫານ 100 ກວ່າຄົນຍອມຈຳນົນ.


ອັນທີ່ເອີ້ນວ່າ ພັນທະມິດສາມກຸ່ມພະລາດອນພາບ ທີ່ປະກອບດ້ວຍ ກອງທັບພັນທະມິດປະຊາທິ ປະໄຕແຫ່ງຊາດມຽນມາ ກອງທັບປົດປ່ອຍແຫ່ງຊາດຕາອາງ ແລະກອງທັບອາຣາຄານ ເອີ້ນການໂຈມຕີຄັ້ງນີ້ວ່າ “ປະຕິບັດການ 1027” ສຳລັບວັນເວລາໃນການເລີ້ມລົງມື.

ສະ​ມາ​ຊິ​ກກອງ​ທັບ​ພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ​ມຽນ​ມາ ທີ່​ແນມ​ເຫັນ​ຢູ່​ປ້ອມ​ຍາມ​ໃກ້ໆ​ເສົາ​ທຸງ​ຂອງ​ກຸ່ມ MNDAA's ທີ່​ເມືອງ​ຈິນ​ສ​ເວ​ຮໍ ປະ​ເທດ​ມຽນ​ມາ ເມື່ອ​ວັນ​ທີ 29 ຕຸ​ລາ 2023.
ສະ​ມາ​ຊິ​ກກອງ​ທັບ​ພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ​ມຽນ​ມາ ທີ່​ແນມ​ເຫັນ​ຢູ່​ປ້ອມ​ຍາມ​ໃກ້ໆ​ເສົາ​ທຸງ​ຂອງ​ກຸ່ມ MNDAA's ທີ່​ເມືອງ​ຈິນ​ສ​ເວ​ຮໍ ປະ​ເທດ​ມຽນ​ມາ ເມື່ອ​ວັນ​ທີ 29 ຕຸ​ລາ 2023.

ໃນຂະນະທີ່ການຕໍ່ຕ້ານດ້ວຍກຳລັງອາວຸດຂອງກຸ່ມຕ່າງໆໄດ້ເຂົ້າຄວບຄຸມຫຼືບໍ່ກໍພວມມີການສູ້ລົບກັນຢູ່ໃນຢ່າງໜ້ອຍເຄິ່ງນຶ່ງຂອງເຂດຊົນນະບົດມຽນມາ ພວກນັກວິເຄາະກ່າວວ່າ ປະຕິບັດການ 1027 ນີ້ແມ່ນມີຄວາມໂດດເດັ່ນເປັນພິເສດ ໃນການວາງແຜນ ການລົງມື ແລະການປະສານງານແລະອາດຈະສ້າງຄວາມ ສັ່ນສະເທືອນທີ່ສຳຄັນ ອອກໄປໄກກວ່າເຂດທີ່ຖືກໂຈມຕີ.


“1027 ແມ່ນເປັນບາດລ້ຽວທີ່ສຳຄັນນັບແຕ່ໄດ້ມີການກໍ່ລັດຖະປະຫານ” ນັ້ນຄືຄຳເວົ້າຂອງທ່ານແມັດທິວ ອາໂນລ ນັກວິເຄາະອິດສະຫຼະ ທີ່ໄດ້ຕິດຕາມເບິ່ງການສູ້ລົບລຸນຫຼັງການກໍ່ລັດຖະປະຫານຢ່າງໃກ້ຊິດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG