ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໓໑ ມີນາ ໒໐໒໕

​ແຂວງ​ໄຊ​ຍະ​ບູ​ລີ ສະຫຼອງງານ​ມະ​ຫາ​ກຳ​ບຸນ​ຊ້​າງ​ ຄັ້ງ​ທີ 18 ຢ່າງ​ສະ​ຫງ່າ​ງາມ


​ແຂວງ​ໄຊ​ຍະ​ບູ​ລີ ສະຫຼອງງານ​ມະ​ຫາ​ກຳ​ບຸນ​ຊ້​າງ​ຄັ້ງ​ທີ 18 ຢ່າງ​ສະ​ຫງ່າ​ງາມ

ງານມະຫາກຳບຸນຊ້າງປະຈໍາປີຄັ້ງທີ XVIII ໄດ້ໄຂຂື້ນຢ່າງເປັນທາງການໃນ ຕອນເຊົ້າວັນທີ 22 ກຸມພາທີ່ຜ່ານມາ ຢູ່ທີ່ສະໜາມຫຼວງແຂວງໄຊຍະບູລີ. ງານດັ່ງກ່າວຖືກຈັດຂຶ້ນຢ່າງໃຫຍ່ໂຕ ແລະ ຄຶກຄື້ນ. ພວກເຮົາມີລາຍງານມາສະເໜີທ່ານໃນອັນດັບຕໍ່ໄປ.

ງານມະຫາກຳບຸນຊ້າຄັ້ງທີ 18 ຖືກຈັດຂຶ້ນຕາມວັດຖຸປະສົງ ໃນການອະນຸລັກ ສົ່ງເສີມວັດທະນະທຳຮີດຄອງປະເພນີຄວານຊ້າງດັ້ງເດີມໃຫ້ຄົງຢູ່ຄູ່ຂະໜານກັບການຜັນຂະຫຍາຍປະຊາກອນຊ້າງໃຫ້ຫຼາຍຂື້ນໃນສປປ ລາວ ແລະ ເສີມສ້າງ ທ່າແຮງຍົກລະດັບໃນການທ່ອງທ່ຽວຕິດພັນກັບການພັດ ທະນາເສດຖະກິດ-ສັງຄົມຂອງແຂວງໄຊຍະບູລີຢ່າງຕັ້ງໜ້າ ໂດຍກຳນົດເອົາ ກາງເດືອນກຸມ ພາຂອງທຸກໆປີໃນການຈັດງານ ແລະ ປີນີ້ງານບຸນຊ້າງໄດ້ເລີ່ມ ມາແຕ່ວັນ ທີ18-24 ກຸມພາ ໂດຍມີການນໍາພັກລັດພ້ອມດ້ວຍແຂກທາງພາຍ ໃນແລະ ຕ່າງປະເທດຫຼາຍທ່ານເຂົ້າຮ່ວມ. ວາລະພິທີການພາຍຫຼັງທ່ານ ເຈົ້າແຂວງ ກ່າວເປີດງານຢ່າງເປັນທາງການແລ້ວ ທ່ານບຸນທອງ ຈິດມະນີ ຮອງປະທານ ປະເທດກໍເປັນກຽດລັ່ນຄ້ອງເກົ້າບາດແຫ່ງສັນຍາລັກສີລິມຸງຄຸນ ແລະ ຜົນສໍາເລັດໃນການຈັດງານ.

ຈາກນັ້ນບັນດາກິດຈະກຳຕ່າງໆເລິ່ມຍ່າງສວນສະໜາມຢ່າງເປັນທາງການ ເຊິ່ງຍ່າງນໍາໜ້າບັນເລງດົນຕີໂດຍກອງສຸລິຍາງເຍົາວະຊົນທັນວາ ແລະ ກ້ອນກຳລັງທຸງທິວ ຕາມດ້ວຍກ້ອນກຳລັງປ້າຍໂລໂກ ແລະ ກ້ອນກຳລັງ ທີ່ສະແດງເຖິງເອກະລັກວັດທະນະທຳຮີດຄອງປະເພນີ ລວມທັງກ້ອນ ກຳລັງ 11 ຕົວເມືອງທີ່ຂຶ້ນກັບແຂວງໄຊຍະບູລີ ສະແດງເຖິງຄວາມຫຼາກຫຼາຍຊົນ ເຜົ່າຢູ່ຮ່ວມກັນຢ່າງສັນຕິສຸກ ແລະ ສາມັກຄີສ້າງບ້ານແປງເມືອງເສີມສ້າງ ທ່າແຮງການພັດທະນາເສດຖະກິດສັງຄົມເມືອງໃຫ້ມີຄວາມເຂັ້ມແຂງ ປະຊາຊົນມີວຽກເຮັດງານທຳຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ ສະເພາະຊົນເຜົ່າໃນແຂວງໄຊຍະບູລີມີທັງໝົດ8ເຜົ່າດ້ວຍກັນ.

ຂະບວນແຫ່ ກ້ອນກຳລັງສຸດທ້າຍແມ່ນຂະບວນຊ້າງເຊີ່ງປີນີ້ມີຊ້າງເຂົ້າຮ່ວມ ການສະແດງ 50 ໂຕຍ່າງນໍາໜ້າແມ່ນຂະບວນຊ້າງໃຫຍ່ ຕາມມາດ້ວຍຂະ ບວນຊ້າງນ້ອຍຄໍາຮູ້ ເວົ້າລວມແລ້ວກ້ອນກຳລັງການສະແດງໃນຄັ້ງນີ້ ມີຄວາມຄຶກຄື້ນເປັນພິເສດແລະມີຫຼາຍສີສັນ ເສີມສ້າງທ່າແຮງການທ່ອງທ່ຽວ ແຂວງໄຊຍະບູລີ ຢ່າງໂດດເດັ່ນ ແຫ່ງດິນແດນຊ້າງຄໍາຮູ້ນັ້ນເອງ ຫຼັງກິດຈະກຳ ແຫ່ກ້ອນກຳລັງກໍສືບຕໍ່ວາລະການ ສະແດງກິດຈະກຳຊ້າງຄໍາຮູ້ຫຼາຍກວ່າ 15 ລາຍການ ໂດຍເລິ່ມຈາກຊ້າງມອບ ດອກໄມ້ໃຫ້ຄະນະປະທານ ຊ້າງຄຸເຂົ່າຂາບ ຄໍານັບ ຊ້າງຫຼີ້ນບ່ວງ ຊ້າງຟ້ອນ ລໍາວົງ່ ຊ້າງຊັດປຸ່ງເປົ້າ ຊ້າງໂຍນບານບ້ວງ ແລະ ຄວາມສາມາດອື່ນຂອງ ຊ້າງຄໍາຮູ້ທີ່ສະແດງເຖິງການຍົກລະດັບດຶງດູດ ການທ່ອງທ່ຽວແຂວງໄຊຍະບູລີ ຢ່າງຕັ້ງໜ້າ ແລະ ວາລະສຸດທ້າຍສະເພາະ ພິທີເປີດງານບຸນຊ້າງແມ່ນພິທີກຳ ບາສີສູ່ຂັວນຊ້າງຕາມຮີດຄອງປະເພນີ ເຊີ່ງການມັດຝ້າຍມຸງຄຸນໃຫ້ຊ້າງແມ່ນມັດ ໄສ່ຫູຊ້າງ ຖ້າເປັນຊ້າງຜູ້ຈະມັດ ໄສ່ງາກໍໄດ້.

ງານມະຫາກຳບຸນຊ້າງປີນີ້ມີຫຼາກ ຫຼາຍກິດຈະກຳດ້ວຍກັນໃນການຮອງຮັບການ ມາທ່ອງທ່ຽວ ສະເພາະກິດຈະກຳ ທາງວັດທະນະທຳຮີດຄອງປະເພນີ ນອກຈາກ ບາສີສູ່ຂວນຊ້າງແລ້ວຍັງມີການ ທຳບຸນໄສບາດຖວາຍທານອຸທິດເຖິງບຸນຄຸນບັນ ພະບູລຸດຜູ້ລ້ຽງຊ້າງ ຄວານຊ້າງ ຜູ້ຈາກລາຕາມຮີດຄອງປະເພນີໃນການຈັດງານ ແຕ່ລະປີ.

ສຳ​ພາດ​ໝໍ​ພອນ​ບຸນ​ຊ້າງ:

"ການບາສີສູ່ຂວັນຊ້າງ ມີຄວາມສໍາຄັນ ແລະ ຈໍາເປັນ ເພາະຊ້າງມີຄຸນງາມ ຄວາມດີຄືກັນ ແລະ ຂວັນຊ້າງກໍ່ບໍ່ແຕກຕ່າງຈາກຄົນເຮົາ ຈະເປັນຂວັນຫົວ ຂວັນຫູ ຂວັນຫາງ ຂວັນຕາທັງຂູ່ ຂວັນງ່າ ຂວັນແຂ່ງ ຂວັນຂາ ທີ່ຢູ່ໃນເນື້ອ ໃນຄີງ ຂວັນໃສ້ອ່ອນ ຂວັນໄຂ່ຫຼັງ ຕ່າງໆ ດ້ວຍຊັບພະຂວັນທັງຫຼາຍນັ້ນ ຊ້າງມັນກໍມີຄວາມຄຽດ ຄວາມຂົມ ບາງເທື່ອຂວັນຊ້າງ ໃຊ້ເຄາະ ໃຊ້ສິ່ງອື່ນ ນາບຄູ່ ແລະ ເອົາໄປຊັບຊ້າງ ຫຼື ເອົາຫຼ້າວຊັບຕີແລະຂັບຂີ່ ຢຽບຢໍ້າແລະອື່ນໆ ຈະເຮັດໃຫ້ຊ້າງບໍ່ພໍໃຈກໍມີ ສະນັ້ນ ພວກເຮົາຈຶ່ງມີພີທີບາສີສູ່ຂວັນ ຈຶ່ງຮຽກເອົາຂວັນຊ້າງທັງຫຼາຍ ຈະໄປຕົກ ໄປເຮ່ຍ ຢູ່ປ່າຢູ່ພູກໍ່ໃຫ້ກັບຄືນມາ ເພື່ອໃຫ້ຊ້າງ ມີຄວາມເພິ່ງພໍໃຈ."

ກິດຈະກຳຕິດພັນກັບບຸນຊ້າງທີ່ຂາດບໍ່ໄດ້ ນອກຈາກງານ ຕະຫຼາດນັດແລ້ວກໍແມ່ນການປະກວດນາງງາມບັນດາເຜົ່າແລະການສະແດງສິນລະປະວັນນະຄະດີໃນແຕ່ລະຄໍ່າຄືນ ເຊິ່ງປີນີ້ 11 ຕົວເມືອງໄດ້ສົ່ງນາງສາວ ເຂົ້າປະກວດທັງໆໝົດ 27 ນ້ອງນາງສາວດ້ວຍກັນ.

ແມ່ຄ້າຂາຍເຄື່ອງ ນາງຕິມ ແກ້ວປັນຍາ ບ້ານນາຫຼາ ເມືອງໄຊຍະບູລີ ແຂວງໄຊຍະບູລີ:

"ສະບາຍດີ ຮ້ານຂ້ອຍກໍ່ມີເຄື່ອງຫັດຖະກໍາຈັກສານ ທີ່ໄດ້ມາ ຈາກຄ້າຍຄຸມຂັງນັກໂທດ ເປັນຜູ້ຈັກສານ ແລະ ສ່ວນໜຶ່ງເຮົາກໍຊື້ມາແດ່ ເປັນຂອງສ່ວນລວມແເດ່ ໃຜໄດ້ໄປໄດ້ມາກາມາແວ່ຊື້ເດີ້ ບຸນຊ້າງໄຊຍະບູລີ ແຕ່ລະປີ ກໍໄດ້ມາຂາຍຢູ່ທີ່ນີ້."

ການຄ້າຂາຍ ສະເພາະກິດຈະກຳຊ້າງໃນແຕ່ລະມື້ມີບໍລິການຂີ່ຊ້າງທົ່ວໄປກິດຈະກຳຊົມການ ສະແດງຊ້າງຄໍາຮູ້ ຊ້າງອາບນໍ້າ ແລະ ຂະບວນຂິ່ຊ້າງອ້ອມເມືອງ ສຳພາດຄວນຊ້າງ

ງານ​ມະ​ຫາ​ກຳ​ບຸນ​ຊ້າ​ຢູ່​ແຂວງ​ໄຊ​ຍະ​ບູ​ລີ ແມ່ນ​ໄດ້​ມີ​ຊື່​ສຽງ​ມາ​ດົນ​ນານ​ແລ້ວ, ເຊິ່ງ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽງ​ໄປ​ຮ່ວມ​ງານ​ດັ່ງ​ກ່າວ​ເປັນ​ຈຳ​ນວນຫຼາຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG