ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງ​ການ ​ແຂວງ​ອຸ​ດົມ​ໄຊ ອະ​ນຸ​ມັດ 3 ໂຄງ​ການ​ລົງ​ທຶນ​ ຂະ​ໜາດ​ໃຫຍ່​ກັບ 3 ບໍ​ລິ​ສັດ ຈີນ


ສະ​ຖານ​ທີ່​ກໍ່​ສ້າງ​ຂົວ​ທາງ​ລົດ​ໄຟ ລາວ-ຈີນ.
ສະ​ຖານ​ທີ່​ກໍ່​ສ້າງ​ຂົວ​ທາງ​ລົດ​ໄຟ ລາວ-ຈີນ.

ທາງ​ການ​ແຂວງ​ອຸ​ດົມ​ໄຊ ອະ​ນຸ​ມັດ 3 ໂຄງ​ການ​ລົງ​ທຶນ​ຂະ​ໜາດ​ໃຫຍ່​ກັບ 3 ບໍ​ລິ​ສັດ ຈີນ
ໂດຍແນໃສ່ການພັດທະນາເຂດເມືອງໃໝ່ ເມືອງທັນສະໄໝ ແລະ ເຂດເສດຖະກິດໃນ
ແລວທາງລົດໄຟ ລາວ-ຈີນ.

ທ່ານ ຄຳ​ພັນ ເຜີຍ​ຍະ​ວົງ ເຈົ້າ​ແຂວງ​ອຸ​ດົມ​ໄຊ ຖະ​ແຫຼງ​ຢືນ​ຢັນ​ວ່າ​ທາງ​ການ​ແຂວງ​
ອຸດົມໄຊໄດ້ຕົກລົງອະນຸມັດ 3 ໂຄງການລົງທຶນຂະໜາດໃຫຍ່ໃຫ້ກັບ 3 ບໍລິສັດເອ
ກະຊົນຈາກ ຈີນ ເມື່ອບໍ່ນານມານີ້ ໂດຍມີເປົ້າໝາຍເພື່ອດຳເນີນການພັດທະນາ
ເຂດເມືອງໃໝ່ ເຂດເມືອງທັນສະໄໝ ເຂດເສດຖະກິດພິເສດ ແລະ ເຂດກະສິກຳ
ສະອາດໃນແລວທາງລົດໄຟ ລາວ-ຈີນ ໃນເຂດແຂວງອຸດົມໄຊ ທີ່ມີໄລຍະທາງ
ຍາວກວ່າ 126 ກິໂລແມັດ ໂດຍແນໃສ່ການພັດທະນາແຂວງອຸດົມໄຊ ໃຫ້ເປັນໃຈ
ກາງຂອງແຂວງພາກເໜືອໃຫ້ໄດ້ທັງໃນດ້ານຄວາມສະຫງົບຮຽບຮ້ອຍ ການພັດທະ
ນາເສດຖະກິດ ການບໍລິການ ແລະ ທ່ອງທ່ຽວ.

ທັງ​ນີ້ 3 ບໍ​ລິ​ສັດ ຈີນ ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ໃນ 3 ໂຄງ​ການ​ລົງ​ທຶນ​ຂະ​ໜາດ​ໃຫຍ່​ໃນ​
ເຂດແຂວງອຸດົມໄຊຄັ້ງນີ້ ກໍຄືບໍລິສັດດອກງິ້ວຄຳ, ບໍລິສັດບໍ່ເຕັນແດນຄຳ ແລະ ບໍລິ
ສັດອາມາຕ້າ ຊຶ່ງໃນປັດຈຸບັນທັງສາມບໍລິສັດກໍກຳລັງດຳເນີນການສຶກສາສຳຫຼວດ
ແລະ ເກັບກຳຂໍ້ມູນໃນພື້ນທີ່ຮັບຜິດຊອບຂອງຕົນໂດຍຄາດວ່າ ຈະແລ້ວສຳເລັດ
ແລະ ສາມາດນຳສະເໜີແຜນການພັດທະນາລະອຽດຕໍ່ທາງການແຂວງອຸດົມໄຊ ໄດ້
ໃນໄວໆນີ້ ດັ່ງທີ່ທ່ານ ຄຳພັນ ໄດ້ໃຫ້ການຢືນຢັນວ່າ

"ພວກ​ເຮົາ​ກໍ​ໄດ້​ເຊັນ​ສັນ​ຍາ​ກັບ​ບໍ​ລິ​ສັດ​ດອກ​ງິ້ວ​ຄຳ ໃນ​ການ​ສຶກ​ສາ​ສຳຫຼວດ​ຄວາມ​
ເປັນໄປໄດ້ໃນການພັດທະນາຕາມແລວທາງລົດໄຟນີ້ ອັນທີ 2 ມາລະພວກເຮົາກໍໄດ້
ເຊັນສັນຍາກັບບໍລິສັດ ອາມາຕ້າ ໃນການສ້າງຕົວເມືອງໃໝ່ຢູ່ເມືອງນາໝໍ້ ແລ້ວກະ
ຢູ່ເມືອງໄຊ ແລ້ວກະເມືອງຮຸນ ນີ້ເຮັດຈັ່ງໃດໃຫ້ມັນເປັນເມືອງທີ່ທັນສະໄໝ, ອັນທີ 3
ມານີ້ພວກເຮົາກໍໄດ້ເຊັນສັນຍາກັບບໍລິສັດບໍ່ເຕັມແດນຄຳໃນການສຶກສາສຳຫຼວດ
ການພັດທະນາເຂດເສດຖະກິດພິເສດຢູ່ພູຫຼັກຄຳ ຕິດກັບຊາຍແດນ ຈີນ."

ໃນ​ສ່ວນ​ຂອງ​ສັນ​ຍາ​ທີ່​ທາງ​ການ​ແຂວງ​ອຸ​ດົມ​ໄຊ​ ໄດ້​ເຊັນ​ກັບ​ບໍ​ລິ​ສັດ​ດອກ​ງິ້ວ​ຄຳນັ້ນ
ຈະເປັນການລົງທຶນພັດທະນາຕົວເມືອງໃໝ່ທີ່ຕໍ່ເນື່ອງກັບສະຖານີລົດໄຟໃນແຂວງ
ອຸດົມໄຊທີ່ມີ 9 ສະຖານີດ້ວຍກັນ ສ່ວນສັນຍາຂອງບໍລິສັດບໍ່ເຕັນແດນຄຳນັ້ນ ຈະ
ເປັນການພັດທະນາເຂດເສດຖະກິດພິເສດທີ່ພູຫຼັກຄຳໃນເຂດເມືອງນາໝໍ້ ແລະ
ການພັດທະນາຕົວເມືອງໃໝ່ທີ່ເຂດອ່າງນ້ຳຫີນຢູ່ເຂດເມືອງ ໄຊ ມີພື້ນທີ່ສຳປະທານ
ລວມກວ້າງກວ່າ 3,000 ເຮັກຕາ ສ່ວນສັນຍາຂອງບໍລິສັດ ອາມາຕ້າ ນັ້ນຈະເປັນ
ການພັດທະນາຕົວເມືອງໃໝ່ທັນສະໄໝ ແລະ ເຂດພັດທະນາກະສິກຳສະອາດ ທີ່ມີ
ພື້ນທີ່ສຳປະທານກວ່າ 5,000 ເຮັກຕາ ນອກຈາກນີ້ ຍັງມີບໍລິສັດ ຈີນ ອີກເຖິງ 10
ລາຍທີ່ໄດ້ເຊັນບັນທຶກຄວາມເຂົ້າໃຈຮ່ວມກ່ຽວກັບ ການລົງທຶນພັດທະນາແຫຼ່ງທ່ອງ
ທ່ຽວ ໂຮງແຮມ-ບ້ານພັກ, ຮ້ານອາຫານ, ໂຮງໝໍ ແລະ ສິ່ງອຳນວຍຄວາມສະດວກ
ຕ່າງໆຢ່າງຄົບຊຸດຢູ່ໃນບັນດາເຂດພັດທະນາເຫຼົ່ານີ້ອີກດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ຄະ​ນະ​ໄກ່​ເກ່ຍ​ຂອງ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ຍັງ​ຄົງ​
ສືບຕໍ່ການເຈລະຈາກັບບັນດາຫົວໜ່ວຍທຸລະກິດ ແລະ ປະຊາຊົນຜູ້ເປັນເຈົ້າຂອງທີ່
ດິນ ແລະ ສິ່ງປູກສ້າງຕ່າງໆ ທີ່ຢູ່ໃນເຂດກໍ່ສ້າງທາງລົດໄຟ ເພື່ອຈະເຮັດຂໍ້ຕົກລົງ
ຮ່ວມກັນ ກ່ຽວກັບ ອັດຕາຄ່າເວນຄືນໃຫ້ໄດ້ຢ່າງສົມບູນຊຶ່ງໃນປັດຈຸບັນນີ້ຍັງເຫຼືອ
242 ລາຍທີ່ຍັງບໍ່ສາມາດຕົກລົງກັນໄດ້ ໂດຍໃນປັດຈຸບັນຄະນະຄຸ້ມຄອງໂຄງການກໍ່
ສ້າງທາງລົດໄຟ ລາວ-ຈີນ ໄດ້ສົ່ງມອບທີ່ດິນໃຫ້ກັບບໍລິສັດຜູ້ຮັບເໝົາຈາກ ຈີນ ໄດ້
ແລ້ວ 84 ເປີເຊັນຂອງພື້ນທີ່ທັງໝົດຈຶ່ງຍັງເຫຼືອພຽງ 16 ເປີເຊັນ ເທົ່ານັ້ນທີ່ຈະເຈລະ
ຈາຕົກລົງກັບປະຊາຊົນ ແລະ ສົ່ງມອບທີ່ດິນໃຫ້ບໍລິສັດ ຈີນ ຢ່າງຄົບຖ້ວນໃຫ້ໄວທີ່
ສຸດ.

ໂຄ​ງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ກະ​ທົບ​ປະ​ຊາ​ຊົນ 4,411 ຄອບ​ຄົວ​ຢູ່​ໃນ​ເຂດ
13 ເມືອງໃນແຂວງຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງ
ວຽງຈັນ ຊຶ່ງມີທີ່ດິນທີ່ຖືກກະທົບ 3,832 ເຮັກຕາ ສິ່ງປູກສ້າງ 3,346 ຫຼັງ, ຕົ້ນໄມ້ຕ່າງໆ
ແລະ ໄມ້ກິນໝາກລວມກັນ 9 ແສນກວ່າຕົ້ນ ຊຶ່ງກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ ອົງ
ການທີ່ບໍ່ຂຶ້ນກັບລັດຖະບານໃນ ລາວ ລະບຸວ່າຄ່າຊົດເຊີຍທີ່ດິນ ແລະ ສິ່ງປູກສ້າງໃຫ້
ປະຊາຊົນທີ່ຖືກກະທົບຈາກໂຄງການທາງລົດໄຟ ລາວ-ຈີນ ເປັນການປະເມີນລາຄາ
ທີ່ຕ່ຳກວ່າຄວາມເປັນຈິງ ເຊັ່ນທີ່ດິນຢູ່ເຂດເມືອງນາຊາຍທອງ ມີລາຄາທີ່ສະເລ່ຍສູງ
ກວ່າ 1 ລ້ານ 3 ແສນກີບຕໍ່ຕາແມັດ ແຕ່ມີການຈ່າຍຈິງພຽງແຕ່ 137,000 ກີບຕໍ່ຕາ
ແມັດ ຊຶ່ງຕ່ຳກວ່າລາຄາທີ່ດິນເປັນຈິງເຖິງ 10 ເທົ່ານັ້ນເອງ.

XS
SM
MD
LG