ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໃຫ້​ບໍ​ລິ​ການ​ໃນ​ດ້ານ​ປະ​ກັນ​ສັງ​ຄົມ​ ສຳ​ລັບ​ຜູ້​ອອກ​ແຮງ​ງານ​ໃນ​ລາວ​ ຍັງ​ຕ່ຳ​ກວ່າ​ມາດ​ຕະ​ຖານ​ສາ​ກົນ​


​ໂຮງ​ໝໍ 103, ຕັ້ງ​ຢູ່​ນະ​ຄອນຫຼວງວຽງ​ຈັນ, ສ​ປ​ປ ລາວ.
​ໂຮງ​ໝໍ 103, ຕັ້ງ​ຢູ່​ນະ​ຄອນຫຼວງວຽງ​ຈັນ, ສ​ປ​ປ ລາວ.

ການ​ໃຫ້​ບໍ​ລິ​ການ​ໃນ​ດ້ານ​ປະ​ກັນ​ສັງ​ຄົມ​ສຳ​ລັບ​ຜູ້​ອອກ​ແຮງ​ງານ​ໃນ​ລາວ​ຍັງ​ຕ່ຳ​ກວ່າ​ມາດ​ຕະ​ຖານ​ສາ​ກົນ​ໂດຍ​ສະ​ເພາະ​ແມ່ນ​ການ​ຕອບ​ສະ​ໜອງ​ໃນ​ດ້ານ​ການ​ປິ່ນ​ປົວ​ແຮງ​ງານ​ທີ່​ປະ​ສົບ​ອຸ​ບັດ​ເຫດ​ນັ້ນ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ລາວ​ເປີດ​ເຜີຍ​ວ່າ ການ​ໃຫ້​ບໍ​ລິ​ການ​ດ້ານ​ປະ​ກັນ​ສັງ​ຄົມສຳ​ລັບ​ຜູ້​ອອກ​ແຮງ​ງານ​ໃນ​ລ​າວຍັງ​ບໍ່​ໄດ້​ມາດ​ຕະ​ຖານ​ສາ​ກົນ​ໃນ​ທຸກໆ​ດ້ານ​ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ໂຮງ​ໝໍ ແລະ ສະ​ຖານ​ພະ​ຍາ​ບານ​ຕ່າງໆ​ທີ່​ຈະ​ຕ້ອງ​ຕອບ​ສະ​ໜອງ​ໃນ​ດ້ານ​ການ​ຮັກ​ສາ​ປິ່ນ​ປົວ​ໃຫ້​ກັບ​ຜູ້​ອອກ​ແຮງ​ງານ​ທີ່​ເຈັບ​ປ່ວຍຫຼື​ວ່າ​ບາດ​ເຈັບ​ຈາກ​ອຸ​ບັດ​ເຫດ​ຕ່າງໆ​ນັ້ນ​ຈະ​ຕ້ອງ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ ເພາະ​ວ່າ​ຈາ​ກ​ການ​ສຳຫຼວດ​ດ້ວຍ​ການ​ຈັດ​ທຳ​ແບບ​ສອບ​ຖາມ ກ່ຽວ​ກັບ ຄວາ​ມ​ເພິງ​ພໍ​ໃຈ​ຂອງ​ປະ​ຊາ​ຊົນ​ທີ່​ໃຊ້​ບໍ​ລິ​ການ​ຂອງ​ໂຮງ​ໝໍ​ໃນ​ນະ​ຄອນຫຼວງວຽງ​ຈັນ ຊຶ່ງ​ມີ​ລະ​ບົບ​ໃຫ້​ບໍ​ລິ​ການ​ດີ​ທີ່​ສຸດ​ໃນ​ລາວ​ນັ້ນ​ພົບ​ວ່າ​ປະ​ຊາ​ຊົນ​ເພິ​ງ​ພໍ​ໃຈ​ພຽງ 20 ເປີ​ເຊັນເທົ່າ​ນັ້ນດັ່ງ​ເຈົ້າ​ໜ້າ​ທີ່​ສະ​ພາ​ແຫ່ງ​ຊາດ​ຢືນ​ຢັນ​ວ່າ

“ອີງ​ຕາມ​ຜົນ​ການ​ສຳຫຼວດ​ເກັບ​ກຳ​ຂໍ້​ມູນ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ເດືອນ​ເມ​ສາ 2023 ຢູ່​ໂຮງ​ໝໍ​ຂັ້ນ​ສູນ​ກາງ 3 ແຫ່ງ​ໂດຍ​ໄດ້​ນຳ​ໃຊ້​ແບບ​ສອບ​ຖາມ​ຊຶ່ງ​ໜ້າ​ກັບ​ຜູ້​ທີ່​ມາ​ໃຊ້​ບໍ​ລິ​ການ​ຈຳ​ນວນ 150 ຄົນ​ພົບ​ວ່າ​ລະ​ດັບ​ຄວາ​ມ​ພໍ​ໃຈ​ຕໍ່​ການ​ບໍ​ລິ​ການ​ໃນ​ລະ​ດັບ​ດີ​ມີ​ພຽງ 20 ເປີ​ເຊັນ ແລະ ຄວາມບໍ່​ພໍ​ພໍ​ໃຈ​ທີ່​ວ່າບໍ່​ທັນ​ດີ​ມີ​ເຖິງ 66 ເປີ​ເຊັນ​ການ​ຕ້ອນ​ຮັບ ແລະ ເວົ້າ​ຈາບໍ່​ເໝາະ​ສົມ​ຂອງ​ແພດ​ໝໍ​ກວມ​ເຖິງ 48 ເປີ​ເຊັນ.”

ສ່ວນ​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ​ລາຍ​ງານ​ວ່າ​ການ​ສຳຫຼວດ ແລະ ເກັບ​ກຳ​ຂໍ້​ມູນ​ທີ່​ກ່ຽວ​ກັບ​ຫົວ​ໜ່ວຍ​ທຸ​ລະ​ກິດ​ເອ​ກະ​ຊົນ​ໃນ​ລາວ ນັບ​ຕັ້ງ​ແຕ່​ປີ 2020 ເປັ​ນ​ຕົ້ນ​ມາ​ພົບ​ວ່າ​ໃນ​ທົ່ວ​ປະ​ເທດ​ລາວ​ມີ​ຫົວ​ໜ່ວຍ​ທຸ​ລະ​ກິດ​ຈຳ​ນວນ​ທັງ​ໝົດ 133,997 ຫົວ​ໜ່ວຍ ແລະ ມີ​ການ​ວ່າ​ຈ້າງ​ແຮງ​ງານ​ຈຳ​ນວນ​ທັງ​ໝົດ 490,373 ຄົນ​ແຕ່​ໃນ​ນີ້​ກໍ​ມີ​ພຽງ 3,178 ຫົວ​ໜ່ວຍ​ທຸ​ລະ​ກິດ ຫຼື ຄິດ​ເປັນ 2.37 ເປີ​ເຊັນ​ເທົ່າ​ນັ້ນ​ທີ່​ຢູ່​ໃນ​ລະ​ບົບ​ປະ​ກັນ​ສັງ​ຄົ​ມ​ດັ່ງ​ທີ່​ທ່ານ​ນາງ ໃບ​ຄຳ ຂັດ​ຕິ​ຍະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ​ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ

“ໂດຍ​ອີງ​ຕາມ​ຜົນ​ຂອງ​ການ​ສຳຫຼວດ​ຫົວ​ໜ່ວຍ​ເສດ​ຖະ​ກິດ​ທົ່ວ​ປະ​ເທດ​ຄັ້ງ​ທີ 3 ໃນ​ປີ 2020 ມີ​ຫົວ​ໜ່ວຍ​ທຸ​ລະ​ກິດ​ທັງ​ໝົດ​ຈຳ​ນວນ 133,997 ຫົວ​ໜ່ວຍ​ມີ​ຜູ້​ອອກ​ແຮງ​ງານ 490,373 ຄົນ​ປັດ​ຈຸ​ບັນ​ມີ​ຫົວ​ໜ່ວຍ​ທຸ​ລະ​ກິດ​ເຂົ້າ​ເປັນ​ສະ​ມາ​ຊິກ​ປະ​ກັນ​ສັງ​ຄົມ 3,178 ຫົວ​ໜ່ວຍ​ເທົ່າ​ກັບ 2.37 ສ່ວ​ນ​ຮ້ອຍ​ຂອງ​ຫົວ​ໜ່ວຍ​ທຸ​ລະ​ກິດ​ທັງ​ໝົດ.”

ຍິ່ງ​ໄປ​ກວ່າ​ນັ້ນ​ເມື່ອ​ສົມ​ທົບ​ກັບ​ອັດ​ຕາ​ຄ່າ​ຈ້າງ​ໃນ​ລາວ​ກໍ​ຕ່ຳຫຼາຍ​ໃນ​ຂະ​ນະ​ທີ່​ຄ່າ​ຄອງ​ຊີບ​ກໍ​ໄດ້​ມີ​ການ​ປັບ​ຕົວ​ສູງ​ຂຶ້ນ​ນັບ​ມື້​ກໍ​ຍັງ​ເຮັດ​ໃຫ້​ຊາວ​ໜຸ່ມ​ລາວ​ຢຸດ​ເຊົາ​ການ​ຮຽນ ແລະ ພາ​ກັນ​ໄປ​ລັກ​ລອບ​ເຮັດ​ວຽ​ກ​ໂດຍ​ຜິດ​ກົດ​ໝາຍ​ຢູ່​ໄທ​ເພີ່ມ​ຂຶ້ນ​ນັບ​ມື້​ອີກ​ດ້ວຍ​ເພາະ​ວ່າ​ການ​ໄປ​ເຮັດ​ວຽກ​ໃນ​ໄທ​ມີ​ຄ່າ​ຈ້າງ​ສູງກວ່າ​ຢູ່​ໃນ​ລາວ​ເຖິງ 7 ເທົ່າ​ຕົວ​ນັ້ນ​ເອງ.

ສ່ວນ​ກະ​ຊວງ​ແຮງ​ງານ​ໄທ​ລາຍ​ງານ​ວ່າ​ແຮງ​ງານ​ລາວ​ໄດ້​ຮັບ​ອະ​ນຸ​ຍາດ​ເຮັດ​ວຽກ​ຢ່າ​ງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ໃນ​ໄທ​ມີ​ຈຳ​ນວນ​ທັງ​ໝົດ 2 ແສນກວ່າ​ຄົນ​ໃນ​ປັດ​ຈຸ​ບັນ​ຫາກ​ແຕ່​ນາຍ​ຈ້າງ​ໃນ​ໄທ​ຍັງ​ຕ້ອງ​ການ​ຈ້າງແຮງ​ງານ​ເພີ່ມ​ອີກ​ຈາກຫຼາຍກວ່າ 8 ແສນ​ຄົນ​ໃນ​ປີ 2023 ນີ້ ໂດຍ​ລັດ​ຖະ​ບານ​ໄທ​ຈະ​ອະ​ນຸ​ຍາດ​ໃຫ້​ນຳ​ເຂົ້າ​ແຮງ​ງານ​ລາວ​ໂດຍ​ຜ່ານ​ບໍ​ລິ​ສັດ​ຈັດ​ຫາ​ງານ​ທີ່​ທາງ​ການ​ລາວ​ໃຫ້​ການ​ຮັບ​ຮອງ​ເທົ່າ​ນັ້ນ​ຫາກ​ແຕ່​ວ່າ​ດ້ວຍ​ຄ່າ​ທຳ​ນຽມ​ການ​ຈັດ​ຫາ​ງານ​ທີ່​ສູງກວ່າ 1,300 ສຳ​ລັບ​ແຮງ​ງານ​ແຕ່​ລະ​ຄົນ​ທີ່​ຕ້ອງ​ການ​ຈະ​ໄປ​ເຮັດ​ວຽກ​ໃນ​ໄທ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ເຄືອ​ຂ່າຍ​ຄຸ້ມ​ຄອງ​ແຮງ​ງານ​ອົບ​ພະ​ຍົບ​ໃນ​ອາ​ຊຽນ​ປະ​ເມີນ​ສະ​ພາບ​ການ​ວ່າ​ຍັງ​ຈະ​ມີ​ແຮງ​ງານ​ລັກ​ລອບ​ທຳ​ງານ​ໂດຍ​ຜິດ​ກົດ​ໝາຍ​ໃນ​ໄທ​ເພີ່ມ​ຂຶ້ນ​ອີກ​ເປັນ​ລ້ານ​ຄົນ​ໃນ​ນີ້​ກໍ​ລວມ​ເຖິງ​ແຮງ​ງານ​ລາວ​ທີ່​ຫວ່າງ​ງານ​ຈຳ​ນວນຫຼາຍກວ່າ 4 ແສນ​ຄົນ​ໃນ​ປັດ​ຈຸ​ບັນ​ນີ້​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ​ລາຍ​ງານ​ວ່າ​ໃນ​ປັດ​ຈຸ​ບັນ​ມີ​ແຮງ​ງານ​ທີ່​ຫວ່າ​ງ​ງານ​ຢູ່​ໃນ​ລາວ​ພຽງ 64,000 ກວ່າ​ຄົນ​ຈາກ​ກຳ​ລັງ​ແຮງ​ງານ​ທີ່​ຢູ່​ໃນ​ພາກ​ການ​ຜະ​ລິດ​ຕ່າງໆ​ຈຳ​ນວນ​ທັງ​ໝົດ​ກວ່າ 2.4 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ ແລະ ໃນ​ຕົ້ນ​ປີ 2023 ກໍ​ມີ​ແຮງ​ງານ​ລາວ 38,000 ກວ່າ​ຄົນ​ທີ່​ເດີນ​ທາງ​ໄປ​ເຮັດ​ວຽກ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ໃນ​ຕ່າງ​ປະ​ເທດ ໃນ​ນີ້​ເປັນ​ແຮງ​ງານ​ລາວ​ເພດ​ຍິງ 21,000 ກວ່າ​ຄົນ​ໂດຍ​ໄທ​ຄື​ປະ​ເທດ​ທີ່​ແຮງ​ງານ​ລາວ​ເດີນ​ທາງ​ໄປ​ເຮັດ​ວຽກຫຼາຍ​ທີ່​ສຸດ​ທັງ​ຍັງ​ຈະ​ເພີ່ມ​ຂຶ້​ນ​ຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ​ເພາະ​ມີ​ອັດ​ຕາ​ຄ່າ​ຈ້າງ​ສູງກວ່າ​ຢູ່​ລາວ​ເຖິງ 7 ເທົ່າ​ຕົວ​ໃນ​ປັດ​ຈຸ​ບັນ​ນີ້.

XS
SM
MD
LG