ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນປີ 2030 ຈະມີແຜນທີ່ ຂອງພື້ນທະເລ ອັນກວ້າງໃຫຍ່ ຂອງໂລກ ມາໃຊ້ແລ້ວ


ເຮືອສໍາຫລວດພື້ນໃຕ້ທະເລລໍານຶ່ງຂອງອົງການ XPrize
ເຮືອສໍາຫລວດພື້ນໃຕ້ທະເລລໍານຶ່ງຂອງອົງການ XPrize

ພວກ​ນັກວິທະຍາສາດ​ຄົ້ນຄວ້າເລື້ອງ​ທະ​ເລ ​ຈະ​ເວົ້າວ່າ ພວກ​ເຮົາ​ຮູ້ຈັກ​ກ່ຽວກັບພື້ນ
ທີ່​ໃນ​ດວງ​ຈັນ ​ແລະ​ດາວ​ພະອັງຄານ​ຫລາຍ​ກວ່າຮູ້​ເນື້ອທີ່​ເກືອບ​ຮອ​ດ 70 ເປີ​ເຊັນ
​ຂອງ​ດາວນົບພະເຄາະໜ່ວຍໂລກ​ເຮົາເອງ. ທັງ​ນີ້ກໍ​ຍ້ອນ​ວ່າ ເນື້ອທີ່ສ່ວນໃຫຍ່ຂອງ
ໂລກ ແມ່ນ ປົກຫຸ້ມໄປດ້ວຍນໍ້າ ທີ່ເລິກຫລາຍກວ່າ 200 ແມັດ ຢູ່ເກືອບໝົດທຸກຫົນ
ທຸກແຫ່ງ. ມີໂຄງການລິເລີ້ມຫລາຍໂຄງການທີ່ເຮັດແຜນທີ່ຂອງພື້ນທະເລ ແລະ
ໂຄງການຫລ້າສຸດແມ່ນມາຈາກຍີ່ປຸ່ນ. ຈອດຈ໌ ພູຕິສ, ນັກຂ່າວວີໂອເອ ມີລາຍງານ
ກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ມັນເປັນເລື້ອງທີ່ພໍຈະເຂົ້າໃຈໄດ້ຢູ່ດອກວ່າ ເປັນຫຍັງພວກເຮົາຈຶ່ງບໍ່ຮູ້ ກ່ຽວກັບ ພື້ນ
ທະເລຫລາຍປານໃດ. ທັງນີ້ກໍຍ້ອນວ່າມັນແພງ ແລະເປັນອັນຕະລາຍ ທີ່ຈະລົງໄປ
ເລິກເຖິງປານນັ້ນ. ແຕ່ວ່າການເຮັດແຜນທີ່ ຈະຊ່ວຍໃຫ້ເກັບກໍາຂໍ້ມູນໄດ້ຢ່າງຫລວງ
ຫລາຍ ກ່ຽວກັບສິ່ງຕ່າງໆ ນັບຕັ້ງແຕ່ການເດີນເຮືອ ແລະການປະມົງ ຈົນໄປເຖິງບໍ່
ແຮ່ຕ່າງໆ ແລະແມ່ນກະທັ່ງການເຄື່ອນໄຫວຂອງຄື້ນຟອງຍັກຊຸນາມິ.

ທ່ານ ສະທິນເດີ ບິນດາ (Satinder Binda), ຫົວໜ້າໂຄງການພື້ນໃຕ້ທະເລ ຫລື Seabed 2030 ກ່າວວ່າ
“ມາຮອດບັດນີ້ ມັນກໍເປັນເວລາດົນໂພດແລ້ວ ທີ່ພວກເຮົາຖືວ່າມະຫາສະໝຸດ ຂອງພວກເຮົາເປັນເຂດແດນທີ່ຖືກຫລົງລືມໄປ. ມັນເຖິງເວລາແລ້ວ ທີ່ພວກ
ເຮົາຈະຕ້ອງໄດ້ປ່ຽນຄວາມຄິດອັນນັ້ນ ເພາະວ່າມະຫາສະໝຸດຂອງພວກເຮົາ
ມີຊັບສົມບັດ ແລະແຫລ່ງຊັບພະຍາກອນອັນຫລວງຫລາຍ ຢ່າງໜ້າເຫລືອເຊື່ອ
ແລະຊັບພະຍາກອນເຫລົ່ານີ້ ແມ່ນເຂດແດນທີ່ອຸດົມສົມບູນອີ່ຫລີ.”

ໂດຍການໃຊ້ຂໍ້ມູນທີ່ເກັບກໍາມາ ໂດຍກຳປັ່ນດ້ານວິທະຍາສາດ ແລະການຄ້າ ພ້ອມ
ທັງເຮືອດໍານໍ້າທີ່ມີຄົນຂັບ ແລະບໍ່ມີຄົນຂັບ, ໂຄງການດັ່ງກ່າວທີ່ຊື່ວ່າ ພື້ນທີ່ໃຕ້ທະເລ
ຫລື Seabed 2030 ຈະເຮັດແຜນທີ່ລະອຽດສໍາລັບເນື້ອທີ່ 190 ລ້ານຕາລາງກິໂລ
ແມັດ ຢູ່ໃຕ້ທະເລທີ່ມີຄວາມເລິກຫລາຍກວ່າ 200 ແມັດ.

ໂຄງການດັ່ງກ່າວ ແມ່ນນໍາພາໂດຍມູນນິທິນິບປົນ ຊຶ່ງເປັນອົງການເພື່ອການກຸສົນ
ຂອງຍີ່ປຸ່ນ ແລະສະມາຄົມທີ່ບໍ່ຫວັງຜົນກໍາໄລ ເຈເນີໂຣລ ແບັດຕີເມທຣິກ ອັອຟ ດິ
ໂອຊຽນ (General Bathymethric of the Ocean) ຫລື GEBCO. ໂຄງການ
ດັ່ງກ່າວ ຍັງໄດ້ຮັບການສະໜັບສະໜຸນຈາກອົງການສະ ຫະປະຊາຊາດອີກດ້ວຍ.

ທ່ານ ພີເຕີ ທອມຊັນ (Peter Thomson) ທູດພິເສດ ດ້ານມະຫາສະໝຸດຂອງອົງ
ການສະຫະປະຊາຊາດ ກ່າວວ່າ
“ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິສະບັບນຶ່ງ ເພື່ອວຽກງານວິທະ
ຍາສາດ ເພື່ອການພັດທະນາທີ່ຍືນຍົງເປັນເວລາ 1 ທົດສະວັດນັບແຕ່ປີ 2021
ຫາ 2030. ແລະຢູ່ໃນຊ່ວງນຶ່ງທົດສະວັດທີ່ວ່ານັ້ນ ຂ້າພະເຈົ້າມີຄວາມໝັ້ນໃຈ
ວ່າ ພວກເຮົາຈະໄດ້ເຮັດແຜນທີ່ສໍາລັບເນີື້ອທີ່ທັງໝົດຂອງພື້ນທະເລ.”

ຄຽງຄູ່ໄປກັບໂຄງການລິເລີ້ມນີ້, ອົງການບໍ່ຫວັງຜົນກໍາໄລ XPRIZE ໄດ້ທ້າທາຍ
ພວກນັກຄົ້ນຄວ້າ ແລະນັກປະດິດສ້າງຢູ່ທົ່ວທຸກມຸມໂລກ ເພື່ອໃຫ້ພັດທະນາເທັກໂນ
ໂລຈີ ທີ່ດີກວ່າ ແລະຖືກກວ່າເກົ່າ ສໍາລັບເຮັດແຜນທີ່ຂອງພື້ນທີ່ໃນມະຫາສະໝຸດ.

ທ່ານນາງ ໂຈຕິກາ ເວີມານີ (Jyotika Virmani),ຜູ້ນໍາໃນການຄົ້ນຄວ້າມະຫາສະ
ໝຸດຂອງອົງ ການ XPRIZE ກ່າວວ່າ
“ເຫດຜົນອັນນຶ່ງ ທີ່ພາໃຫ້ພວກເຮົາ ຍັງບໍ່ທັນມີແຜນທີ່ອັນດີ ກໍຄືມັນເປັນໂຄງການ
ສະເໜີທີ່ແພງຫລາຍ. ສ່ວນໃຫຍ່ຂອງໂຄງການນັ້ນກໍຄືສົ່ງກໍ່າປັ່ນອອກໄປກາງ
ທະເລ. ສະນັ້ນ ພວກເຮົາໄດ້ພັກດັນຫລາຍອີ່ຫລີ ແລະທີມງານທຸກທີມດຽວນີ້ ຈະ
ອອກໄປ ແລະກໍາລັງຈັດກໍາລັງພົນແລ່ນອອກໄປຈາກຊາຍຝັ່ງທະເລ. ສະນັ້ນ ມັນ
ຈຶ່ງບໍ່ມີຄົນຢູ່ໃນຂົງເຂດທີ່ມີການແຂ່ງຂັນດັ່ງກ່າວນີ້.”

ຜົນປະໂຫຍດອີກອັນນຶ່ງ ທີ່ຈະໄດ້ຮັບ ຈາກໂຄງການນີ້ ກໍຈະແມ່ນຄວາມຮູ້ ທີ່ໄດ້ມາ
ກ່ຽວກັບບ່ອນຢູ່ຂອງເຮືອຕ່າງໆທີ່ຫລົ້ມໄປນັ້ນ, ລວມທັງບ່ອນທີ່ອາດເປັນໄປໄດ້ທີ່ວ່າ
ເຮືອບິນອາຍພົ່ນຂອງມາເລເຊຍທີ່ຫາຍສາບສູນໄປໃນປີ 2014 ໃນຂະນະທີ່ບິນຜ່ານ
ມະຫາສະໝຸດອິນເດຍນັ້ນ ຈົມຢູ່ໃສ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG