ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ກ່າວຢ້ຳ ເຖິງຄວາມໝັ້ນໝາຍ ທີ່ຈະຂະຫຍາຍ ໂອກາດດ້ານການສຶກສາ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ໃນຄຳປາໄສ ປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ ປະທາ
ນາທິບໍດີບາຣັກ ໂອບາມາ ໄດ້ກ່າວຢ້ຳເຖິງຄວາມໝັ້ນໝາຍຂອງ
ທ່ານທີ່ຈະຂະຫຍາຍການເຂົ້າເຖິງການສຶກສາແລະເຜີຍແຜ່ການ
ອ່ານ ທີ່ເຕັມໄປດ້ວຍຄວາມມ່ວນຊື່ນ ໄປສູ່ພວກເດັກນ້ອຍ ແລະ ຊາວໜຸ່ມໃຫ້ຫລາຍຕື່ມຂຶ້ນ.

ໃນຕົ້ນອາທິດນີ້ ປະທານາທິບໍດີໂອບາມາ ໄດ້ປະກາດກ່ຽວກັບການດຳເນີນຄວາມພະຍາ ຍາມໃໝ່ 2 ຢ່າງທີ່ຈະເສີມຂະຫຍາຍຄວາມກ້າວໜ້າທີ່ໄດ້ຮັບແລ້ວໃນຂໍ້ລິເລີ້ມການເຊື່ອມ ຕໍ່ດ້ານການສຶກສາຂອງທ່ານ ໂດຍຈະດຳເນີນການແບບນັ້ນ ຊຶ່ງເປັນການທ້າທາຍຕໍ່ເຈົ້າ ຄອງກຳແພງ ຫ້ອງສະໝຸດແລະພວກຜູ້ນຳໂຮງຮຽນ ເພື່ອຊ່ອຍໃຫ້ພວກນັກຮຽນທຸກໆຄົນ ມີບັດຫ້ອງສະໝຸດແລະຄວາມໝັ້ນໝາຍຈາກຫ້ອງສະໝຸດແລະພວກພິມປື້ມເພື່ອສະໜອງ ເງິນຫລາຍກວ່າ 250 ລ້ານໂດລາ ໃນການແຈກຢາຍປື້ມອີເລັກໂທຣນິກຟຣີ ສຳຫຼັບພວກ ນັກຮຽນທີ່ມີລາຍໄດ້ໜ້ອຍ.

ພ້ອມນີ້ ປະທານາທິບໍດີຍັງໄດ້ເປີດເຜີຍໃຫ້ຊາບລ່ວງໜ້າ ກ່ຽວກັບຄຳປາໄສຕໍ່ພວກທີ່ຮຽນ
ຈົບ ຢູ່ໂຮງຮຽນ Lake Area Tech ທີ່ເມືອງ Watertown ລັດ South Dakota ບ່ອນທີ່ ທ່ານຈະເວົ້າເຖິງແຜນການຂອງທ່ານທີ່ຈະເຮັດໃຫ້ການສຶກສາສອງປີຢູ່ວິທະຍາໄລຊຸມຊົນ
ແບບບໍ່ເສຍເງິນແລະສຳຫຼັບຊາວອາເມຣິກັນທຸກໆຄົນ ດັ່ງດຽວກັນກັບການສຶກສາລະດັບ ມັດທະຍົມໃນທຸກມື້ນີ້. ປະທານາທິບໍດີພວມດຳເນີນງານເພື່ອຄ້ຳປະກັນວ່າ ເດັກນ້ອຍທຸກ ຄົນສາມາດໄດ້ຮັບການສຶກສາແລະຊັບພະຍາກອນທີ່ເຂົາເຈົ້າຕ້ອງການເພື່ອທີ່ຈະປະສົບ ກັບຄວາມສຳເລັດໄດ້.

WASHINGTON, DC — In this week’s address, the President reiterated his commitment to expanding access to education, and to spreading the joy of reading to more children and young adults. Earlier this week the President announced two new efforts that, building on the progress already made by his ConnectEd initiative, will do just that: a challenge to mayors, libraries, and school leaders to help every student get a library card; and commitments from libraries and major publishers to provide more than $250 million in free e-Books for low-income students. In his address, the President also previewed his upcoming commencement speech at Lake Area Tech, in Watertown, South Dakota, where he will discuss his plan to make two years of community college as free and universal for every American as high school is today. The President is working to ensure every child has the access to the education and resources they need to be successful.

XS
SM
MD
LG