ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ກ່າວເຖິງ ການສະຫຼອງ ຄົບຮອບ 100 ປີ ຂອງ ອຸດທະຍານແຫ່ງຊາດ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ໃນ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ໃນ​ວັນ​ເສົາ​ມື້ນີ້ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ ​ໄດ້ລະ​ນຶກ ​ເຖິງວັນ​ຄົບຮອບ​ 100 ປີ ​ໃນ​ການ​ສ້າງຕັ້ງ ອົງການ​ຄຸ້ມ​ຄອງ ​ອຸດທະຍານ​ແຫ່ງ​ຊາດ ​ແລະ​ຊຸກຍູ້​ໃຫ້​ຊາວ​ອາ​ເມຣິກັນ ຊອກຫາອຸດທະຍານ​ຂອງທ່ານ.

ສະຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ Michelle Obama ​ແລະ​ ທ່ານ​ນາງ Laura Bush ​ແມ່ນ​ເປັນ​ປະທານ​ຮ່ວມ​ກິ​ຕິ​ມະ​ສັກ​ໃນ​ການສະ​ເຫຼີມສະຫຼອງຄົບຮອບ 100 ປີຂອງ​ອຸດທະຍານ​ແຫ່ງ​ຊາດ ​ເພື່ອ​ສ້າງ​ຄວາມ​ຕື່ນ​ຕົວ ​ແລະ​ຊ່ອຍ​ໃຫ້​ຊາວອາ​ເມຣິກັນ ມີ​ການ​ພົວພັນ ​ກັບ​ອຸດ ທະຍານ​ແຫ່ງ​ຊາດ ​ແລະ​ດິນ​ຫຼວງທີ່​ພວກ​ເຂົາ​ເຈົ້າມັກ.

​ໃນ​ທຸກ​ມື້ນີ້ ບັນດາ​ຄອບຄົວ​ທະຫານສາມາດ​ໄປ​ຢ້ຽມ​ຊົມ​ສວນ​ອຸດທະຍານແຫ່ງ​ຊາດ​ໄດ້ທັງ​ໝົດ ​ໂດຍ​ບໍ່​ຕ້ອງ​ເສຍເງິນ ພາຍ​ໃຕ້​ຂໍ້​ລິ​ເລີ້ມຂອງ​ກອງ​ກຳລັງ​ຮ່ວມ ​ແລະ ບັນດາ​ຄອບຄົວ ​ທີ່​ມີ​ລູກ​ຮຽນ​ຢູ່​ຊັ້ນ ປ. 4 ​ໂດຍ​ເຂົ້າ​ໄປ​ຕິດ​ຕໍ່ ​ທີ່​ເວັບ​ໄຊ EveryKidInaPark.org.

ປະທານາທິບໍດີ​ໄດ້​ກ່າວ​ຢ້ຳ​ ເຖິງ​ຄວາມ​ໝັ້ນໝາ​ຍຂອງທ່ານ​ ທີ່​ຈະ​ສືບ​ສານ​ຕໍ່ ປະ​ເພນີ​ໃນ​ການ​ອະນຸລັກ ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບປະຫວັດ​ໃນ​ການ​ປົກ​ປ້ອງ​ຄຸ້ມ​ຄອງ​ທີ່​ດິນ​ແລະ​ ນ້ຳຫຼາຍກວ່າ​ລັດຖະບານ​ຊຸດ​ໃດ​ໆທັງໝົດ.

ຍ້ອນ​ໄພ​ຂົ່ມຂູ່​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ປະທານາທິບໍດີ​ກ່າວ​ວ່າ ການ​ປົກ​ປ້ອງ​ດິນ​ຫຼວງ​ແລະ​ນ້ຳຂອງ​ພວກ​ເຮົາ​ແມ່ນ​ມີ​ຄວາມ​ສຳ​ຄັນ​ເພີ້ມຂຶ້ນກວ່າທີ່​ເຄີຍ​ເປັນ​ມາ ຊຶ່ງ ທ່ານ​ກ່າວ​ວ່າ ​ໃນ​ຊຸມ​ປີ​ຕໍ່ໜ້າ​ ພວກ​ເຮົາ​ຕ້ອງ​ໄດ້​ກະທຳ​ໃນສິ່ງ​ທີ່​ພວກ​ເຮົາ​ສາມາດ​ເພື່ອ​ສືບ ​ຕໍ່​ໃຫ້ການ​ປົກ​ປ້ອງ​ຄຸ້ມ​ຄອງ​ອຸດ​ທະ​ຍານ ​ແລະ​ໂລກຂອງ​ພວກ​ເຮົາ ​ໄວ້​ໃຫ້​ແກ່​ອະນຸຊົນ​ຮຸ້ນ​ຕໍ່ໆ​ໄປ​ໃນ​ອະນາຄົດ.

Weekly Address: Celebrating the 100th Anniversary of the National Park Service

WASHINGTON, DC — In this week's address, President Obama commemorated the 100th anniversary of the National Park Service and encouraged Americans to "Find Your Park." First Lady Michelle Obama and Mrs. Laura Bush are serving as honorary co-chairs of the National Parks Centennial Celebration to raise awareness and help Americans connect with their favorite parks and public lands. Today, military families can access all national parks for free through the Joining Forces initiative, and families with a fourth grader can get a free pass by visiting EveryKidInAPark.org. The President emphasized his commitment to building on the American tradition of conservation - noting his record of protecting more lands and waters than any other administration. With the threat of climate change, the President said that protecting our public lands and waters is more important than ever. In the years to come, we must do what we can to continue to protect our parks and our planet for future generations.

XS
SM
MD
LG