ຕອນເຊົ້າຂອງວັນຈັນ ທີ 19 ພະຈິກມື້ນີ້ ທ່ານ Obama ໄດ້ພົບປະກັນຄົນລະເທື່ອ ກັບປະທານາທິບໍດີ Thien Sein ແລະ ທ່ານນາງ Aung Saan Suu kyi ໃນນະຄອນຢ່າງກຸ້ງ.
ປະທານາທິບໍດີ ໂອບາມາ ຢ້ຽມຢາມ ມຽນມາ
໑໗
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາເອົາມືຂອງທ່ານແນບເຂົ້າກັນ ໃນຕອນທ້າຍ ຂອງການກ່າວຄໍາປາໄສຂອງທ່ານ ທີ່ຫ້ອງໂຖງ Convocation ຂອງມະຫາວິທະຍາໄລ ຢ່າງກຸ້ງYangon ຂອງມຽນມາ ໃນວັນທີ 19 ພະຈິກ 2012.
໑໘
ພວກນັກສຶກສານັ່ງຟັງ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວຄໍາປາໄສຂອງທ່ານ ທີ່ຫ້ອງໂຖງ Convocation ຂອງມະຫາວິທະຍາໄລ ຢ່າງກຸ້ງYangon ຂອງມຽນມາ ໃນວັນທີ 19 ພະຈິກ 2012.
໑໙
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ເດີນທ່ຽວຊົມວັດ Shwedagon ຮ່ວມກັບທ່ານນາງ Hillary Rodham Clinton ທີ່ນະຄອນຢ່າງກຸ້ງ ໃນວັນທີ 19 ພະຈິກ 2012. (AP Photo/Carolyn Kaster)
໒໐
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ລົມກັບພວກນັກສື່ຂ່າວ ໃນຂະນະທີ່ເດີນທ່ຽວຊົມວັດ Shwedagon ຮ່ວມກັບທ່ານນາງ Hillary Rodham Clinton ທີ່ນະຄອນຢ່າງກຸ້ງ ໃນວັນທີ 19 ພະຈິກ 2012. (AP Photo/Carolyn Kaster)