ຕອນເຊົ້າຂອງວັນຈັນ ທີ 19 ພະຈິກມື້ນີ້ ທ່ານ Obama ໄດ້ພົບປະກັນຄົນລະເທື່ອ ກັບປະທານາທິບໍດີ Thien Sein ແລະ ທ່ານນາງ Aung Saan Suu kyi ໃນນະຄອນຢ່າງກຸ້ງ.
ປະທານາທິບໍດີ ໂອບາມາ ຢ້ຽມຢາມ ມຽນມາ
໒໑
ເດັກຍິງຜູ້ນຶ່ງ ຖ່າຍຮູບ ລຸນຫລັງທີ່ໄດ້ມອບຊໍ່ດອກໄມ້ ໃຫ້ແກ່ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ທີ 4 ຂວາ) ໃນຂະນະທີ່ທ່ານໄປເຖິງ ເດີ່ນບິນສາກົນນະຄອນຢ່າງກຸ້ງ ໃນວັນທີ 19 ພະຈິກ 2012.
໒໒
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ແລະ ທ່ານນາງ Hillary Rodham Clinton ໂບກມືໃສ່ຝູງຊົນ ໃນຂະນະທີ່ພວກທ່ານ ໄປເຖິງເດີ່ນບິນສາກົນ ທີ່ນະຄອນຢ່າງກຸ້ງ ໃນວັນທີ 19 ພະຈິກ 2012. (AP Photo/Carolyn Kaster)
໒໓
ບັນດາພະສົງທັງຫລາຍ ພາກັນຖືທຸງຊາດ ຂອງສະຫະລັດ ແລະມຽນມາ ຄູ່ກັນ ເພື່ອໄປຕ້ອນຮັບ ປະທານາທິບໍດີ ສະຫະລັດ ທ່ານ Barack Obama ເດີ່ນບິນສາກົນ ທີ່ນະຄອນຢ່າງກຸ້ງ ໃນວັນທີ 19 ພະຈິກ 2012. (AP Photo/Carolyn Kaster)
໒໔
ນັກໂທດການເມືອງມຽນມາ ຈໍານວນນຶ່ງ ທີ່ຖືກປ່ອຍໂຕ ເມື່ອວັນທີ 15 ພະຈິກ 2012 ກ່ອນການເດີນທາງ ໄປຢ້ຽມຢາມ ຂອງປະທານາທິບໍດີ ໂອບາມາ.