ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໂອບາມາ ເປີດ​ເຜີຍ​ ກົດ​ລະບຽບ ພະລັງງານສະອາດ​ໃໝ່


Obama Unveils Ambitious Clean Power Plan to Fight Climate Change
please wait

No media source currently available

0:00 0:01:48 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້ໂດຍ Cindy Saine

“ຂ້າພະ​ເຈົ້າ ​ແນ່​ໃຈ​ວ່າບໍ່​ມີ​ໄພ​ຂົ່ມຂູ່ອັນໃດ ທີ່ຈະ​ສົ່ງ​ຜົນ ກະທົບ​ອັນໃຫຍ່​ຫຼວງ​ຕໍ່​ອະນາຄົດ​ຂອງພວກ​ເຮົາ, ​ແລະ ຊົ່ວ​ຄົນ​ລຸ້ນຕໍ່​ໄປ, ຫຼາຍ​ກວ່າການ​ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ.”

ດ້ວຍ​ຄຳ​ເວົ້າ​ດັ່ງກ່າວ​ນັ້ນ, ປະທານາທິບໍດີ​ ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ​ໄດ້​ອອກ​ຄຳຮຽກ​ຮ້ອງໃຫ້​ປະຕິບັດ​ຢ່າງ​ຮີ​ບດ່ວນ​ອີກ​ຄັ້ງ​ໜຶ່ງ ​ໃນ​ວັນ​ຈັນ​ວານ​ນີ້, ​ໃນ​ຂະນະ​ທີ່​ທ່ານ​ໄດ້​ເປີດ​ເຜີຍ​ກົດ​ລະບຽບ​ໃໝ່ ​ແນໃສ່​ການຕັດການປ່ອຍ​ຄວັນ​ພິດ​ທາດ​ຄາບອນ ທີ່​ເກີດ​ມາ​ຈາກ​ໂຮງໄຟຟ້າ​ຂ​ອງປະ​ເທດ.

ແຜນສ້າງຄວາມສະອາດຂອງປະທານາທິບໍດີ ໂອບາມາ ນີ້ຈະຕັດ ການກາງຕໍ່ການຜະລິດ ໄຟຟ້າທີ່ໃຊ້ຖ່ານຫີນລົງ ແລະນຳເອົາປະເທດໄປສູ່ ພະລັງງານທີ່ ໃຊ້ຄືນໃໝ່ໄດ້.

ພາຍ​ໃຕ້​ແຜນການ​ດັ່ງກ່າວ, ບັນດາ​ໂຮງ​ໄຟຟ້າ​ຕ່າງໆ​ຈະ​ຫຼຸດຜ່ອນ​ການ​ປ່ອຍ​ຄວັນ​ພິ​ດຂອງ​ຕົນ​ລົງ 32 ​ເ​ປີ​ເຊັນ​ຕ່ຳ​ກວ່າ​ລະດັບ​ຂອງ​ປີ 2005 ໃຫ້​ໄດ້ພາຍ​ໃນ​ປີ 2030. ​ແຜນການ​ນັ້ນ ຈະ​ຕັດ​ການ​ປ່ອຍ​ຄວັນ​ພິດ​ປະມານ 9 ​ເປີ​ເຊັນ​ຫຼາຍ​ກວ່າ​ ສະບັບ​ກ່ອນໆ​ຂອງ​ກົດ​ລະບຽບ​ດັ່ງກ່າວ​ທີ່​ໄດ້​ເຜີ​ຍອອກ​ໃນ​ປີ​ກາຍ​ນີ້.

ທ່ານ ​ໂອ​ບາ​ມາ​ ​ໄດ້​ກ່າວທີ່ທຳນຽບຂາວ​ວ່າ “ນີ້​ແມ່ນ​ໜຶ່ງໃນ​ບັນຫາ​ທີ່​ບໍ່ ຄ່ອຍເຫັນ, ​ເພາະວ່າ ຂະ​ໜາດ​ຂອງ​ມັນ, ຍ້ອນ​ວ່າ​ຂອບ​ເຂດ​ຂອງ​ມັນ, ​ເຊິ່ງ​ຖ້າ​ເຮົາ​ບໍ່​ເຮັດໃຫ້​ມັນ​ຖືກຕ້ອງ, ພວກ​ເຮົາ​ອາດ​ຈະ​ບໍ່​ສາມາດ​ຖອຍ​ກັບ​ຄືນ​ໄດ້. ​ແລະ ​ເຮົາ​ອາດ​ຈະ​ບໍ່​ສາມາດ​ປັບໂຕ​ເຂົ້າ​ໄດ້​ຢ່າງ​ພຽງພໍ.” “ມັນ​ມີ​ສິ່ງ​ທີ່​ສາມາດເວົ້າ​ໄດ້​ວ່າ​ ມັນ​ຊ້າ​ໂພດ ເມື່ອ​ເວົ້າ​ເຖິງ ເລື່ອງ​ການປ່ຽນ ແປງຂອງດິນຟ້າອາກາດ​.”

US Obama Climate Change
please wait

No media source currently available

0:00 0:02:16 0:00

"I am convinced that no challenge poses a greater threat to our future, and future generations, than a changing climate."

With those words, U.S. President Barack Obama issued yet another urgent call to action Monday, while unveiling new regulations aimed at cutting carbon pollution that comes from the nation's power plants.

Obama's Clean Power Plan would reduce U.S. reliance on coal-fired electricity and move the country further towards renewable energy.

Under the plan, power plants would reduce their carbon emissions by 32 percent below 2005 levels by the year 2030.The plan cuts emissions about 9 percent deeper than a preliminary version of the regulations released last year.

In his remarks at the White House, President Obama argued time is running out on taking action against climate change.

"This is one of those rare issues, because of its magnitude, because of its scope, that if we don't get it right, we may not be able to reverse. And we may not be able to adapt sufficiently," Obama said in the East Room. "There is such a thing as being too late when it comes to climate change."

XS
SM
MD
LG