ຜູ້ທີ່ຖືກເລືອກໃຫ້ເຂົ້າຮັບຕຳແໜ່ງເປັນຜູ້ພິພາກສາສານສູງສຸດ
ທີ່ຫວ່າງເປົ່າຢູ່ ຂອງປະທານາທິບໍດີສະຫະລັດ ທ່ານບາຣັກ
ໂອບາມາ ຈະພົບປະກັນໃນວັນພະຫັດມື້ ກັບບັນດາສະມາຊິກ
ສະພາສູງສັງກັດພັກ Democrat ໃນຂະນະທີ່ພັກ Republi-
can ຊຶ່ງຄວບຄຸມສະພາສູງຢູ່ໃນປະຈຸບັນນີ້ ຢືນຢັນວ່າ ພວກເຂົາ
ເຈົ້າຈະບໍ່ເອົາບາດກ້າວໃດໆທັງນັ້ນ ກ່ຽວກັບການສະເໜີຊື່ແຕ່ງຕັ້ງດັ່ງກ່າວນີ້.
ຜູ້ພິພາກສາ ທ່ານ Merrick Garland ຂອງສານອຸທອນລັດຖະບານກາງ ຜູ້ຊຶ່ງຖືກມອງເຫັນໂດຍສ່ວນໃຫຍ່ວ່າ ເປັນນັກກົດໝາຍທີ່ມີແນວທາງເປັນກາງນັ້ນ ໄດ້ມີໝາຍກຳນົດທີ່ຈະພົບປະກັບທ່ານ Patrick Leahy ສະມາຊິກສະພາສູງອະວຸໂສຂອງພັກ Democrat ໃນຄະນະກຳມາທິການຍຸຕິທຳຂອງສະພາສູງ ແລະຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ທ່ານ Harry Reid.
ທ່ານໂອບາມາ ຊຶ່ງສະໄໝການດຳລົງຕຳແໜ່ງຂອງທ່ານຈະສິ້ນສຸດລົງໃນເດືອນມັງກອນປີ 2017 ຈະມານີ້ ແມ່ນໄດ້ໃຊ້ສິດຂອງທ່ານ ໃນການແຕ່ງຕັ້ງເຂົ້າແທນຕຳແໜ່ງທີ່ຫວ່າງເປົ່າ
ລົງຢ່າງກະທັນຫັນໃນເດືອນແລ້ວນີ້ ຍ້ອນການເສຍຊີວິດຂອງມື້ລາງຜູ້ພິພາກສາສານສູງສຸດ
ນິຍົມແນວທາງເດີມ ທ່ານ Antonin Scalia ແລະກ່າວວ່າ ບັນດາສະມາຊິກລັດຖະສະພາແມ່ນມີໜ້າທີ່ ທີ່ຈະຈັດໃຫ້ມີການຮັບຟັງຄຳໃຫ້ການຕ່າງໆ.
ເຊີນຊົມ: ວີດີໂອຈາກນັກຂ່າວ Michael Bowman ຂອງ VOA ກ່ຽວກັບຢູ້ຖືກເລືອກຕັ້ງ
ສະພາສູງ ພັກ Republican ກ່າວວ່າ ທ່ານ ໂອບາມາ ຄວນຈະໃຫ້ຜູ້ທີ່ຈະໄດ້ຮັບໄຊຊະນະ ຂອງການເລືອກຕັ້ງປະທານາທິບໍດີ ໃນເດືອນພະຈິກທີ່ຈະມາເຖິງນີ້ ເປັນຜູ້ເລືອກເອົາຜູ້ພິພາກສາສານສູງສຸດ ຄົນຕໍ່ໄປ.
ການປະເຊີນໜ້າກ່ຽວກັບຕຳແໜ່ງທີ່ຫວ່າງລົງຂອງຜູ້ພິພາກສາສານສູງສະຫະລັດ ແມ່ນວ່າເປັນການຖົກຖຽງທີ່ສຳຄັນເປັນພິເສດ ເພາະວ່າ ຜູ້ພິພາກສາຄົນໃໝ່ອາດຈະສ້າງຄວາມບໍ່ກ້ຳເກິ່ງທາງດ້ານອຸດົມການຂຶ້ນຢູ່ໃນສານສູງສຸດ ທີ່ອາດອຽງໄປທາງດ້ານໃດດ້ານນຶ່ງ ຊຶ່ງຮວມທັງ ດ້ານເສລີ ຫຼືນິຍົມແນວທາງເດີມ. ການເສຍຊີວິດຂອງທ່ານ Scalia ເຮັດໃຫ້ສານ ສູງສຸດມີຜູ້ພິພາກສາເຫລືອ 8 ທ່ານເທົ່ານັ້ນ.
ທ່ານ ໂອບາມາ ໄດ້ປະກາດໃຫ້ທ່ານ Garland ໄວ 63 ປີ ຜູ້ຊຶ່ງເປັນຫົວໜ້າສານອຸທອນ
ເຂດນະຄອນຫຼວງວໍຊິງຕັນ ເປັນທາງເລືອກຂອງທ່ານໃນວັນພຸດວານນີ້ ຊຶ່ງທ່ານໄດ້ກ່າວ
ວ່າ “ຂ້າພະເຈົ້າ ພຽງແຕ່ຂໍຮຽກຮ້ອງ ໃຫ້ພັກສະມາຊິກ Republican ໃນສະພາສູງ ຮັບຟັງຄຳໃຫ້ການກ່ຽວກັບການແຕ່ງຕັ້ງທ່ານຢ່າງເປັນທຳ.”
ເຊີນຊົມ: ທ່ານ Merrick Garland ຖືກແຕ່ງຕັ້ງໃຫ້ເປັນຜູ້ພິພາສາສານສູງສຸດ
ສະຫະລັດ