ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ລົງນາມ
ໃນດຳລັດສະບັບນຶ່ງສັ່ງໃຫ້ລົງໂທດຄັ້ງໃໝ່ຕໍ່ເກົາຫຼີເໜືອ ເພື່ອ
ເປັນການຕອບໂຕ້ຕໍ່ອຳນາດການປົກຄອງພະດັດການດັ່ງກ່າວ
ໄດ້ທົດລອງອາວຸດນິວເຄລຍ ແລະລູກສອນໄຟຂີປະນາວຸດ.
ດຳລັດຂອງປະທານາທິບໍດີມີຂຶ້ນ ຫຼັງຈາກເກົາຫຼີເໜືອ ໄດ້ທົດ
ລອງອາວຸດນິວເຄລຍ ໃນທີ 6 ມັງກອນ ແລະການທົດລອງລູກສອນໄຟຂີປະນາວຸດ ໃນວັນທີ 7 ກຸມພາ ຜ່ານມານີ້ ຊຶ່ງເປັນການລະເມີດຕໍ່ຄວາມພະຍາຍາມຢ່າງຍາວນານຂອງນາໆປະເທດທີ່ແນໃສ່ເພື່ອຫລຸດ ຜ່ອນ ຄວາມໄຝ່ຝັນໃນການຢາກມີອາວຸດນິວເຄລຍຂອງພຽງຢາງ.
ໂຄສົກທຳນຽບຂາວ ທ່ານ Josh Earnest ໄດ້ປະກາດກ່ຽວກັບການຕັດສິນໃຈຂອງປະທາ
ນາທິບໍດີ ໃນວັນພຸດວານນີ້.
ທ່ານ Earnest ໄດ້ກ່າວວ່າ ການລົງໂທດຢ່າງຕາມລຳພັງ
ພຽງຝ່າຍດຽວຄັ້ງໃໝ່ນີ້ ຈະອະນຸ ຍາດໃຫ້ສະຫະລັດ ເລີ້ມຈັດ
ຕັ້ງປະຕິບັດການລົງໂທດຢ່າງເປັນເອກກະສັນທີ່ໄດ້ຕົກລົງກັນ
ໂດຍສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ.
ທ່ານ Earnest ໄດ້ກ່າວວ່າ “ສະຫະລັດ ແລະບັນດາປະຊາຄົມນາໆຊາດ ຈະບໍ່ຍອມຮັບເອົາກິດຈະກຳໃນການທົດລອງອາວຸດນິວເຄລຍ ແລະລູກສອນໄຟຂີປະນາວຸດແບບຜິດກົດໝາຍຂອງເກົາຫລີເໜືອ ແລະພວກເຮົາຍັງຈະສືບຕໍ່ ລົງໂທດຢ່າງສາຫັດຕໍ່ເກົາຫຼີເໜືອ ຈົນກວ່າວ່າ ເກົາຫຼີເໜືອໄດ້ທຳຕາມກົດລະບຽບການ ພາລະໜ້າທີ່ຕໍ່ນາໆຊາດໄດ້ນັ້ນ.”
ການລົງໂທດທີ່ວ່ານີ້ ແມ່ນອອກແບບມາເພື່ອກັກຊັບສິນຂອງຜູ້ໃດກໍຕາມທີ່ລະເມີດການປິດ
ລ້ອມເກົາຫລີເໜືອຂອງນາໆຊາດ ນັ້ນໝາຍເຖິງບັນດາບາງປະເທດທີ່ ພົວພັນດ້ານການຄ້າ
ກັບເກົາຫຼີເໜືອ ເຊັ່ນຈີນ ກໍຈະບໍ່ສົ່ງເສີມໃຫ້ກະທຳການເຊັ່ນນີ້.
ດຳລັດທີ່ວ່ານີ້ ແມ່ນຮວມທັງການແນເປົ້າໝາຍໃສ່ການລະເມີດ
ເລື້ອງສິດທິມະນຸດຂອງເກົາຫລີເໜືອ ໂດຍອະນຸຍາດໃຫ້ກະຊວງ
ການຄັງສະຫະລັດກັກຊັບສິນຂອງສ່ວນບຸກຄົນຫລືບໍລິສັດໃດໆ
ກໍຕາມ ທີ່ພົວພັນກັບການສົ່ງອອກພວກແຮງງານຈາກເກົາຫຼີເໜືອ
ນຳ. ລາຍງານຂອງອົງການສະຫະປະຊາຊາດ ສະບັບນຶ່ງ ໄດ້ພົບ
ເຫັນວ່າ ພຽງຢາງ ໃນປີກາຍນີ້ ມີລາຍໄດ້ຈຳນວນ 2 ພັນ 3 ຮ້ອຍ
ລ້ານໂດລ່າຕໍ່ປີ ຈາກພວກແຮງງານທັງຫຼາຍ ທີ່ສົ່ງອອກໄປຍັງ
ບັນດາປະເທດອື່ນໆນັ້ນ ບ່ອນທີ່ພວກເຂົາເຈົ້າເຫຼົ່ານີ້ ຊຶ່ງສ່ວນໃຫຍ່
ແລ້ວແມ່ນຖືກລ່ວງລະເມີດແລະຊອກສະແຫວງຫາຜົນປະໂຫຍດ ຢູ່ເລື້ອຍໆ.
ລາຍງານໄດ້ກ່າວວ່າ ມີຊາວເກົາຫຼີເໜືອປະມານ 50 ພັນຄົນ ທີ່ເຊື່ອວ່າ ໄດ້ອອກໄປເຮັດວຽກຢູ່ນອກປະເທດ ຊຶ່ງສ້າງລາຍໄດ້ເລັກໆນ້ອຍໆ ສຳຫຼັບພວກເຂົາເຈົ້າ ໃນຂະນະທີ່ຜູ້ຈ້າງວຽກ
ງານນັ້ນແມ່ນຈ່າຍເງິນຫຼາຍໃຫ້ລັດຖະບານເກົາຫຼີເໜືອ. ພວກພະນັກງານທັງຫຼາຍນັ້ນ ແມ່ນຖືກບັງຄັບ ໃຫ້ເຮັດວຽກ ນານເຖິງ 20 ຊົ່ວໂມງຕໍ່ມື້ ໂດຍມີມື້ພັກໜ້ອຍ ອິງຕາມບົດລາຍງານ
ດັ່ງກ່າວ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ