ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ວ່າ ເຖິງເວລາແລ້ວ ທີ່ຈະຂຶ້ນ ຄ່າຈ້າງ ໃຫ້ແກ່ ອາເມຣິກາ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ອັດຕາ
ຄົນຫວ່າງງານໃນສະຫະລັດ ໃນເດືອນແລ້ວນີ້ໄດ້ຫລຸດລົງຕ່ຳກວ່າ
6 ເປີເຊັນເປັນເທື່ອທຳອິດ ໃນຮອບຫົກປີກວ່າໆທີ່ຜ່ານມາ.

ຜູ້ນຳຂອງສະຫະລັດ ກ່າວໃນວັນເສົາມື້ນີ້ ໃນຄຳປາໄສ ປະຈຳສັບ
ປະດາຂອງທ່ານວ່າ ທຸລະກິດຕ່າງໆໄດ້ສ້າງວຽກເຮັດງານທຳຫຼາຍ
ກວ່າ 10 ລ້ານ 3 ແສນວຽກ ໃນໄລຍະ 55 ເດືອນທີ່ຜ່ານມາ ຊຶ່ງເປັນຂີດໝາຍທີ່ດົນນານ ທີ່ສຸດ ໃນການສ້າງວຽກເຮັດງານທຳແບບບໍ່ມີການລົບກວນຂອງພາກເອກກະຊົນ ໃນປະຫວັດສາດ ສະຫະລັດ.

ແຕ່ແນວໃດກໍຕາມ ປະທານາທິບໍດີໂອບາມາກໍເຕືອນວ່າ ເຖິງແມ່ນໄດ້ມີການບັນລຸຄວາມ ສຳເລັດຜົນໃນດ້ານເສດຖະກິດກໍຈິງ ແຕ່ຜູ້ຄົນສ່ວນໃຫຍ່ ຍັງບໍ່ທັນເຫັນເງິນເດືອນ ຂອງ ເຂົາເຈົ້າຂຶ້ນເທື່ອໃນຮອບນຶ່ງທົດສະວັດກວ່າໆຜ່ານມານີ້. ທ່ານເວົ້າວ່າມັນເຖິງເວລາແລ້ວ ທີ່ຈະຂຶ້ນເງິນເດືອນໃຫ້ແກ່ອາເມຣິກາແລະຢຸດເຊົາການລົງໂທດຊາວອາເມຣິກັນຈຳນວນ ນຶ່ງທີ່ເຮັດວຽກຍາກທີ່ສຸດນັ້ນ.

ປະທານາທິບໍດີໂອບາມາ ກ່າວວ່າ ການຂຶ້ນຄ່າຈ້າງ ຂັ້ນຕ່ຳສຸດ ເປັນ 10 ໂດລາ 10 ເຊັນ
ນັ້ນ ຈະເຮັດໃຫ້ເສດຖະກິດເຂັ້ມແຂງຂຶ້ນ ໂດຍຈະອຳນວຍຊ່ອງທາງ ໃຫ້ແກ່ຊາວອາເມຣິ ກັນໃນຈຳນວນເພີ້ມຂຶ້ນ ສາມາດໄຕ່ເຕົ້າຂຶ້ນ ເປັນຊົນຊັ້ນກາງໄດ້.

US Economy Adds 248K Jobs, Unemployment Rate Falls to 5.9%
please wait

No media source currently available

0:00 0:01:56 0:00

U.S. President Barack Obama says the U.S. unemployment rate fell last month to under six percent for the first time in more than six years.

The U.S. leader said Saturday in his weekly address that businesses have created 10.3 million jobs during the past 55 months, marking the longest uninterrupted stretch of private sector job creation in American history.

However, President Obama cautioned that even with all the economic achievements, most people have not seen an increase in their salaries in over a decade. He said it is time to "give America a raise" and "stop punishing some of the hardest-working Americans."

Mr. Obama said a minimum wage increase to $10 and 10 cents would make the economy stronger, providing a way for more Americans "to climb into the middle class."

XS
SM
MD
LG