ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ເດີນທາງ ໄປຢ້ຽມຢາມ ​ຈາໄມກາ ຢ່າງເປັນທາງການ


ປະທານາ​ທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ໂບກມືທັກທາຍ ໃນຂະນະທີ່ທ່ານເດີນທາງໄປເຖິງ ສະໜາມບິນນານາຊາດ Norman Manley ໃນນະຄອນຫລວງ Kingston ປະເທດ ຈາໄມກາ ດ້ວຍເຮືອບິນປະຈຳຕຳແໜ່ງ Air Force One, ວັນທີ 8 ເມສາ 2015.
ປະທານາ​ທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ໂບກມືທັກທາຍ ໃນຂະນະທີ່ທ່ານເດີນທາງໄປເຖິງ ສະໜາມບິນນານາຊາດ Norman Manley ໃນນະຄອນຫລວງ Kingston ປະເທດ ຈາໄມກາ ດ້ວຍເຮືອບິນປະຈຳຕຳແໜ່ງ Air Force One, ວັນທີ 8 ເມສາ 2015.

ປະທານາ​ທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ​ໄດ້​ເດີນທາງ​
ໄປ​ເຖິງ Jamaica ​ໃນ​ຕອນ​ຄ່ຳວັນ​ພຸດ​ວານ​ນີ້ ​ໃນ​ວັນ​ທຳ​ອິດ​ຂອງ
​ການຢ້ຽມຢາມ ​ທາງ​ການ​ທູດ ຕໍ່ປະ​ເທດ​ເກາະ Caribbean ​ເປັນ
​ເວລາ 3 ມື້.

ທ່ານ​ໂອ​ບາ​ມາ ​ໄດ້​ຖືກ​ຕ້ອນຮັບ​ໂດຍ ນາຍົກລັດຖະມົນຕີຈາໄມ​ກາ
ທ່ານນາງ Portia Simpson Miller ຢູ່​ທີ່​ນະຄອນ​ຫລວງ Kingston ​ໃນ​ການ​ຢ້ຽມຢາມ​
ປະ​ເທດ​ເກາະ ຄັ້ງທຳ​ອິດ​ຢ່າງ​ເປັນ​ທາງ​ການ ​ໂດຍ​ປະທານາທິບໍດີສະຫະລັດ ນັບ​ຕັ້ງ​ແຕ່
ປະທານາທິບໍດີ Ronald Reagan ​ໄດ້ຢ້ຽມຢາມ​ປະ​ເທດ​ດັ່ງກ່າວໃນ​ປີ 1982 ​ເປັນ​ຕົນ​ມາ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຮັບການນຳທ່ຽວຊົມ ພິພິດທະພັນ ຂອງ Bob Marley ຈາກ ນາງ Natasha Clark ພະນັກງານປະຈຳພິພິດທະພັນ ໃນ ນະຄອນຫລວງ Kingston ປະເທດຈາໄມກາ, ວັນທີ 8 ເມສາ 2015.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຮັບການນຳທ່ຽວຊົມ ພິພິດທະພັນ ຂອງ Bob Marley ຈາກ ນາງ Natasha Clark ພະນັກງານປະຈຳພິພິດທະພັນ ໃນ ນະຄອນຫລວງ Kingston ປະເທດຈາໄມກາ, ວັນທີ 8 ເມສາ 2015.

ທ່ານ​ໂອ​ບາ​ມາ ຈະ​ພົບ​ປະ​ກັບ ທ່ານ​ນາງ Simpson-Miller ​
ແລະ ບັນດາ​ຜູ້ນຳອື່ນໆ ຂອງກຸ່ມປະຊາຄົມໃນແຖບທະເລ​
Caribbean​ ຫຼື CARICOM ທີ່​ມີສະມາຊິກ​ຈຳນວນ 15
ປະເທດດ້ວຍ​ກັນ ​ໃນ​ວັນ​ພະຫັດ​ມື້​ນີ້. ທ່ານ ຍັງ​ຈະ​ໄດ້​ກ່າວ​
ຄຳປາ​ໄສ ຕໍ່ ບັນດາ​ຜູ້ນຳຊາວ​ໜຸ່ມ​ຂອງ​ຈາ​ໄມ​ກາ ກ່ອນ​ທີ່​
ທ່ານ​ຈະ​ເດີນທາງ​ຕໍ່​ໄປ​ຍັງ Panama ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້
ເພື່ອເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ​ ຂອງບັນດາປະເທດໃ​ນ
ທະວີບອາ​ເມ​ຣິກາ ບ່ອນ​ທີ່ຄາດ​ກັນ​ວ່າ ​ປະທານາທິບໍດີ ​ຈະ​
ປຶກສາ​ຫາ​ລື ​ເລື້​ອງສິດທິ​ມະນຸດ ກັບປະທານາທິບໍດີ​ຄິວບາ
ທ່ານ Raul Castro ​ແລະ ບັນດາ​ສະມາຊິກຂອງກຸ່ມ​ສັງຄົມ
​ພົນລະ​ເຮືອນ​ຄິວ​ບາ​ນຳ​ດ້ວຍ.

Obama Caribbean Visit
please wait
Embed

No media source currently available

0:00 0:00:49 0:00


U.S. President Barack Obama arrived in Jamaica Wednesday night on the first of a three-day diplomatic initiative to the Caribbean.

Mr. Obama was greeted by Jamaican Prime Minister Portia Simpson Miller in the capital of Kingston, in the first official visit to the island naiton by a U.S. president since Ronald Reagan in 1982.

Mr. Obama will meet with Ms. Simpson-Miller and other leaders of the 15-member Caribbean Community, or CARICOM, on Thursday.He will also address Jamaica's young leaders in a town-hall style meeting before leaving for Panama on Friday for the Summit of the Americas, where the President is expected to discuss human rights with Cuban President Raul Castro and members of Cuba's civil society.

US to Press Cuba on Human Rights, Basic Freedoms
please wait

No media source currently available

0:00 0:03:24 0:00

XS
SM
MD
LG