ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ບາຣັກ ໂອບາມາ ຂໍຮ້ອງໃຫ້ ລັດຖະສະພາ ຮັບຜ່ານຂໍ້​ຕົກລົງ​ການ​ຄ້າ​ພາຄີ​ ຂ້າມມະຫາ​ສະມຸດ​ປາຊີ​ຟິກ


Obama Calls on Congress to Approve Pacific Trade Deal
please wait

No media source currently available

0:00 0:02:01 0:00

ຢູ່​ໃນຄໍາ​ປາ​ໄສຕໍ່​ສະພາ​ແລະປະ​ເທດ​ຊາດ ​ໃນ​ວັນ​ອັງຄານ ​ອາ
ທິດ​ແລ້ວ​ນີ້ ປະທານາທິບໍດີສະຫະລັດທ່ານ Barack Obama
​ໄດ້​ຮຽກຮ້ອງໃຫ້​ມີ​ການ​ຮັບຮອງ​ເອົາ​ ຂໍ້​ຕົກລົງ​ການ​ຄ້າ​ພາຄີ​ຂ້າມ
​ມະຫາ​ສະມຸດ​ປາຊີ​ຟິກ​ ຫຼື TPP ​ໂດຍ​ກ່າວວ່າ​ ມັນ​ຈະ​ຕັດ​ພາສີ
​ຜະລິດ​ຕະພັນ​ທີ່​ເຮັດ​ໂດຍ​ອາ​ເມຣິກັນ ​ເປີດ​ກວ້າງ​ຕະຫລາດ ​ໃນ
​ຕ່າງປະ​ເທດ ແລະ​ສ້າງ​ວຽກ​ເຮັດ​ງານ​ທຳ ​ທີ່​ມີ​ລາຍ​ໄດ້​ສູງ​ຢູ່​ພາຍ
​ໃນ​ປະ​ເທດ. ​ແຕ່​ໂອກາດ​ທີ່​ບັນດາ​ສະມາຊິກ​ສະພາ ຈະ​ຮັບ​ຜ່ານຂໍ້​ຕົກລົງ​ການ​ຄ້າ​ ທີ່ເປັນ​
ຂີດ ໝາຍ​ປະຫວັດສາດ​ດັ່ງກ່າວ ​ໃນ​ການດຳລົງ​ຕຳ​ແໜ່​ງປີ​ສຸດ​ທ້າ​ຍຂອງ​ປະທານາທິ ບໍດີ​ນັ້ນ​ ອາດ​ຈະ​ມີ​ໜ້ອຍ​ເຕັມທີ.​ Mil Arcega ມີລາຍ​ງາ​ນກ່ຽວ​ກັບ​ເລື້ອງນີ້ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ໃນ​ອັນ​ທີ່​ອາດຈະເປັນ​ການ​ກ່າວ​ຄຳ​ປາ​ໄສ​ເທື່ອ​ສຸດ​ທ້າຍ​ຂອງ​ທ່ານ​ຕໍ່ທັງ​ສອງ​ສະພາ​ຂອງ
​ສະຫະລັດ ປະ​ທານາ​ທິບໍດີ Barack Obama ໄດ້ຮຽກ​ຮ້ອງ​ ໃຫ້​ມີ ການ​ຮັບຮອງ​ເອົາ ຂໍ້
​ຕົກລົງ​ການ​ຄ້າພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ ຫລື TPP​ ຢ່າງວ່ອງ​ໄວ​ໂດຍ​ກ່າວ​ວ່າ
ຂໍ້ຕົກລົງດັ່ງກ່າວ​ເປັນ​ຊ່ອງ​ທາງ​ໜຶ່ງ​ເພື່ອເປີດຕະຫຼາດ ໃນຕ່າງປະ​ເທດ​ໃຫ້​ແກ່​ສິນຄ້າ
​ສະຫະລັດ ​ແລະເຮັດ​ໃຫ້ການ​ແຂ່ງຂັນ​ກັບ​ຈີນ​ມີ​ລະ ດັບ​ເທົ່າ​ທຽມກັນ.

ປະທານາທິບໍດີ ​ໂອບາ​ມາ ກ່າວ​ວ່າ “ດ້ວຍ​ຂໍ້​ຕົກລົງ TPP ນີ້ ຈີນ​ບໍ່​ໄດ້​ເປັນ​ຜູ້​ຕັ້ງ​ກົດ​
ລະບຽບ​ຢູ່​ໃນ​ຂົງ​ ​ແຕ່​ພວກ​ເຮົາ​ເປັນ​ຜູ້ຕັ້ງ. ທ່ານ​ຕ້ອງການ​ຢາກ​ສະ​ແດງໃຫ້ເຫັນ​ເຖິງ​
ຄວາມ​ເຂັ້ມ​ແຂງ​ຂອງ​ເຮົາ​ຢູ່ ​ໃນ​ສັດຕະ​ຫວັດ​ໃໝ່ນີ້? ຈົ່ງຮັບ​ຮູ້​ເອົາ​ຂໍ້ຕົກລົງ​ນີ້. ​ມອບ​
ເຄື່ອງມື​ໃຫ້​ພວກ​ເຮົາ​ເພື່ອ​ບັງຄັບ​ໃຊ້. ມັນ​ເປັນ​ສິ່ງ​ຖືກຕ້ອງ​ທີ່​ຄວນ​ເຮັດ.”

​ແຕ່​ຂໍ້​ຕົກລົງທີ່​ຍັງ​ບໍ່​ທັນ​ມີ​ການ​ຮັບຮອງ​ເອົາກັບ​ ພາຄີການ​ຄ້າມ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ
12 ປະ​ເທດ ພວມປະ​ເຊີນ​ໜ້າ​ກັບ​ການ​ຕ້ານ​ຢັນ​ທີ່​ແຂງ​ຂັນ​ຢູ່​ໃນລັດຖະ ສະພາ ບ່ອນ​ທີ່​ມີ​
ການ​ຄັດຄ້ານ​ຈາກ​ບັນດາ​ສະມາ​ຊິກ​ສະພາ ຂອງ​ທັງ​ສອງ​ພັກ ​ທີ່​ມີ​ຄວາມ​ເປັນຫ່ວງ​ວ່າ ບັນ
ດາ​ບໍລິສັດ​ອາ​ເມຣິກັນ ບໍ່​ສາມາດ​ທີ່​ຈະ​ແຂ່ງຂັນ ​ກັບ​ຄ່າ​ແຮງ​ງານ​ຕໍ່າ​ ຢູ່​ໃນ​ບັນດາ​ປະ​ເທດ
​ເອ​ເຊຍ.

ສະມາຊິກ​ສະພາ​ຕໍ່າ ສັງກັດພັກຣິພັບ​ບລິ​ກັນ ຈາກ​ລັດ​ລັດເວີຈີ​ເນຍ ທ່ານ Rob Wittman
ກ່າວ​ວ່າ “ຂ້າພະ​ເຈົ້າ ​ແມ່ນ​ຜູ້​ໜຶ່ງ ມີ​ຄວາມ​ເປັນ​ຫ່ວງ​ຢູ່​ຫລາຍ​ຢ່າງ ກ່ຽວ​ກັບ​ການ​ຕົກລົງ
​ແລະ​ຈະ​ເຮັດ​ຢ່າງ​ໃດ ຈຶ່ງ​ຈະ​ເປັນ​ທີ່​ແນ່​ໃ​ຈວ່າ ການ​ແຂ່ງຂັນ ​ເປັນ​ໄດ້​ເປັນທີ່​ເທົ່າ​ທຽມ​ກັນ
ສຳລັບສະຫະລັດ ບັນດາຜະລິດ​ຕະພັນຂອງ​ພວກ​ເຮົາ ​ແລະ​ຜະລິດ​ຕະພັນ​ທີ່​ຈະ​ເຂົ້າ​ມາ
​ຈາກ​ບັນດາ​ປະ​ເທດ​ເອ​ເຊຍ​ເຫລົ່ານັ້ນ.”

ຄຳ​ຕິຕຽນຈຳນວນ​ໜຶ່ງ​ທີ່​ແຮງ​ສຸດ​ຕໍ່ປະທານາທິບໍດີ ​ແມ່ນມາ​ຈາກ​ບັນດາ​ສະ​ມາ​ຊິກ​ໃນ​ພັກ
​ຂອງ​ທ່ານ​ເອງ ​ແລະ​ບັນດາ​ກຸ່ມ​ແຮງ​ງານ ​ທີ່​ອະທິບາຍ​ວ່າ ຂໍ້​ຕົກລົງ TPP ​ເປັນ​ຜູ້ທຳລາຍ
ວຽກ. ​ແຕ່​ຜູ້ຕາງໜ້າ​ທາງ​ດ້ານການ​ຄ້າສະຫະລັດ ທ່ານ Micheal Froman ​ໂຕ້​ຖຽງ​ວ່າ
ຂໍ້​ຕົກລົງ TPP ຈະ​ຕັດ​ພາສີ​ສິນຄ້າ ທີ່​ຜະລິດ​ໂດຍສະຫະ ລັດ ​ແລະເພີ້ມການ​ສົ່ງ​ອອກ​
ຂອງປະ​ເທດ.

ທ່ານ Froman ກ່າວ​ວ່າ “ທຸກໆ​ພັນ​ລ້ານ​ໂດ​ລາ​ໃດຂອງ​ສິນຄ້າ​ຂາອອກ ສະ​ໜັບສະ​ໜູນ
ຫ້າ​ຫາ​ເຈັດ​ພັນ​ໜ້າ​ວຽກ​ຢູ່​ໃນສະຫະລັດ. ບັນດາ​ວຽກ​ການ​ເຫລົ່າ​ນັ້ນ​ຈ່າຍ 18% ສູງ​ກວ່າ​
ວຽກ​ການ​ທີ່ບໍ່​ພົວພັນ​ກັບ​ການ​ສົ່ງ​ອອກ​ໂດຍ​ສະ​ເລ່ຍ. ​ເພາະສະ​ນັ້ນ ​ໂດຍ​ການ​ເປີດ​ຕະ
ຫລາດ ການ​ແຂ່ງຂັນ​ທີ່​ເທົ່າ​ທຽມ​ກັນ ພວກ​ເຮົາ​ຊ່ວຍສະໜັບ ສະໜູນວຽການ​ທີ່​ຈ່າຍ​ດີ
ຫລາຍ ​ກວ່າ​ຢູ່​ທີ່​ນີ້ ​ໃນສະຫະລັດ ແນ່ນອນ ນັ້ນຄື​ສິ່ງທີ່ ກ່ຽວ​ຂ້ອງ​ກັບທັງ​ໝົ​ດນີ້.”

​ໃນ​ຂະນະ​ທີ່ຂໍ້​ຕົກລົງ​ການ​ຄ້າ​ ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ ອາດ​ຈະພາໃຫ້​ມີ ການ​ສູນ
​ເສຍວຽກງານ​ທີ່ແທ້​ຈິງ ຢູ່​ໃນ​ສະຫະລັດນັ້ນ ບັນ​ດາ​ນັກ​ເສດຖະສາດກ່າວ​ ວ່າ ການ​ສູນ​ເສຍ
​ດັ່ງກ່າວ​ອາດ​ຈະໄດ້​ຮັບ​ການ​ຊົດ​ເຊີຍ​ໂດຍວຽກ​ງານ​ໃໝ່​ໃນພາກ ສ່ວນ​ອຶ່ນໆ. ອຸບປະສັກ
​ອັນ​ໃຫຍ່​ຫລວງ​ແມ່ນ​ການ​ເມືອງ ​ໂດຍ​ທີ່​ບັນດາ​ສະມາຊິກ​ສະພາ​ຈຳນວນ​ໜຶ່ງກ່າວ​ວ່າ
​ໂອກາດ​ທີ່​ຂໍ້​ຕົກລົງ TPP ຈະ​ຖືກ​ຮັບຮອງ​ເອົາ​ໂດຍ ​ລັດຖະສະພາທີ່​ມີ​ການ​ແບ່ງ​ແຍກ​ກັນ
ໃນ​ປີ​ການ​ເລືອກ​ຕັ້ງນີ້ ​ແມ່ນມີ​ໜ້ອຍ​ກວ່າ 50 ​ເປີ​ເຊັນ.


U.S. President Barack Obama called for swift passage of the Trans Pacific Partnership trade deal in his final State of the Union address Tuesday, saying it would cut tariffs on American-made products, open overseas markets and create higher paying jobs at home. But the chances lawmakers will pass the landmark trade deal in the president's final year in office may be slim at best. Mil Arcega reports.

In what may be his final prime time address to both houses of Congress, President Obama called for swift action on the pending Trans Pacific Partnership framing the deal as a way to open overseas markets to U.S. goods and leveling the playing field with China.

"With TPP, China does not set the rules in that region; we do. You want to show our strength in this new century? Approve this agreement. Give us the tools to enforce it. It's the right thing to do."

But the pending deal with 12 Pacific trading countries faces an uphill battle in Congress, where there is opposition from lawmakers of both parities who worry American companies can't compete against lower wage earning countries in Asia.

"I, for one, have a significant number of concerns about that agreement and what it will do in making sure the playing field is level with the United States, our products and products that come in from those Asian countries."

Some of the president's strongest critics are members of his own party and labor groups who describe TPP as a net job killer. But U.S. Trade Representative Michael Froman argues TPP would cut tariffs on U.S. made goods and boost U.S. exports.

"Every billion dollars of exports supports five to seven thousand jobs in the U.S. Those jobs pay 18% more on average than non-export related jobs. So by opening markets, leveling the playing field, we're helping to support more good paying jobs here in the United States, which is exactly what this is all about."

While a Pacific trade deal could indeed lead to job losses in the U.S., economists say such losses would more than likely be offset by new jobs in other sectors. The greater obstacle may be politics, with some lawmakers saying the chances of a TPP deal approved by a divided Congress - in an election year -- are less than 50 percent.

XS
SM
MD
LG