ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ Nvidia ຈະຂະຫຍາຍສາຍສຳພັນ ກັບຫວຽດນາມ, ໃນການສະໜັບສະໜຸນ ແລະພັດທະນາດ້ານ AI


ແຟ້ມພາບ - ໂທລະສັບມືຖືສະຫຼາດ ໂດຍມີເຄື່ອງໝາຍບໍລິສັດ NVIDIA ຢູ່ໜ້າຈໍ ທີ່ໄດ້ຖືກວາງລົງໃສ່ແປ້ນວົງຈອນອີເລັກໂທຣນິກ ຫຼື motherboard ຂອງຄອມພິວເຕີ ໃນພາບສາທິດນີ້ ທີ່ໄດ້ຖ່າຍເມື່ອວັນທີ 6 ມີນາ 2023.
ແຟ້ມພາບ - ໂທລະສັບມືຖືສະຫຼາດ ໂດຍມີເຄື່ອງໝາຍບໍລິສັດ NVIDIA ຢູ່ໜ້າຈໍ ທີ່ໄດ້ຖືກວາງລົງໃສ່ແປ້ນວົງຈອນອີເລັກໂທຣນິກ ຫຼື motherboard ຂອງຄອມພິວເຕີ ໃນພາບສາທິດນີ້ ທີ່ໄດ້ຖ່າຍເມື່ອວັນທີ 6 ມີນາ 2023.

ຜູ້ບໍລິຫານໃຫຍ່ຂອງບໍລິສັດຜະລິດໄມໂກຣຊິປ ເອັນວີເດຍ (Nvidia) ໄດ້ກ່າວໃນວັນຈັນມື້ນີ້ ວ່າ ບໍລິສັດຈະຂະຫຍາຍຄູ່ຮ່ວມງານຂອງຕົນ ກັບບັນດາບໍລິສັດ ເທັກໂນຈີຊັ້ນນຳຂອງຫວຽດນາມ ແລະສະໜັບສະໜຸນປະເທດ ໃນການຝຶກອົບ ຮົມໃຫ້ແກ່ຜູ້ທີ່ມີພອນສະຫວັນສຳລັບການພັດທະນາປັນຍາປະດິດ ຫຼື AI ແລະພື້ນຖານໂຄງລ່າງດ້ານດິດຈິໂຕລ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ບໍລິສັດ ເອັນວີເດຍ ຊຶ່ງໄດ້ລົງທຶນ 250 ລ້ານໂດລາຢູ່ໃນຫວຽດນາມ ມາເຖິງປັດຈຸບັນນີ້ ໄດ້ມີຄູ່ຮ່ວມງານ ກັບຫຼາຍບໍລິສັດເທັກໂນໂລຈີຊັ້ນນຳ ເພື່ອນຳເອົາ AI ລົງເຂົ້າໃນລະບົບຄລາວ, ຍານພາຫະນະ ແລະອຸດສາຫະກຳດ້ານສາທາລະນະສຸກ ອີງຕາມເອກະສານ ທີ່ໄດ້ພິມເຜີຍແຜ່ອອກມາ ໂດຍທຳນຽບຂາວ ໃນເດືອນກັນຍາ ໄດ້ສະແດງໃຫ້ເຫັນວ່າ ໃນຊ່ວງເວລາທີ່ ວໍຊິງຕັນ ໄດ້ຍົກລະດັບຄວາມສຳພັນດ້ານການທູດກັບຫວຽດນາມ.

“ຫວຽດນາມແມ່ນເປັນຄູ່ຮ່ວມງານຂອງພວກເຮົາຢູ່ແລ້ວ ໃນຂະນະທີ່ພວກເຮົາມີລູກຄ້າຫຼາຍລ້ານຄົນ ຢູ່ແຫ່ງນີ້” ທ່ານເຈັນເສັນ ຫວງ ຜູ້ບໍລິຫານໃຫຍ່ ຫຼື CEO ຂອງເອັນດີເວຍ ໄດ້ກ່າວຢູ່ທີ່ງານລ້ຽງ ໃນນະຄອນຫຼວງຮາໂນ່ຍ ຊຶ່ງເປັນການຢ້ຽມຢາມປະເທດຄັ້ງທຳອິດຂອງທ່ານ.

“ຫວຽດນາມ ແລະ ເອັນດີເວຍ ຈະເຮັດໃຫ້ຄວາມສຳພັນຂອງພວກເຮົາເລິກເຊິ່ງຂຶ້ນຕື່ມ ກັບ ບໍລິສັດ Viettel, FPT, Vingroup, VNG ທີ່ເປັນຄູ່ຮ່ວມງານທີ່ເອັນດີເວຍ ຈະຫາທາງເພື່ອຂະຫຍາຍການເປັນຄູ່ຮຸ້ນສ່ວນນຳ” ທ່ານຫວງ ໄດ້ກ່າວ, ໂດຍກ່າວຕື່ມວ່າ ເອັນວີເດຍ ຈະສະໜັບສະໜຸນການຝຶກອົບຮົມດ້ານ AI ແລະພື້ນຖານໂຄງລ່າງຂອງຫວຽດນາມ.

U.S. chipmaker Nvidia's chief executive said on Monday the company will expand its partnership with Vietnam's top tech firms and support the
country in training talent for developing artificial intelligence and digital infrastructure.

Nvidia, which has already invested $250 million in Vietnam, has so far partnered with leading tech companies to deploy AI in the cloud, automotive and healthcare industries, a document published by the White House in September showed when Washington upgraded diplomatic relations with Vietnam.

"Vietnam is already our partner as we have millions of clients here," Jensen Huang, Nvdia's CEO said at an event in Hanoi in his first visit to the country.

"Vietnam and Nvidia will deepen our relations, with Viettel, FPT, Vingroup, VNG being the partners Nvidia looks to expand partnership with," Huang said, adding Nvidia would support Vietnam's artificial training and infrastructure.

XS
SM
MD
LG