ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກຳລັງຮຽກຮ້ອງໃຫ້ປະຊາຄົມນານາ ຊາດ ເຮັດວຽກຢ່າງຮີບດ່ວນ ເພື່ອຮັບປະກັນວ່າ ອາວຸດນິວເຄລຍ ຈະບໍ່ຕົກຢູ່ໃນມືຂອງ ພວກກໍ່ການຮ້າຍ ຫຼື ພວກອື່ນໆທີ່ຢາກສ້າງຄວາມເສຍຫາຍ. ທ່ານ ໂອບາມາ ໄດ້ປິດກອງ ປະຊຸມສຸດຍອດຄວາມໝັ້ນຄົງທາງດ້ານນິວເຄລຍ ເຊິ່ງເປັນຄັ້ງທີ 4 ແລະ ກໍຄັ້ງສຸດທ້າຍ ຂອງທ່ານໃນວັນສຸກທີ່ຜ່ານມາ ໂດຍບໍ່ໄດ້ບັນລຸເປົ້າໝາຍທີ່ສຳ ຄັນຂອງກອງປະຊຸມ ນັ້ນກໍຄືການຮັບປະກັນວັດຖຸນິວເຄລຍທີ່ຕົກຢູ່ໃນຄວາມ ສ່ຽງຂອງໂລກ. ນັກຂ່າວປະຈຳທຳນຽບ ຂາວຂອງວີໂອເອ Mary Alice Salinas ມີລາຍງານເພີ່ມເຕີມເຊິ່ງ ພຸດທະສອນ ຈະນຳ ເອົາລາຍລະອຽດມາສະເໜີທ່ານ.
ປະທານາທິບໍດີ ສະຫະລັດ ກ່າວວ່າ ກອງປະຊຸມສຸດຍອດໄດ້ມີຜົນອອກມາ ດ້ວຍການໃຫ້ ຄຳໝັ້ນສັນຍາທີ່ສຳຄັນ ຂອງຫຼາຍກວ່າ 50 ປະເທດ ທີ່ຈະປັບປຸງຄວາມໝັ້ນຄົງທາງດ້ານ ນິວເຄລຍ.
ແຕ່ວ່າ ກຸ່ມກໍ່ການຮ້າຍຕ່າງໆຄືພວກລັດອິສລາມທີ່ມີຈຸດປະສົງອັນແນ່ວແນ່ຢາກໄດ້ວັດຖຸ ນິວເຄລຍ ມາຢູ່ໃນການຄອບຄອງນັ້ນ, ການປະຕິບັດງານຂອງພວກເຂົາເຈົ້າ ແມ່ນຍັງອີກ ໄກທີ່ຈະສຳເລັດ.
ປະທານາທິບໍດີ ບາຣັກ ໂອບາມາ ໄດ້ກ່າວວ່າ “ບໍ່ມີກຸ່ມກໍ່ການຮ້າຍກຸ່ມໃດໄດ້ປະສົບ ຜົນສຳເລັດໃນການຍາດເອົາອຸປະກອນນິວເຄລຍໄປຄອບຄອງເທື່ອ. ວຽກງານ ຂອງ ພວກເຮົາຢູ່ທີ່ນີ້ຈະຊ່ວຍຮັບປະກັນວ່າ ພວກເຮົາແມ່ນກຳລັງເຮັດທຸກໆຢ່າງ ທີ່ເປັນໄປໄດ້ໂເພື່ອປ້ອງກັນບໍ່ໃຫ້ເຫດດັ່ງກ່າວເກີດຂຶ້ນ.”
ການໂຈມຕີກໍ່ການຮ້າຍໃນປະເທດ Belgium ໄດ້ເປັນສະຕິເຕືອນໃຈ ກ່ຽວກັບໄພອັນຕະ ລາຍ. ບັນດານັກສືບສວນສອບສວນກ່າວວ່າ ພວກໂຈມຕີໄດ້ຕິດຕາມຢ່າງລັບໆເບິ່ງໂຮງ ານນິວເຄລຍ ແລະ ພະນັກງານທີ່ກ່ຽວຂ້ອງ.
ສະຕິເຕືອນໃຈອີກອັນໜຶ່ງ, ແມ່ນການລະເບີດລົດໃນປະເທດ ເທີກີ ເມື່ອວັນພະຫັດອາທິດແລ້ວ.
ປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າ “ໃນຂະນະທີ່ພວກ ISIL ໄດ້ຖືກບີບຮັດ ເຂົ້າໃນປະເທດ ຊີເຣຍ ແລະ ອີຣັກ ພວກເຮົາສາມາດຄາດຄະເນການໂຈມຕີ ຂອງ ພວກເຂົາອອກໄປບ່ອນອື່ນ ດັ່ງທີ່ພວກເຮົາໄດ້ເຫັນຄັ້ງຫຼ້າສຸດນີ້ ແລະ ຢ່າງໜ້າ ເສົ້າສະຫຼົດໃຈໃນປະເທດຕ່າງໆນັບແຕ່ປະເທດ ເທີກີ ຫາ ນະຄອນ ຫຼວງ ບຣັສໂຊສ. ນີ້ກໍໝາຍຄວາມວ່າຄວາມຮູ້ສຶກຂອງຄວາມຮີບດ່ວນທີ່ພວກ ເຮົາໄດ້ສະແດງ ໃຫ້ເຫັນໃນການທຳລາຍພວກ ISIL ໃນ ອີຣັກ ແລະ ຊີເຣຍ ກໍຍັງຈະຕ້ອງໄດ້ເຕີມ ເຕັມຄວາມພະຍາຍາມຂອງພວກເຮົາເພື່ອປ້ອງກັນ ການໂຈມຕີຕ່າງໆໃນທົ່ວ ໂລກ."
ແມ່ນແຕ່ໃນຂະນະນີ້, ທຳນຽບຂາວກ່າວວ່າ, ກອງປະຊຸມສຸດຍອດໄດ້ມີຜົນທີ່ອອກມາໃນ ບາດກ້າວທີ່ເປັນຮູບປະທຳ ເພື່ອການປົກປ້ອງວັດຖຸ ນິວເຄລຍທີ່ດີກວ່າ.
ມີ 27 ປະເທດ ແລະ ຕຳຫຼວດສາກົນໄດ້ເຫັນດີ ທີ່ຈະປະຕິບັດໜ້າທີ່ ເພື່ອປ້ອງກັນສິ່ງທີ່ ເອີ້ນ ວ່າ “ໄພຂົ່ມຂູ່ຈາກຜູ້ທີ່ຢູ່ພາຍໃນ,” ຫຼື ໄພຂົ່ມຂູ່ຈາກເຈົ້າໜ້າທີ່ຜູ້ທີ່ສາມາດເຈົ້າຫາວັດຖຸ ນິວເຄລຍ ແລະວັດຖຸທີ່ມີກຳມັນຕະພາບລັງສີ.
ແຕ່ພ້ອມດຽວກັນນັ້ນ ມີບາງປະເທດໄດ້ໃຫ້ຄຳສັນຍາທີ່ຈະເຮັດວຽກເພີ່ມເຕີມ ກ່ຽວກັບ ການ ລັກລອບຂົນສົ່ງວັດຖຸນິວເຄລຍ.
ການທົດລອງລະເບີດນິວເຄລຍ ແລະ ຍິງລູກສອນໄຟຂີປະນາວຸດໄລຍະໄກຂອງ ເກົາຫຼີ ເໜືອ ໄດ້ເປັນຈຸດເພັ່ງເລັງພິເສດໃນການເຈລະຈາ.
ທ່ານ ໂອບາມາ ແລະ ບັນດາຜູ້ນຳຈາກ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ໄດ້ຮຽກຮ້ອງໃຫ້ມີຂໍ້ບັງຄັບ ອັນເຂັ້ມງວດ ກ່ຽວກັບ ມາດຕະການລົງໂທດໃໝ່ຂອງອົງການ ສະຫະປະຊາຊາດ.
ປະທານປະເທດຂອງ ຈີນ ທ່ານ ສີ ຈິ່ນຜິງ ໄດ້ຕົກລົງທີ່ຈະຂະຫຍາຍການຮ່ວມມື ກ່ຽວກັບ ໄພຂົ່ມຂູ່ອາວຸດນິວເຄລຍຂອງ ເກົາຫຼີເໜືອ.
ຜູ້ທີ່ມີບົດບາດສຳຄັນປະເທດໜຶ່ງ ເຊັ່ນປະເທດ ຣັດເຊຍ ບໍ່ໄດ້ເຂົ້າຮ່ວມໃນກອງປະຊຸມສຸດ ຍອດ ໂດຍກ່າວວ່າ ຂັ້ນຕອນດັ່ງກ່າວໄດ້ຂັດຂວາງທາງຂອງພວກເຂົາເຈົ້າ.
ທ່ານ ໂອບາມາ ໄດ້ຍົກຍ້ອງຂໍ້ຕົກລົງນິວເຄລຍກັບອີຣ່ານ ວ່າເປັນໂຕຢ່າງໜຶ່ງໃນຄວາມສຳ ເລັດຂອງກອງປະຊຸມສຸດຍອດ.
ທ່ານ Thomas Countryman ຮອງລັດຖະມົນຕີການຕ່າງປະເທດ, ພະແນກຄວາມໝັ້ນ ຄົງ ສາກົນ ແລະ ການປ້ອງກັນການແຜ່ຜາຍອາ ວຸດນິວເຄລຍ ໄດ້ກ່າວວ່າ “ສິ່ງຕໍ່ໄປກໍ ແມ່ນ ໃຫ້ຮັກສາແຮງຜັກດັນນັ້ນໄວ້, ຮັກສາການພັດທະນາອັນໝັ້ນທ່ຽງນັ້ນໄວ້, ໂດຍ ການສົ່ງ ໜ້າທີ່ວຽກງານອອກໃຫ້ກັບອົງການຈັດຕັ້ງຕ່າງໆຂອງໂລກ ແລະ ໂດຍ ສະເພາະອົງການພະລັງງານປະລະມະນູສາກົນ, ອົງການສະຫະປະຊາ ຊາດ ແລະ ອົງ ການຈັດຕັ້ງອື່ນໆ."
ໂດຍທີ່ທ່ານ ໂອບາມາ ມີກຳນົດຈະອອກຈາກຕຳແໜ່ງໃນເດືອນມັງ ກອນປີໜ້ານີ້, ກອງປະ ຊຸມສຸດຍອດ ໄດ້ສິ້ນສຸດລົງ ພ້ອມກັບການປະກາດ ກ່ຽວກັບ ການສະໜັບສະໜູນຕໍ່ກຸ່ມ ຕ່າງໆ ໃນໂລກເຊັ່ນ ຕຳຫຼວດສາກົນ, ກຸ່ມຕິດຕາມກວດກາອາວຸດນິວເຄລຍຂອງອົງການ ສະຫະປະ ຊາຊາດ, ເພື່ອສືບຕໍ່ເຮັດວຽກ ກ່ຽວກັບ ຄວາມໝັ້ນຄົງທາງດ້ານນິວເຄລຍ.