ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມໃຫຍ່ພັກ ຄມນ ເກົາຫຼີເໜືອ


ຄະນະຜູ້ແທນທີ່ໄປຮ່ວມກອງປະຊຸມໃຫຍ່ ຂອງພັກກໍາມະກອນເກົາຫຼີ ຊຶ່ງເປັນພັກລັດຖະບານ ທີ່ປົກຄອງປະເທດເກົາຫຼີເໜືອ.
ຄະນະຜູ້ແທນທີ່ໄປຮ່ວມກອງປະຊຸມໃຫຍ່ ຂອງພັກກໍາມະກອນເກົາຫຼີ ຊຶ່ງເປັນພັກລັດຖະບານ ທີ່ປົກຄອງປະເທດເກົາຫຼີເໜືອ.

ສື່ມວນຊົນຂອງທາງການເກົາຫຼີເໜືອລາຍງານວ່າ ພັກກຳ ມະກອນ ຊຶ່ງເປັນພັກລັດຖະບານ ທີ່ປົກຄອງປະເທດ ຢູ່ໃນ ເວລານີ້ ໄດ້ເປີດກອງປະຊຸມ ຫຼວງໃຫຍ່ສຸດໃນຮອບ 30 ປີ ໃນວັນອັງຄານມື້ນີ້ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທ່ານກິມຈົງ ອິລ ຜູ້ນຳຂອງເກົາຫຼີເໜືອ ໄດ້ແຕ່ງຕັ້ງໃຫ້ລູກຊາຍຫຼ້າ ຂອງທ່ານ ເປັນນາຍພົນໃນກອງທັບເກົາຫຼີເໜືອ.

ໂທລະພາບຂອງລັດ ລາຍງານວ່າ ທ່ານກິມໄດ້ຖືກແຕ່ງຕັ້ງ ໃຫ້ເຂົ້າຮັບຕຳແໜ່ງເປັນເລຂາທິການໃຫຍ່ຂອງພັກ ໃນ ທັນທີ ໃນຕອນເລີ້ມຕົ້ນຂອງກອງປະຊຸມພັກ ທີ່​ຈັດ​ຂຶ້ນ ເພື່ອເລືອກເອົາຄະນະນຳພາຂອງພັກ.

ກ່ອນໜ້ານີ້ທ່ານກິມໄດ້ແຕ່ງຕັ້ງໃຫ້ລູກຊາຍຂອງທ່ານຂຶ້ນ ເປັນຊັ້ນນາຍພົນ. ການເຄື່ອນໄຫວດັ່ງກ່າວ ແມ່ນພາໃຫ້ ມີການເຊື່ອວ່າເປັນຄວາມຈິງ ກ່ຽວກັບການທຳນາຍທີ່ວ່າ ກອງປະຊຸມໃຫຍ່ໃນຄັ້ງນີ້ ແມ່ນຈະຖືກສວຍໃຊ້ເພື່ອກະກຽມ ການໂອນອຳນາດໃນທີ່ສຸດ ໄປໃຫ້ທ້າວກິມຈົງອຸນ ຊຶ່ງເປັນ ລູກຊາຍຄົນທີ 3 ແລະ ເປັນລູກຫຼ້າ ຂອງທ່ານກິມນັ້ນ.

ພວກນັກວິເຄາະຄາດວ່າ ຄະນະຜູ້ແທນຈາກທົ່ວປະເທດ ຈະແຕ່ງຕັ້ງເຈົ້າໜ້າທີ່ເຂົ້າຮັບຕຳແໜ່ງທີ່ຫວ່າງລົງ ຈຳນວນນຶ່ງ ແລະແຕ່ງຕັ້ງພວກໜຸ່ມນ້ອຍ ໃຫ້ເຂົ້າຮັບໜ້າທີ່ ແທນເຈົ້າໜ້າທີ່ໆສູງອາຍຸອີກຈຳນວນນຶ່ງ.

ອົງການຂ່າວຂອງທາງການເກົາຫຼີເໜືອ ຍັງລາຍງານວ່າ ທ່ານນາງ Kim Kyong Hui ຊຶ່ງເປັນນ້ອງສາວ ຂອງທ່ານກິມຈົງອິລນັ້ນ ກໍໄດ້ຖືກເລື່ອນຊັ້ນ ໃຫ້ຂຶ້ນເປັນນາຍພົນຄືກັນ.

ພວກນັກຊ່ຽວຊານບາງຄົນເວົ້າວ່າ ທ່ານນາງ ຫຼືສາມີຂອງທ່ານນາງຄືທ່ານ Jang Song Taek ອາດຈະໄດ້ຮັບ ຕຳແໜ່ງທີ່ສຳຄັນ ເພື່ອຊ່ອຍກະກຽມ ລູກຊາຍຂອງທ່ານກິມ ຊຶ່ງມີ ອາຍຸ 20 ກວ່າປີ ແລະກໍບໍ່ມີປະສົບພະການ ດ້ານທະຫານມາກ່ອນນັ້ນ ເຂົ້າກຳອຳນາດປົກ ຄອງປະເທດ.

ລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບເຂດ ເອເຊຍຕາເວັນອອກ ທ່ານ Kurt Campbell ກ່າວຕໍ່ພວກນັກຂ່າວວ່າ ວໍຊິງຕັນພວມຈັບ ຕາເບິ່ງ ການເຄື່ອນໄຫວດັ່ງກ່າວ ຢ່າງລະມັດລະວັງ ແລະຈະສົນທະນາຫາລື ເລື່ອງດັ່ງ ກ່າວນີ້ ກັບບັນດາປະເທດພາຄີ ຢູ່ໃນຂົງເຂດ.

ທ່ານ Campbell ເວົ້າວ່າ ເປັນການໄວເກີນໄປ ທີ່ຈະເຂົ້າໄປໃຈໄດ້ວ່າ ມີຫຍັງເກີດຂຶ້ນ ຢູ່ພາຍ ໃນຄະນະນຳພາ ຂອງເກົາຫຼີເໜືອ.

XS
SM
MD
LG