ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລູກຊາຍຜູ້ນໍາເກົາຫຼີເໜືອ ເຂົ້າກໍາຕໍາແໜ່ງສໍາຄັນໆ


ພວກຜູ້ແທນຈາກທົ່ວປະເທດ ທີ່ໄປຮ່ວມກອງປະຊຸມຫຼວງພັກຄອມມູນິສເກົາຫຼີເໜືອ ພາກັນຕົບມື ໃນລະຫວ່າງ ການປະຊຸມ (KCNA 28 ກັນຍາ 2010)
ພວກຜູ້ແທນຈາກທົ່ວປະເທດ ທີ່ໄປຮ່ວມກອງປະຊຸມຫຼວງພັກຄອມມູນິສເກົາຫຼີເໜືອ ພາກັນຕົບມື ໃນລະຫວ່າງ ການປະຊຸມ (KCNA 28 ກັນຍາ 2010)

ຜູ້ນຳຂອງເກົາຫຼີເໜືອ ທ່ານກິມຈົງອິລໄດ້ເລື່ອນຊັ້ນໃຫ້ລູກ ຊາຍຫຼ້າຂອງທ່ານ ເຂົ້າກຳຕຳແໜ່ງຂັ້ນສູງຢູ່ໃນພັກ ຄອມມູນິສ ຊຶ່ງເປັນພັກລັດຖະບານທີ່ປົກຄອງເກົາຫຼີເໜືອ ໃນເວລານີ້ ອັນເປັນຮ່ອງຮອຍທີ່ສະແດງໃຫ້ເຫັນວ່າ ພວມ ມີການກະກຽມ ໃຫ້ຜູ້ກ່ຽວສືບທອດອຳນາດຕໍ່ຈາກບິດາ ຂອງລາວ.

ອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ ປະກາດ ໃນວັນພຸດມື້ນີ້ວ່າ ທ້າວກິມຈົງອຸນ ໄດ້ຖືກແຕ່ງຕັ້ງໃຫ້ເຂົ້າ ໄປຢູ່ ໃນຄະນະກຳມະການສູນກາງຂອງພັກກຳມະກອນ ໃນກອງປະຊຸມຂອງພັກ​ ໃນ​ວັນພຸດມື້ນີ້. ນອກນັ້ນແລ້ວ ອົງການຂ່າວສູນກາງຍັງແຈ້ງໃຫ້ຊາບຕື່ມວ່າ ທ້າວກິມຈົງອຸນ ໄດ້ຖືກແຕ່ງຕັ້ງໃຫ້ເປັນຮອງປະທານຄະນະກຳມາທິການ ກອງທັບທີ່ສໍາຄັນແລະມີອິດທິພົນຂອງເກົາຫຼີເໜືອ ທີ່ຢູ່ ພາຍໃຕ້ການນຳພາຂອງບິດາລາວນັ້ນ.

ໃນວັນອັງຄານວານນີ້ ທ້າວກິມຈົງອຸນ ຖືກແຕ່ງຕັ້ງໃຫ້ເປັນ ນາຍພົນ 4 ດາວຂອງກອງທັບ ເກົາຫຼີເໜືອ.

ບໍ່ມີໃຜຮູ້ຈັກເລື່ອງລາວຫຍັງຫຼາຍກ່ຽວກັບທ້າວກິມຈົງອຸນ ແມ່ນແຕ່ຢູ່ໃນເກົາຫຼີເໜືອເອງ ບ່ອນທີ່ຊີວິດການເປັນຢູ່ ຂອງລາວ ໄດ້ຖືກເກັບໄວ້ເປັນຄວາມລັບ. ເປັນທີ່ເຊື່ອກັນວ່າ ລາວມີອາຍຸ 27 ປີແລະໄດ້ຮັບການສຶກສາ ຢູ່ປະເທດສະວິດເຊີແລນ. ພວກນັກສັງເກດການເວົ້າວ່າ ການ ໄດ້ຂຶ້ນຊັ້ນຢ່າງໄວວາຂອງລາວ ແມ່ນແນະໃຫ້ເຫັນວ່າ ບິດາອາຍຸ 68 ປີຂອງລາວ ພວມມີສຸຂະພາບຊຸດໂຊມ ຫຼັງຈາກມີລາຍງານວ່າ ໄດ້ເປັນລົມ ສາລະບາດ ໃນປີ 2008.

XS
SM
MD
LG