ພວກຜູ້ນໍາເກົາຫລີເໜືອໄດ້ພາກັນເດີນທາງໄປຮອດນະຄອນຫລວງພຽງຢາງ ເພື່ອເຂົ້າຮ່ວມກອງປະຊຸມທີ່ບໍ່ສູ້ຈັດຂຶ້ນ ຂອງພັກຄອມມິວນິສຕ໌ ທີ່ປົກຄອງປະເທດນັ້ນ.
ກອງປະຊຸມດັ່ງກ່າວ ຊຶ່ງກໍານົດຈະເລີ້ມຂຶ້ນໃນວັນອັງຄານມື້ອື່ນນີ້ ຈະຖືກຕິດຕາມເບິ່ງຢ່າງໃກ້ຊິດ ເພື່ອຫາຮ່ອງຮອຍທີ່ຊີ້ບອກວ່າຜູ້ນໍາເກົາຫລີເໜືອ ທ່ານຄິມຈົງອິລ ຈະເລືອກເອົາ ທ້າວຄິມຈົງອຸນ ລູກຊາຍຄົນທີ່ສາມຫລືລູກຊາຍຫລ້າຂອງທ່ານນັ້ນ ໃຫ້ເປັນຜູ້ສືບທອດອໍານາດຕໍ່ຈາກ ທ່ານຫລືບໍ່?
ບັນດານັກວິເຄາະຂ່າວຄາດໝາຍກັນວ່າ ໃນກອງປະຊຸມຄັ້ງນີ້ ພັກກໍາມະກອນຂອງເກົາຫລີເໜືອ ຈະແຕ່ງຕັ້ງຄົນເຂົ້າຮັບຕໍາແໜ່ງຕ່າງໆທີ່ເປົ່າຫວ່າງ ແລະແຕ່ງຕັ້ງເຈົ້າໜ້າທີ່ ໄວໜຸ່ມກວ່າ ຂຶ້ນແທນພວກທີ່ເຖົ້າແລ້ວ.
ລາຍງານຂ່າວຂອງເກົາຫລີໃຕ້ສະບັບນຶ່ງກ່າວວ່າ ເກົາຫລີເໜືອກໍາລັງທໍາການກະກຽມຢ່າງໃຫຍ່ ສໍາລັບການສວນສະໜາມຂອງກອງທັບຄັ້ງໃຫຍ່ທີ່ສຸດທີ່ບໍ່ເຄີຍມີມາກ່ອນ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມຄັ້ງນີ້.
ໃນລາຍງານທີ່ອ້າງຄໍາເວົ້າຂອງພວກເຈົ້າໜ້າທີ່ໃນກຸງໂຊນ ໃນວັນອາທິດວານນີ້ ອົງການຂ່າວ Yonhap ຂອງເກົາຫລີໃຕ້ກ່າວວ່າ ກອງທະຫານ ພ້ອມທັງລູກສອນໄຟ ລົດຫຸ້ມເກາະແລະລູກປືນໃຫຍ່ ໄດ້ໄປເຕົ້າໂຮມກັນຢູ່ທີ່ຖານທັບອາກາດແຫ່ງນຶ່ງ ໃກ້ໆກັບນະຄອນຫລວງ ພຽງຢາງ ຕັ້ງແຕ່ເດືອນກໍລະກົດມາແລ້ວ.
ລາຍງານຍັງເວົ້າຕື່ມວ່າ ພວກທະຫານຈໍານວນຫລາຍເຖິງ 10 ພັນຄົນ ໄດ້ພາກັນເຝິກຊ້ອມການເດີນສວນສະໜາມ ທີ່ຈະໄດ້ຮັບການກວດກາເບິ່ງໂດຍທ່ານກິມຈົງອີລ ຜູ້ນໍາສູງສຸດຂອງເກົາຫລີເໜືອນັ້ນ.