ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄົນ ເກົາຫຼີເໜືອ ເພັ່ງເລັງໃສ່ ການເລົ່າເລື່ອງຂອງເຂົາເຈົ້າເອງ ໃນ ເກົາຫຼີໃຕ້


North Korean Defector Media USAGM
please wait

No media source currently available

0:00 0:03:09 0:00

ໃນຂະນະທີ່ການເກັບກຳຂ່າວສ່ວນຫຼາຍຂອງໂລກ ກ່ຽວກັບ ເກົາຫຼີເໜືອ ຈະເພັ່ງເລັງໃສ່ອາວຸດນິວເຄລຍຂອງປະເທດດັ່ງກ່າວນັ້ນ, ປະຊາຊົນ ເກົາຫຼີໃຕ້ ຫຼາຍຄົນ ແມ່ນກຳລັງເບິ່ງໃນດ້ານ ຂອງມະນຸດຫຼາຍຂຶ້ນ ໃນປະເທດທີ່ຖືກແຍກ ປ່ຽວນັ້ນ. ດັ່ງທີ່ນັກຂ່າວວີໂອເອ ບິລ ກາລໂລ ລາຍງານຈາກນະຄອນຫຼວງ ໂຊລ, ມັນເປັນຍ້ອນຊາວ ເກົາຫຼີເໜືອ ທີ່ໄດ້ຫຼົບໜີອອກຈາກປະເທດໄດ້ອອກມາ ມີສ່ວນຮ່ວມ ໃນການເລົ່າເລື່ອງຂອງເຂົາເຈົ້າເອງຫຼາຍຂຶ້ນ. ພຸດທະສອນ ຈະນຳ ລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ນາງ ຄັງ ນາຣາ ໄດ້ຫຼົບໜີອອກຈາກ ເກົາຫຼີເໜືອ ຕອນອາຍຸ 17 ປີ. 6 ປີຕໍ່ ມາ, ລາວກໍໄດ້ອາໄສຢູ່ ໃນນະຄອນຫຼວງ ໂຊລ, ແລະມີຊ່ອງ YouTube ຂອງ ລາວເອງ ທີ່ມີຜູ້ເຂົ້າເບິ່ງເຖິງ 20 ລ້ານຄັ້ງ.

ລາວເວົ້າເລື່ອງສ່ວນຕົວຕ່າງໆ ກ່ຽວກັບ ທາງເລືອກການນຸ່ງເຄື່ອງແຟຊັ້ນຂອງ ເກົາຫຼີເໜືອ, ສິດທິຂອງແມ່ຍິງ ແລະ ເປັນຫຍັງຄົນອື່ນໆຈຶ່ງເລືອກທີ່ຈະໜີອອກຈາກລະບອບຜະເດັດການຄອມມູນິສນັ້ນ.

ນາງ ຄັງ ນາຣາ ຜູ້ເຜີຍແຜ່ວິດີໂອໃນ YouTube ແລະ ເປັນຊາວເກົາຫຼີເໜືອ ທີ່ຫຼົບໜີອອກຈາກປະເທດໄດ້ກ່າວວ່າ “ຂ້າພະເຈົ້າແມ່ນມືໃໝ່ໃນ YouTube, ສະນັ້ນຂ້າພະເຈົ້າຈຶ່ງຢາກຈະສະແດງໃຫ້ເຫັນພາກສ່ວນນຶ່ງຂອງ ເກົາຫຼີເໜືອ ທີ່ຄົນບໍ່ເຄີຍເຫັນມາກ່ອນ.”

ໃນບໍ່ເທົ່າໃດປີທີ່ຜານມາ ມັນໄດ້ມີການເພີ່ມຂຶ້ນຂອງຊ່ອງ YouTube ຂອງຜູ້ທີ່ ຫຼົບໜີອອກຈາກປະເທດຢ່າງຫຼວງຫຼາຍ, ໃນຂະນະເປັນຊາວ ເກົາຫຼີເໜືອ ໃນປະເທດ ເກົາຫຼີໃຕ້ ໄດ້ກາຍມາມີສ່ວນ ຮ່ວມໃນການເລົ່າເລື່ອງຂອງເຂົາເຈົ້າ. ແລະ ໄດ້ຮັບຜູ້ຊົມຢ່າງຫຼວຫຼາຍ.

ທ່ານ ໂຊຄີລ ພາກ, ຜູ້ອຳນວຍການອົງການເສລີພາບ ໃນເກົາຫຼີເໜືອ ຫຼື Liberty in North Korea ປະຈຳ ເກົາຫຼີໃຕ້ ໄດ້ກ່າວວ່າ “ມັນມີຄວາມຕ້ອງການສຳລັບເລື່ອງທີ່ກວ້າງກວ່າເກົ່າ, ລວມທັງກ່ຽວກັບປະຊາຊົນ ເກົາຫຼີເໜືອ, ວິທີທີ່ເຂົາເຈົ້າໃຊ້ຊີວິດຂອງເຂົາເຈົ້າໃນສະຖານທີ່ໆໃກ້ກັບຢູ່ພີ້ຫຼາຍ ແຕ່ຖືກຕັດຂາດຢ່າງສິ້ນເຊີງ.”

ມັນຍັງໄດ້ສົ່ງຜົນກະທົບຕໍ່ອຸດສາຫະກຳຮູບເງົາ. ຮູບເງົາ ແລະ ລາຍການຕ່າງໆ ທີ່ມັກຈະພັນລະນາເຖິງຊາວ ເກົາຫຼີເໜືອ ວ່າ ເປັນຄົນອັນຕະລາຍ ແລະ ໂງ່.

ແຕ່ບໍ່ດົນມານີ້, ລະຄອນທີ່ໄດ້ຮັບຄວາມນິຍົມເປັນຢ່າງຍິງໄດ້ພັນລະນາເຖິງທະຫານ ເກົາຫຼີເໜືອ ຄົນນຶ່ງ, ສະແດງໂດຍນັກສະແດງໜ້າຕາດີ ທ້າວ ຮີຢຸນ ບິນ, ຜູ້ທີ່ໄດ້ຕົກຫຼຸມຮັກແມ່ຍິງ ເກົາຫຼີໃຕ້. ຫຼາຍຄົນເຫັນວ່າມັນເປັນພາບ 3​ ດ້ານທີ່ບໍ່ປົກກະຕິ ກ່ຽວກັບ ເກົາຫຼີເໜືອ.

ທ່ານ ຄັງ ເຈ ຄວອນ, ຜູ້ກຳກັບຮູບເງົາ ເກົາຫຼີໃຕ້ ໄດ້ກ່າວວ່າ “ໃນເມື່ອກ່ອນ, ພວກເຮົາມັກຈະດູຖູກເຂົາເຈົ້າ ແລະ ລໍ້ຫຼິ້ນສຳນຽງຂອງເຂົາເຈົ້າແຕ່ຕອນນີ້ມັນມີຫຼາຍລາຍການໂທລະພາບ ແລະ ສື່ມວນຊົນອື່ນໆທີ່ສອນປະຊາຊົນ ກ່ຽວກັບ ເກົາຫຼີເໜືອ ຫຼາຍຂຶ້ນ.”

ທ່ານ ຄັງ ເຈ ຄວອນ ໄດ້ກຳກັບການສະແດງທີ່ມ່ວນຊື່ນນີ້ ກ່ຽວກັບ ຄອບຄົວ ເກົາຫຼີເໜືອ ທີ່ຖືກແຍກຈາກກັນ ແລະ ໄດ້ພົບກັນໂດຍບັງເອີນຢູ່ເຂດຊາຍແດນທີ່ແບ່ງແຍກສອງປະເທດອອກຈາກກັນ.

ທ້າວ ແທ ໂຮ ລີ, ນັກສະແດງໄດ້ກ່າວວ່າ “ມັນບໍ່ໄດ້ກ່ຽວກັບຝ່າຍການເມືອງທີ່ໂຕ້ຖຽງ ກ່ຽວກັບ ບາງສິ່ງ. ມັນບໍ່ໄດ້ກ່ຽວກັບອັນນັ້ນ. ປະຊາຊົນແມ່ນປະຊາຊົນ, ແລະ ຂ້າພະເຈົ້າຄິດວ່າປະຊາຊົນໃນ ເກົາຫຼີໃຕ້ ໂດຍທົ່ວໄປແລ້ວແມ່ນໄດ້ຍອມຮັບມັນ.”

ແຕ່ການຍອມຮັບນັ້ນ ແມ່ນໄດ້ໄປໄກຫຼາຍ. ແລະ ໃນຂະນະທີ່ຜູ້ທີ່ຫຼົບໜີອອກຈາກປະເທດໄດ້ປາ ກົດຕົວໃນສື່ມວນຊົນຫຼາຍຂຶ້ນນັ້ນ, ຄວາມສົນໃນແມ່ນມັກຈະບໍ່ເປັນໄປໃນແງ່ບວກ. ໃນທີ່ສຸດ, ບາງຄົນກໍເວົ້າວ່າເຂົາເຈົ້າຖືກປະຕິບັດນຳຄືກັບ ຄວາມແປກໃໝ່.

ນາງ ໂອ ຈິນ-ຮາ ນັກສິລະປິນທີ່ຫຼົບໜີອອກຈາກ ເກົາຫຼີເໜືອ ໄດ້ກ່າວວ່າ “ຜູ້ຜະລິດຫຼາຍຄົນບໍ່ມັກວິທີການທ້ອນໂຮມກັນ, ເພາະວ່າມັນບໍ່ຈັບໃຈ. ສະນັ້ນ ກົງກັນຂ້າມ, ເຂົາເຈົ້າຈຶ່ງເວົ້າເກີນຄວາມຈິງ ແລະ ເພັ່ງເລັງໃສ່ສິ່ງຕ່າງໆທີ່ເຮັດໃຫ້ເຮົາແຕກຕ່າງ. ເຂົາເຈົ້າພັນລະນາຊາວ ເກົາຫຼີເໜືອ ເປັນຄົນທີ່ເກືອບແຕກຕ່າງໄປເລີຍ.”

ນາງ ຄັງ ນາຣາ ເວົ້າວ່າ “ປະເທດຂອງພວກເຮົາ ຖືກແຍກອອກຈາກກັນ ໄດ້ ຫຼາຍທົດສະວັດແລ້ວ. ມັນມີເຫດຜົນທີ່ຄົນ ເກົາຫຼີໃຕ້ ຈະຮູ້ສຶກເຫີນຫ່າງແດ່. ແຕ່ໂດຍສ່ວນຕົວແລ້ວ, ຂ້າພະເຈົ້າຢາກຫຍັບຊ່ອງຫວ່າງນັ້ນເຂົ້າດ້ວຍຊ່ອງ YouTube ຂອງຂ້າພະເຈົ້າ.”

ຊາວ ເກົາຫຼີເໜືອ ໃນເກົາຫຼີໃຕ້ ແມ່ນກຳລັງຮຽນຮູ້ຢ່າງຊ້າໆ ເພື່ອທີ່ຈະຄວບຄຸມການພັນລະນາຂອງເຂົາເຈົ້າເອງ.

While much of the world’s media coverage about North Korea focuses on the country’s nuclear weapons, many South Koreans are seeing a more human side of the isolated country. As VOA’s Bill Gallo reports from Seoul, that’s because North Korean defectors are becoming more involved in telling their own stories.

Kang Nara fled North Korea as a 17-year-old. Six years later, she lives in Seoul, and has a YouTube channel with 20 million views...

...sharing personal stories about North Korean fashion choices, women’s rights, and why others choose to leave the communist dictatorship.

“I’m relatively new here, so I’d like to show a part of North Korea people haven’t seen before.”

Recent years have seen an explosion of defector YouTube channels, as North Koreans in the South

become more involved in telling their own stories. And they’re getting a big audience.

“There’s an appetite for broader stories, including about North Korean people, how they live their lives in a place which is so close to here but which is completely shut off.”

It’s also impacted the film industry. Films and shows have often portrayed North Koreans as dangerous or stupid.

But more recently, this wildly popular drama portrayed a North Korean soldier, played by heart-throb actor Hyun Bin, who falls in love with a South Korean girl. Many saw it as an unusually 3-dimensional image of the North.

“In the past, we tended to look down on them and make fun of their accent…but now there are several TV shows and other media to teach people more about North Korea.”

Kang Je-kwon directed this light-hearted play about a separated Korean family that accidentally meets each other at the border separating the two Koreas.

“It’s not just about some political sides arguing about certain things. It’s not about that. People are people, and I think people in the South have generally really accepted that.”

But that acceptance only goes so far. And while defectors are getting more media exposure, the attention isn't always positive. In the end, some say they are treated like novelties.

“Many producers don’t like the more unifying approach, because it isn’t very captivating. So instead, they exaggerate and focus on the things that make us different. They portray North Koreans as almost different creatures.”

But because of people like Kang Nara, that could change.

“Our countries have been separated for several decades. It makes sense Korean people would feel a certain distance. But personally, I’d just like to narrow the gap with my YouTube channel.”

North Koreans in the South -- slowly learning to take charge of their own narrative.

XS
SM
MD
LG