ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄພຂົ່ມຂູ່ ຂອງເກົາຫຼີເໜືອ ຈະເປັນຫົວຂໍ້ສຳຄັນ ໃນການຢ້ຽມຢາມ ເອເຊຍ ຂອງ ປ. ທຣຳ


ວາລະສານຂ່າວ ສະບັບນຶ່ງຂອງເກົາຫຼີໃຕ້ ທີ່ປົກໜ້າ ດ້ວຍຮູບ ປະທານາທິບໍດີ ດໍໂນລ ທຣຳ ຂອງສະຫະລັດ ແລະທ່ານກິມ ຈົງ ອຸນ ຜູ້ນຳເກົາຫຼີເໜືອ.
ວາລະສານຂ່າວ ສະບັບນຶ່ງຂອງເກົາຫຼີໃຕ້ ທີ່ປົກໜ້າ ດ້ວຍຮູບ ປະທານາທິບໍດີ ດໍໂນລ ທຣຳ ຂອງສະຫະລັດ ແລະທ່ານກິມ ຈົງ ອຸນ ຜູ້ນຳເກົາຫຼີເໜືອ.

ນຶ່ງມື້ກ່ອນທີ່ປະທານາທິບໍດີດໍໂນລ ທຣຳ ອອກເດີນທາງໄປເອເຊຍນັ້ນ ທຳນຽບຂາວ
ກ່າວວ່າ ໄພຂົ່ມຂູ່ຂອງພຽງຢາງ ຈະເປັນຫົວຂໍ້ສຳຄັນສຸດ ໃນການພົບປະ ກັບພວກຜູ້
ນຳຂອງປະເທດຕ່າງໆ ແລະການເຮັດໃຫ້ເກົາຫຼີເໜືອເປັນປະເທດທີ່ປອດອາວຸດນິວ
ເຄລຍ ແມ່ນຜົນທີ່ຈະຮັບເອົາໄດ້ພຽງຢ່າງດຽວເທົ່ານັ້ນ.

ຖ້າເລື່ອງດັ່ງກ່າວ ຫາກບໍ່ສາມາດບັນລຸໄດ້ ໂດຍຜ່ານການກົດດັນ ທາງດ້ານເສດຖະ
ກິດແລະດ້ານການທູດແລ້ວ ນາຍພົນ H.R. McMaster ທີ່ປຶກສາ ດ້ານຄວາມໝັ້ນ
ຄົງແຫ່ງຊາດຂອງສະຫະລັດເຕືອນວ່າ “ສະຫະລັດຈະຕອບໂຕ້ ຕໍ່ການຮຸກຮານຂອງ
ເກົາຫຼີເໜືອ ດ້ວຍຄວາມສາມາດທຸກໆຢ່າງທີ່ຕົນມີຢູ່.”

ການຢັ່ງຫາງສຽງເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ ຊາວອາເມຣິກັນຖືວ່າເກົາຫລີ
ເໜືອເປັນໄພຂົ່ມຂູ່ຮ້າຍແຮງທີ່ສຸດຕໍ່ສະຫະລັດ.

ກິມຈົງອຸນ ຜູ້ນຳຂອງເກົາຫຼີເໜືອ ສະແດງຄວາມດີໃຈ ໃນລະຫວ່າງ ການສະຫລອງ ກັບພວກວິສະວະກອນ ທີ່ປະກອບສ່ວນ ໃນການເຮັດລະເບີດ ໄຮໂດຣເຈັນ. (10 ກັນຍາ 2017)
ກິມຈົງອຸນ ຜູ້ນຳຂອງເກົາຫຼີເໜືອ ສະແດງຄວາມດີໃຈ ໃນລະຫວ່າງ ການສະຫລອງ ກັບພວກວິສະວະກອນ ທີ່ປະກອບສ່ວນ ໃນການເຮັດລະເບີດ ໄຮໂດຣເຈັນ. (10 ກັນຍາ 2017)

ປະທານາທິບໍດີທຣຳ ມີກຳນົດທີ່ຈະໄປຢ້ຽມຢາມເກົາຫຼີໃຕ້ຊຶ່ງເປັນຄູ່ປໍລະປັກຂອງເກົາ
ຫຼີເໜືອ ໃນວັນທີ 7 ຫາວັນທີ 8 ພະຈິກນີ້ ຊຶ່ງເປັນບ່ອນຢຸດແວ່ ແຫ່ງທີ 2 ໃນການຢ້ຽມ
ຢາມ 5 ປະເທດ ເປັນເວລາ 12 ມື້.

ການເຈລະຈາຫາລື ກັບປະທານາທິບໍດີເກົາຫຼີໃຕ້ ທ່ານມູນແຈອິນ ແລະ ບັນດາຜູ້ນຳ
ຂອງໂລກຄົນອື່ນໆ ແມ່ນຈະເພັ່ງເລັງໃສ່ຄຳຖາມຕ່າງໆ ກ່ຽວກັບວ່າຈະຮັບມືແບບໃດ ກັບການສືບຕໍ່ພັດທະນາອາວຸດນິວເຄລຍແລະລູກສອນໄຟຂີປະນາວຸດຂອງພຽງຢາງ.

ປະທານາທິບໍດີ ດໍໂນລ ທຣຳ ຍ່າງກັບ ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນແຈອິນ ທີ່ສວນກຸຫຼາບ ຂອງທຳນຽບຂາວ. (30 ມິຖຸນາ 2017)
ປະທານາທິບໍດີ ດໍໂນລ ທຣຳ ຍ່າງກັບ ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນແຈອິນ ທີ່ສວນກຸຫຼາບ ຂອງທຳນຽບຂາວ. (30 ມິຖຸນາ 2017)

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Jim Mattis ໄດ້ກ່າວທີ່ເຂດປອດ ທະຫານ ລະຫວ່າງເກົາຫຼີເໜືອແລະເກົາຫຼີໃຕ້ໃນວັນສຸກແລ້ວນີ້ວ່າ “ເປົ້າໝາຍຂອງພວກ
ເຮົາບໍ່ແມ່ນສົງຄາມ ແຕ່ຈະແມ່ນການເຮັດໃຫ້ແຫຼມເກົາຫຼີເປັນເຂດປອດອາວຸດນິວເຄລຍ ຢ່າງສິ້ນເຊີງ ທີ່ສາມາດກວດພິສູດ ແລະຕ່າວປີ້ນບໍ່ໄດ້.”

ທ່ານ Jae Ku ຜູ້ອຳນວຍການສະຖາບັນສະຫະລັດ-ເກົາຫຼີ ທີ່ໂຮງຮຽນການສຶກສານາໆ
ຊາດຂັ້ນສູງຂອງມະຫາວິທະຍາໄລ Johns Hopkins ກ່າວວ່າ “ຂ້າພະເຈົ້າຄິດວ່າພວກ
ເຮົາຈະກ້າວໄປສູ່ຈຸດບ່ອນທີ່ ຂ້າພະເຈົ້າຄິດວ່າ ເປັນຄືກັນກັບ ວິກິດການລູກສອນໄຟຄິວ
ບາ ມັນມີຂອບເຂດເວລາຈຳກັດທີ່ພວກເຮົາຈະຕ້ອງເຮັດການຕັດສິນໃຈບ່ອນທີ່ມັນແມ່ນ ການເມືອງ ຫລືການທະຫານ ທີ່ຈະປ່ຽນແປງຢ່າງແທ້ຈິງ ຕໍ່ສະພາບການ ທາງດ້ານການ
ເມືອງຂອງແຫຼມເກົາຫຼີ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG