ການສະແຫວງຫາອາວຸດນິວເຄລຍແບບທ້າທາຍຂອງເກົາຫຼີ
ເໜືອ ແມ່ນກຳລັງບັງຄັບໃຫ້ບັນດາປະເທດໃນເອເຊຍຕາເວັນ
ອອກສຽງເໜືອສະ ໜັບສະໜູນມາດຕະການລົງໂທດທີ່ບໍ່ໄດ້
ຜົນ ຫຼື ໃນທີ່ສຸດກໍຮັບຮູ້ວ່າ ເກົາ ຫຼີເໜືອວ່າ ເປັນປະເທດທີ່ມີ
ອາວຸດນິວເຄລຍ.
ການກະທຳທີ່ເຫັນວ່າເປັນການທ້າທາຍຄັ້ງຫຼ້າສຸດຂອງເກົາຫຼີ
ເໜືອມີຂຶ້ນ ໃນວັນອັງຄານຜ່ານມານີ້ ເມື່ອພວກເຂົາເຈົ້າໄດ້
ປະກາດແຜນການທີ່ຈະສົ່ງ “ດາວທຽມສຳຫຼວດໂລກ” ຂຶ້ນສູ່
ອະວະກາດ ໃນລະຫວ່າງວັນທີ 8 ຫາ 25 ກຸມພານີ້.
ພຽງຢາງ ຢືນຢັນວ່າການສົ່ງຈະຫຼວດຂຶ້ນສູ່ອະວະກາດດັ່ງກ່າວ
ແມ່ນສ່ວນໜຶ່ງ ຂອງໂຄງການອະວະກາດ ທີ່ມີຈຸດປະສົງໃນທາງຂອງຕົນ ແຕ່ກໍໄດ້ຖືກ
ປະນາມຢ່າງກວ້າງຂວາງວ່າ ເປັນການຫຼອກລວງມຸ່ງຮ້າຍ ເຊິ່ງຕັ້ງໃຈທີ່ຈະຫລົບຫຼີກການ
ຫ້າມຂອງອົງການສະຫະປະຊາຊາດ ຕໍ່ໂຄງການນິວເຄລຍ ແລະ ລູກສອນໄຟຂີປະນາວຸດ
ຂອງເກົາຫຼີເໜືອ.
ວໍຊິງຕັນ, ໂຊລ ແລະ ໂຕກຽວ ໄດ້ເຕືອນພຽງຢາງ ວ່າ ພວກເຂົາເຈົ້າຈະປະເຊີນໜ້າ ກັບ
ຜົນທີ່ຕາມມາຢ່າງຮ້າຍແຮງ ຖ້າພວກເຂົາເຈົ້າຍັງສືບ ຕໍ່ດຳເນີນການ ກ່ຽວກັບແຜນການ
ສົ່ງຈະຫຼວດ.
ໃນ ເກົາຫຼີໃຕ້ ເກືອບຈະແມ່ນທຸກໆການເຈລະຈາໃນການພົວພັນແບບ ສັນຕິ ກັບເກົາຫຼີ
ເໜືອ ໄດ້ຢຸດຊະງັກລົງ ແລະ ການແລກປ່ຽນຕ່າງໆໄດ້ຖືກຍົກເລີກ ຫຼັງຈາກເກົາຫຼີເໜືອ
ໄດ້ທຳການທົດລອງລະເບີດນິວເຄລຍລູກທີ 4 ໃນວັນທີ 6 ມັງກອນ ທີ່ຜ່ານມາ.
ມີລາຍງານຫຼາຍສະບັບໃນສັບປະດານີ້ວ່າ ໂຊລກຳລັງພິຈາລະນາທີ່ຈະ ປິດເຂດອຸດສາ
ຫະກຳຮ່ວມ Kaesong ຖ້າພຽງຢາງ ຍັງຈະດຳເນີນຕາມແຜນການ ທີ່ຈະຍິງຈະຫຼວດ
ຂອງພວກເຂົາເຈົ້າ.