ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກສາຍລັບທາງໄຊເບີ ຂອງເກົາຫຼີເໜືອ ໄດ້ນຳໃຊ້ຍຸດທະວິທີໃໝ່ ທີ່ຫຼອກລວງພວກນັກຊ່ຽວຊານຕ່າງຊາດ ໃຫ້ຂຽນບົນຄົ້ນຄວ້າ ແກ່ພວກເຂົາ


ແຟ້ມພາບ - ພວກຄົນທີ່ໄປຢ້ຽມຊົມຫຸ່ນປັ້ນຂອງຜູ້ກໍ່ຕັ້ງເກົາຫຼີເໜືອ ທ່ານກິມ ອີລ ​ຊຸງ ແລະມື້ລາງຜູ້ນຳ ກິມ ຈົງ ອີລ ໃນວັນຄົບຮອບ 74 ປີ ຂອງການສ້າງຕັງເກົາຫຼີເໜືອ, ໃນນະຄອນຫຼວງພຽງຢາງ, ປະເທດເກົາຫຼີ, ໃນພາບທີ່ໄດ້ຖືກເປີດເຜີຍໂດຍອົງການສູນກາງຂ່າວ (KCNA) ຂອງທາງການເກົາຫຼີເໜືອ ເມື່ອວັນທີ 10 ກັນຍາ 2022.
ແຟ້ມພາບ - ພວກຄົນທີ່ໄປຢ້ຽມຊົມຫຸ່ນປັ້ນຂອງຜູ້ກໍ່ຕັ້ງເກົາຫຼີເໜືອ ທ່ານກິມ ອີລ ​ຊຸງ ແລະມື້ລາງຜູ້ນຳ ກິມ ຈົງ ອີລ ໃນວັນຄົບຮອບ 74 ປີ ຂອງການສ້າງຕັງເກົາຫຼີເໜືອ, ໃນນະຄອນຫຼວງພຽງຢາງ, ປະເທດເກົາຫຼີ, ໃນພາບທີ່ໄດ້ຖືກເປີດເຜີຍໂດຍອົງການສູນກາງຂ່າວ (KCNA) ຂອງທາງການເກົາຫຼີເໜືອ ເມື່ອວັນທີ 10 ກັນຍາ 2022.

ເມື່ອທ່ານແດນນີລ ເດີເປທຣິສ (Daniel Petris) ນັກວິເຄາະດ້ານການຕ່າງ ປະເທດ ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ ໄດ້ຮັບອີເມລໃນເດືອນຕຸລາ ຈາກຜູ້ອຳນວຍການຂອງໂຄງການ 38 ເໜືອ ຊຶ່ງເປັນເວັບໄຊທີ່ວິເຄາະໃນເລື້ອງຕ່າງໆກ່ຽວກັບເກົາຫຼີເໜືອ ທີ່ໄດ້ສົ່ງບົດຄວາມດັ່ງກ່າວ ມັນເບິ່ງຄືວ່າ ເປັນທຸລະກິດຕາມປົກກະຕິ.

ແຕ່ມັນບໍ່ເປັນເຊັ່ນນັ້ນ.

ຜູ້ທີ່ສົ່ງອີເມລນັ້ນ ແທ້ຈິງແລ້ວ ເປັນຜູ້ຕ້ອງສົງໄສສາຍລັບຂອງເກົາຫຼີເໜືອ ທີ່ສະແຫວງຫາຂໍ້ມູນ ອີງຕາມພວກຄົນທີ່ກ່ຽວຂ້ອງກັບເລື້ອງນີ້ ແລະນັກຄົ້ນຄວ້າດ້ານການຮັກສາຄວາມປອດໄພທາງໄຊເບີ ສາມຄົນ.

ແທນທີ່ວ່າ ຈະສົ່ງ​ໂປ​ຣ​ແກ​ຣມ​ທີ່​ມີ​ໄວ​ຣັ​ສ​ເຂົ້າ​ໃສ່ຄອມພິວເຕີຂອງທ່ານເດີເປທຣິສ ແລະລັກເອົາຂໍ້ມູນທີ່ມີຄວາມລະອຽດອ່ອນ ດັ່ງທີ່ພວກແຮັກເກີ ຫຼືພວກລັກເຈາະຂໍ້ມູນເຮັດກັນຕາມປົກະຕິ ແຕ່ຜູ້ສົ່ງອີເມລ ປາກົດວ່າ ພະຍາຍາມຂໍຄວາມຄິດເຫັນຂອງທ່ານ ກ່ຽວກັບເລື້ອງຕ່າງໆດ້ານຄວາມໝັ້ນຄົງຂອງເກົາຫຼີເໜືອ ໂດຍທຳທ່າເປັນຜູ້ອຳນວຍການຂອງ 38 ເໜືອ ທ່ານນາງເຈັນນີ ທາວນ໌.

“ຂ້າພະເຈົ້າຮູ້ສຶກຕົວວ່າ ມັນບໍ່ຖືກຕ້ອງແລ້ວ ເມື່ອຂ້າພະເຈົ້າໄດ້ຕິດຕໍ່ຫາບຸກຄົນຜູ້ນັ້ນ ດ້ວຍຄຳຖາມຕ່າງໆນາງໆ ແລະໄດ້ພົບວ່າ ຄວາມຈິງແລ້ວ ບໍ່ໄດ້ສົ່ງອີເມລ ຂໍຄວາມຄິດເຫັນເລີຍ ແລະບຸກຄົນຜູ້ນີ້ ກໍຍັງຕົກເປັນເປົ້າໝາຍເຊັ່ນກັນ” ທ່ານເດີເປທຣິສ ໄດ້ກ່າວຕໍ່ອົງການຂ່າວຣອຍເຕີສ໌ ໂດຍອ້າງເຖິງທ່ານນາງທາວນ໌. ທ່ານກ່າວອີກວ່າ “ສະນັ້ນແລ້ວ ຂ້າພະເຈົ້າ ກໍຄິດອອກໄດ້ຢ່າງໄວວາວ່າ ອັນນີ້ການພະຍາຍາມຢ່າງແຜ່ຫຼາຍ.”

ອີເມລດັ່ງກ່າວ ເປັນສ່ວນນຶ່ງຂອງຄວາມພະຍາຍາມແບບໃໝ່ ໂດຍພວກຜູ້ຕ້ອງສົງໄສ ກຸ່ມແຮັກເກີຂອງເກົາຫຼີເໜືອ ແລະບໍ່ໄດ້ຖືກລາຍງານໃນເມື່ອກ່ອນ ອີງຕາມບັນດານັກຊ່ຽວຊານດ້ານການຮັກສາຄວາມປອດທາງໄຊເບີ, ຊຶ່ງ 5 ຄົນໄດ້ຕົກເປັນເປົ້າໝາຍ ແລະອີເມລທັງຫຼາຍ ໄດ້ຖືກກວດເບິ່ງໂດຍອົງການຂ່າວຣອຍເຕີສ໌.

ກຸ່ມແຮັກເກີນີ້ ຊຶ່ງບັນດານັກຄົ້ນຄວ້າ ເອີ້ນວ່າ ທາລລ້ຽມ (Thallium) ຫຼື ກິມຊູກີ (Kimsuky) ລວມຢູ່ໃນຊື່ອື່ນໆ ໄດ້ນຳໃຊ້ວິທີ ທີ່ເອີ້ນວາ “ສເປຍຟິສຊິງ ຫຼືການຕຶກເປັດ” ດ້ວຍອີເມລ ມາຍາວນານ ທີ່ລອກໃຫ້ເປົ້າໝາຍຕ່າງໆ ມອບລະ ຫັດລັບ ຫຼື ໃຫ້ກົດເອກະສານຕິດຄັດມານຳ ຫຼື ລິ້ງຕ່າງໆຢູ່ໃນອີເມລ ທີ່ດາວໂລດໂປແກຣມ ມາ​ລແວຣ. ເຖິງຢ່າງໃດກໍຕາມ ດຽວນີ້ ມັນຍັງປາກົດວ່າ ພຽງແຕ່ຖາມພວກນັກຄົ້ນຄວ້າ ຫຼື ພວກນັກຊ່ຽວຊານອື່ນໆ ຢ່າງງາຍໆ ເພື່ອທີ່ຈະໃຫ້ຄວາມຄິດເຫດ ຫຼື ຂຽນບົດລາຍງານໃຫ້.

ອີງຕາມອີເມລທັງຫຼາຍ ທີ່ໄດ້ຖືກກວດເບິ່ງໂດຍອົງການຂ່າວຣອຍເຕີສ໌ ພາຍໃນເລື້ອງອື່ນ ທີ່ໄດ້ຖືກຍົກຂຶ້ນມາ ກໍແມ່ນປະຕິກິລິຍາຂອງຈີນ ໃນເຫດການຂອງການທົດລອງນິວເຄລຍຮອບໃໝ່ ແລະວິທີການຮັບມືກັບ “ການຮຸກຮານ” ຂອງເກົາຫຼີເໜືອ ແບບ “ງຽບໆ” ນັ້ນ ອາດເປັນວິທີທີ່ສົມຄວນຫຼືບໍ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 26 ເມສາ 2024

XS
SM
MD
LG