ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ສົ່ງຄຳເຕືອນໄປຫາ ເຈົ້າໜ້າທີ່ຂັ້ນສູງ ຂອງສະຫະລັດ ທີ່ພົບປະກັນກັບ ຍີ່ປຸ່ນ ແລະເກົາຫຼີໃຕ້ຢູ່


ແມ່ຍິງຄົນນຶ່ງທີ່ຍ່າງຜ່ານຈໍໂທລະພາບທີ່ສະແດງໃຫ້ເຫັນພາບຂອງ ທ່ານ Kim Jong Un ແລະນ້ອງສາວຂອງທ່ານ, ທ່ານນາງ Yo Jong ຢູ່ໃນລາຍການຂ່າວ ຢູ່ທີ່ສະຖານີລົດໄຟໃນນະຄອນຫລວງ ໂຊລຂອງເກົາຫລີໃຕ້, ວັນທີ 2 ພຶດສະພາ, 2020
ແມ່ຍິງຄົນນຶ່ງທີ່ຍ່າງຜ່ານຈໍໂທລະພາບທີ່ສະແດງໃຫ້ເຫັນພາບຂອງ ທ່ານ Kim Jong Un ແລະນ້ອງສາວຂອງທ່ານ, ທ່ານນາງ Yo Jong ຢູ່ໃນລາຍການຂ່າວ ຢູ່ທີ່ສະຖານີລົດໄຟໃນນະຄອນຫລວງ ໂຊລຂອງເກົາຫລີໃຕ້, ວັນທີ 2 ພຶດສະພາ, 2020

ເກົາຫຼີເໜືອໄດ້ສົ່ງຄຳຂົ່ມຂູ່ຄັ້ງໃໝ່ອອກມາຕໍ່ສະຫະລັດ ແລະເກົາຫຼີໃຕ້. ທ່ານນາງ ກິມ-ໂຢ-ຈອງ (Kim Yo-jong), ນ້ອງສາວທີ່ມີອິດທິພົນຂອງ ທ່ານກິມ ຈົງ ອຶນ, ຜູ້ປົກຄອງປະເທດ ກ່າວຢູ່ໃນຖະແຫຼງການສະບັບນຶ່ງຕໍ່ສື່ມວນຊົນຢ່າງເປັນທາງການວ່າ ປະເທດພັນທະມິດສອງປະເທດນີ້ ອາດຈະປະເຊີນກັບຜົນຕາມມາຫລາຍຢ່າງໄດ້ ສໍາລັບການດຳເນີນການຊ້ອມລົບຮ່ວມກັນປະຈຳປີ. ຄຳປາໄສຂອງທ່ານນາງ ມີຂຶ້ນໃນຂະນະທີ່ເຈົ້າໜ້າທີ່ຂັ້ນສູງ ດ້ານນະ ໂຍບາຍການຕ່າງປະເທດ ແລະເຈົ້າໜ້າທີ່ປ້ອງກັນປະເທດຂອງອາເມຣິກາ ທຳການພົບປະໂອ້ລົມ ກັບຄູ່ພາຄີໃນອາທິດນີ້ ຢູ່ໃນເຂດເອເຊຍຕາເວັນອອກສຽງເໜືອ. Jason Strother ມີລາຍງານມາຈາກນະຄອນຫລວງໂຊລ ຊຶ່ງບົວສະ ຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງເຄັນ (Antony Blinken) ແລະ ຫົວໜ້າທໍານຽບຫ້າແຈ, ທ່ານລອຍດ໌ ອອສຕິນ (Lloyd Austin) ໄດ້ສິ້ນສຸດການພົບປະເພື່ອຫາລືກ່ຽວກັບຄວາມໝັ້ນຄົງໃນວັນອັງຄານວານນີ້ ທີ່ນະຄອນຫລວງໂຕກຽວ.

ພວກເພິ່ນໄດ້ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ, ທ່ານ ໂຕຊິມິດຊຸ ໂມເຕຈິ (Toshimitsu ໂມເຕຈິ) ແລະລັດຖະມົນຕີກະຊວງປ້ອງກັນປະເທດໂນບູໂອະ ຄິສຊີ (Nobuo Kishi).

ໃນລະຫວ່າງຢູ່ກອງປະຊຸມຖະແຫຼງຂ່າວນັ້ນ ລັດຖະມົນຕີບລິງເຄັນ ກ່າວວ່າ ວໍຊິງຕັນໄດ້ພະຍາຍາມເຂົ້າຫາພຽງຢາງ ແຕ່ບໍ່ໄດ້ຮັບຄຳຕອບໃດໆ. ອີງຕາມອົງການຂ່າວຣອຍເຕີ້ສ໌, ທ່ານບລິງເຄັນ ກ່າວດັ່ງນີ້:
"ດັ່ງທີ່ທ່ານຮູ້, ນະໂຍບາຍຕໍ່ເກົາຫຼີເໜືອແມ່ນກຳລັງຖືກທົບທວນຢູ່. ພວກເຮົາກໍາ ລັງພິຈາລະນາເບິ່ງວ່າ ມາດຕະການກົດດັນເພີ້ມເຕີມອີກຫລາຍຢ່າງ ສາມາດມີ ປະສິດທິຜົນຢູ່ບໍ? ມີເສັ້ນທາງທາງການທູດທີ່ໃຊ້ການໄດ້ບໍ່? ເລື້ອງທັງໝົດເຫຼົ່າ ນີ້ ກໍາລັງໄດ້ຮັບການທົບທວນຄືນຢູ່ ແລະມັນກໍາລັງຢູ່ພາຍໃຕ້ການທົບທວນ ແລະ ກໍາລັງຖືກນໍາມາປຶກສາຫາລືຢ່າງໃກ້ຊິດ ກັບພັນທະມິດ ແລະຄູ່ຮ່ວມງານຂອງພວກເຮົາຢູ່. "

ບັນດາເຈົ້າໜ້າທີ່ສະຫະລັດ ຈະພາກັນເດີນທາງໄປນະຄອນຫລວງໂຊລ ໃນວັນພະຫັດມື້ອື່ນນີ້ ບ່ອນທີ່ຄາດວ່າ ເລື້ອງໂຄງການອາວຸດນິວເຄຼຍຂອງເກົາຫຼີເໜືອ ຈະເປັນຫົວຂໍ້ທີ່ມີຄວາມສໍາຄັນສູງ ຢູ່ໃນວາລະກອງປະຊຸມນັ້ນ.

ທ່ານ ບລິງເຄັນ ແລະທ່ານ ອອສຕິນຍັງພະຍາຍາມອີກເທື່ອນຶ່ງທີ່ຈະຢືນຢັນເຖິງຄວາມຕ້ານຢັນໃຫ້ມີຄວາມດຸ່ນດ່ຽງກັນ ກັບອິດທິພົນຂອງຈີນຢູ່ໃນພາກພື້ນ ດັ່ງ ກ່າວ.

ລັດຖະມົນຕີກະຊວງປ້ອງກັນປະເທດກ່າວວ່າ ຄວາມຮຸນແຮງທີ່ນັບມື້ ນັບເພີ້ມ ທະວີຂຶ້ນຂອງປັກກິ່ງ ຢູ່ໃນການຂັດແຍ້ງໃນເຂດນ່ານນໍ້າ ເປັນໄພຂົ່ມຂູ່ຕໍ່ທັງສະ ຫະລັດ ແລະ ຍີ່ປຸ່ນ.

ອີງຕາມອົງການຂ່າວຣອຍເຕີ້ສ໌, ທ່ານອອສຕິນ, ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດກ່າວວ່າ:
"ຂ້າພະເຈົ້າຮູ້ວ່າ ຍີ່ປຸ່ນແມ່ນມີຄວາມເປັນຫ່ວງຄືກັນກັບພວກເຮົາ ຕໍ່ການເຄື່ອນ ໄຫວຂອງຈີນ ທີ່ເຮັດໃຫ້ຂາດສະຖຽນລະພາບ. ແລະດັ່ງທີ່ຂ້າພະເຈົ້າໄດ້ກ່າວມາ ໃນເມື່ອກ່ອນ, ຈີນໄດ້ເລັ່ງບາດກ້າວ ທີ່ເປັນການທ້າທາຍຕໍ່ກະຊວງປ້ອງກັນປະ ເທດ. ແລະພວກເຮົາຮູ້ວ່າ ການແຂ່ງຂັນໃນການຫັນປ່ຽນພະລັງອໍານາດ ໃນລະ ດັບໂລກແມ່ນສາມາດເຮັດໄດ້ໂດຍຜ່ານນໍ້າໃຈການເຮັດວຽກແບບເປັນທີມ ແລະ ການຮ່ວມມືກັນເທົ່ານັ້ນ ເຊິ່ງແມ່ນຈຸດເດັ່ນຂອງການເປັນພັນທະມິດກັບຍີ່ປຸ່ນ. "

ລັດຖະມົນຕີຕ່າງປະເທດ ໂມເຕຈິ ກ່າວວ່າ ທ່າທີຂອງໂຕກຽວກ່ຽວກັບຈີນ ແມ່ນຄືກັນກັບຂອງວໍຊິງຕັນ. ອີງຕາມອົງການຂ່າວຣອຍເຕີ້ສ໌, ທ່ານ ໂມເຕຈິ ກ່າວດັ່ງນີ້:
“ພວກເຮົາໄດ້ຕົກລົງທີ່ຈະຄັດຄ້ານຕໍ່ການສະແຫວງຫາແບບຝ່າຍດຽວຂອງຈີນ ເພື່ອປ່ຽນແປງສະຖານະພາບທີ່ເປັນຢູ່ ໃນທະເລຈີນຕາເວັນອອກ ແລະທະເລຈີນໃຕ້.”

ເອກະສານແຜນຍຸດທະສາດຂອງທຳນຽບຂາວເມື່ອບໍ່ດົນມານີ້ ໄດ້ລະບຸວ່າຈີນ ເປັນໄພຂົ່ມຂູ່ໃຫຍ່ທີ່ສຸດຕໍ່ຜົນປະໂຫຍດຂອງອາເມຣິກາ.

ທ່ານໂຣເບີດ ດູແຈຣິກ (Robert Dujarric), ຜູ້ອໍານວຍການຮ່ວມຂອງສະຖາບັນຄົ້ນຄ້ວາກ່ຽວກັບຂົງເຂດເອເຊຍ ໃນມະຫາວິທະຍາໄລເທັມໂປ (Temple) ຂອງ ສະຫະລັດ ຢູ່ໃນນະຄອນໂຕກຽວ ກ່າວຕໍ່ວີໂອເອວ່າ ການເພີ່ມທະວີການຮ່ວມມືຢູ່ໃນຂົງເຂດປາຊີຟິກ ແມ່ນວິທີນຶ່ງ ທີ່ຈະເຮັດໃຫ້ຈີນມີຄວາມກົດດັນຫຼາຍຂຶ້ນ.

ທ່ານ ດູແຈຣິກ (Dujarric) ກ່າວດັ່ງນີ້:
“ປັກກິ່ງ ຕ້ອງການໃຫ້ສາຍພົວພັນ ລະຫວ່າງສະຫະລັດ, ຍີ່ປຸ່ນແລະເກົາຫຼີໃຕ້ ເສື່ອມໄປ ເພາະວ່າພວກເຂົາບໍ່ຢາກໃຫ້ສັດຕູຂອງພວກເຂົາ ເຮັດວຽກຮ່ວມກັນຢ່າງໃກ້ຊິດ, ແຕ່ວ່າ ພວກເຂົາກໍບໍ່ສາມາດເຮັດຫຍັງໄດ້ຫຼາຍປານໃດ.”

ແຕ່ວ່າ ວໍຊິງຕັນ ກໍກຳລັງເປີດປະຕູໃຫ້ມີການເຈລະຈາກັນກັບປັກກິ່ງຢູ່.

ພາຍຫຼັງການພົບປະເຈລະຈາຢູ່ເກົາຫຼີໃຕ້ແລ້ວ, ທ່ານລັດຖະມົນຕີ ບລິງເຄັນ ກໍຈະອອກເດີນທາງໄປຍັງນະຄອນແອນເຄິເຣກຈ໌ (Anchorage), ລັດອາລັສກາ ເພື່ອພົບປະກັບບັນດາເຈົ້າໜ້າທີ່ນະໂຍບາຍການຕ່າງປະເທດຂັ້ນສູງຂອງຈີນ.

ອ່ານຂ່າວນີ້ເພີ້ມຢູ່ຂ້າງລຸ່ມນີ້

North Korea has issued new threats against the U.S. and South Korea. Kim Yo-jong, the powerful sister of ruler Kim Jong-un, said in an official media statement the two allies could face consequences for conducting annual joint military exercises.

Her remarks come as top American foreign policy and defense officials hold talks with partners this week in Northeast Asia. Jason Strother reports from Seoul.

Secretary of State Antony Blinken and Pentagon chief Lloyd Austin wrapped up security talks Tuesday in Tokyo.

They met with Japan’s Minister of Foreign Affairs Toshimitsu Motegi and Defense Minister Nobuo Kishi.

During a press event, Secretary Blinken says Washington has tried reaching out to Pyongyang but has received no response.

Blinken/ACT From Reuters:
"As you know, the North Korea policy is under review. We're looking at whether various additional pressure measures could be effective, whether there are diplomatic paths that make sense, all of that is under review, and it's in under review and close consultation with our allies and partners."

The U.S. officials will travel Thursday to Seoul where North Korea’s nuclear weapons program is expected to be high on the agenda.

Blinken and Austin are also trying to reaffirm a counterbalance to China’s influence in the region.

The defense secretary says that Beijing’s increased aggression in disputed waters is a threat to both the U.S. and Japan.

AUSTIN, From Reuters:
"I know Japan shares our concerns with China's destabilizing actions. And as I have said before, China is a pacing challenge for the Department of Defense. And we know that competing in today's shifting global dynamics can only be done through the spirit of teamwork and cooperation which are the hallmarks of our alliance with Japan."

Foreign Minister Motegi says Tokyo’s position on China is the same as Washington’s.

Motegi, From Reuters: We agreed to oppose China's unilateral bid to change the status quo in the East China Sea and South China Sea, Motegi said.

A recent White House strategy paper named China as the biggest threat to America’s interests.

Robert Dujarric, co-director of the Institute for Contemporary Asian Studies at Temple University’s Tokyo campus, tells VOA that strengthening partnerships in the Pacific is one way to put more pressure on China, he says.

DUJARRIC/ACT: “Beijing would prefer the relationship between the U.S., Japan and South Korea to be bad because they don't want their adversaries to work closely together, but there's not much they can do,” Dujarric said.

But Washington is keeping the door open for dialogue with Beijing.

Following talks in South Korea, Secretary Blinken will depart for Anchorage, Alaska, to meet with senior Chinese foreign policy officials.

XS
SM
MD
LG