ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຕຽມສະຫຼອງ ວັນຄົບຮອບ 60 ປີ ໃນການ ສີ້ນສຸດ ສົງຄາມເກົາຫຼີ (ວີດີໂອ)


N Korea
please wait
Embed

No media source currently available

0:00 0:01:33 0:00
ພວກ​ນັກ​ລົບ​ເກົ່າ ​ເກົາຫລີ​ເໜືອ ຈາກ​ສົງຄາມ​ເກົາຫລີ ​ໄດ້​ເດີນ
ທາງໄປ​ເຖິງກຸງ​ພຽງ​ຢາງ ​ໃນ​ວັນ​ອັງຄານ​ວານ​ນີ້ ​ເພື່ອ​ລະນຶກ​ເຖິງ
ວັນ​ຄົບຮອບ 60 ປີຂອງ​ການ​ ສີ້ນສຸດລົງ​ຂອງ​ບັນຫາ​ຂັດ​ແຍ້​ງ
ດັ່ງກ່າວ.

ບັນດາ​ຜູ້​ຊາຍ ​ແລະ​ຜູ້​ຍິງ ​ໄດ້ໄປ​ເຖິງ​ນະຄອນຫລວງ​ໂດຍ​ທາງ​
ລົດ​ໄຟ ​ເພື່ອຮ່ວມ ສົມທົບກັບບັນດາ​ສະຫາຍອີກ​ຫລາຍ​ພັນ​ຄົນທີ່​ລອດ​ຊີວິດ​ມາໄດ້ ເຂົ້າ​ຮ່ວມ​ພິທີສະ ຫລອງການ​ສີ້​ນສຸດ​ລົງ​ຂອງ​ສົງຄາມ​ເປັນ​ເວລາ​ສາມປີ ທີ່​ໄດ້​ເລີ້ມຂື້ນ​ໃນປີ1950​. ພິທີ​ສໍາຄັນສຸດ ຈະ​ມີ​ການ​ເດີນ​ສວນສະໜາມຂອງ​ພວກທະຫານຜ່ານ​ໃຈ​ກາງ​ນະຄອນຫຼວງ​ພຽງຢາງ ​ໃນ​ວັນ​ເສົາ​ຈະ​ມາ​ເຖິງ​ນີ້.

ການ​ສູ້​ລົບທີ່ເກີດ​ຂື້ນ​ລະຫວ່າງສອງ​ຝ່າຍ​ເກົາຫຼີ ​ໄດ້​ສີ້​ນສຸດ​ລົງ​ໃນ​ວັນ​ທີ 27 ກໍລະ ກົດ ປີ 1953 ຊຶ່ງ​ເກົາຫລີ​ເໜືອໄດ້​ລົງ​ນາມ ​ໃນ​ຂໍ້​ຕົກລົງສະ​ຫງົບ​ເສິກກັບກຳລັງ ພັນທະ​ມິດ ທີ່​ນໍ​າ​ພາໂດຍ​ສະຫະລັດ ພາຍ​ໃຕ້ການ​ບັງຄັບບັນຊາ​ການ​ຂອງສະຫະ ​ປະຊາ​ຊາດ. ​ເກົາຫລີ​ເໜືອ​ໄດ້​ກ່າວ​ເຖິງສົງຄາມ​ເກົາຫຼີວ່າ​ເປັນ “ສົງຄາມປົດ​ປ່ອຍ​ປິຕຸ​ພູມ.” ​ແລະ​ຮ້ອງ​ຕົນ​ເອງ​ວ່າ ​ເປັນຜູ້​ໄດ້​ຮັບໄຊຊະນະ ​ໃນ​ສົງຄາມດັ່ງກ່າວ.

​ແຕ່​ວ່າທັງ​ສອງ​ຝ່າຍ​ບໍ່​ເຄີຍເຊັນ​ສັນຍາສັນຕິພາບຂັ້ນສຸດ​ທ້າຍ ຊຶ່ງ​ໝາຍຄວາມວ່າ ທັງ​ສອງ​ເກົາຫລີ ​ໃນ​ທາງຫລັກການ​ແລ້ວ​ ຍັງ​ຢູ່​ໃນສະພາບ​ສົງ​ຄາມ.

ປະທານາທິບໍດີ Barack Obama ຈະ​ສະຫຼອງ ຂີດ​ໝາຍວັນ​ຄົບຮອບ 60 ປີ​ຂອງ​ການ
ສະຫງົບ​ ​ດ້ວຍ​ການ​ກ່າວຄໍາ​ປາ​ໄສ​ໃນ​ວັນ​ເສົາ​ຈະ​ມາ​ເຖິງ​ນີ້ຢູ່ທີ່​ອະນຸສາ ວະລີ ​ລະ​ນຶກ
ເຖິງ​ນັກ​ລົບ​ເກົ່າສົງຄາມ​ເກົາຫລີ ທີ່​ນະຄອນຫລວງວໍ​ຊິງ​ຕັນ.

North Korean veterans of the Korean War arrived in Pyongyang on Tuesday to commemorate the 60th anniversary of the end of the conflict.

Men and women arriving in the capital by train were set to join several thousand other surviving comrades to attend festivities marking the end of the three-year war, which began in 1950. The main event will be a military parade through the center of Pyongyang on Saturday.

The Korean War ended on July 27, 1953, with North Korea signing an armistice agreement with the U.S.-led coalition of forces under a United Nations Command. North Korea refers to the war as "the Fatherland Liberation War" and calls itself a victor of that war.

But the two sides never signed a final peace agreement, which means the two Koreas are technically still at war.

U.S. President Barack Obama will mark the 60th anniversary of the armistice with a speech Saturday at the Korean War Veterans Memorial in Washington.

XS
SM
MD
LG